ນັກຮຽນບໍ່ກ້າໃຊ້ຂົວ ສ້າງໃໝ່
2016.11.15

ນັກຮຽນ, ນາຍຄຣູ, ຊາວບ້ານ ແລະ ອຳນາດການປົກຄອງ ເມືອງວຽງຄຳ ແຂວງ ຫຼວງພຣະບາງ ພາກັນສ້າງຂົວ ຂ້າມນ້ຳແຊງ ສຳເລັດ ແລ້ວ ເມື່ອ ສັປດາ ຜ່ານມາ ເພື່ອ ໃຊ້ຊົ່ວຄາວ ຫລັງຈາກ ຂົວອູ່ຂາດ ໃນວັນທີ 30 ກັນຍາ ທີ່ເຮັດໃຫ້ ນັກຮຽນ ເສັຽຊີວິດ 2 ຄົນ ແລະ ບາດເຈັບ ອີກ 55 ຄົນ.
ຈຸດທີ່ຕັ້ງ ຂອງຂົວ ໃໝ່ນີ້ ຢູ່ຫ່າງຈາກ ຂົວ ເກົ່າ ປະມານ 200 ແມັດ, ສ້າງດ້ວຍ ໄມ້ໃຜ່ ແລະ ໃຊ້ໄມ້ຄໍ້າ ເຮັດເສົາຄ້ ຳແບບ ພື້ນບ້ານ. ເຖິງແມ່ນວ່າ ຂົວໃໝ່ ໄດ້ສ້າງແລ້ວ, ແຕ່ນັກຮຽນ ແລະ ປະຊາຊົນ ກໍຍັງບໍ່ ໝັ້ນໃຈ, ບໍ່ກ້າໃຊ້ ເພາະວ່າ ຂົວ ດັ່ງກ່າວ ເຮັດດ້ວຍ ໄມ້ ຈຶ່ງ ຢ້ານວ່າ ບໍ່ປອດພັຍ, ພວກນັກຮຽນ ຈຶ່ງພາກັນ ຍ່າງອ້ອມພູ ໄປໂຮງຮຽນ. ນັກຮຽນມັທຍົມ ຄົນນຶ່ງ ໄດ້ເວົ້າຕໍ່ ວິທຍຸ ເອເຊັຽເສຣີ ໃນວັນທີ 11 ພຶສຈິກາ ນີ້ວ່າ:
“ນ້ອງນີ້ ຢູ່ບ້ານວັງໄຂ ຍ່າງໄປໂຮງຮຽນ ຢູ່ບ່ວມຊໍ້ ກະຍັງລຳບາກ ບາງຄົນ ກໍບໍ່ກ້າໄຕ່ຂົວ ທີ່ສ້າງ ຂຶ້ນມາຫັ້ນ ຈະຕ້ອງໄດ້ ຍ່າງລັດພູຊັນ ເກືອບຊົ່ວໂມງ ຈັ່ງຮອດ ໂຮງຮຽນ ຝົນຕົກ ກະແຫ່ງ ລຳບາກ ປະຊາຊົນ ກະທຽວ ໄປມາ ລຳບາກ.”
ປັດຈຸບັນ ຣັຖບານ ກຳລັງ ພິຈາລະນາ ເຣຶ່ອງ ງົບປະມານ ສ້າງຂົວ ເບຕົງ ແບບຖາວອນ ຢູ່ ຊຶ່ງທ່ານ ຟ້າສະໜັ່ນ ທຳມະວົງ ຫົວໜ້າ ຜແນກ ໂຍທາ ທິການ ແລະຂົນສົ່ງ ໄດ້ກ່າວຕໍ່ ວິທຍຸ ເອເຊັຽ ເສຣີ ໃນວັນທີ 10 ພຶສຈິກາ ວ່າ ທາງເມືອງ ແລະບ້ານ ບໍ່ເອົາຂົວອູ່ ເຖິງແມ່ນວ່າ ຈະສ້ອມແປງ ໃຫ້ດີກໍຕາມ ເພາະວ່າ ມັນສ້າງ ຄວາມສະເທືອນໃຈ ໃຫ້ ພວກເຂົາເຈົ້າ. ພວກເຂົາເຈົ້າ ຕ້ອງການ ຂົວ ເບຕົງ.
ທ່ານກ່າວຕື່ມອີກວ່າ ຄໍາສເນີ ຂອງຜແນກ ໂຍທາທິການ ແລະຂົນສົ່ງ ແຂວງ ຫຼວງພຣະບາງ ນັ້ນເຖິງ ຣັຖມົນຕຣີ ກະຊວງ ໂຍທາ ທິການ ແລະ ຂົນສົ່ງ ແລະ ຣັຖບາລແລ້ວ ແຕ່ຍັງບໍ່ທັນ ໄດ້ຮັບ ຄຳຕອບ ເທື່ອ. ສຳລັບ ຜູ້ໄດ້ຮັບ ບາດເຈັບ ຈາກ ອຸບັດຕິເຫດ 20 ຄົນ ນັ້ນ, ປັດຈຸບັນ 17 ຄົນ ມີອາການ ດີຂຶ້ນ ແລະສາມາດ ໄປໂຮງຮຽນ ໄດ້ແລ້ວ, ສ່ວນອີກ 3 ຄົນ ຍັງພັກຟື້ນ ຢູ່ເຮືອນ ຂອງຕົນເອງ, ຕາມການ ບອກເລົ່າ ຂອງ ນັກຮຽນ.