ບໍຣິສັດພອນສັກສ້າງ ມົລພິດ

ມະນີຈັນ
2016.10.30
F-Borikhamxay ແຂວງບໍຣິຄໍາໄຊ
Screen captured travel Laos video

ຊາວບ້ານນາໄຫ ເມືອງຄຳເກີດ ແຂວງ ບໍຣິຄຳໄຊ ໄດ້ຮັບຄວາມ ເດືອດຮ້ອນ ຈາກ ສານເຄມີ ທີ່ ບໍຣິສັດ ພອນສັກ ໃຊ້ ໃນການ ຂຸດຄົ້ນ ບໍ່ຄຳ ແສນອຸດົມ ຊຶ່ງໄຫຼລົງ ໃສ່ນ້ຳຫ້ວຍ ເຮັດໃຫ້ປາຕາຍ ເປັນຈຳນວນ ຫຼວງຫຼາຍ ໃນລະຍະ ຜ່ານມາ ແລະ ໃນປັດຈຸບັນ ປະຊາຊົນ ບໍ່ສາມາດ ໃຊ້ນ້ຳ ໃນຫ້ວຍນັ້ນ ໄປກິນ ໄປໃຊ້ໄດ້. ຕາມຄຳ ເວົ້າຂອງ ປະຊາຊົນ ຕໍ່ RFA ໃນວັນທີ 28 ຕຸລາ ນີ້ວ່າ:

"ນາລົງໄດ້ແຕ່ຫຼາຍໆຄົນ ແລ້ວເດ໊ ເປັນຕຸ່ມນະ ຊ່ວງປີກາຍ ປີກ່ອນ ລະແມ່ນ ປາ ກໍຕາຍ ແມ່ນຖືວ່າເຄມີ ປ່ອຍອອກແລ້ວ ປາກໍຕາຍ ເລີຍນະ ເຂົາກໍເອົາ ນ້ຳ ໄປກວດ ເຂົາກໍມາ ເອົາຕົວຢ່າງ ຢູ່ເໜືອ ເຄມີນັ້ນ ໃຫ້ຈຸກວດ ນັ້ນລະ ວ່າຜ່ານໝົດ ວ່າສິຜ່ານ ເທົ່າໃດເລີ ກໍເຂດ ຫ້ວຍແກ້ງ ລົງຫາ ໂພນໄຊ ແລະ ເຂົາສິລົງ ບໍ່ໄດ້ ເລີຍ".

ທ່ານກ່າວຕື່ມວ່າ ປັດຈຸບັນ ຊາວບ້ານໄດ້ ຮັບຜົລກະທົບ ຫຼາຍ ໃນການ ດຳຣົງຊີວິດ ແລະ ສຸຂພາບ ຮວມທັງ ການຂຍາຍ ບ່ອນທຳ ການຜລິດ ກໍບໍ່ສາມາດ ຂຍາຍໄດ້. ພ້ອມກັນນັ້ນ ຊາວບ້ານ ອີກທ່ານນຶ່ງ ກໍໄດ້ກ່າວວ່າ ເມື່ອກ່ອນ ບໍຣິສັດ ຂຸດຄົ້ນບໍ່ຄຳ ແຫ່ງນີ້ ໄດ້ຕັດໄມ້ ໃນປ່າ ເພື່ອຂຍາຍ ພື້ນທີ່ ຂຸດຄົ້ນ:

"ເຂົາສິຕັດ ເດ້ນໍ ເພາະວ່າມັນ ຢູ່ຂອບເຂດ ປ່າໄມ້ ເດ້ນໍ ທັງຕັດໄມ້ ທັງຫຍັງແຫຼະນໍ ເຖິງຂຸດຄົ້ນ ໄດ້".

ກ່ຽວກັບ ເຣຶ່ອງນີ້ RFA ໄດ້ຕິດຕໍ່ ຖາມໄປຍັງ ເຈົ້າໜ້າທີ່ ສິ່ງແວດລ້ອມ ແຂວງ ບໍຣິຄຳໄຊ, ໄດ້ຮັບ ຄຳຕອບວ່າ ບໍ່ມີຂໍ້ມູນ, ບໍ່ຄຳ ແຫ່ງນີ້ ກວມເອົາ ເນື້ອທີ່ ຫຼາຍຮ້ອຍ ເຮັກຕາ ຢູ່ ບໍຣິເວນ ບ້ານໄຫ, ບ້ານທົ່ງເຄະ, ບ້ານວັງກອກ ເມືອງຄຳເກີດ ແຂວງ ບໍຣິຄຳໄຊ. ບໍຣິສັດ ພອນສັກ ໄດ້ສັນຍາ ໄວ້ກັບ ອຳນາດ ການປົກຄອງ ເມືອງ ຄຳເກີດ ວ່າຈະພັທນາ ພື້ນທີ່ ອ້ອມຂ້າງ ໂຮງງານ ກັ່ນຄຳ. ແຕ່ຈົນມາຮອດ ປັດຈຸບັນ ກໍຍັງບໍ່ມີ ການສ້າງສາ ຫຍັງເທື່ອ ທັງໃນເຣຶ່ອງ ຫົນທາງ ເຂົ້າຫາ ບ້ານນາໄຫ ຊຶ່ງ ຊາວບ້ານ ມີຄວາມລຳບາກ ໃນການ ສັນຈອນ ເປັນຕົ້ນ ໃນຣະດູຝົນ ທີ່ທາງເປັນບວກ ເປັນຂຸມ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.