ຄົນຈີນ ປະກອບອາຊີພ ຜິດກົດໝາຍ ຫຼາຍຂຶ້ນ ຢູ່ບໍ່ແກ້ວ

ທາງຫ້ອງການ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໄດ້ອອກໄປຕາມຮ້ານຄ້າ, ຮ້ານຂາຍເຄື່ອງ ເພື່ອຮື້ຖອນປ້າຍໂຄສະນາ ທີ່ເປັນພາສາຈີນ.
ທາງຫ້ອງການ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໄດ້ອອກໄປຕາມຮ້ານຄ້າ, ຮ້ານຂາຍເຄື່ອງ ເພື່ອຮື້ຖອນປ້າຍໂຄສະນາ ທີ່ເປັນພາສາຈີນ. (ນັກຂ່າວ ພົລເມືອງ)

0:00 / 0:00

ມາຮອດປັດຈຸບັນ ຍັງມີຄົນຈີນອີກ ເປັນຈຳນວນຫຼາຍ ເຂົ້າມາເຄື່ອນໄຫວ ດຳຣົງຊີວິຕ ແລະປະກອບອາຊີພຕ່າງໆ ທີ່ບໍ່ຖືກຕາມລະບຽບກົດໝາຽ ໃນຫຼາກຫຼາຍຮູບແບບ ຢູ່ພາຍໃນແຂວງບໍ່ແກ້ວ ໂດຍສະເພາະການເປີດທຸຣະກິຈ ຮ້ານຂາຍເຄື່ອງຍົກ, ເຄື່ອງຫຍ່ອຍ ແລະ ຮ້ານເສີມສວຍ ຊຶ່ງເປັນອາຊີພ ທີສງວນໄວ້ສຳລັບຄົນລາວ.

ດັ່ງຊາວບ້ານ ຢູ່ບ້ານມົກກກະຈອກ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ກ່າວຕໍ່ ວິທຍຸ ເອເຊັຽເສຣີ ໃນວັນທີ 21 ກັນຍາ 2022 ນີ້ວ່າ:

" ຈະເປັນຄົນຈີນ ເປັນເຄື່ອງຫຍ່ອຍ ທັມມະດາຫັ້ນແຫຼະ ມັນຈະມີຫຼາຍຮ້ານ ມີຮ້ານຫຍ່ອຍແດ່ ແລ້ວກໍມີຮ້ານສົ່ງແດ່ ມີທັງຄົນຈີນ ມີທັງຄົນລາວ ເຂົາເຮັດພ້ອມກັນຫັ້ນນ່າ ມັນຈະມີຫຼາຍຢ່າງ ມີຄົບເລີຍນ່າ ມີເຮັດເລັບ, ມີທຳຜົມ, ມີນວດມີໂຕ ຂາຍເຄື່ອງໂດຍ ອື່ນໆຕ່າງໆ ເກືອບຄົບເລີຍ ເຂົາເຮັດແລ້ວ ຈະມີຄົນພະມ້າມາເຮັດນຳ ."

ສ່ວນທາງການລາວ ແລະພາກສ່ວນທີ່ກ່ຽວຂ້ອງ ກໍໄດ້ອະນຸຍາດ ໃຫ້ຄົນຕ່າງປະເທດ ສາມາດເຮັດອາຊີພ ບາງຂແນງການທີ່ສງວນໄວ້ ສຳລັບຄົນລາວໄດ້ ໂດຍຈະຕ້ອງແລ່ນເອກສານຕ່າງໆ ຕາມລະບຽບເງື່ອນໄຂ ທີ່ທາງການກຳນົດ. ຜ່ານມາພັດຍັງມີ ນັກທຸຣະກິຈຊາວຈີນ ຈຳນວນຫຼາຍ ເຂົ້າມາດຳເນີນການ ເຊົ່າອາຄານ ແລະເຮັດທຸຣະກິຈ ດ້ວຍການເປີດຮ້ານ ຂາຍເຄື່ອງຍົກ, ເຄື່ອງຫຍ່ອຍ ໃນນາມຂອງຄົນລາວ ເພື່ອຫຼີກລ້ຽງ ຄ່າໃຊ້ຈ່າຍ ໃນການດຳເນີນກິຈການ ຕາມທີ່ທາງການກຳນົດ.

ດັ່ງຊາວບ້ານ ຢູ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ກ່າວຕໍ່ ວິທຍຸ ເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

"ເຄື່ອງຢູ່ບໍ່ແກ້ວຫວາ ສົມມຸດວ່າ ເປັນຄົນຕ່າງປະເທດ ເຂົ້າມາຂາຍ ຢູ່ບໍ່ແກ້ວນີ້ ກໍມີແຕ່ວ່າ ໃຫ້ເຮົາເປັນຜູ້ອອກໃບ ຂອງເຮົາມາຂາຍ ແລ້ວເຮົາກໍອະນຸຍາດ ເປັນໃບຂອງເຮົາ ຊື່ຂອງເຮົາ ລົມກັນອັນນັ້ນ ເອົາເຮັດແນວນັ້ນ ກໍໄດ້ຄືກັນ ແຕ່ວ່າຄັນເປັນ ຄົນຕ່າງປະເທດ ເຂົາກໍອະນຸຍາດຢູ່ ແຕ່ວ່າບາງເທື່ອ ການແລ່ນມັນກໍຊິແພງ ຫຍັງຫັ້ນນ່າ. ເອກະສານ ຫຼືວ່າເອກສານ ອີ່ຫຍັງຕ່າງໆ ມັນກໍຄືກັນຫັ້ນແຫຼະ ຄັນຄົນຕ່າງປະເທດເຮັດ ມັນກໍຈະແພງປະມານ 2 ເທົ່າພຸ້ນແຫຼະ. "

ສຳລັບນັກລົງທຶນ ຊາວຕ່າງປະເທດ ທີ່ເຂົ້າມາດຳເນີນທຸຣະກິຈ ພາຍໃນປະເທດລາວ ໂດຍບໍ່ໄດ້ຮັບອະນຸຍາດ ຈາກພາກຣັຖ ຈະຖືກປັບໃໝ 10 ລ້ານກີບ ແລະ ໂຈະການເຄື່ອນໄຫວ ທຸຣະກິຈດັ່ງກ່າວ. ສ່ວນຊາວຕ່າງຊາຕ ທີ່ເຂົ້າມາດຳເນີນທຸຣະກິຈ ໃນຂແນງການອາຊີພ ທີ່ສງວນໄວ້ສຳລັບຄົນລາວ ຈະຖືກເຮັດບົດບັນທຶກ ພ້ອມສົ່ງຂໍ້ມູນ ໂດຍລະອຽດໃຫ້ພາກສ່ວນ ທີ່ກ່ຽວຂ້ອງ ເພື່ອດຳເນີນການ ສົ່ງໂຕຜູ້ກ່ຽວກັບຄືນປະເທດ ແລະ ສຳລັບຄົນລາວ ທີ່ອະນຸຍາດໃຫ້ ຊາວຕ່າງປະເທດ ເຊົ່າສະຖານທີ່ ດຳເນີນທຸຣະກິຈໂດຍບໍ່ໄດ້ຮັບ ອະນຸຍາດ ຈະຖືກມາຕການທາງວິນັຍ ແລະດຳເນີນຄະດີ ຕາມກົດໝາຽ ຂອງປະເທດລາວຕໍ່ໄປ. ອີງຕາມຄຳແນະນຳ ເລຂທີ 0651/ອກ. ກພຄນ ລົງວັນທີ 12 ມິຖຸນາ 2019 ກະຊວງອຸດສາຫະກັມ ແລະ ການຄ້າ.

ເນື່ອງຈາກ ແຂວງບໍ່ແກ້ວ ມີຊາຍແດນຕິດຈອດ ກັບປະເທດໄທຍ ແລະ ມີທີ່ຕັ້ງຢູ່ທາງພາກເໜືອ ຈຶ່ງເຮັດໃຫ້ມີຄົນງານໄທຍ ຈຳນວນຫຼາຍລັກລອບ ຂີ່ເຮືອຂ້າມແມ່ນໍ້າຂອງ ເພື່ອເຂົ້າມາເຮັດວຽກ ຢູ່ຝັ່ງລາວ. ໃນຂະນະທີ່ຄົນຈີນ ຈະເຂົ້າມາຢູ່ອາສັຍ ແລະດຳເນີນທຸຣະກິຈ ພາຍໃນປະເທດລາວ ໃນໄລຍະຍາວ ດ້ວຍວິຊ້າທ່ອງທ່ຽວ ຊຶ່ງຕ່າງກໍເປັນການເຂົ້າມາ ເຄື່ອນໄຫວ ພາຍປະເທດລາວ ແບບບໍ່ຖືກຕ້ອງ ຕາມລະບຽບກົດໝາຽ.

ດັ່ງເຈົ້າໜ້າທີ່ ທີ່ເຮັດວຽກກ່ຽວກັບ ການກວດຄົນເຂົ້າເມືອງ ຢູ່ແຂວງບໍ່ແກ້ວ ຜູ້ບໍ່ປະສົງອອກຊື່ ແລະຕຳແໜ່ງ ກ່າວວ່າ:

"ໃນກໍຣະນີທີ່ວ່າ ຂະເຈົ້າມາແບບບໍ່ຖື ເອກສານຫັ້ນນ່າ ເນາະຂະເຈົ້າຈະມາເຮັດວຽກ ທົ່ວໄປ ເປັນວຽກໂຮງງານ ຂະເຈົ້າກໍບໍ່ໄດ້ຕິເດ້ ວ່າເຮົາຊິຖືກກົດໝາຽບໍ່ ຫຼືວ່າບໍ່ຖືກກົດໝາຽຫັ້ນນ່າ ຄັນມາຖືກກົດໝາຽ ກໍຄືມານຳກະຊວງ ແຮງງານຫັ້ນ. ສ່ວນຫຼາຍນີ້ ມີແຕ່ຄົນໄທຍ ຄົນຈີນນີ້ ຂະເຈົ້າຈະເປັນແບບຄ້າຍໆ ອອກວິຊ້າແລ້ວ ມາເປັນນັກທຸຣະກິຈນຳ ເຮັດທຸຣະກິຈ. "

ທີ່ຜ່ານມາ ມີນັກທຸຣະກິຈ ຊາວຈີນອີກຫຼາຍຄົນ ທີ່ເດີນທາງເຂົ້າມາ ເຮັດທຸຣະກິຈ ພາຍໃນປະເທດລາວ ແບບຖືກຕ້ອງຕາມກົດໝາຽ ແຕ່ເມື່ອເຖິງໄລຍະເວລາ ທີ່ຈະຕ້ອງເດີນທາງ ກັບປະເທດ ພວກເຂົາເຈົ້າພັດປະກອບອາຊີພ ເປັນນາຍໜ້າ ດຳເນີນການຕົວະຍົວະ ບັນດາແມ່ຍິງລາວ ແລະແມ່ຍິງລາວ ຊົນເຜົ່າຂະມຸທີ່ອາສັຍ ຢູ່ໃນແຂວງບໍ່ແກ້ວ ວ່າຈະໃຫ້ເງິນ ຖ້າຫາກຍອມແຕ່ງດອງ ກັບຄົນຈີນ ແຕ່ໃນສະພາບໂຕຈິງແລ້ວ ແມ່ນຂາຍຕໍ່ໃຫ້ແກ່ ກຸ່ມຄົນບໍ່ດີ ເພື່ອນຳໄປຄ້າປະເວນີ ຢູ່ປະເທດຈີນ.

ດັ່ງເຈົ້າໜ້າທີ່ ທີ່ເຮັດວຽກ ຕ້ານການຄ້າມະນຸສ ຢູ່ແຂວງບໍ່ແກ້ວ ຜູ້ບໍ່ປະສົງອອກຊື່ ແລະ ຕຳແໜ່ງກ່າວວ່າ:

" ອາ ສ່ວນຫຼາຍກໍຄື ຈີນນີ້ຂະເຈົ້າຈະເຂົ້າມາ ຖືກຕ້ອງແຕ່ວ່າ ເວລາກັບໄປ ບາງຄົນຈະຫາ ເອົາເມັຽຄົນລາວຫັ້ນນ່າ ແຕ່ວ່າບາງເຄສ ກໍເປັນການແຕ່ງດອງ ແບບແອບແຝງ ທີ່ວ່າຫັ້ນແຫຼະ ບາງທີ່ກໍຕົວະ ໄປຂາຍແມ່ນຫຍັງຫັ້ນນ່າ. "

ໃນລະຫວ່າງວັນທີ 13-14 ກັນຍາທີ່ຜ່ານມາ ເນື່ອງຈາກຍັງປະກົດພົບ ບັນຫາດັ່ງກ່າວໄປນັ້ນ ທ່ານ ບົວຄົງ ນາມມະວົງ ເຈົ້າແຂວງບໍ່ແກ້ວ ໄດ້ກ່າວໃນກອງປະຊຸມ ວຽກງານກໍ່ສ້າງຮາກຖານ ການເມືອງວ່າ ທາງການ ແຂວງບໍ່ແກ້ວ ແລະພາກສ່ວນທີ່ກ່ຽວຂ້ອງ ໄດ້ດຳເນີນການສຶກສາ ອົບຮົມຄົນຕ່າງປະເທດ ທີ່ແຕ່ງດອງກັບຄົນລາວ ແບບບໍ່ຖືກຕ້ອງຕາມກົດໝາຽ 143 ຄູ່, ມີຄົນຕ່າງປະເທດ ທີ່ປະກອບອາຊີພ 108 ຮ້ານ ໃນນັ້ນບໍ່ມີເອກສານຖືກຕ້ອງ 21 ຮ້ານ, ຄຸ້ມຄອງ ແລະກວດກາ ຄົນຕ່າງປະເທດ ທີ່ມາຕັ້ງພູມລຳເນົາ ແບບບໍ່ຖືກຕ້ອງ 17 ຄອບຄົວ ຈຳນວນ 83 ຄົນ ແລະ ກັກໂຕ ຄົນຕ່າງປະເທດ ທີ່ລັກລອບເຂົ້າເມືອງ ແບບບໍ່ຖືກກົດໝາຽ 455 ຄົນ.

ທ່ານໄດ້ກ່າວຕື່ມວ່າ ສຳລັບຄົນງານ ພາຍໃນ ແລະຕ່າງປະເທດ ທີ່ເຮັດວຽກແບບ ບໍ່ຖືກກົດໝາຽ ຢູ່ເຂດເສຖກິຈ ພິເສັດສາມຫຼ່ຽມຄຳ ໄດ້ຖືກສົ່ງ ກັບຄືນທ້ອງຖິ່ນ ແລະກັບຄືນປະເທດ ໄດ້ທັງໝົດ 20,199 ຄົນ. ແກ້ໄຂບັນຫາ ກຸ່ມແກ້ງເຄືອຂ່າຍໂຈລະກັມ ຂໍ້ມູນທາງອ໋ອນລາຍນ໌ ແລະ ກັກໂຕຜູ້ຕ້ອງຫາ ທີ່ເປັນຄົນຕ່າງປະເທດ ໄດ້ 120 ຄົນ ອີກທັງຍັງໂຄສະນາ ສຶກສາອົບຮົມ ບັນດາເປົ້າໝາຽ ທີ່ມີຄວາມສ່ຽງ ທາງດ້ານການຄ້າມະນຸສ ໄດ້ 208 ຄັ້ງ ມີຜູ້ເຂົ້າຮ່ວມ 2,789 ຄົນ ແລະ ສາມາດຊ່ອຍເຫຼືອ ຜູ້ຖືກເຄາະຮ້າຍ ຈາກການຄ້າມະນຸສ ໄດ້ 66 ຄັ້ງ, ຈຳນວນ 477 ຄົນ.

ເມື່ອບໍ່ດົນມານີ້ ທ່ານ ອຸດອນ ມະນີບຸນ ຮອງຫົວໜ້າ ກົມຄຸ້ມຄອງແຮງງານ ແລະ ຫົວໜ້າຄະນະຂຶ້ນທະບຽນ ແລະກວດກາສຸຂພາບ ຄົນງານຢູ່ເຂດເສຖກິຈ ພິເສດສາມຫຼ່ຽມຄຳກ່າວວ່າ ທາງການລາວ ແລະພາກສ່ວນທີ່ກ່ຽວ ຂ້ອງໄດ້ດຳເນີນການ ຂຶ້ນທະບຽນຄົນງານລາວ ທີ່ເຮັດວຽກຢູ່ເຂດເສຖກິຈ ພິເສດສາມຫຼ່ຽມຄຳ ເພື່ອເປັນການຄຸ້ມຄອງ ຄົນງານຕາມລະບຽບ ກົດໝາຽ ຂອງປະເທດລາວ ໂດຍລະຫວ່າງວັນທີ 1-18 ສິງຫາ ທີ່ຜ່ານມາ ສາມາດຂຶ້ນທະບຽນ ຄົນງານລາວ ໄດ້ທັງໝົດ 1,267 ຄົນ ແລະ ຈະສືບການຂຶ້ນທະບຽນ ຕໍ່ໄປຈົນກ່ວາຈະຄົບທຸກຄົນ.