ຊາວເມືອງງອຍເລີ້ມປຸກເຮືອນ ຊົ່ວຄາວ

ສຸພັດຕາ
2019.02.04
ນະຄອນຫຼວງພຣະບາງ ແຂວງຫຼວງພຣະບາງ
RFA/PS

ປະຊາຊົນ 39 ຄອບຄົວ ຢູ່ບ້ານຫ້ວຍເຫຼັກ ເມືອງງອຍ ແຂວງຫຼວງພຣະບາງ, ທີ່ເຮືອນເປ່ເພ ຈາກພັຍນໍ້າຖ້ວມ ແລະດິນເຈື່ອນໃສ່ເມື່ອ ປີກາຍ, ໄດ້ເຣີ້ມລົງມືສ້າງເຮືອນຊົ່ວຄາວແລ້ວ ພາຍຫຼັງໄດ້ຮັບອຸປກອນກໍ່ສ້າງຈາກທາງການ ເປັນຕົ້ນ ໄມ້, ສັງກະສີ, ຕະປູ ແລະອື່ນໆ ເພື່ອສ້າງເປັນບ່ອນຢູ່ ຊົ່ວຄາວ, ຈາກທີ່ເຄີຍອາໃສຢູ່ໃນຕູບນ້ອຍ ຊຶ່ງມີຄວາມລຳບາກຫຼາຍ, ດັ່ງເຈົ້າໜ້າທີ່ຫ້ອງການແຮງງານ ແລະສວັດດີ ການສັງຄົມ ເມືອງງອຍ, ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 04 ກຸມພາ ນີ້ວ່າ:

“ໃຫ້ຂະເຈົ້າຈົກສະຫຼາກປັນດິນ ປັນດອນຮຽບຮ້ອຍແລ້ວ, ໃຫ້ປະຕິບັດນັບຕັ້ງແຕ່ມື້ນີ້ເປັນຕົ້ນໄປ, ແມ່ນວ່າໃຫ້ປະຊາຊົນມາຕັ້ງເຮືອນຢູ່, ຜູ້ນຶ່ງ 18 ແມັດ ແລ້ວມອບສັງກະສີໃຫ້ຄອບຄົວນຶ່ງ ຕາມດຳຣັດ 169 ຫັ້ນ, ເພື່ອແກ້ໄຂໃຫ້ເຂົາເຈົ້າຕັ້ງຢ້າວຕັ້ງເຮືອນ.”

ເຈົ້າໜ້າທີ່ທ່ານນີ້ກ່າວຕື່ມວ່າ, ການສ້າງເຮືອນດັ່ງກ່າວ ເປັນພຽງບ່ອນອາສັຍຊົ່ວຄາວຊື່ໆ, ຍ້ອນທາງການຈະສ້າງເຮືອນຈັດສັນແບບແໜ້ນໜາ ໃຫ້ແກ່ພວກຂະເຈົ້າໃນອະນາຄົດ, ຊຶ່ງປັດຈຸບັນ ກຳລັງລໍຖ້າງົບປະມານ ຈາກທາງສູນກາງຢູ່, ແຕ່ຍັງບໍ່ໄດ້ຄຳຕອບ ຄັກແນ່ ວ່າຈະໄດ້ຮັບການ ສນອງເມື່ອໃດແທ້.

ທ່ານວ່າ ສຳລັບຊີວິດການເປັນຢູ່ຂອງປະຊາຊົນ 39 ຄອບຄົວດັ່ງກ່າວ, ໄດ້ຮັບການຊ່ອຍເຫຼືອຈາກທາງແຂວງສ່ວນນຶ່ງແລ້ວ, ເປັນຕົ້ນໄດ້ຮັບ ການແຈກອາຫານ, ນໍ້າດື່ມ ແລະເຄື່ອງໃຊ້ທີ່ຈຳເປັນ. ແຕ່ເຖິງຢ່າງໃດກໍຕາມ ຍັງມີຄວາມຕ້ອງການອາຫານອີກຫຼາຍ ສໍາລັບບໍຣິໂພຄຕໍ່ໆໄປ ໃນອະນາຄົດ, ຊຶ່ງທາງຄນະກັມມະການ ເມືອງງອຍ ໄດ້ຮຽກຮ້ອງໄປຍັງທາງຣັຖບານແລ້ວ ເພື່ອສນອງໃຫ້ຕື່ມ. ກ່ຽວກັບເຣື້ອງນີ້ ວິທຍຸເອເຊັຽ ເສຣີ ໄດ້ພຍາຍາມຕິດຕໍ່ໄປຫາ ປະຊາຊົນ ທີ່ໄດ້ຮັບຜົນກະທົບນັ້ນ, ແຕ່ບໍ່ສາມາດຕິດຕໍ່ ໄປຍັງພື້ນທີ່ນັ້ນໄດ້.

ເຫດການນໍ້າຖ້ວມແລະດິນເຈື່ອນໃສ່ເຮືອນປະຊາຊົນ ຢູ່ເມືອງງອຍ ແຂວງຫຼວພຣະບາງ ເກີດຂຶ້ນ ເມື່ອຕົ້ນເດືອນກັນຍາ ປີກາຍໄດ້ສ້າງຄວາມ ເສັຍຫາຍ ເປັນມູນຄ່າ 60 ປາຍຕື້ກີບ ນອກຈາກເຮືອນປະຊາຊົນ ເສັຍຫາຍແລ້ວ ສັດລ້ຽງລົ້ມຕາຍ ຣະບົບໄຟຟ້າ, ນໍ້າປະປາ, ນໍ້າລິນເປ່ເພ ແຕ່ທາງການຍັງບໍ່ສາມາດສ້ອມແປງ ໄດ້ທັງໝົດເທື່ອ ຍ້ອນບໍ່ມີງົບປະມານ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.