ເຄມີຈາກສວນຢາງສວນກ້ວຍ ສ້າງ ມົລພິດ

ສິດນີ
2016.10.25
F-Chemical ຮູປຂອງບໍຣິເວນ ສວນປູກກ້ວຍ ຂອງຈີນ ທີ່ຖືກນໍ້າຖ້ວມ ຮວມທັງສາງເກັບມ້ຽນ ສານເຄມີ ແລະ ຢາຂ້າຫຍ້າຕ່າງໆ ທີ່ຖືກນໍ້າພັດ ໄຫຼລົງສູ່ລໍານໍ້າ
RFA/LX

ໃນຕົ້ນເດືອນນີ້ ປະຊາຊົນ ທີ່ ເມືອງຫີນເຫີບ ແຂວງວຽງຈັນ ຫຼາຍຄົນລົ້ມປ່ວຍ ພາກັນ ເຂົ້າໂຮງຫມໍ ຫລັງຈາກ ທີ່ໄດ້ດື່ມນ້ຳ ໃນຫ້ວຍ ທີ່ໃກ້ຄຽງກັບ ສວນ ຢາງພາລາ ແລະ ສວນກ້ວຍ, ຜົລຂອງການ ກວດສອບ ຈາກນາຍແພດ ພົບວ່າ ພວກຂະເຈົ້າ ມີ ທາດສານເຄມີ ໃນຮ່າງກາຍ ຍ້ອນດື່ມນ້ຳ ຈາກນ້ຳຫ້ວຍ ທີ່ມີສານເຄມີ ປົ້ນເປຶ້ອນ ຢູ່. ດັ່ງ ການເປີດເຜີຍ ຂອງ ເຈົ້າຫນ້າທີ່ ຜແນກ ກະສິກັມ ແລະ ປ່າໄມ້ ທີ່ ແຂວງວຽງຈັນ ທ່ານນbjງ ໃນວັນທີ 24 ຕຸລາ ນີ້ວ່າ:

"ໄດ້ຍີນຂ່າວແຕ່ສອງສາມ ທີດຫລັງ ການນຳໃຊ້ນໍ້າຫ້ວຍ ນ້ຳຫຍັງນະ ເຂົາໄປໄຮ່ໄປສວນ ກິນນ້ຳຫ້ວຍ ກິນຜັກ ຫຍັງນະ ຂະເຈົ້າໃສ່ ຢາງພາລາ ຜ່ານມາເນາະ ອັດຕຣາ ການໃຊ້ ເຂົາໃຊ້ ສຳໃດນໍ ໃຊ້ຕາມ ອັດຕຣາສ່ວນ ເກີນມາດຕຣາ ອີ່ສັງ ເຮົາຍັງ ບໍ່ໄດ້ຖາມ".

ທ່ານກ່າວຕື່ມວ່າ ປັດຈຸບັນ ຍັງບໍ່ມີ ຣາຍງານວ່າ ປະຊາຊົນ ທີ່ລົ້ມປ່ວຍນັ້ນ ມີຈັກຄົນ ແລະ ອາການ ຂອງ ພວກຂະເຈົ້າ ເປັນແນວໃດ. ເຖີງຢ່າງໃດ ກໍຕາມ ມາຮອດ ທຸກມື້ນີ້ ເຈົ້າຫນ້າທີ່ ກ່ຽວຂ້ອງ ຍັງບໍ່ທັນໄດ້ ລົງໄປ ກວດສອບ ການໃຊ້ ສານເຄມີ ໃນສວນ ຢາງພາລາ ແລະ ສວນກ້ວຍ ເພີ້ມຕື່ມ ຍ້ອນຂາດ ງົບປະມານ ໃນການ ລົງໄປກວດກາ ເຖິງແມ່ນວ່າ ຈະມີການ ວາງແຜນ ໄວ້ແລ້ວ ກໍຕາມ.

ທ່ານວ່າ ທີ່ຜ່ານມາ ການລົງໄປ ກວດກາ ກໍບໍ່ພົບເຫັນ ກ່ອງ ສານເຄມີ ຍ້ອນວ່າ ກຳມະກອນ ເອົາໄປເຊື່ອງໄວ້ ກ່ອນ ເຈົ້າຫນ້າທີ່ ຈະລົງໄປ ກວດກາ ຈຶ່ງເຮັດໃຫ້ ທາງການ ບໍ່ຮູ້ວ່າ ເຂົາໃຊ້ ສານເຄມີ ຫຍັງ ແລະ ຫຼາຍປານໃດ ໃນ ແຕ່ລະຄັ້ງ ເປັນບັນຫາ ທ້າທາຍ ຕໍ່ທາງການ ໃນການແກ້ໄຂ.

ວ່າງເດືອນ ກໍຣະກະດາ ຜ່ານມາ ເຄີຍມີເຫດ ປາຕາຍ ເປັນຈຳນວນ ຫຼວງຫຼາຍ ໃນຫ້ວຍບ່ອນ ທີ່ປະຊາຊົນ ໄດ້ລົ້ມປ່ວຍ ແລະ ວ່າງປີກາຍ ກໍມີຊາວບ້ານ ປະມານ 25 ຄົນ ຖືກນຳສົ່ງ ໂຮງຫມໍ ຍ້ອນໃຊ້ນ້ຳ ໃນຫ້ວຍ ແຫ່ງນັ້ນ ເຊັ່ນກັນ. ຫຼາຍເຫດການ ເກີດຂຶ້ນ ທັງຫມົດນີ້ ບັນຫາ ກໍ່ຍັງບໍ່ຖືກ ແກ້ໄຂ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.