ມ.ງອຍ ດິນເຈື່ອນຖົມເຮືອນ

ຈໍາປາທອງ
2018.09.05
F-Land-slide ປະຊາຊົນເມືອງງອຍ ທີ່ຫຼົບໜີຈາກເຂດດິນເຈື່ອນ ມາທ້ອນໂຮມກັນຢູ່ ບ່ອນປອດພັຍ ທີ່ທາງຫ້ອງການເມືອງ ຈັດໃຫ້
Screen captured : https://laoedaily.com.la/34992/

ປະຊາຊົນ 41 ຄອບຄົວ ຢູ່ເມືອງງອຍ ແຂວງຫຼວງພະບາງ ບໍ່ມີທີ່ຢູ່ອາສັຍຍ້ອນ ຝົນຕົກໜັກ ເຮັດໃຫ້ເກີດນໍ້າປ່າໄຫລຊຸ ດິນພູເຈື່ອນລົງມາ ຖົມເຮືອນ ໃນມື້ວັນທີ 2 ກັນຍາ ນີ້. ໃນນັ້ນ ເຮືອນ 13 ຫຼັງ ຖືກນໍ້າພັດໄປໝົດ. ແຕ່ບໍ່ມີຜູ້ໃດໄດ້ຮັບອັນຕະຣາຍ.

ປັດຈຸບັນປະຊາຊົນທີ່ໄດ້ຮັບຜົລກະທົບນັ້ນ ພັກອາສັຍຢູ່ໂຮງຮຽນແລະ ຫ້ອງປະຊຸມບ້ານ ແລະຈະຢູ່ໄປຈົນກວ່າວ່າ ທາງການເມືອງງອຍ ຈະຫາບ່ອນຢູ່ໃໝ່ໃຫ້ ພວກເຂົາເຈົ້າໄດ້, ຕາມຄໍາເວົ້າຂອງເຈົ້າໜ້າທີ່ຫ້ອງ ການປົກຄອງເມືອງງອຍ ຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 5 ກັນຍານີ້:

"ເຮືອນຫັ້ນຖືກດິນເຈື່ອນສະໄລລົງມາຫັ້ນ ມີຢູ່ 41 ຫລັງ ນໍ້າເຊາະເອົາໄປຫັ້ນ 13 ຫລັງເດີ ດຽວນີ້ຫັ້ນເອົາກັນໄປພັກ ຢູ່ໂຮງຮຽນກັບຫ້ອງ ປະຊຸມຂອງບ້ານ ໂຮງຮຽນກະບໍ່ທັນໄດ້ເປີດເທື່ອ."

ທ່ານເວົ້າວ່າໃນເວລານີ້ ເຈົ້າໜ້າທີ່ພາກສ່ວນທີ່ກ່ຽວຂ້ອງ ກໍາລັງປະເມີນຜົລເສັຍຫາຍ ທີ່ເກີດຈາກເຫດການທີ່ວ່ານັ້ນຢູ່ ແລະໄດ້ມ້າງເຮືອນ ທີ່ເພພັງນັ້ນຖິ້ມ ຍ້ອນບໍ່ສາມາດທີ່ຈະສ້ອມແປງຄືນໄດ້, ໄດ້ແຈກຢາຍອາຫານ, ນໍ້າດື່ມ ແລະເຄຶ່ອງໃຊ້ ທີ່ຈໍາເປັນໃຫ້ ປະຊາຊົນຜູ້ໄດ້ຮັບ ຜົລກະທົບນັ້ນ ແລະທັງເວົ້າວ່າ ທາງຫ້ອງການປົກຄອງເມືອງງອຍ ໄດ້ຂຽນຄໍາຮ້ອງສເນີໄປຍັງທາງ ແຂວງຫລວງພຣະບາງ ເພື່ອຂໍ ງົບປະມານມາປຸກເຮືອນ ຈັດສັນໃຫ້ປະຊາຊົນ 41 ຫລັງ ແຕ່ຍັງບໍ່ຮູ້ວ່າຈະສາມາດປຸກເຮືອນ ນັ້ນໄດ້ເມື່ອໃດ.

ທ່ານກ່າວຕື່ມອີກວ່າ ນອກຈາກບ້ານເຮືອນເສັຍຫາຍ ແລະເປ່ເພແລ້ວ ນໍ້າປ່າໄຫຼຊຸ ແລະດິນເຈື່ອນໃນເທື່ອນີ້ ຍັງເຮັດໃຫ້ເສັ້ນທາງ ໃນ ເມືອງງອຍ ຖືກຕັດຂາດອີກ 3 ເສັ້ນ, ເຮັດໃຫ້ຣົດຜ່ານບໍ່ໄດ້, ຕ້ອງໄດ້ຍ່າງເອົາ, ປະຊາຊົນ 17 ບ້ານ ມີຄວາມຫຍຸ້ງຍາກຫຼາຍ ໃນການ ເດີນທາງໄປມາ.

ກ່ອນໜ້ານີ້ ເມື່ອວັນທີ 23 ກໍຣະກະດາ ຜ່ານມາ ກໍເກີດດິນເຈື່ອນຖົມເຮືອນ ປະຊາຊົນຫລັງນຶ່ງ ຢູ່ບ້ານຍາຍ ເມືອງພູກູດ ແຂວງຊຽງຂວາງ, ເຮັດໃຫ້ປະຊາຊົນເສັຍຊີວິດ 2 ຄົນ ໃນຂນະທີ່ຢູ່ອີກຫລາຍເຂດ ທາງພາກເໜືອຂອງລາວ ຍັງມີໂອກາດ ທີ່ອາຈເກີດ ດິນເຈື່ອນຕື່ມອີກ ຈົນກວ່າວ່າຣະດູຝົນ ຈະໝົດໄປ. ດັ່ງນັ້ນ ປະຊາຊົນ ທີ່ມີເຮືອນ ຢູ່ເຂດຕີນພູ ຕ້ອງໄດ້ເພີ້ມຄວາມຣະມັດຣະວັງ ເປັນພິເສດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.