ຂົວນໍ້າຄານຍັງບໍ່ໄດ້ ແປງຄືນ

ມະນີຈັນ
2016.10.26
F-namkhan ຣະດັບນໍ້າຄານ ໃນເຂດເມືອງຊຽງເງິນ ແຂວງຫຼວງພຣະບາງ ສູງຂຶ້ນຢ່າງວ່ອງໄວ ໃນວັນທີ 19 ເດືອນສິງຫາ 2016 ປະຊາຊົນ ພາກັນອອກມາ ເບິ່ງດ້ວຍຄວາມກັງວົນ
Screen captured from Namkhan level rising video

ຂົວຂ້າມນໍ້າຄານ ຢູ່ເມືອງຊຽງເງິນ ແຂວງ ຫຼວງພຣະບາງ ທີ່ຂາດ ຍ້ອນນໍ້າຖ້ວມ ເມື່ອ ເດືອນສິງຫາ ຜ່ານມາ ຈົນຮອດ ປັດຈຸບັນ ກໍຍັງບໍ່ມີ ໜ່ວຍງານໃດ ເຂົ້າມາແກ້ໄຂ ເຮັດໃຫ້ ປະຊາຊົນ ທັງ 2 ຝັ່ງ ເດີນທາງ ໄປໄຮ່ໄປນາ ລໍາບາກ. ຕາມຄໍາເວົ້າ ຂອງ ປະຊາຊົນ ທີ່ອາສັຍ ຢູ່ໃກ້ເຂື່ອນ ນໍ້າຄານ:

"ຍັງສິຕົກລົງ ສ້ອມໃຫ້ຄືນບໍ່ ຫລືວ່າ ເພິ່ນສິເຮັດ ແນວໃດ ກໍຍັງບໍ່ທັນຮຸ້ ເທື່ອ ເອີ ອ້ອມແຫຼະ ອ້ອມແບບ ອ້ອມໂລກຢູ່ ຄັນຍ່າງໄວນີ້ ກໍສິມີ ໃນລາວ ເຄິ່ງຊົ່ວໂມງ ຄັນຍ່າງຊ້າ ກໍມີຢູ່ ໝ້ອງ 7 80 ນາທີ ຫັ້ນແຫຼະ ໂອ໊ ລໍາບາກຫຼາຍ ຂະເຈົ້າ ບ້ານຈັດສັນ ຂະເຈົ້າ ກໍຈົ່ມ ແບບມັນ ຫລັງຈາກ ຂົວຂາດ ແລ້ວບໍ່ຊ່າງ ສິຢູ່ ຂະເຈົ້າວ່າ ໄປມາຍາກ ເດ໋ ເບື້ອງທໍາການ ຜລິດອີ່ຫຍັງ ຕ່າງໆນີ້".

ທ່ານກ່າວຕໍ່ໄປວ່າ ໃນເບື້ອງຕົ້ນ ທາງການລາວ ຈະໃຫ້ໂຄງການ ເຂື່ອນນໍ້າຄານ 3 ເປັນເຈົ້າຂອງ ໂຄງການພັທນາ ບໍຣິເວນນັ້ນ ຮັບເປັນ ພາລະ ເນື່ອງຈາກຂົວ ນັ້ນຢູ່ໃກ້ ເຂື່ອນ ແລະ ປະຊາຊົນ ທີ່ອາສັຍ ຢູ່ ໃນບ້ານຈັດສັນ ຂອງໂຄງການ ກໍໄດ້ຮັບ ຄວາມລໍາບາກ ຫຼາຍ.

ກ່ຽວກັບ ເຣື່ອງນີ້ RFA ໄດ້ ໂທຣະສັບ ໄປຖາມ ເຈົ້າໜ້າທີ່ ປົກຄອງ ເມືອງ ຊຽງເງິນ, ໄດ້ຮັບ ຄໍາຕອບ ພຽງສັ້ນໆວ່າ ປັດຈຸບັນ ຍັງບໍ່ມີ ກໍານົດ ສ້າງຂົວໃໝ່ ເທື່ອ. ສໍາລັບ ການຈັດສັນ ທີ່ດິນ ທໍາການ ຜລິດ ໃຫ້ປະຊາຊົນ ທີ່ໄດ້ຮັບ ຜົລກະທົບ ຈາກໂຄງການ ເຂື່ອນ ນໍ້າຄານ 3 ນັ້ນ ຂນະນີ້ ຍັງກໍາລັງ ສໍາຣວດຢູ່ ເຖິງແມ່ນວ່າ ພື້ນທີ່ ດັ່ງກ່າວ ຈະໄດ້ຮັບ ຄວາມເສັຽຫາຍ ຈາກ ນໍ້າຖ້ວມ, ດັງ ປະຊາຊົນ ທ່ານນັ້ນ ກ່າວອີກວ່າ:

"ເພາະເພິ່ນ ກໍໄປສໍາຣວດ ແລ້ວດຽວນີ້ ຫັ້ນນະ ບ່ອນທໍາ ການຜລິດແບ່ງດິນ ແບ່ງຢູ່ ແບ່ງການຜລິດ ໃຫ້ຄອບຄົວ ທີ່ບໍ່ມີດິນ ເຮັດນະ ເບື້ອງການ ອັນນາໄປສູ່ ບ່ອນທໍາ ການຜລິດ ຂອງບ້ານຍ້າຍ ຈາກ ເຂື່ອນ ເອີ ດຽວນີ້ເພິ່ນ ສໍາຣວດແລ້ວ ເອີກໍາລັງ ສໍາຣວດ ກໍາລັງ ເອົາຂໍ້ມູນ".

ມາຮອດປັດຈຸບັນ ເຖິງແມ່ນ ຣະດັບນໍ້າ ຈະລົດລົງ ເປັນປົກຕິແລ້ວ ແຕ່ການຊ່ວຍເຫລືອ ປະຊາຊົນ ທີ່ໄດ້ຮັບ ຜົລກະທົບ ຈາກນໍ້າຖ້ວມ ໃນ ເມືອງຊຽງເງິນ ນັ້ນຍັງມີ ຈໍາກັດ ແລະ ຫຼາຍບ້ານ ຍັງບໍ່ໄດ້ ຮັບແນວພັນພືດ ມາປູກແທນ ສ່ວນທີ່ ເສັຽຫາຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.