ລາວ, ຈີນ ເຊັນບົດບັນທຶກ ສົ່ງເສີມສິນຄ້າ ກະສິກັມ

ອຸ່ນແກ້ວ
2022.08.29
ລາວ, ຈີນ ເຊັນບົດບັນທຶກ ສົ່ງເສີມສິນຄ້າ ກະສິກັມ ຂະບວນຣົຖໄຟສິນຄ້າ ລາວ-ຈີນ ທີ່ພວມເດີນທາງ ເຂົ້າສູ່ສະຖານີ ນະຄອນຫຼວງວຽງຈັນ ອັນເປັນສະຖານີຂົນສົ່ງສິນຄ້າ ຈາກໄທຍມາລາວ ແລ້ວໄປສູ່ຈີນ ແລະ ຈາກຈີນມາລາວ ແລ້ວໄປສູ່ໄທຍ (TS), ເດືອນພຶສພາ 2022.
RFA

ກະ​ຊວງ​ກະ​ສິ​ກັມ ແລະ ປ່າ​ໄມ້​ ຂອງ​ລາວ ແລະ ອົງ​ການ​ປົກ​ຄອງ​ ປະ​ຊາ​ຊົນ ເມືອງ​ຫູ​ໜານ ຂອງ​ຈີນ ໄດ້​ເຊັນ​ບົດ​ບັນ ​ທຶກ​ຄວາມ​ເຂົ້າ​ໃຈ ການ​ຮ່ວມ​ມື ​ສ້າງ​ໂຄງ​ການ​ນຶ່ງ​ທາງ ສອງ​ເຂດ ເພື່ອ​ສົ່ງ​ເສີມ​ການ​ຜ​ລິຕ​ສິນ​ຄ້າ​ກະ​ສິ​ກັມ ແລະ ນຳ​ໃຊ້​ເສັ້ນ​ທາງ​ຣົ​ຖ​ໄຟ​ ລາວ-ຈີນ ໃນ​ການ​ຂົນ​ສົ່ງສິນ​ຄ້າ.

ທັງ​ສອງ​ຝ່າຍ ​ໄດ້​ເຊັນ​ບົດ​ບັນ​ທຶກ​ຄວາມ​ເຂົ້າ​ໃຈ ໃນ​ວັນ​ທີ 26 ສິ​ງ​ຫາ 2022 ໂດຍ ມີ​ຈຸດ​ປະ​ສົງ​ເພື່ອ​ສ້າງ​ເຂດ​ພັ​ທ​ນາ ​ອຸດ​ສາ​ຫະ​ກັມ-ກະ​ສິ​ກັມ ທັນ​ສ​ໄມ ຢູ່​ນະ​ຄອນ​ຫລວງວຽງ​ຈັນ ແລະ ເຂດ​ພັ​ທ​ນາ​ເສ​ຖ​ກິ​ຈ​ຈິນ​ເຊີຍ ນະ​ຄອນ​ຊາງ​ຊາ ແຂວງ​ຫູ​ໜານ​ຂອງ​ຈີນ ອີ​ງ​ຕາມ​ຂໍ້​ມູນ​ຈາກ​ກະ​ຊວງ​ກະ​ສິ​ກັມ ແລະ ປ່າ​ໄມ້. 

ບົດ​ບັນ​ທຶກ​ດັ່ງ​ກ່າວ ເປັນ​ພຽງແຜນ​ການ, ແຕ່ ຍັງ​ບໍ່​ມີ​ກຳ​ນົດ​ວ່າ ຈະ​ມີ​ການ​ລົງ​ມື​ປະ​ຕິ​ບັດ​ເມື່ອ​ໃດ ເຊິ່ງ​ຝ່າຍ​ລາວ ມີ​ແຜນ​ການ​ສ້າງເຂດ​ພັ​ທ​ນາ ​ອຸດ​ສາ​ຫະ​ກັມ ແລະ ກະ​ສິ​ກັມ ທັນ​ສ​ໄມ ຢູ່​ເມືອງ​ຫາດ​ຊາຍ​ຟອງ ນະ​ຄອນ​ຫລວງວຽງ​ຈັນ.

ເຈົ້າ​ໜ້າ​ທີ່​ ກະ​ຊວງ​ອຸດ​ສາ​ຫະ​ກັມ ແລະ ປ່າ​ໄມ້ ໄດ້​ກ່າວຕໍ່​ເອ​ເຊັຽ​ເສຣີ ໃນ​ວັນ​ທີ 29 ສິງ​ຫາ ວ່າ:

ຍັງບໍ່ທັນໄດ້ຈັດຕັ້ງປະຕິບັດ ໝາຍຄວາມວ່າ ເຂດທີ 1 ແມ່ນເຂດເສກິແຂວງຫູໜານເນາະ. ເຂດທີ 2 ນີ້ເຂດເສກິຂອງລາວ ເຂດສັນຂົວມິພາບຫັ້ນແຫຼະ. ລັກສະນະດຶງດູດການລົງທຶນຂອງຈີນ ແລ້ວ ກະຂອງຕ່າງປະເທດ ແນໃສ່ນຳໃຊ້ບໍຣິການຂົນສົ່ງຣົໄຟລາວ-ຈີນ.”

ທ່ານ ກ່າວ​ຕື່ມ​ວ່າ ເ​ປົ້າ​ໝາຍ​ຂອງ​ການ​ສ້າງ​ເຂດ​ພັ​ທ​ນາ ​ອຸດ​ສາ​ຫະ​ກັມ ແລະ ກະ​ສິ​ກັມ ທັ​ນ​ສ​ໄມ ຢູ່​ເຂດ​ເມືອງ​ຫາດ​ຊາ​ຍ​ຟອງ ເພື່ອດອງ​ດູດ​ນັກ​ລົງ​ທຶນຈີນ ແລະ ຕ່າງ​ປະ​ເທດ ເຂົ້າ​ມາ​ສົ່ງ​ເສີມ​ການ​ປູກ​ພືດ ​ກະ​ສິ​ກັມ ແລ້ວ​ເຮັດ​ການ​ປຸງ​ແຕ່ງ ​ຜົ​ລ​ຜ​ລິດກະ​ສິກັມ ສົ່ງ​ອອກ​ໄປ​ຈີນ, ແຕ່​ຍັງ​ບໍ່​ມີ​ຣາຍ​ລະ​ອຽດເທື່ອ​ວ່າ ບໍ​ຣິ​ສັດ​ໃດ ຈະ​ເຂົ້າ​ມາ​ສັມ​ປະ​ທານ ແລະ ເຂົ້າ​ຮ່ວມ​ລົງ​ທຶນ​ໃນ​ໂຄງ​ການ​ດັ່ງ​ກ່າວ.

ໃນ​ຂະນະດຽວກັນ ຊາວ​ກະ​ສິ​ກອນ​ລາວ ຍັງ​ບໍ່​ທັນ​ຮູ້​ຣາຍ​ລະ​ອຽດ​​ເຣື່ອງນີ້ ເພາະ​ວ່າ ເຂົາ​ເຈົ້າ​ສ່ວນ​ຫຼາຍ​ກໍ​ຜ​ລິຕ​ກະ​ສິ​ກັມ ເພື່ອພາຍ​ໃນ​ເມືອງ ແລະ ແຂວງ​ຂອງ​ຕົນ​ເອງ.

ຊາວ​ສວນ​ສາ​ລີ ທ່ານ​ນຶ່ງ ໄດ້​ກ່າວ​ວ່າ:

ເຂົາມີຫຼາຍຄົນຽວນີ້ ແຕ່ວ່າ ເວົ້າເຣື່ອງການສົ່ງເສີມນີ້ ສ່ວນຫຼາຍມັນຢູ່ພີ້ມັນເຮັດໃຜ ເຮັດມັນ. ມັນບໍ່ມີກຸ່ມາສົ່ງເສີມ. ປູກເອງ ແລ້ວກະປູກເອງ ຂາຍພາຍໃນນີ້ ບໍ່ໄດ້ເອົາອອກຕ່າງເມືອງ ຕ່າງແຂວງຫຍັງດອກ. ພວກຈີນເຂົາກະມາຊື້ຄືກັນ.”

ຊາວ​ກະ​ສິ​ກັມ ອີກ​ຄົນ​ນຶ່ງ ໄດ້​ກ່າວ​ວ່າ ຖ້າ​ມີ​ໂຄງ​ການ​ແບບນີ້ ກໍ​ເປັນ​ການ​ສົ່ງ​ເສີມ​ຊາວ​ກະ​ສິ​ກັມ:

ຄັນມີຄົນມາສົ່ງເສີມກະດີ. ບໍຣິສັດ ມາສົ່ງເສີມໃຫ້ເຮັດຫັ້ນນ່າ ເພາະວ່າ ດິນມັນຫຼາຍເດ້. ກະມີຢູ່ໃດ ເຂົາເຮັດນ່າ ແຕ່ວ່າ ເຫັນເຂົາເຮັດຢູ່ໄຊຍະ ຄົນຈີນມາເຮັດຫັ້ນນ່າ.”

ບໍ​ຣິ​ສັດດ້ານ​ການ​ກະ​ເສ​ຕ ຂອງ​ນັກ​ລົງ​ທຶນ​ຕ່າງ​ປະ​ເທດ​ບາງ​ແຫ່ງ​ ຢູ່​ເມືອງ​ຊາຍ​ຊາຍ​ຟອງ ນະ​ຄອນ​ຫລວງວຽງ​ຈັນ ກໍ​ຍັງ​ບໍ່​ຮູ້ ແລະ ຍັງ​ບໍ່​ແນ່​ໃຈ​ວ່າ ຈະ​ເຂົ້າ​ຮ່ວມ​ລົງ​ທຶນ ​ໃນ​ໂຄງ​ການນີ້.

ພ​ະ​ນັກ​ງານ​ຢູ່ ​ບໍ​ຣິ​ສັດ ປູ​ກ​ກ້ວຍ​ແຫ່ງ​ນຶ່ງ ຢູ່​ເມືອງ​ຫາດ​ຊາຍ​ຟອງ ໄດ້​ກ່າວ​ວ່າ: 

ຢູ່ທາງສວນເຮົາຢູ່ປາກຊັນພຸ້ນ ເຮົາຈຳໜ່າຍຢູ່ແຕ່ນະຄອນຫລວງວຽງຈັນ. ເຮົາຍັງບໍ່ຮູ້ນຳຫົວໜ້າ ເພາະວ່າ ຫົວໜ້າເພິ່ນກັບປະເທດ. ເພິ່ນຍັງບໍ່ທັນໄດ້ມາເທື່ອນ່າ ອັນນີ້ ເຮົາກະໃຫ້ຄຳຕອບບໍ່ໄດ້.”

ນັກ​ວິ​ຊາ​ການ​ດ້ານ​ກະ​ສິ​ກັມ ກໍ​ໃຫ້​ວ່າ ເປັນ​ຜົ​ລ​ດີ ຖ້າ​ມີ​ການ​ລົງ​ທຶນ ​ໃນ​ຂ​ແນງ​ການນີ້:

ໂອ ຄັນວ່າ ເພິ່ນມີທຶນຮອນມາເຮັດ ກະເປັນຜົດີໃຫ້ແກ່ປະຊາຊົນແຫຼະ. ສະເພາະເວົ້າເຣື່ອງການສົ່ງເສີມດ້ານກະສິກັມນີ້, ທາງພາກເອກຊົນນີ້ນ່າ ຖ້າພາກສ່ວນໃດມີເງື່ອນໄຂເນາະ ຫາກວ່າ ມາລົງທຶນສົ່ງດ້ານນີ້ ກະຖືວ່າ ເປັນຜົດີໃຫ້ແກ່ປະຊາຊົນ ຫັ້ນແຫຼະເນາະ.”

ນອ​ກ​ຈາກນີ້ ທາງ​ການ​ລາວ ແລະ ຈີນ ຍັງ​ເຫັນ​ດີ​ນຳ​ກັນ​ວ່າ ເຂດ​ພັ​ທ​ນາ​ເສ​ຖ​ກິ​ຈ​ທັງ 2 ເຂດ​ດັ່ງ​ກ່າວ ຈະ​ເປັນ​ຈຸດ​ສູນ​ກາງ​ ຂອງ​ຄວາມ​ຮ່ວມ​ມື​ລະ​ຫວ່າງ ລາວ-ຈີນ ໃນ​ດ້ານ​ການ​ຄ້າ, ການ​ຂົນ​ສົ່ງ ແລະ ການ​ເງິນ ເພື່ອ​ຮອງ​ຮັບ​ການ​ຜ​ລິຕ​ກະ​ສິ​ກັມ ທີ່​ສາ​ມາດ​ນໍາ​ໃຊ້​ຣົ​ຖ​ໄຟ​ລາວ-ຈີນ ໃນ​ການ​ຂົນ​ສົ່ງ​ສິນ​ຄ້າ​ໄປ​ຈີນ.

ນອກ​ຈາກນີ້ ກະ​ຊວງ​ກະ​ສິ​ກັມ ແລະ ປ່າ​ໄມ້ ກໍ​ມີ​ແຜນ​ສ້າງ​ໂຮງ​ງານ​ປຸງ​ແຕ່ງ ​ຜົ​ລ​ຜ​ລິຕ​ດ້ານ​ກະ​ສິ​ກັມ ທັນ​ສ​ໄມ ເພື່ອສົ່ງ​ສິນ​ຄ້າ ​ໄປ​ປະ​ເທດ​ເພື່ອນ​ບ້ານ ອີງ​ຕາມ​ການ​ຣາຍ​ງານ​ ຂອງ​ໜັງ​ສື​ພິມ​ວຽງ​ຈັນ​ທາ​ມ​ສ໌.

ເຖິງ​ຢ່າງ​ໃດ​ກໍ​ຕາມ, ໃນ​ໄລ​ຍະ​ຜ່ານ​ມາ ທາງ​ການ​ລາວ ແລະ ຈີນ ກໍ​ໄດ້​ຮ່ວມ​ມື​ກັນ ​ດ້ານ​ການ​ສົ່ງ​ອອ​ກ​ງົວ​ໄປ​ປະ​ເທດ​ຈີນຈຳ​ນວນ 500,000 ໂຕ ຕໍ່​ປີ ແຕ່ ໃນ​ໂຕ​ຈິງ ລາວ​ສາ​ມາດ ​ສົ່ງ​ອອກ​ງົວ​ໄປ​ໄດ້​ ພຽງ​ແຕ່ 50,000 ໂຕ ຕໍ່​ປີ​ເທົ່າ​ນັ້ນ ອີງ​ຕາມ​ຂໍ້​ມູນ ​ຂອງ​ກະ​ຊວງ​ກະ​ສິ​ກັມ ແລະ ປ່າ​ໄມ້ໃນ​ປີ​ຕົ້ນ​ປີ 2022.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.