ຈີນຈະໃຫ້ທຶນ ຂຍາຍສູນ ພັທນາສີມື ແຮງງານ ຢູ່ອຸດົມໄຊ

ສຸພັດຕາ
2022.08.24
ຈີນຈະໃຫ້ທຶນ ຂຍາຍສູນ ພັທນາສີມື ແຮງງານ ຢູ່ອຸດົມໄຊ ຜູ້ປະກອບອາຊີບ ເປີດຮ້ານຄ້າຂາຍ ຕາມແຄມສອງຝາກທາງ ໃນເຂດເທສບານ ເມືອງໄຊ ແຂວງອຸດົມໄຊ.
ນັກຂ່າວ ພົລເມືອງ

ທາງການຈີນ ມີແຜນການຈະໃຫ້ເງິນທຶນ ສໍາລັບໃຊ້ໃນການຂຍາຍ ສູນພັທນາສີມືແຮງງານ ແຂວງອຸດົມໄຊ ເພື່ອຮອງຮັບຜູ້ດ້ອຍໂອກາດ ແລະຜູ້ທີ່ມີຄວາມສົນໃຈທົ່ວໄປ ທີ່ອາສັຍຢູ່ເຂດທາງພາກເໜືອ ຂອງປະເທດລາວ ໃຫ້ໄດ້ຮັບການຝຶກວິຊາຊີບ ໂດຍສະເພາະ ສາຂາໄກ໋ດ໌ນໍາທ່ຽວພາສາຈີນ ສ່ວນນຶ່ງ ກໍເພື່ອຕອບສນອງ ຄວາມຕ້ອງການ ຂອງນັກລົງທຶນ ແລະນັກທ່ອງທ່ຽວຊາວຈີນ ທີ່ເດີນທາງເຂົ້າມາ ປະເທດລາວ ເຊິ່ງຄາດວ່າ ຈະສາມາດຮອງຮັບ ຜູ້ທີ່ຕ້ອງການຝຶກອົບ ວິຊາອາຊີບໄດ້ຫຼາຍຂຶ້ນ ຈາກແຕ່ກ່ອນ ທີ່ສາມາດຮອງຮັບໄດ້ພຽງ 200-300 ຄົນຕໍ່ປີ.

ດັ່ງເຈົ້າໜ້າທີ່ ຫ້ອງການແຮງງານ ແລະສວັດດີການສັງຄົມ ຢູ່ເມືອງໄຊ ແຂວງອຸດົມໄຊ ຜູ້ບໍ່ປະສົງອອກຊື່ ແລະຕໍາແໜ່ງ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ່ 24 ສິງຫາ 2022 ນີ້ວ່າ:

“ບໍ່ສາມາດຮອງຮັບນັກຮຽນ ຂອງພາກເໜືອໄດ້ ແຕ່ລະປີທີ່ມາຮຽນຫັ້ນນ່າ 1,000-2,000 ຄົນຕໍ່ປີ. ທີ່ເພິ່ນຈະເພີ້ມຫັ້ນກໍມີຢູ່ ຊ່າງຈອດ ແລະກໍເສີມສວຍຕັດຜົມ ແລ້ວກະມີສາຂາ ໄກ໋ດ໌ນໍາທ່ຽວເນາະ, ການບໍຣິການທ່ອງທ່ຽວ, ມີໆພາສາຈີນນໍາ. ສ້າງຫຼັກສູດນີ້ຂຶ້ນເພື່ອສ້າງສີມືແຮງງານ ໃນການນໍາທ່ຽວບໍ. ປະສານງານຕ່າງໆ ຢູ່ບັນດາຫົວໜ່ວຍທຸຣະກິຈຕ່າງໆຫັ້ນ ໃຫ້ມັນສະດວກຂຶ້ນ.”

ສໍາລັບໂຄງການກໍ່ສ້າງ ສູນພັທນາສີມືແຮງງານດັ່ງກ່າວນີ້ ຈະເປັນການຕໍ່ເຕີ່ມ ຈາກພື້ນຖານໂຄງຮ່າງເກົ່າທີ່ມີຢູ່ແລ້ວ ດ້ວຍການເພີ່ມຈໍານວນອາຄານ ສໍາລັບໃຊ້ໃນການຝຶກວິຊາຊີບ ຈາກ 2 ຫຼັງ ເປັນ 13 ຫຼັງ ແລະເພີ່ມສາຂາ ວິຊາຊີບ ຈາກ 7 ສາຂາວິຊາ ເປັນ 10 ສາຂາວິຊາ.

ດັ່ງເຈົ້າໜ້າທີ່ ສູນພັທນາສີມືແຮງງານ ແຂວງອຸດົມໄຊ ຜູ້ບໍ່ປະສົງອອກຊື່ ແລະຕໍາແໜ່ງ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ແບບເກົ່າຫັ້ນແຫຼະ ມີແຕ່ເຮົາປັບປຸງພື້ນຖານໂຄງຮ່າງຊື່ໆ ໂຕເກົ່າກໍມີຢູ່ 2 ຕຶກ ເຂົາເຈົ້າຈະເພີ່ມໃໝ່ອີກ ໂຕເກົ່າມີ 7 ສາຂາ ເປັນພາສາຈີນ ກັບຊ່າງຈອດເສີມເຂົ້າມາຊ່ວຍ ແຕ່ສ່ວນຫຼາຍ ເຮົາກະຮັບປົກກະຕິຫັ້ນແຫຼະ ມີ 8 ແຂວງພາກເໜືອ ເຮົາກໍເອົາທັງພາຍໃນ ລະກະຕ່າງແຂວງແນ່.”

ສູນພັທນາສີມືແຮງງານ ແຂວງອຸດົມໄຊດັ່ງກ່າວນີ້ ຕັ້ງຢູ່ບ້ານບໍ່ ທີ່ຂຶ້ນກັບເມືອງໄຊ ຫ່າງຈາກເທສບານເມືອງໄຊ ປະມານ 5 ກິໂລແມັດ, ສ້າງຕັ້ງຂຶ້ນໃນ ປີ 2000 ຊື່ວ່າ ສູນພັທນາສີມືແຮງງານ ພາກເໜືອ ເຊິ່ງມີບົດບາດ ໃນການຝຶກວິຊາຊີບ ໃຫ້ແກ່ບັນດາຜູ້ອອກແຮງງານ ຈາກເມືອງ ແລະແຂວງຕ່າງໆ ທາງພາກເໜືອ ຂອງປະເທດລາວ ເປັນຕົ້ນ ແຂວງອຸດົມໄຊ, ຫຼວງພຣະບາງ, ໄຊຍະບູຣີ, ບໍ່ແກ້ວ, ຫຼວງນໍ້າທາ, ຜົ້ງສາລີ, ຫົວພັນ ແລະ ແຂວງຊຽງຂວາງ ທີ່ຜ່ານມາ ສູນພັທນາສີມືແຮງງານ ດັ່ງກ່າວນີ້ ເປີດສອນ 7 ສາຂາວິຊາ ຄື ຊ່າງໄຟຟ້າ, ຊ່າງປຸງແຕ່ງອາຫານ ແລະການໂຮງແຮມ, ຊ່າງກໍ່ສ້າງ ເຄຫາສະຖານ,​ ຊ່າງສ້ອມແປງ ແລະນໍາໃຊ້ຄອມພິວເຕີ້ຣ໌, ຊ່າງຕັດຫຍິບເຄື່ອງນຸ່ງ ແລະອາຊີບປູກຝັງ-ລ້ຽງສັດ.

Oudomxay.png
ແຜ່ນທີ່ ເຂດບ້ານບໍ່ ເມືອງໄຊ ແຂວງອຸດົມໄຊ ຊຶ່ງເປັນທີ່ຕັ້ງ ຂອງສູນພັທນາ ສີມືແຮງງານ ແຂວງພາກເໜືອ.

ທີ່ຜ່ານມາ ສາຂາວິຊາ ທີ່ບຸກຄົນທົ່ວໄປ ແລະນັກຮຽນທີ່ຮຽນຈົບ ຊັ້ນມັທຍົມສຶກສາ ມ.7 ມັກໃຫ້ຄວາມສົນໃຈຫຼາຍກວ່າໝູ່ ແມ່ນສາສາຂາວິຊາຊ່າງຕັດຫຍິບເຄື່ອງນຸ່ງ ຍ້ອນມີນັກລົງທຶນ ທັງພາຍໃນແລະຕ່າງປະເທດ ເຂົ້າມາຕັ້ງໂຮງງານ ໃນລັກສະນະດັ່ງກ່າວນີ້ ຢູ່ພາຍໃນປະເທດລາວ ຈໍານວນຫຼາຍ ແລະເປີດຮັບພະນັກງານ ຫຼາຍພັນຕໍາແໜ່ງ.

ດັ່ງ ອາຈານ ປະຈໍາວິທະຍາລັຍແຫ່ງນຶ່ງ ຢູ່ແຂວງອຸດົມໄຊ ກ່າວວ່າ:

“ສ່ວນຫຼາຍຕັດຫຍິບໃດ໋ ເພາະວ່າຕັດຫຍິບ ເປັນຫຍັງເຂົາຈຶ່ງອັນໄປຫຼາຍ ເນື່ອງຈາກວ່າຢູ່ນີ້ ມັນມີໂຮງງານຕັດຫຍິບ ແລ້ວກໍເວລາເຂົາຄິດວ່າ ເອີ ເຮົາຮຽນໂຕນີ້. ເຮົາຕ້ອງໄດ້ໄປເຮັດການ ໂນ້ນນີ້ນັ້ນ. ຄັນຖ້າວ່າ ບໍ່ມີໂຮງງານ ທີ່ໃຫ້ເຂົາເຈົ້າເຫັນ ເຂົາເຈົ້າຮຽນໄປ ເຂົາເຈົ້າກໍບໍ່ມີບ່ອນຮອງຮັບຕິ. ເຂົາເຈົ້າກໍບໍ່ຢາກຮຽນຫັ້ນນ່າ ຄືຕອນນີ້ ເປັນຫຍັງເຂົາເຈົ້າຢາກຮຽນຫຼາຍ ຍ້ອນວ່າ ຈີນມາລົງທຶນຢູ່ບ້ານເຮົາຫຼາຍເດ້.”

ສໍາລັບຊາວລາວທີ່ວ່າງງານ ແລະນັກຮຽນຊັ້ນມັທຍົມສຶກສາ ປີທີ່ 7 ທີ່ຫາກໍຈົບການສຶກສານັ້ນ ສ່ວນຫຼາຍຍັງບໍ່ທັນຮູ້ຈັກວ່າ ພາຍໃນແຂວງອຸດົມໄຊ ມີສູນພັທນາສີມືແຮງງານ ແລະເຖິງແມ່ນວ່າ ຊາວລາວຢູ່ເມືອງແລະແຂວງອື່ນ ຈະຮັບຮູ້ວ່າ ຢູ່ແຂວງອຸດົມໄຊ ມີສູນພັທນາສີມືແຮງງານດັ່ງກ່າວນີ້​, ແຕ່ຢ່າງໃດກໍຕາມ ພວກເຂົາເຈົ້າ ກໍບໍ່ສາມາດເດີນທາງມາເຂົ້າຝຶກອົບຮົມໄດ້ ຍ້ອນສູນຕັ້ງຢູ່ຫ່າງໄກ ຈາກບ່ອນອາສັຍຂອງພວກເຂົາເຈົ້າ.

ດັ່ງນັກຮຽນຊັ້ນ ມ.7 ທີ່ຫາກໍຮຽນຈົບ ຜູ້ນຶ່ງ ກ່າວວ່າ:

“ກໍຄື ອັນນີ້ບໍ່ຮູ້ເນາະ ແຕ່ວ່າຂະເຈົ້າໄດ້ຮັບຂໍ້ມູນຣາຍລະອຽດ. ທາງຂໍ້ຄວາມທາງອີ່ຫຍັງ ອີກຢ່າງນຶ່ງ ເຂົາໜ້າຈະສົນໃຈ. ໜ້າຈະມີຄົນໄປຮຽນ ເພາະວ່າທີ່ຮຽນຈົບມາ ກໍມີແຕ່ວ່າງງານ. ບາງຄົນກໍສ່ວນໜ້ອຍທີ່ຈະໄປຮຽນຕໍ່ ສ່ວນໜ້ອຍທີ່ຈະໄປເຮັດທຸຣະກິຈ ແຕ່ສ່ວນຫຼາຍກໍໜ້າຈະວ່າງງານ ເປັນສ່ວນຫຼາຍ. ອັນນີ້ກໍບໍ່ຮູ້ນ່າ ແຕ່ສ່ວນຫຼາຍກະຄື ຖ້າເວົ້າງ່າຍໆກໍຄື ເຂົາຈະເຮັດແບບ ເປັນສ້ອມແປງບໍ ຈໍາພວກນີ້ນ່າ.”

ໃນຂະນະດຽວກັນ ພາຍຫຼັງຈົບການສຶກສາ ຫຼືເຮັດວຽກຢູ່ປະເທດລາວແລ້ວ ເປັນໄລຍະເວລານຶ່ງ ຊາວລາວມັກຊອກຫາຊ່ອງທາງ ເພື່ອເດີນທາງໄປເຮັດວຽກຢູ່ປະເທດ ຍ້ອນໄດ້ຄ່າແຮງງານສູງກວ່າ.

ດັ່ງຊາວລາວ ທີ່ຢູ່ລະຫວ່າງການຊອກວຽກເຮັດ ທ່ານນຶ່ງ ກ່າວວ່າ:

“ມັນມີຄົນຢາກໄປຄືກັນນ່າເອື້ອຍ ເພາະວ່າ ຢູ່ວຽງບໍ່ຄ່ອຍເຮັດວຽກ ບໍ່ມີທຶນ ບາງເທື່ອເຂົາກໍຫາເຮັດວຽກເລີຍ ຈົບ ມ.7 ອາຍຸກໍ ໂອ້ ມ.7, 18–19 ແລ້ວ 20 ແລ້ວ 20 ຂຶ້ນໄປພຸ້ນແຫຼະ ທີ່ຈະຫາເຮັດວຽກ ເພາະວ່າຂະເຈົ້າບໍ່ມີທຶນຮຽນຕໍ່ເດ້ ຮຽນຕໍ່ ບາງເທື່ອຂະເຈົ້າກະຫາເຮັດວຽກກາງຄືນເນາະ ສູນພັທນາສີມືແຮງງານຫວາ ບໍ່ ບໍ່ຮູ້ເດ້ ເພາະວ່ານ້ອງ ກະບໍ່ເຄີຍໄປຮຽນ.”

ມາຮອດປັດຈຸບັນ ສູນພັທນາສີມືແຮງງານ ພາຍໃນປະເທດລາວ ມີຈໍານວນ 6 ແຫ່ງ ຕັ້ງຢູ່ນະຄອນຫຼວງວຽງຈັນ, ແຂວງບໍ່ແກ້ວ, ອຸດົມໄຊ, ສວັນນະເຂດ, ຈໍາປາສັກ ແລະແຂວງອັດຕະປື, ໃນນັ້ນ ບາງແຫ່ງໄດ້ເປີດໃຫ້ບໍຣິການມາດົນແລ້ວ ແຕ່ກໍຍັງບໍ່ທັນມີຜູ້ສົນໃຈ ລົງທະບຽນເຂົ້າຮັບການຝຶກອົບຮົມ ພໍເທົ່າໃດ ໃນຂະນະທີ່ ບາງແຫ່ງ ກໍຢູ່ລະຫວ່າງການປັບປຸງ ຫຼືຍັງບໍ່ທັນພ້ອມເປີດ ໃຫ້ບໍຣິການຢ່າງເຕັມປະສິທທິພາບເທື່ອ ສ່ວນເຣື່ອງການຂຍາຍສູນ ໃຫ້ຄົບທຸກແຂວງນັ້ນ ຍັງເປັນໄປໄດ້ຍາກ ຍ້ອນບັນຫາເຣື່ອງງົປມານບໍ່ພຽງພໍ.

ດັ່ງເຈົ້າໜ້າທີ່ສູນພັທນາສີມືແຮງງານ ນະຄອນຫຼວງວຽງຈັນ ຜູ້ບໍ່ປະສົງອອກຊື່ ແລະຕໍາແໜ່ງ ທ່ານນຶ່ງ ກ່າວວ່າ:

“ເງື່ອນໄຂໃນການຕັ້ງສູນນີ້ບໍ ສ່ວນຫຼາຍກໍແມ່ນທຶນເນາະ ທຶນໃນການຕັ້ງສູນ ເພາະວ່າສ່ວນຫຼາຍແມ່ນທຶນ ທາງງົປມານຂອງຣັຖ ສ່ວນຫຼາຍແມ່ນຈະບໍ່ພຽງພໍເນາະ ເປີດກັນມາຫຼາຍປີແລ້ວ ແຕ່ວ່າເຣື່ອງດໍາເນີນການຝຶກອົບຮົບວິຊາຊີບນີ້ກະ ດໍາເນີນການຍັງບໍ່ເຕັມທີ່ ເພາະວ່າເຮົາບໍ່ມີທຶນຫັ້ນນ່າ ເພາະວ່າ ທຶນທາງກະຊວງ ທາງຣັຖເພິ່ນອະນຸມັດໃຫ້ ກໍໄດ້ເປີດທຸກປີລະ 2 ເທື່ອ 3 ເທື່ອແບບນີ້ນ່າ.”

ໃນໄລຍະຫວ່າງ ວັນທີ່ 3-10 ສິງຫາ ທີ່ຜ່ານມາ ທ່ານ ບຸນມາ ສິທິໂສມ ຫົວໜ້າສະຖາບັນພັທນາສີມືແຮງງານ ລາວ-ເກົາຫຼີ ພ້ອມຄະນະຮັບຜິດຊອບ ຝ່າຍລາວ ແລະຈີນ ໄດ້ເດີນທາງໄປຍັງສູນພັທນາສີມືແຮງງານ ເມືອງໄຊ ແຂວງອຸດົມໄຊ ເພື່ອເບິ່ງສະຖານທີ່ກໍ່ສ້າງ ແລະແບບຂອງຕຶກອາຄານ ຮວມທັງໝົດມີ 11 ຫຼັງ, ເປັນອາຄານ 3 ຊັ້ນ 2 ຫຼັງ, 5 ຫຼັງ ແລະ 1 ຊັ້ນ 3 ຫຼັງ, ອາຄານສໍາລັບລະບົບຄວບຄຸມໄຟຟ້າ, ລະບົບນໍ້າປະປາ, ການສື່ສານ 1 ຫຼັງ ພ້ອມທັງການອອກແບບກໍາແພງອ້ອມສູນ, ລະບົບລະບາຍນໍ້າເສັຍ ແລະເສັ້ນທາງພາຍໃນສູນ ແລະອື່ນໆ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.