ສິນຄ້ານຶ່ງເມືອງ ນຶ່ງຜລິຕພັນ ຍັງບໍ່ເປັນທີ່ນິຍົມ ຂອງຄົນລາວ
2022.08.26

ມາຮອດປັດຈຸບັນສິນຄ້າໂອດ໋ອບ (ODOP) ຫຼື ສິນຄ້າ ນຶ່ງເມືອງ ນຶ່ງຜລິຕຕະພັນ ແຫ່ງຊາຕ (One District One Product) ຍັງບໍ່ທັນເປັນທີ່ນິຍົມ ຫຼືເປັນສິນຄ້າທາງເລືອກ ຂອງຄົນລາວ ພໍປານໃດ ຍ້ອນບໍ່ທັນໄດ້ຮັບການສນັບສນູນ ຈາກພາກສ່ວນກ່ຽວຂ້ອງ ອີກທັງຍັງມີລາຄາ ຂ້ອນຂ້າງແພງ ເມື່ອທຽບໃສ່ສິນຄ້າ ຈາກປະເທດເພື່ອນບ້ານ.
ດັ່ງເຈົ້າໜ້າທີ່ ທີ່ເຮັດວຽກກ່ຽວກັບ ການພັທນາສິນຄ້າ ໂອດ໋ອບ ຢູ່ນະຄອນຫຼວງວຽງຈັນ ຜູ້ບໍ່ປະສົງອອກຊື່ ແລະຕຳແໜ່ງ ທ່ານນຶ່ງກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 26 ສິງຫາ 2022 ນີ້ວ່າ:
ຫົວໜ່ວຍໂອດ໋ອບ ກໍຄືຫົວໜ່ວຍ SME ຂອງລາວນີ້ນ່າ ສ່ວນຫຼາຍຈະເປັນການຕັ້ງລາຄາ ມາດ້ວຍໂຕເອງບໍ່ມີການປະເມີນ ເຣື່ອງຂອງຕົ້ນທຶນການຜລິຕ ເມື່ອທຽບໃສ່ລາຄາຂອງສິນຄ້າ ເພື່ອນບ້ານ. ສິນຄ້າໄທຍອາຈຖືກກ່ວາ ຈະບໍ່ມີຄວາມຮູ້ເຣື່ອງ ຂອງການຕັ້ງລາຄາເນາະ ວ່າຄວນຈະເອົາຈັກເປີເຊັນໆ. ບໍ່ມີການປະເມີນວ່າ ຕ້ອງຕັ້ງລາຄາຢູ່ທີ່ເຮົາເອີ້ນວ່າ ກຳໄລສຸດທິເທົ່າໃດຫັ້ນນ່າເນາະ ໜ້າຈະເອົາ 10 ຫຼື 15% ແຕ່ວ່າ ຈະຕັ້ງຕາມທີ່ຄວາມຄຸ້ນເຄີຍ.
ທ່ານກ່າວຕື່ມວ່າ ສຳລັບສິນຄ້າທີ່ຈະໄດ້ຮັບການຄັດເລືອກ ຂຶ້ນທະບຽນເປັນສິນຄ້າໂອດ໋ອບນັ້ນ ຈະຕ້ອງເປັນສິນຄ້າທີ່ຜລິຕ ຈາກວັດຖຸດິບພາຍໃນປະເທດ ຢ່າງໜ້ອຍ 80% ຕ້ອງເປັນສິນຄ້າ ທີ່ຜລິຕໂດຍຄົນລາວ ຫຼືຫົວໜ່ວຍທຸຣະກິຈ ຂອງຄົນລາວ ແລະຕ້ອງເປັນສິນຄ້າ ທີ່ຖືກກົດໝາຽ ທັງນີ້ຖ້າຫາກຕ້ອງການນຳໃຊ້ ກາໝາຍສິນຄ້າໂອດ໋ອບ ຈະຕ້ອງເຮັດໜັງສື ເຖິງຫ້ອງການການ ຄ້າເມືອງທີ່ຖືກຕ້ອງ ຕາມກົດໝາຽ ແລະສົ່ງໄປຍັງສູນກາງ ເພື່ອຮັບການພິຈາຣະນາອະນຸມັດ.
ເຖິງແມ່ນວ່າ ຜແນກສົ່ງເສີມຜລິຕພັນລາວ ແລະວາງສະແດງ ຈະສນັບສນູນໃຫ້ຜູ້ປະກອບການ ສິນຄ້າໂອດ໋ອບ ນຳຜລິຕພັນມາຈັດວາງສະແດງ ຢູ່ຕາມງານຈັດສະແດງສິນຄ້າຕ່າງໆ ເພື່ອສົ່ງເສີມອຸດສາຫະກັມການຜລິຕ ຂນາດນ້ອຍ ໃນທ້ອງຖິ່ນ ແລະຊ່ອຍຍົກລະດັບຊີວິຕ ການເປັນຢູ່ຂອງປະຊາຊົນ ໃຫ້ດີຂຶ້ນ. ການສົ່ງເສີມສິນຄ້າ ໃນລັກສະນະດັ່ງກ່າວນີ້ ຈັດຂຶ້ນພຽງ 1-2 ຄັ້ງຕໍ່ປີເທົ່ານັ້ນ ເຮັດໃຫ້ສິນຄ້າ ຍັງບໍ່ເປັນທີ່ຮູ້ຈັກພໍເທົ່າໃດ.
ດັ່ງຊາວນະຄອນຫຼວງວຽງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ມີຊື່ສຽງບໍ່ ຫຼືວ່າເປັນກິຈກັມພື້ນຖານ ຂອງໄທຍບ້ານເຮົາຫັ້ນນ່າ ສົ່ງເສີມໃຫ້ຂະເຈົ້າ ມີວຽກເຮັດງານທຳແລ້ວກໍກາຍເປັນຜລິຕພັນ ເຮັດໃຫ້ຄົນສົນໃຈຫຼາຍຂຶ້ນທສິນຄ້າໂອດ໋ອບ ຢູ່ລາວແຕ່ວ່າ ມັນຄືຄົນສ່ວນຫຼາຍຫັ້ນນ່າ ຈະສົນໃຈສິນຄ້າໂອດ໋ອບ ຄັນຖ້າວ່າຈະມີການຈັດກິຈກັມ ອີ່ຫຍັງຕ່າງໆ ຫັ້ນນ່າ ເຂົາກໍສິສົນໃຈຫຼາຍຂຶ້ນ ແຕ່ວ່າສຳລັບຢູ່ລາວເຮົາກິຈກັມແນວນັ້ນ ມັນສ່ວນໜ້ອຍວ່າຊິຈັດຂຶ້ນຫັ້ນນ່າ.”
ທີ່ຜ່ານມາ ກົມສົ່ງເສີມການພັທນາສິນຄ້າ ກະຊວງອຸດສາຫະກັມ ແລະການຄ້າ ໄດ້ດຳເນີນການລົງທະບຽນສິນຄ້າໂອດ໋ອບ ເປັນປະຈຳທຸກປີ ແຕ່ກໍຍັງມີຜູ້ປະກອບການຜລິຕສິນຄ້າ ຢູ່ຕາມທ້ອງຖິ່ນຕ່າງໆ ອີກຈຳນວນຫຼາຍ ຍັງບໍ່ທັນຮູ້ແນວທາງ ໃນການນຳເອົາຜລິຕພັນຂອງພວກເຂົາເຈົ້າ ເປັນສິນຄ້າໂອດ໋ອບເທື່ອ.
ດັ່ງທ່ານສະມາຊິກ ກຸ່ມຜູ້ປູກຊາ ຢູ່ບ້ານນາກູດ ເມືອງຮ້ຽມ ແຂວງຫົວພັນກ່າວວ່າ:
“ອໍອັນນັ້ນມັນຄືວ່າ ຂຶ້ນໂອດ໋ອບແທ້ໆ ມັນຍັງບໍ່ທັນມີເນາະ ເຮົາມັນມັນບໍ່ມີຄວາມຮູ້ດ້ານນີ້ນ່າ ມັນບໍ່ມີຜູ້ຮັບທີ່ປຶກສາ ອີ່ຫຍັງເນາະ ແລ້ວເຮົາກໍມີແຕ່ເອົາຂາຍໄປໃຫ້ປະຊາຊົນ ເຂົາຊົງກິນທັມມະດາສື່ໆ ຫັ້ນນ່າອັນການຕລາດ ມັນຍັງບໍ່ທັນທົ່ວເຖິງຫັ້ນນ່າ ມີແຕ່ການຕລາດນ້ອຍ.”
ສຳລັບສິນຄ້າໂອດ໋ອບ ທີ່ໄດ້ຮັບຄວາມນິຍົມທັງພາຍໃນ ແລະຕ່າງປະເທດ ຫຼາຍກ່ວາໝູ່ແມ່ນສິນຄ້າປະເພດ ຫັຕຖະກັມ ຊຶ່ງກວມເອົາ 54% ຂອງສິນຄ້າໂອດ໋ອບທັງໝົດ ແຕ່ກຸ່ມ ຜລິຕສິນຄ້າຫັຕຖະກັໃ ກໍຢາກໃຫ້ພາກສ່ວນທີ່ກ່ຽວຂ້ອງ ເອົາໃຈໃສ່ກ່ຽວກັບການຝຶກອົບຮົມສີມື ແລະ ທັກສະ ວິຊາຊີພດ້ານຫັຕຖະກັມ ໃຫ້ແກ່ຜູ້ປະກອບການ ລາຍຫຍ່ອຍໃຫ້ຫຼາຍຂຶ້ນ.
ດັ່ງຜູ້ ຜລິຕສິນຄ້າຫັຕຖະກັມ ຢູ່ເມືອງໄຊທານີ ນະຄອນຫຼວງວຽງຈັນກ່າວວ່າ:
“ຈະເປັນພວກເຄື່ອງຈັກສານ ແລ້ວກໍພວກຜ້າໄໝ ແມ່ນຈະເປັນຫັຕຖະກັມ ປະເພດແບບວ່າ ຄືເຂົາເຮັດກະເປົາອີ່ຫຍັງຈັ່ງຊີ້ ທີ່ເຮັດຈາກຕົ້ນກ້ວຍບໍ່ ອີ່ຫຍັງບໍ່. ຄວນພັທນາ ປັບປຸງເພີ່ມເຕີມ ດຽວນີ້ກໍເປັນເຣື່ອງສີມືອີ່ຫຍັງ ຊິປະມານນັ້ນແຫຼະ ຄັນເປັນຫຼັກໆ ກໍມີແຕ່ພວກທີ່ວ່າເຂົາມີຖານະແນ່ ສາມາດທີ່ຈະສ້າງເປັນສູນອີ່ຫຍັງ ຂອງຂະເຈົ້າຂຶ້ນມາເອງ ຊາວບ້ານທົ່ວໄປ ຍັງບໍ່ມີສີມືພໍທີ່ວ່າ ຈະເຂົ້າເຖິງຂັ້ນໂອດ໋ອບຈັ່ງຊີ້ນ່າ.”
ສິນຄ້າໂອດ໋ອບ ທີ່ໄດ້ມາຕຖານ ແລະມີຮູບແບບຜລິຕພັນ ທີ່ທັນສມັຍນັ້ນ ສ່ວນຫຼາຍຈະດຳເນີນກິຈການ ໂດຍຜູ້ປະກອບການ ທີ່ຂ້ອນຂ້າງມີຖານະ. ສ່ວນຜູ້ປະກອບການທ້ອງຖິ່ນ ບໍ່ມີທຶນ ພວກເຂົາເຈົ້າຈະບໍ່ສາມາດ ພັທນາຜລິຕພັນໄດ້ພໍເທົ່າໃດ ຍ້ອນບໍ່ໄດ້ຮັບການຊ່ອຍເຫຼືອ ດ້ານເທັກໂນໂລຢີ ຈາກພາກສ່ວນກ່ຽວຂ້ອງ.
ດັ່ງເຈົ້າຂອງກິຈການ ຜລິຕເສັ້ນເຂົ້າປຽກ ເປັນສິນຄ້າໂອດ໋ອບ ຢູ່ເມືອງໄຊເສດຖາ ນະຄອນຫຼວງວຽງຈັນກ່າວວ່າ:
“ແຕ່ສິ່ງທີ່ເຮົາຂາດກໍຄືເຣື່ອງນະວັຕກັມ ຕ້ອງການການຮ່ວມມື ຈາກເພື່ອນບ້ານ ຖ້າຫາກວ່າ ເທັກໂນໂລຢີມັນດີຂຶ້ນ ກໍແນ່ນອນວ່າ ຕົ້ນທຶນການຜລິຕ ມັນກໍຈະໜ້ອຍລົງ ວິທີການໃນການເກັບຮັກສາ ມັນກໍຈະດີຂຶ້ນຫຼາຍຂຶ້ນກ່ອນເກົ່າ ຄວາມຮູ້ຄວາມສາມາດຫຼາຍຂຶ້ນ ຕລາດມັນກໍມາຕາມເກນຂອງມັນ.”
ອີງຕາມຂໍ້ມູນ ຈາກກົມສົ່ງເສີມການພັທນາ ສິນຄ້າກະຊວງອຸດສາຫະກັມ ແລະການຄ້າລະບຸວ່າ ນັບແຕ່ປີ 2013 ປະເທດລາວ ໄດ້ຮັບຮອງ 9 ຫົວໜ່ວຽທຸຣະກິຈ, 44 ຜລິຕຕະພັນ ໃຫ້ເປັນສິນຄ້າໂອດ໋ອບຕາມນະໂຍບາຍ ຂອງຣັຖບານ. ຈາກນັ້ນໃນປີ 2014 ກໍໄດ້ຮັບອະນຸຍາດ ໃຫ້ໃຊ້ກາໝາຽສິນຄ້າໂອດ໋ອບ ຕື່ມອີກ 36 ຫົວໜ່ວຽ, 116 ຜລິຕພັນ. ປີ 2015 ມີ 41 ຫົວໜ່ວຽ, 154 ຜລິຕພັນ. ປີ 2016 ມີ 35 ຫົວໜ່ວຽ, 125 ຜລິຕພັນ. ປີ 2017 ມີ 24 ຫົວໜ່ວຽ, 120 ຜລິຕພັນ, ປີ 2018 ມີ 20 ຫົວໜ່ວຽ 67 ຜລິຕພັນ.
ຫຼ້າສຸດ ໃນໄລຍະກາງເດືອນສິງຫາ 2022 ມີສິນຄ້າໄດ້ຮັບອະນຸຍາດ ໃຫ້ນຳໃຊ້ກາໝາຽໂອດ໋ອບ ທັງໝົດ 277 ຫົວໜ່ວຽ, ມີ 1,019 ຜລິຕພັນ, ກວມເອົາ 264 ບ້ານ, 108 ເມືອງ ໃນຂອບເຂດທົ່ວປະເທດ ໃນນັ້ນເປັນສິນຄ້າ ປະເພດຫັຕຖະກັມ ຫຼາຍກ່ວາໝູ່ມີ 151 ຫົວໜ່ວຽ, 714 ຜລິຕພັນ. ຮອງລົງມາແມ່ນສິນຄ້າ ປະເພດອາຫານ ແລະ ເຄື່ອງດື່ມ 113 ຫົວໜ່ວຽ, 243 ຜລິຕພັນ ແລະ ສິນຄ້າປະເພດຢາພື້ນເມືອງ 13 ຫົວໜ່ວຽ, 62 ຜລິຕພັນ.