ທາງການອອກກວດຄົ້ນເຄມີ ຕ້ອງຫ້າມ

ມະນີຈັນ
2016.11.13
f-chemical ຕົວຢ່າງນຶ່ງ ຂອງປະເພດ ສານເຄມີ ທີ່ນໍາມາໃຊ້ ໃນການ ກະສິກັມ ຢູ່ ສປປລາວ
RFA/NY

ປັດຈຸບັນ ເຈົ້າໜ້າທີ່ ຫ້ອງການ ຊັພຍາກອນ ທັມຊາດ ແລະ ສິ່ງແວດລ້ອມ ເມືອງນ້ຳບາກ ແຂວງ ຫຼວງພຣະບາງ ກວດຫາ ສານເຄມີ ທີ່ຖືກລັກ ນຳເຂົ້າ ມາຈາກ ປະເທດຈີນ ຢ່າງເຂັ້ມງວດ ຊຶ່ງອາຈມີ ຕາມຮ້ານຄ້າ ແລະ ບໍຣິສັດ ຂອງ ນັກລົງທຶນ ປູກກ້ວຍ ຕ່າງໆ ເພື່ອ ບໍ່ໃຫ້ມີ ການລັກໃຊ້ ສານເຄມີ ໃນສວນກ້ວຍ ຂອງ ນັກລົງທຶນ ຈີນ ຊຶ່ງເປັນ ອັນຕະຣາຍ ຕໍ່ຜູ້ໃຊ້, ຕໍ່ຜູ້ຄົນ ທີ່ຢູ່ອ້ອມຂ້າງ ແລະ ຕໍ່ ສິ່ງແວດລ້ອມ. ດັ່ງ ເຈົ້າໜ້າທີ່ ກ່ຽວຂ້ອງ ໄດ້ກ່າວຕໍ່ RFA ໃນວັນທີ 11 ພຶສຈິກາ ນີ້ ວ່າ:

"ຖືວ່າປັດຈຸບັນນີ້ ການໃຊ້ສານ ເຄມີ ນີ້ ທາງເມືອງ ພວກເຮົາ ກໍໄດ້ແຕ່ງຕັ້ງ ຄນະ ກັມການ ເນາະ ລົງກວດກາ ບັນດາ ຫ້າງຮ້ານ ເນາະ ເຄື່ອງ ເຄມີ ນີ້ແລ້ວ ກະບັນດາ ບໍຣິສັດ ທີ່ໃຊ້ ສານນີ້ເນາະ ພວກປູກກ້ວຍ ຫັ້ນແຫຼະ ກະຖືວ່າ ໄດ້ຈຳກັດ ໄດ້ສ່ວນໃດ ສ່ວນນຶ່ງແລ້ວ".

ທ່ານກ່າວຕື່ມວ່າ ທຸກມື້ນີ້ ສວນກ້ວຍ ຫຼາຍແຫ່ງ ໃນເມືອງນ້ຳບາກ ຍັງໃຊ້ ສານເຄມີ ຈາກ ປະເທດຈີນ ແບບ ຊະຊາຍ ບໍ່ມີການ ຄວບຄຸມ ການໃຊ້ ຕາມທີ່ ທາງການ ກຳນົດໄວ້, ເຮັດໃຫ້ເກີດ ຜົລກະທົບ ຕໍ່ ປະຊາຊົນ ທີ່ຢູ່ໃກ້ຄຽງ ສວນກ້ວຍ ເປັນຕົ້ນ ໃນເຣຶ່ອງ ກິ່ນຂິວ ແລະ ບໍ່ສາມາດ ໃຊ້ນ້ຳ ທີ່ຢູ່ໃກ້ ກັບ ສວນກ້ວຍນັ້ນ. ກ່ຽວກັບ ເຣຶ່ອງນີ້ ເມື່ອບໍ່ດົນ ມານີ້ ທ່ານ ທອງຈັນ ມະນີໄຊ ສະມາຊິກ ສະພາ ແຫ່ງຊາດ ຈາກ ແຂວງ ຫຼວງພຣະບາງ ໄດ້ກ່າວຕໍ່ ກອງປະຊຸມ ສະພາ ກ່ຽວກັບ ວຽກງານ ກວດກາ ການໃຊ້ ສານເຄມີ ວ່າ:

"ກ່ຽວກັບວຽກງານເຄມີ ຢູ່ໃນວັກທີນຶ່ງ ຣັຖ ສົ່ງເສີມ ທຶນຮອນ ເຂົ້າໃນການ ຄົ້ນຄວ້າ ແລະ ການສຶກສາ ເພື່ອ ການພັທນາ ແລະຖ່າຍທອດ ເທັກໂນໂລຊີ ກ່ຽວກັບ ເຄມີ ແລະ ເຄື່ອງອຸປກອນ ໃນການ ຕິດຕາມ ແລະ ກວດກາ ວຽກງານ ເຄມີ ຂ້າພະເຈົ້າ ຂໍສເນີ ພິຈາຣະນາ ເພີ່ມ ໃນການຜລິດ ຄຸ້ມຄອງ ແລະ ຕິດຕາມ ກວດກາ ເຄມີ".

ປັດຈຸບັນ ທາງການ ທ້ອງຖິ່ນ ຂອງລາວ ກຳລັງ ກວດກາ ການໃຊ້ ສານເຄມີ ໃນສວນກ້ວຍ ຢ່າງໃກ້ຊິດ ຮວມທັງ ຢູ່ເມືອງຫິນເຫີບ ແຂວງວຽງຈັນ ທີ່ຫາກໍ່ ເລີ່ມກວດກາ. ແຕ່ກໍຍັງ ຫຍຸ້ງຍາກ ຫຼາຍດ້ານ ເປັນຕົ້ນ ເຈົ້າຂອງ ສວນກ້ວຍ ບໍ່ໃຫ້ຄວາມ ຮ່ວມມື ເຈົ້າໜ້າທີ່ ທີ່ ໄປກວດກາ ແລະ ພຍາຍາມ ຊຸກເຊື່ອງ ສານເຄມີ ຈາກ ເຈົ້າໜ້າທີ່.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.