ຊາວບ້ານ ຢູ່ເມືອງນາໝໍ້ ຢາກໄດ້ ຄ່າຊົດເຊີຍ ດິນກະເສຕ ທີ່ເໝາະ
2022.08.30

ຣັຖບານລາວເຊັນສັນຍາ ມອບສິທນຳໃຊ້ທີ່ດິນ ເນື້ອທີ 3,150 ເຮັກຕ້າຣ໌ ໃນເຂດເມືອງນາໝໍ້ ແຂວງອຸດົມໄຊໃຫ້ກັບ ບໍຣິສັດ ອະມະຕະ ຊີຕີ້ລາວ ເພື່ອສ້າງໂຄງການພັທນາໂຕເມືອງອຸດສາຫະກັມ ທັນສມັຍ ແລະ ເປັນມິຕຕໍ່ສິ່ງແວດລ້ອມ ຫຼື Smart and Eco City Laos ປັດຈຸບັນທາງການລາວ ຢູ່ລະຫວ່າງການເວນຄືນທີ່ດິນ ແລະໄກ່ເກັ່ຽເງິນຊົດເຊີຍ ກັບຊາວບ້ານທີ່ຈະຖືກຜົລກະທົບ.
ຊາວບ້ານທີ່ຖືກຜົລກະທົບ ສູນເສັຽທີ່ດິນຢູ່ ບ້ານນາໝໍ້ ກ່າວວ່າ ຕາມຄວາມຄິດ ຂອງຊາວບ້ານສ່ວນໃຫຍ່ກໍບໍ່ຢາກມອບທີ່ດິນ ທຳການກະເສຕ ໃຫ້ກັບໂຄງການດັ່ງກ່າວ ແຕ່ໃນເມື່ອຫຼີກລ້ຽງບໍ່ໄດ້ ກໍຢາກໃຫ້ບໍຣິສັດຜູ້ພັທນາ ໂຄງການຊ່ອຍຊົດເຊີຍເງິນ ໃຫ້ກັບຊາວບ້ານຢ່າງເໝາະສົມ.
ດັ່ງຊາວບ້ານ ບ້ານນາໝໍ້ ເມືອງນາໝໍ້ ແຂວງອຸດົມໄຊ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 30 ສິງຫານີ້ວ່າ:
“ສ່ວນໃຫຍ່ ທີ່ຂະເຈົ້າສຳຣວດມັນກໍມີບາງບ້ານ ຊິຂັດຢູ່ດອກມັນຫຼາຍປັດຈັຍນ່າ ບໍ່ຊ່າງຊິວ່າສົມ ມຸດວ່າເຂົາໄດ້ເງິນຢູ່ ແຕ່ວ່າປະຊາຊົນສ່ວນຫຼາຍ ມັນຕິດພັນກັບທັມມະຊາຕ ໃນການທຳການຜລິຕເນາະ ຄັນວ່າເອົາດິນໄປແລ້ວ ມັນຊິບໍ່ມີບ່ອນທຳການຜລິຕຫັ້ນເນາະ.”
ຊາວບ້ານຜູ້ນີ້ຍັງກ່າວຕື່ມວ່າ ເຖິງບ້ານເມືອງຈະມີຄວາມຈະເຣີນ ຂຶ້ນຫຼາຍໃນໄລຍະ 4-5 ປີມານີ້ ແຕ່ຊາວບ້ານສ່ວນໃຫຍ່ ພາຍໃນເມືອງນາໝໍ້ ກໍຍັງດຳຣົງຊີວິຕ ຢູ່ຕາມທັມມະຊາຕ ຍັງພາກັນເຮັດໄຮ່, ເຮັດສວນ ແລະ ຍັງເບິ່ງບໍ່ເຫັນພາບ ຢ່າງຈະແຈ້ງວ່າ ໂຄງການພັທນາໂຕເມືອງ ອຸດສາຫະກັມທັນສມັຍ ແລະເປັນມິຕຕໍ່ສິ່ງແວດລ້ອມ ຈະອອກມາເປັນລັກສະນະ ແບບໃດແທ້.
ຊາວບ້ານອີກຜູ້ນຶ່ງ ຢູ່ບ້ານນາໝໍ້ກ່າວວ່າ ຫາກເປັນໂຄງການພັທນາ ທີ່ເຮັດໃຫ້ຊາວບ້ານ ສ່ວນໃຫຍ່ພົ້ນຈາກຄວາມທຸກຍາກໄດ້ ຢ່າງມີປະສິທທິພາບ ແລະ ປະສິທທິຜົລ ກໍພ້ອມມອບທີ່ດິນ ທຳການກະເສຕໃຫ້ກັບໂຄງການ ແຕ່ທາງໂຄງການກໍຕ້ອງມອບເງິນ ຊົດເຊີຍໃຫ້ກັບຊາວບ້ານ ຢ່າງເໝາະສົມເຊັ່ນກັນ.
ສ່ວນເຣື່ອງຄວາມກັງວົນໃຈ ທີ່ສຸດກໍຄືຫາກຊາວບ້ານ ບໍ່ມີທີ່ດິນທຳການກະເສຕແລ້ວ ຈະດຳເນີນຊີວິຕແບບໃດ ເພາະຊັພສິນອັນມີຄ່າທີ່ສຸດ ຂອງຊາວບ້ານກໍຄືທີ່ດິນ ທຳການກະເສຕ ຊຶ່ງຊ່ອຍສ້າງອາຊີພ ສ້າງລາຍໄດ້ ໃຫ້ກັບຊາວບ້ານມາຢ່າງຍືນຍົງ.
ດັ່ງຊາວບ້ານຜູ້ນີ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ໃຫ້ເບິ່ງນຳກັນຫັ້ນແລ້ວ ແນວໃດສິພົ້ນອອກຈາກຄວາມທຸກ ຄັນຖ້າມີແຕ່ເຮືອນ ແລ້ວບໍ່ມີອັນເຮັດກິນ ມັນກາຢູ່ບໍ່ໄດ້ ຄົນເຮົາໃຫ້ເພິ່ນເອົາໄຮ່ ເອົານາໝົດແລ້ວ ຊິໄປກິນອັນໃດ ທາງບ້ານນີ້ ເຂົາບໍ່ຢາກເຫັນດີປານໃດຫັ້ນແຫຼະ ແບບວ່າລາຄາຊົດເຊີຍກາຕໍ່າແດ່.”
ສ່ວນຊາວບ້ານອີກຜູ້ນຶ່ງ ໃນເມືອງນາໝໍ້ກ່າວວ່າ ຊາວບ້ານສ່ວນໃຫຍ່ ກໍພ້ອມທີ່ຈະພັທນາບ້ານ-ເມືອງ ໃຫ້ມີຄວາມຈະເຣີນ ທຽບເທົ່າສາກົນ ແຕ່ຫຼາຍໂຄງການພັທນາ ໃນໄລຍະຜ່ານມາ ພັດມອບເງິນຊົດເຊີຍ ໃຫ້ກັບຊາວບ້ານ ທີ່ໄດ້ຮັບຜົລກະທົບຢ່າງບໍ່ສົມເຫດສົມຜົລ ຈຶ່ງເຮັດໃຫ້ຊາວບ້ານຫຼາຍຄົນ ມີຄວາມກັງວົນໃຈແລະບໍ່ຢາກສູນເສັຽ ທີ່ດິນ ຖ້າຫາກບໍ່ໄດ້ຄ່າຊົດເຊີຍ ທີ່ສົມເຫດສົມຜົລ.
ດັ່ງຊາວບ້ານຜູ້ນີ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ມັນອີງໃສ່ວ່າ ທາງເພິ່ນຕອບສນອງເຣື່ອງເງິນ ພຽງພໍບໍ່ ອັນນັ້ນປະຊາຊົນເຮົາ ກາຍັງຄິດຍາກຢູ່ ຫຼາຍຄົນຫຼາຍເຈົ້າ ເພິ່ນບໍ່ຢາກຂາຍໃຫ້ກໍ.”
ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ຜແນກ ຊັພຍາກອນທັມມະຊາຕ ແລະສິ່ງແວດລ້ອມ ແຂວງອຸດົມໄຊ ກ່າວວ່າເຖິງແມ່ນວ່າ ຣັຖບານລາວຈະມອບສິທ ນໍາໃຊ້ທີ່ດິນໃຫ້ກັບບໍຣິສັດອະມະຕະ ຊີຕີິ້ລາວ ແລ້ວ ແຕ່ເນື້ອທີ່ຈຳນວນນຶ່ງ ໄດ້ກວມເອົາທີ່ດິນຂອງຊາວບ້ານ ບ້ານນາໝໍ້ ແລະ ບ້ານໃກ້ຄຽງອື່ນໆ ໃນເຂດເມືອງນາໝໍ້. ສະນັ້ນ ຈຶ່ງຕ້ອງມີການໄກ່ເກັ່ຽ ເພື່ອຊົດເຊີຍເງິນໃຫ້ກັບຊາວບ້ານ ທີ່ຈະຖືກຜົລກະທົບ.
ບັນຫາເຣື່ອງໄກ່ເກັ່ຽ ເງິນຊົດເຊີຍ ປັດຈຸບັນຍັງບໍ່ເປັນເອກພາບກັນ ເນື່ອງຈາກຊາວບ້ານ ທີ່ໄດ້ຮັບຜົລກະທົບ ໃນເຂດເມືອງນາໝໍ້ ບໍ່ຍອມຮັບເອົາເງິນຊົດເຊີຍ ເພາະຊາວບ້ານເຫັນວ່າ ເງິນຊົດເຊີຍຂ້ອນຂ້າງຕໍ່າ ຄືຢູ່ປະມານ 100,000-150,000 ກີບຕໍ່ແມັດກາເຣ ຫຼື ປະມານ 1 ຕື້-1.5 ຕື້ກີບຕໍ່ເຮັກຕ້າຣ໌ ຊຶ່ງບໍ່ເໝາະສົມ ກັບສະພາບບ້ານເມືອງ ທີ່ມີຄວາມຈະເຣີນຂຶ້ນນັບມື້.
ຈຳນວນເງິນຊົດເຊີຍ ທີ່ຊາວບ້ານ ຕ້ອງການເພື່ອນຳໄປຕໍ່ຍອດ ແລະດຳເນີນຊີວິຕ ໄດ້ໃນອະນາຄົຕຄືຢູ່ປະມານ 250,000 - 500,000 ກີບຕໍ່ແມັດກາເຣ ຫຼືປະມານ 2.5 ຫາ 5 ຕື້ກີບຕໍ່ເຮັກຕ້າຣ໌ ຊຶ່ງອັດຕຣາການຊົດເຊີຍ ກໍຈະແຕກຕ່າງກັນໄປ ຕາມແຕ່ລະຄອບຄົວ.
ດັ່ງເຈົ້າໜ້າທີ່ ທ່ານນີ້ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ອະມະຕະ ພວກຂະເຈົ້າກາຍັງບໍ່ຜ່ານ ເຣື່ອງອັດຕຣາເທື່ອເດ້ ຍັງບໍ່ໄດ້ເທື່ອໃດ ແລ້ວບາດນີ້ມາຄິດໄລ່ແລ້ວ ມັນຢາກຕໍ່າ. ເວລາຖືກຊົດເຊີຍໄປແລ້ວ ໄປຕັ້ງຫຼັງໃໝ່ ບໍ່ໄດ້ເດ້ ເປັນຫ່ວງໂຕນີ້ ແລ້ວເພິ່ນຢາກໃຫ້ກວດກາຄືນ.”
ທາງດ້ານເຈົ້າໜ້າທີ່ ບໍຣິສັດ ອະມະຕະ ສຳນັກງານໃຫຍ່ ຢູ່ປະເທດໄທຍ ກ່າວວ່າ ເປົ້າໝາຽ ຂອງບໍຣິສັດ ມີຄວາມຕັ້ງໃຈ ທີ່ຈະພັທນາພື້ນທີ່ ໂຄງການທີ່ຕັ້ງຢູ່ປະເທດລາວ ໃຫ້ເປັນໂຕເມືອງ ອຸດສາຫະກັມ ທີ່ທັນສມັຍ ຫຼື High Tech ພາຍໃຕ້ແນວຄິດ ການພັທນາເມືອງແບບ Smart City ແລະ ເປັນເມືອງແຫ່ງການຜລິຕ ທີ່ມີນະວັຕກັມ ແລະ ເທັກໂນໂລຢີໃໝ່ໆ ທີ່ບໍ່ສ້າງມົນພິດ ບໍ່ມີຜົລກະທົບທາງລົບ ດ້ານສິ່ງແວດລ້ອມ ແລະຜົລກະທົບອື່ນໆ ຕໍ່ກັບພື້ນທີ່ໃກ້ຄຽງ ເປັນພື້ນທີ່ຕົ້ນນໍ້າ ຮວມເຖິງເປັນເມືອງແຫ່ງການຄົ້ນຄ້ວາ ແລະ ການສຶກສາ.
ປັດຈຸບັນ ບໍຣິສັດ ອະມະຕະຊີ້ຕີ້ລາວ ໄດ້ຮັບມອບສິທ ນຳໃຊ້ທີ່ດິນຈາກຣັຖບານລາວ ສຳເຣັດແລ້ວ ແຕ່ຍັງຕ້ອງລໍຖ້າ ການເວນຄືນທີ່ິດິນ ຈຳນວນນຶ່ງ ນຳຊາວບ້ານ ຊຶ່ງຄາດຄະເນວ່າ ຈະສຳເຣັດໃນໝໍ່ໆນີ້ ແລະ ທ້າຍປີ 2022 ທາງບໍຣິສັດ ກໍຈະເຣີ່ມເຂົ້າໄປລົງທຶນໃນທັນທີ.
ດັ່ງເຈົ້າໜ້າທີ່ ບໍຣິສັດ ອະມະຕະ ສຳນັກງານໃຫຍ່ ຢູ່ປະເທດໄທຍ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽ ໃນມື້ດຽວກັນນີ້ວ່າ:
“ຄືຈະມີ 2 ບ່ອນບ່ອນທຳອິດ ຄືນາເຕີຍ ຊຶ່ງນາເຕີຍນີ້ເຮົາເຊັນ MOU ໄປແລ້ວ ເມື່ອຕົ້ນປີ 2022 ວາງສີລາຣຶກໄປແລ້ວ ອັນນີ້ເປັນໂຄງການທີ 2 ຄືເປັນນາໝໍ້, ຄືຕອນນີ້ ເຮົາລໍຖ້າ ຣັຖບານລາວເວນຄືນ ທີ່ດິນຢູ່ ຖ້າຣັຖບານຈັດການ ທຸກຢ່າງໃຫ້ສຳເຣັດ ຄືເຮົາສາມາດເຂົ້າໄປລົງທຶນໄດ້ເລີຍ ແລ້ວກາເຣີ່ມດຳເນີນການ ປີນີ້ໄດ້ເລີຍ. ບໍ່ໄດ້ເປັນອຸດສາຫະກັມໜັກ ເຮົາຈະບໍ່ໄດ້ໄປບຽດບັງ ສິ່ງແວດລ້ອມຫຼາຍ.”
ສຳລັບໂຄງການພັທນາ ໂຕເມືອງອຸດສາຫະກັມ ຂອງບໍຣິສັດ ອະມະຕະ ຊີຕີ້ລາວ ມູນຄ່າ 500 ລ້ານໂດລ້າຣ໌ສະຫະຣັຖ ມີໄລຍະເວລາສັມປະທານ 50 ປີ ແລະ ສາມາດຕໍ່ສັນຍາຕື່ມໄດ້ 25 ປີ ໂດຍໂຄງການດັ່ງກ່າວນີ້ ຈະແບ່່ງອອກເປັນ 2 ໄລຍະ ດັ່ງນີ້.
ໄລຍະທີ 1 ຢູ່ເມືອງຫຼວງນໍ້າທາ ແຂວງຫຼວງນໍ້າທາ ເນື້ອທີ່ດິນ ສັມປະທານທັງໝົດ 410 ເຮັກຕ້າຣ໌ ໂດຍມີການເຊັນມອບ-ຮັບທີ່ດິນ ຈາກຣັຖບານລາວ ເມື່ອວັນທີ 11 ມົກຣາ 2022 ທີ່ຜ່ານມາ. ປັດຈຸບັນໄດ້ວາງສີລາຣຶກກໍ່ສ້າງໄປແລ້ວ ຢູ່ລະຫວ່າງການພັທນາພື້ນທີ່ ແຕ່ຍັງບໍ່ໄດ້ຊົດເຊີຍເງິນ ໃຫ້ກັບຊາວບ້ານທີ່ຖືກຜົລກະທົບ.
ໄລຍະທີ 2 ຢູ່ເມືອງນາໝໍ້ ແຂວງອຸດົມໄຊ ເນື້ອທີ່ດິນສັມປະທານທັງໝົດ 3,150 ເຮັກຕ້າຣ໌ ໂດຍມີການເຊັນສັນຍາ ມອບ-ຮັບ ທີ່ດິນຈາກຣັຖບານລາວ ເມື່ອວັນທີ 25 ສິງຫາ 2022 ທີ່ຜ່ານມາ. ປັດຈຸບັນຢູ່ລະຫວ່າງການເວນຄືນທີ່ດິນ ນໍາຊາວບ້ານ.
ບໍຣິສັດອະມະຕະ ຊີຕີ້ລາວ ມີນະໂຍບາຍຕໍ່ຜູ້ຖືກຜົລກະທົບ ຈາກໂຄງການພັທນາ ໂຕເມືອງອຸດສາຫະກັມທັນສມັຍດັ່ງນີ້.
- ກຸ່ມອະມະຕະ ມີນະໂຍບາຍທີ່ຈະໃຫ້ຜູ້ຄອບຄອງ ກັມມະສິທໃນບໍຣິເວນ ໂຄງການໄດ້ເຂົ້າມາມີສ່ວນຮ່ວມ ໃນຖານະຫຸ້ນສ່ວນ ໃນການພັທນາໂຄງການ ໂດຍນໍາໃຊ້ວິທີການ ປະເມີນຄ່າທີ່ດິນ ທີ່ເໝາະສົມ ແລະຍຸຕິທັມກັບທາງຣັຖບານລາວ ແລະທາງກຸ່ມອະມະຕະ ຈະນໍາສະຖາບັນການເງິນແລະທນາຄານ ເຂົ້າມາຊ່ອຍເຫຼືອໃນການໃຫ້ເງິນກູ້ ແກ່ເຈົ້າຂອງທີ່ດິນ ໂດຍເຈົ້າຂອງທີ່ດິນສາມາດ ນຳຫຼັກຖານການຖືຫຸ້ນ ໃບຫຸ້ນມາກູ້ເງິນຈາກສະຖາບັນ ການເງິນໃນອັດຕຣາດອກເບັ້ຽຕໍ່າ ຍຸຕິທັມ.
- ມີແຜນການສ້າງສູນຝຶກອົບຮົມ ວິຊາຊີພ ແລະ ພັທນາສີມືແຮງງານ ເພື່ອຝຶກສອນທັກສະ ຄວາມຮູ້, ຄວາມສາມາດ ແລະ ທັກສະການເຮັດວຽກ ໃຫ້ຄົນງານທ້ອງຖິ່ນ ເພີ່ມຂີດຄວາມສາມາດ ພຽງພໍທີ່ຈະເຂົ້າເຮັດວຽກ ກັບໂຄງການຕ່າງໆ ຕາມຄວາມສຳນານ ແລະ ສົນໃຈໄດ້ ເປັນການເຮັດໃຫ້ທຸກຄົນ ມີວຽກເຮັດງານທຳ.
- ບໍ່ມີນະໂຍບາຍ ໂຍກຍ້າຍປະຊາຊົນ ອອກຈາກພື້ນທີ່ ແຕ່ຈະວາງແຜນເມືອງໃໝ່ ແລະຈັດວາງຕຳແໜ່ງພື້ນທີ່ ໃຫ້ເໝາະສົມ ແລະມີປະສິທຕິພາບ ເພື່ອໃຫ້ເກີດການໃຊ້ປໂຍດສູງສຸດ.
- ມີເປົ້າໝາຽ ສ້າງອາຊີພໝັ້ນຄົງ ໂດຍຈະຈັດຫາງານສ້າງລາຍຮັບ ໃຫ້ກັບທ້ອງຖິ່ນ ແລະຊາວບ້ານໃນພື້ນທີ່ເນື່ອງຈາກ ມີການລົງທຶນມະຫາສານ ຈາກໂຄງການ ຊຶ່ງຈະສົ່ງຜົລຕໍ່ການສ້າງເສຖກິຈ, ສ້າງອາຊີພ ໝັ້ນຄົງ, ສ້າງລາຍຮັບ, ສ້າງໂອກາດ ໃຫ້ກັບຊາວບ້ານ ໃນພື້ນທີ່.
- ສ້າງຄວາມຈະເຣີນ ຢ່າງມີລະບົບ ແລະຍືນຍົງ ເນື່ອງຈາກມີການວາງແຜນ ອອກແບບຈາກນັກຊ່ຽວຊານ ນັກພັທນາ ແລະນັກລົງທຶນ ຜູ້ທີ່ມີຄວາມຮູ້, ຄວາມສາມາດ ໃນລະດັບ ນາໆຊາຕ ບຸກຄົນເລົ່ານີ້ ຈະເຂົ້າມາມີສ່ວນຮ່ວມ ໃນການສ້າງຜັງເມືອງໃໝ່ ທີ່ບໍ່ສ້າງມົລພິດໂດຍຄຳນຶງເຖິງ ຜົລກະທົບດ້ານສິ່ງແວດລ້ອມ ເປັນຫຼັກ.