ເຣື້ອງທີ່ເກັບບັນທຶກໄວ້
2022-09-28
ຄົນງານລາວ ຈໍານວນ 9 ຄົນ ໄປເຮັດວຽກ ດ້ານການກະເສຕ ໃນໄລຍະສັ້ນ 5-6 ເດືອນ ຢູ່ປະເທດເກົາຫຼີໃຕ້ ແຕ່ສຸດທ້າຍ ຖືກຕົວະເອົາຂຶ້ນເຮືອບິນ ໄປປະຖິ້ມຢູ່ແຂວງດານັງ ປະເທດວຽດນາມ ແລະບໍ່ສາມາດຕິດຕໍ່ ຫານາຍໜ້າ ດັ່ງກ່າວນີ້ໄດ້ອີກເລີຍ.
2022-09-27
ປະເທດລາວ ຂາດດຸນການຄ້າ 166 ລ້ານໂດລ້າຣ໌ສະຫະຣັຖ ເຊິ່ງມູນຄ່າການສົ່ງອອກ ມີປະມານ 427 ລ້ານ ໂດລ້າຣ໌ ສະຫະຣັຖ ໃນຂະນະທີ່ການນຳເຂົ້າ ມີຈຳນວນ 593 ລ້ານ ໂດລ້າຣ໌ສະຫະຣັຖ ແລະສິນຄ້າ ທີ່ນຳເຂົ້າ ຈາກຕ່າງປະເທດ ຍິ່ງມີລາຄາສູງຂຶ້ນ ຢ່າງຕໍ່ເນື່ອງ.
2022-09-26
ຄົນງານຍັງ ເຂົ້າໄປເຮັດວຽກຢູ່ໄທຍ ຢ່າງຕໍ່ເນື່ອ ເພາະວ່າຢູ່ລາວ ຫາວຽກເຮັດ ງານທຳຍາກ ຈຶ່ງເປັນສາເຫດນຶ່ງ ທີ່ຄົນງານລາວ ສືບຕໍ່ໄປເຮັດວຽກ ຢູ່ປະເທດໄທຍ ເພີ່ມຂຶ້ນໃນປັຈຸບັນ ໂດຍຜ່ານ MOU ຈຳນວນ 200,000 ປາຍຄົນແລ້ວ.
2022-09-24
ຄວາມທຸກຍາກ, ບໍ່ສເມີພາບ ແລະ ດ້ອຍໂອກາດໃນສັງຄົມ ເປັນບັນຫາທ້າທາຍ ຕໍ່ການແກ້ໄຂ ຄວາມທຸກຍາກ ໃນສປປລາວ, ຊຶ່ງສົ່ງຜົລໃຫ້ໂຕເລຂ ລົບລ້າງຄວາມທຸກຍາກ 4 ປີຜ່ານມາ ບໍ່ໄດ້ເຖິງເຄິ່ງນຶ່ງ.
2022-09-23
ມີການເກັບຄ່າຣົຖ ເຂົ້າສນາມບິນສາກົລ ປາກເຊ ໃນແຂວງຈຳປາສັກ ຊຶ່ງຜູ້ຂັບຣົຖ ເຂົ້າໄປໃນສນາມແຫ່ງນີ້ ຈະຕ້ອງເສັຽເງິນ ຄ່າຜ່ານປະຕູ 5,000 ກີບຕໍ່ຄັນ ຕໍ່ຄັ້ງ, ຂະນະທີ່ປະຊາຊົນ ຜູ້ໃຊ້ບໍຣິການ ໄດ້ແຕ່ກົ້ມໜ້າ ປະຕິບັດຕາມ ເຖິງຈະບໍ່ເຫັນດີນຳ.
2022-09-23
ໂຄງການ ທາງຣົຖໄຟ ລາວ-ຈີນ ບໍ່ສາມາດ ສ້າງຜົລກຳໄລ ດ້ວຍໂຕມັນເອງ ເພື່ອມາໃຊ້ໜີ້ ທີ່ຣົຖບານລາວ ຢືມມາລົງທຶນ ຍິ່ງໄປກວ່ານັ້ນ ປະຊາຊົນ ທີ່ເສັຽດິນໃຫ້ກັບໂຄງການ ດັ່ງກ່າວ ມາເຖິງປັດຈຸບັນນີ້ ກໍຍັງມີບັນຫາ ແກ້ໄຂບໍ່ໄດ້.
2022-09-23
ເສຖກິຈຂອງລາວ ຟື້ນໂຕລ່າຊ້າ ຍ້ອນຫລາຍບັນຫາ ຮວມທັງການສນອງສິນຄ້າ, ລາຄາເຄື່ອງສິນຄ້າແພງຂຶ້ນ, ການຊົມໃຊ້ພາຍໃນຫລຸດລົງ, ເງິນກີບເຟີ້ ອີງຕາມ ທະນາຄານ ພັທນາເອເຊັຽ, ລວມຍອດມູນຄ່າ ຜລິຕພັນພາຍໃນ ສຳລັບປີນີ້ ຈະຫລຸດລົງມາຢູ່ທີ່ 2.5%.
2022-09-22
ທາງການຈີນ ອອກແຈ້ງການ ຈະເປີດບໍຣິການ ທ່າເຮືອກວນເຫລີ້ຍ ເພື່ອຮອງຮັບສິນຄ້າ ຜ່ານທາງແມ່ນໍ້າຂອງ ຈາກໄທຍ, ລາວ ແລະ ພະມ້າ ພາຍຫລັງປິດ 2 ປີປາຍ ຂະນະທີ່ທາງລາວ ຕ້ອງຖ້າຂໍ້ມູນຕື່ມ.
2022-09-21
ປະເທດລາວ ມີກຸ່ມການຜລິຕ ກະສິກໍາ 4,023 ກຸ່ມ ແລະ 64 ສະຫະກອນ ທີ່ຍັງຕ້ອງໄດ້ປັບປຸງ ທັງດ້ານການບໍຣິຫານ, ຄຸ້ມຄອງ ແລະການຊ່ອຍເຫລືອ ດ້ານວິຊາການ, ທຶນຮອນ ແຕ່ສິ່ງສຳຄັນ ຄື ພາກຣັຖ ຍັງຂາດ ການຫາຕລາດ ໃຫ້ຖືກຕ້ອງເໝາະສົມ ກັບຣະດູການຜລິຕ ໃນແຕ່ລະປີ ໃຫ້ກັບກຸ່ມກະສິກັມ ພື້ນບ້ານ.
2022-09-21
ຂະບວນການ ລັກລອບ ນຳຣົຖເຖື່ອນ ຈາກປະເທດໄທຍ ເຂົ້າມາປະເທດລາວ ຍັງມີຢູ່ຕໍ່ເນື່ອງ ສ່ວນໃຫຍ່ ຜູ້ລັກລອບ ມັກຈະນຳເຂົ້າ ໄປຂາຍຕໍ່ໃນລາວ ໂດຍບໍ່ຕ້ອງເສັຽ ພາສີ-ອາກອນ ແລະ ຍັງຂາຍໄດ້ລາຄາແພງ ນຳອີກ ແລະ ອາຈມີເຈົ້າໜ້າ ກວດກາຊາຍແດນ ຮູ້ເຫັນນຳດ້ວຍ.
2022-09-21
ຍັງມີຄົນຈີນອີກ ເປັນຈຳນວນຫຼາຍ ເຂົ້າມາເຄື່ອນໄຫວ ດຳຣົງຊີວິຕ ແລະປະກອບອາຊີພ ທີ່ບໍ່ຖືກຕາມກົດໝາຽ ໃນຫຼາກຫຼາຍຮູບແບບ ຢູ່ແຂວງບໍ່ແກ້ວ ໂດຍສະເພາະ ການເປີດທຸຣະກິຈ ຮ້ານຂາຍເຄື່ອງຍົກ, ເຄື່ອງຫຍ່ອຍ ແລະ ຮ້ານເສີມສວຍ ຊຶ່ງເປັນອາຊີພ ທີສງວນໄວ້ສຳລັບຄົນລາວ.
2022-09-20
ນາງ ພອນທິບ ໄຊປັນຍາ ແລະ ທ້າວ ອານຸສິດ ຖືກເຈົ້າໜ້າທີ່ ຕັ້ງຂໍ້ຫາ ສໍ້ໂກງຊັບ ປະຊາຊົນ ມູນຄ່າ ຄວາມເສັຍຫາຍ ທັງໝົດ 355 ຕື້ປາຍກີບ, ເງິນບາທ 305,100,000 ປາຍບາທ ແລະເງິນໂດລ້າຣ໌ ອີກ 7,800,000 ປາຍໂດລ້າຣ໌ ແລະຍັງມີຊັບສິນອື່ນໆ ອີກ ອີງຕາມ ຂໍ້ມູນຈາກ ກົມຕຳຣວດ ເສຖກິຈ.
2022-09-19
ກະຊວງແຮງງານ ແລະສວັດດີການສັງຄົມ ໄດ້ລົງນາມສັນຍາ ຄວາມຮ່ວມມືກັບ ທະນາຄານພັທນາລາວ ຈຳກັດ ໃນການສນອງເງິນກູ້ ໃກ້ແກ່ຄົນງານລາວ ທີ່ຕ້ອງການເດີນທາງ ໄປເຮັດວຽກຢູ່ຕ່າງປະເທດ ສາມາດເຂົ້າເຖິງ ແຫຼ່ງທຶນ ດອກເບັ້ຽຕໍ່າ.
2022-09-19
ຄາດວ່າ ເສຖກິຈລາວ ໃນປີ 2022 ຈະຂຍາຍໂຕພຽງ 3% ຂອງຜລິຕພັນມວນລວມ ພາຍໃນປະເທດ ຫຼື Gross Domestic Product (GDP) ຫຼຸດລົງຈາກ 4% ຍ້ອນການລົງທຶນ ໃນໂຄງການ ຂນາດນ້ອຍ ແລະຂນາດໃຫຍ່ ຍັງສືບຕໍ່ງຽບເຫງົາ ຮວມທັງການໃຊ້ຈ່າຍ ຂອງປະຊາຊົນ ກໍໜ້ອຍລົງ.
2022-09-16
ຣັຖບານລາວ ອະນຸມັດໃຫ້ ບໍຣິສັດຈີນ ສຶກສາໂຄງການ ທາງຣົຖໄຟ ຈາກສວັນນະເຂດ ຫາລາວບາວ (ວຽດນາມ) ມີຄວາມຍາວ 220 ກິໂລແມັດ, ມູນຄ່າປະມານ 5 ຕື້ໂດລ້າຣ໌ສະຫະຣັຖ ແລະຈະໃຊ້ເວລາສຶກສາ ຄວາມເປັນໄປໄດ້ 2 ປີ ຈຶ່ງຈະສາມາດລົງມື ກໍ່ສ້າງສໍາເລັດໃນ 3 ປີ.