ງານວາງສແດງສິນຄ້າ ODOP ເພື່ອສົ່ງເສີມສິນຄ້າພາຍໃນປະເທດ
2023.09.07
ກະຊວງອຸດສາຫະກັມ ແລະການຄ້າຂອງລາວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ຈະຮ່ວມກັນຈັດງານວາງສະແດງ ແລະ ຈັດຈຳໜ່າຍສິນຄ້າ ນຶ່ງເມືອງ ນຶ່ງຜລິດຕະພັນ ຫຼື ໂອດ໋ອບ (ODOP) ແລະ ສິນຄ້າຄອບຄົວໂຕ ແບບຂອງນະຄອນຫຼວງວຽງຈັນ ຄັ້ງທີ 9 ລະຫວ່າງວັນທີ 2-10 ກັນຍາ 2023 ຢູ່ສູນວາງສະແດງສິນຄ້າລາວ-ໄອເຕັກ (ໄອເຕັກຕຶກເກົ່າ) ບ້ານໂພນທັນ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ. ໂດຍມີຈຸດປະສົງ ເພື່ອເປັນການຊຸກຍູ້ ສົ່ງເສີມຜູ້ປະກອບການສິນຄ້າ ຜລິດຕະພັນໂອດ໋ອບ ແລະ ຄອບຄົວໂຕແບບ ຂອງນະຄອນຫຼວງວຽງຈັນ ພ້ອມທັງເປັນການສົ່ງເສີມໃຫ້ຜູ້ບໍຣິໂພກ ຊາວລາວຫັນມາຊົມໃຊ້ ຜລິດຕະພັນພາຍໃນປະເທດຫຼາຍຂຶ້ນ.
ກ່ຽວກັບເຣື່ອງນີ້, ວິທຍຸເອເຊັຽເສຣີ ໄດ້ສອບຖາມໄປຍັງເຈົ້າໜ້າທີ່ກ່ຽວຂ້ອງ ຍານາງນຶ່ງ ເຊິ່ງບໍ່ປະສົງອອກຊື່ ແລະຕຳແໜ່ງໄດ້ໃຫ້ຮູ້ວ່າ ການຈັດງານວາງສະແດງສິນຄ້າໂອດ໋ອບ ໃນເທື່ອນີ້ ຈະເນັ້ນໜັກໄປທີ່ສິນຄ້າທີ່ຜລິດພາຍໃນປະເທດ ໂດຍສະເພາະສິນຄ້າຢາສະໝຸນໄພ, ຫັດຖະກັມ ແລະ ກະສິກັມ ເປັນຕົ້ນ ເຄື່ອງໄໝ, ເຄື່ອງໂອຂັນ, ກະເປົາຫວາຍປະຍຸກ. ເພື່ອຊຸກຍູ້ໃຫ້ຊາວລາວ ຫັນມາຊົມໃຊ້ສິນຄ້າຜລິດຕະພັນຂອງລາວ ໃຫ້ຫຼາຍຂຶ້ນ.
ດັ່ງທີ່ຍານາງ ກ່າວໃນມື້ວັນທີ 31 ສິງຫາ 2023 ນີ້ວ່າ:
“ສິນຄ້າໂອດ໋ອບເນາະສິນຄ້າສ່ວນຫຼາຍ ກະຈະເນັ້ນເປັນສິນຄ້າທີ່ວ່າ ເຮົາຜລິດຢູ່ພາຍໃນ ສິນຄ້າຄອບຄົວໂຕແບບສິນຄ້ານຶ່ງເມືອງນຶ່ງຜລິດຕະພັນ ເຮົາເຈົ້າ. ເປັນຂອງຕ່າງແຂວງ ແລະ ກະສິນຄ້າໃນນະຄອນຫຼວງເຮົາ. ເປັນອັນພວກ ອັ່ນສະໝຸນໄພພວກຢາພື້ນເມືອງ. ເຈົ້າ, ແມ່ນໆ ຈຸດປະສົງເຮົາກະຈັ່ງຊິປະມານນີ້ແຫຼະ (ສົ່ງເສີມການຊົມໃຊ້ສິນຄ້າພາຍໃນປະເທດ), ແຕ່ວ່າງານໂຕນີ້ເຮົາຈັດທຸກປີຢູ່ແລ້ວ.”
ຍານາງ ກ່າວຕໍ່ວ່າປົກກະຕິໃນທຸກປີ ງານວາງສແດງສິນຄ້າໂອດ໋ອບ ຈະຈັດຂຶ້ນໃນໄລຍະເດືອນມິຖຸນາ ຫາ ເດືອນກໍຣະກະດາ ຂອງທຸກປີ ແຕ່ສຳລັບປີນີ້ໄດ້ທົດລອງ ປ່ຽນມາຈັດເດືອນກັນຍາ ຍ້ອນວ່າມີງານວາງສແດງສິນຄ້າ ອີກງານນຶ່ງ ທີ່ຈັດກົງກັບໄລຍະເດືອນມິຖຸນາ ທີ່ຜ່ານມາ.
ທາງດ້ານນັກສຶກສາຜູ້ນຶ່ງ ຢູ່ນະຄອນຫຼວງວຽງຈັນ ກ່າວວ່າ ຢາກໃຫ້ພາກຣັຖສົ່ງເສີມ ການຜລິດ ແລະຊົມໃຊ້ສິນຄ້າພາຍໃນປະເທດ ໃຫ້ຫຼາຍຂຶ້ນ ເພື່ອຫຼຸດຜ່ອນການເພິ່ງພາສິນຄ້າ ຈາກຕ່າງປະເທດ.
“ຄວນຈະຜລິດພາຍໃນ ແລະຊົມໃຊ້ສິນຄ້າພາຍໃນນີ້ກ່ອນ ໃຫ້ພຽງພໍກ່ອນຫັ້ນນ່າ ເພື່ອຫຼຸດຜ່ອນການນຳເຂົ້າຈາກຕ່າງປະເທດ ອັນນີ້ມັນຈະດີກວ່າຫັ້ນນ່າ. ເພາະວ່າເຮົາຕ້ອງເພິ່ງໂຕເອງ ໃຫ້ມັນໄດ້ກ່ອນຫັ້ນນ່າ. ເຮົາຕ້ອງຊ່ວຍເຫຼືອນີ້ລ່ະຄົນລາວ ຕ້ອງຊ່ວຍເຫຼືອເຮົາເອງ.”
ຂະນະທີ່ຊາວບ້ານຜູ້ນຶ່ງ ຢູ່ນະຄອນຫຼວງວຽງຈັນ ໃຫ້ຄຳເຫັນວ່າ ມາຕການສົ່ງເສີມ ການຜລິດພາຍໃນປະເທດ ຂອງພາກຣັຖໃນປັດຈຸບັນ ອາດຈະບໍ່ທັນການຍ້ອນວິກິດ ເສຖກິຈຢູ່ລາວໄດ້ເກີດຂຶ້ນ ມາເປັນໄລຍະເວລານຶ່ງແລ້ວ ເຖິງວ່າຢູ່ລາວຈະສາມາດຜລິດສິນຄ້າ ໄດ້ຈຳນວນນຶ່ງ ແຕ່ກໍຍັງບໍ່ທັນໄດ້ຮັບຄວາມນິຍົມແຜ່ຫຼາຍ ດັ່ງເຊັ່ນສິນຄ້າຈາກຕ່າງປະເທດ ທີ່ຊາວລາວລຶ້ງເຄີຍໄປແລ້ວ.
“ນ່າຈະ, ນ່າຈະບໍ່ນ່າ. ແມ່ນໆ ມັນເກີດວິກິດຂ້ອນຂ້າງຍາກ ອັນນັ້ນນ່າ. ເກີດວິກິດມາຂ້ອນຂ້າງພໍສົມຄວນແລ້ວໄລຍະນີ້ນ່າ. ຄືທາງ (ສິນຄ້າ) ພາຍໃນມັນກໍພໍມີຢູ່ ແຕ່ວ່າມັນຊິຊ່ອຍໄດ້ຊ່ຳໄດ໋ນ່າ.”
ທ່ານກ່າວຕຶ່ມວ່າ ໂຕຢ່າງສິນຄ້າຕ່າງປະເທດ ທີ່ເຂົາເຈົ້ານິຍົມໃຊ້ ກໍແມ່ນແປ້ງນົວ ເຊິ່ງນຳເຂົ້າຈາກປະເທດໄທຍຍ້ອນວ່າ ໄດ້ເຄີຍໃຊ້ມາເປັນໄລຍະເວລາດົນນານແລ້ວ ແລະຍັງບໍ່ທັນເຄີຍໃຊ້ແປ້ງນົວ ຂອງລາວ ເຊິ່ງໂຕເຂົາກະຍັງມີຄວາມກັງວົນ ນດ້ານຄຸນນະພາບ ທີ່ອາດຈະດ້ອຍກວ່າຂອງໄທຍ ອີກທັງລາຄາຂອງແປ້ງນົວ ທີ່ຜລິດພາຍໃນ ແລະນຳເຂົ້າ ບໍ່ແຕກຕ່າງກັນປານໃດ.
ທີ່ຜ່ານມາ, ວິທຍຸເອເຊັຽເສຣີ ໄດ້ເຄີຍຕິດຕາມກ່ຽວກັບເຣື່ອງສິນຄ້າລາວ ຍັງບໍ່ເປັນທີ່ນິຍົມ ຍ້ອນຄຸນນະພາບ ຍັງບໍ່ທັນໄດ້ມາຕຖານ ເຊິ່ງຊາວບ້ານນາງນຶ່ງ ສະແດງທັດສະນະວ່າ ສິນຄ້າລາວ ເປັນຕົ້ນສະບູ່ຝຸ່ນຖົງນຶ່ງລາຄາ 20,000 ກີບ ແຕ່ສາມາດໃຊ້ໄດ້ພຽງແຕ່ 2-3 ເທື່ອຂະນະທີ່ ສະບູ່ຝຸ່ນຂອງໄທຍ ລາຄາ 30,000 ກີບ ສາມາດໃຊ້ໄດ້ຫຼາຍເທື່ອກວ່າ ແລະຊັກເຄື່ອງໄດ້ສະອາດກວ່າ ຂອງລາວ.
“ສໍາລັບເຄື່ອງລາວບາງສິນຄ້າ ມັນກໍບໍ່ໄດ້ຄຸນນະພາບ ປະເພດແຟັບຜົງຊັກຟອກ ປົກກະຕິລາຄາແຟັບຂອງລາວເນາະມັນປະມານ 20,000. ນຶ່ງຖົງຂອງເພິ່ນໃຊ້ໄດ້ແຕ່ປະມານ 2-3 ເທື່ອ ຂອງໄທຍກໍຊິປະມານ 30,000 ກີບ ລາຄາມັນກໍດຸ່ນດ່ຽງກັນແຫຼະ. ສ່ວນຫຼາຍນິຍົມໃຊ້ຂອງຕ່າງປະເທດ ຈັ່ງຊີ້ນ່າຊີໃຊ້ໄດ້ຫຼາຍກວ່າ ມີຄຸນນະພາບ ໄດ້ມາຕຖານດີ ເວລາເຮົາຊັກມັນກະງ່າຍ ເຮົາກະບໍ່ເສັຽເວລາ.”
ກັບການສົ່ງເສີມຜລິດຕະພັນລາວ ຍານາງ ບົວວອນ ສຸກລາແສງ ຫົວໜ້າຜແນກແຜນການ ແລະ ການລົງທຶນ ນະຄອນຫຼວງວຽງຈັນ ໄດ້ກ່າວຣາຍງານກ່ຽວກັບມາຕການ ສົ່ງເສີມການຜລິດພາຍໃນປະເທດ ຕໍ່ກອງປະຊຸມສໄມສາມັນເທື່ອທີ 5 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ 2 ໃນວັນທີ 31 ກໍຣະກະດາ 2023 ທີ່ຜ່ານມາວ່າ:
“ພວກເຮົາໄດ້ຈັດການສົ່ງເສີມ ການຜລິດເນາະເພື່ອທົດແທນ ການນໍາເຂົ້າ ແລະເປັນສິນຄ້າຫັ້ນ. ພວກເຮົາກໍໄດ້ຈັດສັມມະນາເນາະ ເພື່ອຊຸກຍູ້ໃຫ້ບັນດານັກລົງທຶນຫັ້ນ ໃຫ້ມານຳໃຊ້ສິນຄ້າອຸດສາຫະກັມ ທີ່ຜລິດຢູ່ພາຍໃນປະເທດ ຂອງພວກເຮົາເນາະເປັນຕົ້ນ ແມ່ນທໍ່ນ້ຳ ຫຼື ວ່າເຫຼັກເນາະ. ເຮັດແນວໃດເພື່ອເຮັດໃຫ້ບັນດາໂຄງການໃຫຍ່ໆ ເຫຼົ່ານັ້ນຫັນມານຳໃຊ້ສິນຄ້າ ອຸດສາຫະກັມຢູ່ພາຍໃນຂອງພວກເຮົາ ທີ່ຜລິດໄດ້ເນາະ.”
ຍານາງ ກ່າວຕື່ມວ່າ ນັກລົງທຶນແລະຜູ້ປະກອບການ ຈຳນວນບໍ່ນ້ອຍ ຍັງຕ້ອງການສເນີໃຫ້ພາກຣັຖ ຍົກເວັ້ນພາສີນຳເຂົ້າວັດຖຸດິບ ແລະອຸປະກອນ ສຳລັບໃຊ້ໃນການຜລິດພາຍໃນ ທັງທີ່ວັດຖຸດິບ ແລະອຸປະກອນຫຼາຍປະເພດ ສາມາດຜລິດໄດ້ພາຍໃນປະເທດ ອີກທັງການສເນີດັ່ງກ່າວ ຍັງມີຈຳນວນຫຼາຍ ເຮັດໃຫ້ການກວດກາ ຄຸ້ມຄອງ ການນຳເຂົ້າສິນຄ້າ ຈາກຕ່າງປະເທດ ຂອງພາກຣັຖ ຍັງບໍ່ທັນມີຄວາມເຂັ້ມແຂງ.
ປັດຈຸບັນ ບັນຫາເງິນເຟີ້ ຍັງສືບຕໍ່ເປັນບັນຫາໃຫຍ່ ຢູ່ປະເທດລາວ ເຮັດໃຫ້ ເງິນກີບອ່ອນຄ່າລົງ ຢ່າງໜັກໜ່ວງຕຶ່ມ ເຊິ່ງສາເຫດສຳຄັນກໍຍ້ອນວ່າ ປະເທດລາວຈຳເປັນຕ້ອງໄດ້ນຳເຂົ້າສິນຄ້າ ຈາກຕ່າງປະເທດເປັນຈຳນວນຫຼາຍໃນແຕ່ລະປີ ເຮັດໃຫ້ປະເທດລາວ ຂາດດຸນການຄ້າກັບຕ່າງປະເທດ ໂດຍສະເພາະປະເທດອ້ອມຂ້າງ ເປັນຕົ້ນແມ່ນ ໄທຍ, ຈີນ ແລະວຽດນາມ. ດ້ວຍເຫດນີ້, ຣັຖບານລາວ ຈຶ່ງເຣີ່ມປະຕິບັດນະໂຍບາຍ ແລະມາຕການສົ່ງເສີມ ການຜລິດສິນຄ້າພາຍໃນປະເທດ ເພື່ອທົດແທນການນຳເຂົ້າສິນຄ້າຈາກຕ່າງປະເທດ.
ໃນເດືອນກໍຣະກະດາ 2023 ທີ່ຜ່ານມາ, ມູລຄ່າການນຳເຂົ້າ ແລະສົ່ງອອກສິນຄ້າ ຢູ່ປະເທດລາວ ແມ່ນບັນລຸໄດ້ 1,025 ລ້ານໂດລ້າຣ໌ສະຫະຣັຖ ໂດຍມີມູລຄ່າການນຳເຂົ້າສິນຄ້າ ປະມານ 595 ລ້ານໂດລ້າຣ໌ສະຫະຣັຖ, ຂາດດຸນການຄ້າ ປະມານ 166 ລ້ານໂດລາຣ໌ສະຫະຣັຖ ໂດຍສິນຄ້າທີ່ນຳເຂົ້າຫຼາຍ ປະກອບມີ ນ້ຳມັນກາຊວນ, ຊິ້ນສ່ວນອາໄຫຼ່ຣົຖ, ພາຫະນະທາງບົກ, ອຸປະກອນກົນຈັກ ແລະ ເຫຼັກ ໂດຍປະເທດທີ່ລາວນໍາເຂົ້າສິນຄ້າຫຼາຍ ປະກອບມີ ໄທຍ, ມູລຄ່າປະມານ 254 ລ້ານໂດລ້າຣ໌ສະຫະຣັຖ, ຈີນ ມູລຄ່າປະມານ 192 ລ້ານໂດລ້າຣ໌ສະຫະຣັຖ, ວຽດນາມ ມູລຄ່າປະມານ 29 ລ້ານໂດລ້າຣ໌ສະຫະຣັຖ, ສະຫະຣັຖອາເມຣິກາ ມູລຄ່າປະມານ 27 ລ້ານໂດລ້າຣ໌ສະຫະຣັຖ ແລະເກົາຫຼີໃຕ້ ມູລຄ່າປະມານ 12 ລ້ານໂດລ້າຣ໌ສະຫະຣັຖ.