ເຄມີເຖື່ອນຈາກຈີນມາລາວ ພາກເໜືອ

ຈໍາປາທອງ
2016.10.20
f-banana ສວນປູກກ້ວຍ ຂອງຈີນ ຢູ່ທາງພາກເໜືອ ຂອງລາວ
RFA

ປັດຈຸບັນ ອໍານາດ ການປົກຄອງ ແຂວງຜົ້ງສາລີ ບໍ່ສາມາດ ສະກັດກັ້ນ ການລັກລອບ ນໍາເອົາ ສານເຄມີ ເຊັ່ນ, ຢາຂ້າຫຍ້າ ຂ້າແມງໄມ້ ເຂົ້າມາ ໃນແຂວງໄດ້ ຍ້ອນວ່າ ແຂວງ ຜົ້ງສາລີ ມີຊາຍແດນ ຕິດກັບ ປະເທດຈີນ ຍາວຢຽດ, ພວກເຂົາ ບໍ່ເອົາຜ່ານດ່ານ ຊາຍແດນ. ດັ່ງ ເຈົ້າໜ້າທີ່ ແຂວງ ຜົ້ງສາລີ ກ່າວຕໍ່ RFA ໃນວັນທີ 19 ຕຸລາ ນີ້ວ່າ:

"ອໍນໍາເຂົ້ານີ້ ເພາະວ່າ ຜົ້ງສາລີ ເຮົາມີດ່ານ ມັນສິມີ ຊາຍແດນ ຕິດຕໍ່ກັບ ປະເທດຈີນ ນໍ ມັນເປັນເຂົາ ເອີ້ນວ່າ ມັນມີແຜ່ນດິນ ຕິດຈອດ ກັນນະ ມັນຍາກ ຕໍ່ການຄຸ້ມຄອງ ບາງເທື່ອເຮົາ ກໍຄຸ້ມຄອງ ທາງດ່ານ ໄດ້ດີຢູ່ ແຕ່ວ່າ ການນໍາເຂົ້າ ຂອງ ປະຊາຊົນ ເຂົາເຈົ້າ ມີການ ລັກລອບ ນໍາເຂົ້າ ທາງນອກ ຫັ້ນນະ".

ພວກທີ່ລັກນໍາເອົາ ສານເຄມີ ເຂົ້າມານັ້ນ ແມ່ນ ພວກພໍ່ຄ້າ ທັງຄົນຈີນ ແລະ ຄົນລາວ ຊຶ່ງສ່ວນຫຼາຍ ແມ່ນລັກ ເຂົ້າມາ ຂາຍຢູ່ ຊາຍແດນ ເພື່ອໃຊ້ເຂົ້າ ໃນສວນຕ່າງໆ. ທ່ານກ່າວ ຕື່ມວ່າ ເພື່ອແກ້ໄຂ ບັນຫາ ດັ່ງກ່າວ ທາງການ ແຂວງ ຜົ້ງສາລີ ຢາກໃຫ້ ກອງປະຊຸມ ສະພາ ແຫ່ງຊາດ ເພີ້ມ ບົດບັນຍັດ ຕ່າງໆ ທີ່ກ່ຽວຂ້ອງ ກັບການນໍາ ສານເຄມີ ເຂົ້າມາໃນ ປະເທດ ນັ້ນຕື່ມ ເພື່ອໃຫ້ ຮັດກຸມ ແລະເຄັ່ງຄັດ ກວ່າເກົ່າ:

"ຖ້າມີກອງປະຊຸມນີ້ ຄິດວ່າ ກໍຢາກໃຫ້ເພີ່ນ ເອົາໃຈໃສ່ ກ່ຽວກັບການ ຄຸ້ມຄອງນີ້ແຫຼະ ການຄຸ້ມຄອງ ການນໍາເຂົ້າ ສານເຄມີ ໃຫ້ເປັນໄປ ຕາມຣະບຽບ ຫລັກການນະ ຕ້ອງຂໍ ອະນຸຍາດ ຜ່ານຂແນງການ ທີ່ກ່ຽວຂ້ອງ ໃຫ້ໄດ້ຮັບ ອະນຸຍາດ ກ່ຽວກັບ ສານເຄມີ".

ທ່ານເວົ້າວ່າ ຣະບຽບການ ປັດຈຸບັນ ກໍຄຸ້ມຄອງໄດ້ ໃນຣະດັບໃດ ຣະດັບນຶ່ງ. ແຕ່ຄິດວ່າ ຍັງບໍ່ທັນ ຮັດກຸມ ແລະທົ່ວເຖິງ ຮວມທັງ ບົດ ລົງໂທດ ຕ່າງໆ ຕໍ່ຜູ້ທີ່ ລັກລອບ ນໍາສານເຄມີ ເຂົ້າມາໃນ ປະເທດ, ຢາກໃຫ້ ເຂັ້ມງວດກວ່ານີ້. ປະຊາຊົນ ຢູ່ ພາກເໜືອ ຂອງ ລາວ ໄດ້ຮັບຜົລ ກະທົບຈາກ ສານເຄມີ ທີ່ຖືກນໍາໃຊ້ ໃນສວນກ້ວຍ ຂອງຈີນ ເປັນຕົ້ນ ຢູ່ ແຂວງບໍ່ແກ້ວ ທີ່ມີ ສວນກ້ວຍ ຈີນ ຫຼາຍທີ່ສຸດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.