ນໍ້າຫ້ວຍໃກ້ໂຮງງານເບັຽ ໃຊ້ ບໍ່ໄດ້

ໄມຊູລີ
2016.10.17
F-Beer-Lao ໂຮງງານເບັຽລາວ ຢູ່ ນະຄອນຫຼວງວຽງຈັນ
Screen captured from you tube video

ປະຊາຊົນ ທີ່ຢູ່ໃກ້ ໂຮງງານເບັຽລາວ ຢູ່ເມືອງ ຫາດຊາຍຟອງ ນະຄອນຫຼວງ ວຽງຈັນ ເປິດເຜີຍຕໍ່ ວິທຍຸ ເອເຊັຽເສຣີ ວ່າ ປັຈຈຸບັນ ພວກເຂົາເຈົ້າ ບໍ່ສາມາດ ນໍາໃຊ້ ນໍ້າຫ້ວຍ ໃນການ ທໍາມາ ຫາກິນ ໄດ້ຕັ້ງແຕ່ ມີການຕັ້ງ ໂຮງງານ ຜລິດເບັຽ ແລະ ໂຮງງານ ອຸດສາຫະກັມ ອື່ນໆ ໃນເຂດ ອ້ອມແອ້ມ ຍ້ອນວ່າ ນໍ້າໃນຫ້ວຍ ເປັນຟອງ ເປັນຝອດ ເຮັດໃຫ້ ປະຊາຊົນ ບໍ່ກ້າໃຊ້ນໍ້າ. ດັ່ງປະຊາຊົນ ທ່ານນຶ່ງ ເວົ້າວ່າ:

“ອັນມັນມີແຕ່ກິ່ນ ແຕ່ວ່າ ນໍ້າຮ່ອງເຮົາ ກໍໃຊ້ບໍ່ໄດ້ ແລ້ວ ນໍ້າຮ່ອງ ມັນມີແຕ່ຝອດ ຝອດອອກມາ ປະຊາຊົນ ກໍກິນບໍ່ໄດ້ ຕັ້ງແຕ່ ເຣີ້ມຕົ້ນເຮັດ ອັນນັ້ນມາ ແຕ່ກິ້ ປະຊາຊົນ ກໍຫາກິນ ນໍ້າຮ່ອງນໍ້າຫ້ວຍ ຫັ້ນລະ ດຽວນີ້ມັນ ລົງບໍ່ໄດ້ ມັນມີແຕ່ ນໍ້າເຄມີ ມັນບໍ່ມີແຕ່ ໂຮງງານເບັຽ ມັນເຂົ້າມາ ຫຼາຍບ່ອນ”.

ຊາວບ້ານທ່ານນີ້ ເວົ້າຕໍ່ໄປວ່າ ປັຈຈຸບັນ ຊາວບ້ານ ຕ້ອງຊື້ນໍ້າກິນ ເພາະນໍ້າໃນໜອງ ບໍ່ສາມາດ ນໍາມາໃຊ້ໃດ້ ແລະ ປະຊາຊົນ ກໍບໍ່ສາມາດ ລົງໄປຫາ ປູຫາປາໄດ້ ຄືແຕ່ເກົ່າ ມາຫລັງ ນັບແຕ່ມີການ ສ້າງຕັ້ງ ໂຮງງານເບັຽ ນີ້ເປັນຕົ້ນມາ.

ເຖິງຢ່າງໃດກໍຕາມ ກ່ຽວກັບບັນຫາ ນ້ໍາເສັຽ ຈາກໂຮງງານ ອຸດສາຫະກັມ ນີ້ ທາງ ວິທຍຸ ເອເຊັຽເສຣີ ກໍໄດ້ສອບຖາມ ໄປຍັງ ເຈົ້າໜ້າທີ່ ກ່ຽວຂ້ອງ ໃນທ່ອງຖີ່ນ ທາງ ເຈົ້າໜ້າທີ່ ໄດ້ ປະຕິເສດວ່າ ເຣື້ອງນີ້ແມ່ນ ບໍ່ມີບັນຫາ ເພາະທາງ ນະຄອນຫຼວງ ກໍໄດ້ ລົງກວດກາ ຕິດຕາມຢູ່. ດັ່ງ ທ່ານເວົ້າວ່າ:

“ອັນມັນກໍບໍ່ມີບັນຫາ ຫຍັງນະ ແບບວ່າ ທິມງານເຮົາ ກໍລົງ ສິ່ງແວດລ້ອມ ນະຄອນຫຼວງ ກໍລົງ ບໍ່ມີບັນຫາ ຫຍັງນະ”.

ເຈົ້າໜ້າທີ່ ທ່ານນີ້ ກ່າວຕຶ່ມວ່າ ໃນບໍຣິເວນ ນັ້ນມີບັນຫາ ເຣືອງກິ່ນ ຈາກ ໂຮງງານເບັຽລາວ ທີ່ ເປັນບັນຫາ ຮ້າຍສຸດ ແລະ ທາງການ ກໍໄດ້ສັ່ງໃຫ້ ໂຮງງານເບັຽລາວ ປັບປຸງ ຣະບົບນໍ້າເສັຽ ນັ້ນແລ້ວ ແຕ່ບັນຫາອື່ນໆ ຍັງບໍ່ມີ ປະຊາຊົນ ຜູ້ໃດ ມາແຈ້ງການເທື່ອ. ປັຈຈຸບັນ ໂຮງງານເບັຽລາວ ກໍາລັງ ຈະເຮັດ ຣະບົບ ບໍາບັດ ນໍ້າເສັຽ ບ່ອນທີ່ສອງ ພາຍໃນ ໂຮງງານ ຫລັງຈາກ ປະຊາຊົນ ໃກ້ຄຽງໄດ້ ຮ້ອງຮຽນ ເຖິງຂັ້ນສູງ ກ່ຽວກັບເຣື້ອງ ກິ່ນເໝັນ ຈາກໂຮງງານ ຜລິດເບັຽ ແຫ່ງນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.