ເຣື້ອງທີ່ເກັບບັນທຶກໄວ້
2022-08-31
ສປປ ລາວ ມີແຜນການຈະສົ່ງ ຄົນງານລາວ ໄປເຮັດວຽກ ດ້ານການເບິ່ງແຍງ ຜູ້ສູງອາຍຸ ຢູ່ປະເທດຍີ່ປຸ່ນ ຂະນະທີ່ ຄົນລາວຫຼາຍຄົນ ໄດ້ຕັ້ງຄວາມຫວັງວ່າ ຈະມີໂອກາດ ໄດ້ໄປເຮັດວຽກ ແຕ່ກໍຈຳເປັນຕ້ອງໄດ້ລໍດົນ ເພາະຕ້ອງໄດ້ຮຽນຮູ້ ພາສາກ່ອນ.
2022-08-30
6 ເດືອນຕົ້ນປີນີ້ ຢູ່ ສປປ ລາວ ມີທຸຣະກິຈ ເອສເອັມອີ໋ ຫຼື Small and Medium-sized Enterprise (SME) ຈົດທະບຽນເຖິງ 7,640 ແຫ່ງ ແຕ່ສ່ວນຫຼາຍ ເປັນແບບຄອບຄົວ ຄືບໍ່ໄດ້ມີການຈ້າງ ຄົນງານ ເພີ່ມ ແລະ ຄົນທີ່ບໍ່ມີຕົ້ນທຶນ ໃນການປະກອບ ທຸຣະກິຈ ກໍຕ້ອງໄປຊອກວຽກເຮັດ ງານທຳ ຢູ່ຕ່າງປະເທດເຊັ່ນເຄີຍ.
2022-08-30
ຊາວບ້ານ ໃນເມືອງນາໝໍ້ ແຂວງອຸດົມໄຊ ທີ່ຈະຖືກຜົລກະທົບ ຈາກໂຄງການ ພັທນາໂຕເມືອງອຸດສາຫະກັມ ທັນສມັຍ ຂອງກຸ່ມບໍຣິສັດ ອະມະຕະ ຂໍ້ໃຫ້ຜູ້ພັທນາໂຄງການ ຊົດເຊີຍເງິນຢ່າງ ເໝາະສົມ.
2022-08-29
ຣັຖບານລາວ ໄດ້ເຜີຍແພ່ດໍາຣັຖ ວ່າດ້ວຍການຈັດສົ່ງ ຄົນງານ ໄປຕ່າງປະເທດ ຕື່ມອີກ ເພື່ອບໍ່ໃຫ້ຖືກຂູດຮີດແຮງງານ ແລະຕົກເປັນເຫຍື່ອ ຂອງການຄ້າມະນຸສ ໂດຍໃຫ້ອໍານາດການປົກຄອງ ທ້ອງຖິ່ນ ຕິດຕາມ ແລະໃຫ້ການຊ່ອຍເຫລືອ.
2022-08-29
ລາວ ແລະ ຈີນ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ ການຮ່ວມມື ສ້າງໂຄງການ ນຶ່ງທາງ ສອງເຂດ ເພື່ອສົ່ງເສີມ ການຜລິຕສິນຄ້າກະສິກັມ ແລະ ນຳໃຊ້ເສັ້ນທາງຣົຖໄຟ ລາວ-ຈີນ ໃນການຂົນສົ່ງສິນຄ້າ, ແຕ່ ຍັງບໍ່ມີກຳນົດວ່າ ຈະເຣີ່ມເມື່ອໃດ.
2022-08-26
ສິນຄ້າໂອດ໋ອບ ຫຼື One District One Product (ODOP) ຍັງບໍ່ທັນເປັນທີ່ນິຍົມ ຂອງຄົນລາວ ພໍປານໃດ ຍ້ອນ ລາຄາແພງ ເມື່ອທຽບໃສ່ ສິນຄ້າຈາກ ປະເທດເພື່ອບ້ານ ຂະນະທີ່ ຜລິຕພັນດັ່ງກ່າວນີ້ ຍັງບໍ່ທັນໄດ້ຮັບ ການສນັບສນູນ ຈາກພາກສ່ວນທີ່ກ່ຽວຂ້ອງ ເພື່ອພັທນາຕໍ່ ໃຫ້ດີຂຶ້ນຮອບດ້ານ.
2022-08-25
ໃນໄລຍະ 2-3 ປີມານີ້ ອິດທິພົນຂອງຈີນ ມີຄວາມຈະແຈ້ງຫລາຍຂຶ້ນ ຢູ່ຫລາຍແຂວງພາກເໜືອ ຂອງລາວ ຊຶ່ງມີທັງເຂດເສຖກິຈພິເສດ, ທາງຣົຖໄຟ ລາວ-ຈີນ, ເຂື່ອນໄຟຟ້າ ແລະໂຄງການອື່ນໆ ຊຶ່ງປັດຈຸບັນມີ 933 ໂຄງການ, ເປັນມູນຄ່າທັງໝົດປະມານ 16.4 ຕື້ໂດລ້າຣ໌ສະຫະຣັຖ.
2022-08-24
ທາງການແຂວງ ຫຼວງພຣະບາງ ໄດ້ມີແຈ້ງການ ຫ້າມບໍ່ໃຫ້ພໍ່ຄ້າ, ແມ່ຄ້າ ຂາຍຊີ້ນໝູ ເກີນລາຄາທີ່ທາງການແຂວງ ໄດ້ກຳນົດ, ແຕ່ຜູ້ຄ້າຂາຍ ຈຳເປັນຕ້ອງ ໄດ້ຂາຍເກີນ ກວ່າລາຄາທີ່ກຳນົດໄວ້ ໃນແຈ້ງການ ເນື່ອງຈາກວ່າ ຕົ້ນທຶນທີ່ຮັບມາຂາຍແພງຢູ່ແລ້ວ ຈຶ່ງບໍ່ສາມາດຂາຍໄດ້ ຕາມລາຄາ ນຳກົດຂອງທາງການ.
2022-08-24
ໂຄງການ ກໍ່ສ້າງໂຮງງານ ປຸງແຕ່ງ ແປ້ງມັນຕົ້ນ ໄດ້ສັມປະທານ ກວມເອົາດິນກະເສຕ ຂອງຊາວບ້ານ ບ້ານເພັຽລາດ ແລະບ້ານຂັນລາຍຈຳນວນ 100 ປາຍຄອບຄົວ ໃນເມືອງບາຈຽງຈະເຣີນສຸກ ແຂວງຈຳປາສັກ ແລະ ຊາວບ້ານປະຕິເສດ ຄ່າຊົດເຊີຍ ທີ່ເຫັນວ່າບໍ່ເໝາະສົມ ແລະບໍ່ເປັນທັມ ກັບຊາວບ້ານ.
2022-08-24
ທາງການຈີນ ມີແຜນການຈະໃຫ້ເງິນທຶນ ສໍາລັບໃຊ້ໃນກາຂຍາຍ ສູນພັທນາສີມືແຮງງານ ຂອງແຂວງອຸດົມໄຊ ເພື່ອຮອງຮັບ ຜູ້ດ້ອຍໂອກາດ ແລະຜູ້ທີ່ມີຄວາມສົນໃຈທົ່ວໄປ ທີ່ອາສັຍຢູ່ເຂດທາງພາກເໜືອ ໃຫ້ໄດ້ຮັບການຝຶກວິຊາຊີບ ໂດຍສະເພາະ ສາຂາໄກ໋ດ໌ນໍາທ່ຽວ ພາສາຈີນ.
2022-08-23
ແຕ່ງຕັ້ງຄະນະປະຕິຮູບ ຣັຖວິສາຫະກິຈ ການບິນລາວ ໂດຍມີ ທ່ານ ພູທະນູເພັດ ໄຊສົມບັດ ຮອງຣັຖມົນຕຣີ ກະຊວງການເງິນ ເປັນຫົວໜ້າຄະນະ ເພື່ອແກ້ໄຂບັນຫາ ຫລຸບທຶນ ຂະນະທີ່ ປະຊາຊົນ ແລະນັກວິຊາການ ເຫັນວ່າ ຄວນຈະປະຕິຮູບ ໃຫ້ເປັນມືອາຊີບ ແລະ ແກ້ໄຂລະບົບເສັ້ນສາຍ ໃຫ້ໄດ້ກ່ອນ.
2022-08-22
ມາເລເຊັຽ ແລະ ໄທຍ ມີແຜນຈະເຊື່ອມຕໍ່ ທາງຣົຖໄຟ ໃສ່ທາງຣົຖໄຟ ລາວ-ຈີນ ໃນອະນາຄົຕ, ມີໄລຍະທາງ ທັງໝົດປະມານ 2,000 ກິໂລແມັດ ຊຶ່ງຈະເປັນການຂົນສົ່ງສິຄ້າ ຜ່ານທາງຣົຖໄຟ ຈາກຈີນ ສູ່ປະເທດລາວ, ປະເທດໄທຍ ແລະ ປະເທດມາເລເຊັຽ ອາຈລວມເຖິງ ສິງກະໂປຣ໌ ຕໍ່ໄປ.
2022-08-19
ຕໍາຣວດນະຄອນຫລວງວຽງຈັນ ກ່າວເຕືອນຄົນວຽດນາມ ທີ່ຕັ້ງຮ້ານຊື້-ຂາຍ ເສດເຫຼັກ ທີ່ຜິດກົດໝາຍ ຮວມທັງເຫລັກ ທີ່ຄົນລັກມາຂາຍໃຫ້ ແລະ ໜັງສືຜ່ານແດນ ຂອງຄົນວຽດນາມເຫລົ່ານີ້ ໝົດອາຍຸ, ບໍ່ມີໃບອະນຸຍາດ ເຮັດທຸຣະກິຈ, ຮັບຊື້ທັງໃນຍາມວິການ (ກາງຄືນ).
2022-08-18
ກຸ່ມຄົນບໍ່ຮູ້ຈໍານວນຄັກແນ່ ໄດ້ກໍ່ເຫດລັກຖອດຮົ້ວເຫຼັກ ກັັັ້ນທາງຣົຖໄຟລາວ-ຈີນ ຢູ່ເຂດບ້ານໂພນຊູ ເມືອງວັງວຽງ ແຂວງວຽງຈັນ ເຊິ່ງສາມາດ ນໍາເຫຼັກອອກໄປໄດ້ຈໍານວນນຶ່ງ ໂດຍປັດຈຸບັນ ເຈົ້າໜ້າທີ່ຕໍາຣວດ ກໍາລັງຊອກຫາບຸກຄົນ ຜູ້ກໍ່ເຫດດັ່ງກ່າວຢູ່.
2022-08-16
ຊາວນາຈໍານວນຫຼາຍ ໃນຫຼາຍແຂວງ ທົ່ວປະເທດລາວ ຖືກຜົລກະທົບ ຈາກນໍ້າມັນເຊື້ອເພີງ ທີ່ມີລາຄາແພງ ເຮັດໃຫ້ພວກເຂົາເຈົ້າ ຈໍາເປັນຕ້ອງແບກຮັບ ຕົ້ນທຶນການຜລິຕສູງ ແລະເຮັດໃຫ້ການຜລິຕ ມີຄວາມຫຼ້າຊ້າ ກວ່າຣະດູການ ຂະນະທີ່ ທາງພາກຣັຖ ຍັງບໍ່ມີແຜນຊ່ອຍເຫຼືອ ຢ່າງເປັນຮູບປະທັມເທື່ອ.