ຄົນຂັບຣົຖ ຂົນສົ່ງສິນຄ້າຄົນລາວ ຕີກັນກັບຄົນຈີນ

ໄຊຍາ
2022.01.04
ຄົນຂັບຣົຖ ຂົນສົ່ງສິນຄ້າຄົນລາວ ຕີກັນກັບຄົນຈີນ ເຫດການ ຄົນຂັບຣົຖ ຂົນສົ່ງສິນຄ້າ ຄົນລາວຕີກັນກັບ ຄົນຂັບຣົຖຂົນສົ່ງ ຄົນຈີນ ເຮັດໃຫ້ມີຜູ້ໄດ້ຮັບບາດເຈັບຫົວແຕກ, ທີ່ດ່ານສາກົລບໍ່ເຕັນ, ວັນທີ 3 ມົກຣາ 2022.
ນັກຂ່າວ ພົລເມືອງ

ໃນວັນທີ 3 ມົກຣາທີ່ຜ່ານມານີ້ ເກີດເຫດຄົນຂັບຣົຖບັນທຸກ ຄົນລາວຕີກັນກັບຄົນຂັບຣົຖບັນທຸກ ຄົນຈີນ ຢູ່ບໍຣິເວນ ດ່ານສາກົລບໍ່ເຕັນຊາຍແດນລາວ-ຈີນ ແຂວງຫຼວງນໍ້າທາ ຍ້ອນຄົນຂັບຣົຖຊາວລາວ ບໍ່ພໍໃຈທີ່ຖືກຄົນຈີນ ລັດຄີວເພື່ອຕໍ່ແຖວ ຜ່ານໄປຍັງໜ້າດ່ານສາກົລບໍ່ເຕັນ ຈຶ່ງເກີດປາກສຽງ ແລະຕີກັນຈົນເຮັດໃຫ້ຄົນຈີນຖືກຕີຫົວແຕກ ໄດ້ຮັບບາດເຈັບ. ຄົນຂັບຣົຖບັນທຸກ ທີ່ເຫັນເຫດການດັ່ງກ່າວກ່າວຕໍ່ ວິທຍຸເອເຊັຽເສຣີໃນວັນທີ 4 ມົກຣານີ້ວ່າ:

ກົດຣະບຽບ ເຂົາເຈົ້າບໍ່ໃຫ້ແຊງຄີວນ່າ ຈີນຫັ້ນຂະເຈົ້າແຊງຄີວ ທຳມະດານີ້ຣົຖຈຸນ້ອງຊິໄດ້ອອກກ່ອນ ແຕ່ຈີນເຂົາມາລັດໜ້າຫັ້ນ ຄົນລາວມັນເອົາກ້ອນຫີນໃຫຍ່ໆ ຫັ້ນນ່າໃສ່ຣົຖຂອງຄົນຈີນ ຄົນນັ້ນບາດນີ້ໝໍຈີນເຈົ້າຂອງຣົຖຫັ້ນ ລົງມາເບິ່ງຈີນມັນເຂົ້າໃຈວ່າ ດຶກໃສ່ຫົວຣົຖຂອງມັນຫັ້ນນ່າ ມາເອົາຫົວຍື່ນໃສ່ຄົນລາວວ່າແມະ ໆ ຫົວຂ້ອຍນ່າຊິແມ່ນຈີນ ມາລົງມືກ່ອນນ່າມັນໃຈຮ້ອນເດ້.

ທ່ານກ່າວຕື່ມວ່າ ໃນໄລຍະທີ່ຜ່ານມາ ກໍມັກເກີດເຫດການຕີກັນ ລະຫວ່າງຄົນຂັບຣົຖຄົນລາວກັບຄົນຈີນຢູ່ເລື້ອຍໆ ຍ້ອນຄົນຂັບຣົຖຄົນຈີນ ມັກໄດ້ສິດໃຫ້ລັດຄີວຜ່ານໄປ ຍັງໜ້າດ່ານສາກົລບໍ່ເຕັນກ່ອນຄົນລາວເນື່ອງຈາກພະນັກງານທີ່ເປັນຜູ້ຄວບຄຸມ ຈັດແຖວຣົຖບັນທຸກນັ້ນ ກໍແມ່ນບໍຣິສັດຂອງຈີນ ຈຶ່ງໄດ້ອຳນວຍຄວາມສະດວກ ໃຫ້ຄົນຈີນຫຼາຍກວ່າຄົນລາວ ເຮັດໃຫ້ຄົນຂັບຣົຖຄົນລາວພາກັນບໍ່ພໍໃຈ ຈົນເກີດເຫດຕີກັນ. ເຫດການຂັດແຍ່ງ ດັ່ງກ່າວເກີດຂຶ້ນ ຍ້ອນຄົນຈີນຂັບຣົຖແຊງຄົນລາວ ເນື່ອງຈາກໃນໄລຍະນີ້ ເກີດສະພາບຣົຖບັນທຸກ ຕິດລຽນແຖວຍາວຢູ່ດ່ານສາກົລບໍ່ເຕັນ ເຮັດໃຫ້ຄົນຂັບຣົຖ ພະຍາຍາມສວຍໂອກາດລັດຄີວ.

ຄົນຂັບຣົຖຄົນລາວ ທີ່ເຫັນເຫດການອີກຄົນນຶ່ງກ່າວວ່າ:

ເຂົາບຽດໄປຂ້າງໜ້າເນາະບຽດແຊງກັນ ຕໍ່ມາເຂົາກາຕີກັນທີ່ຜ່ານມາເນາະ ສ່ວນຫຼາຍຈີນແຊງຄົນລາວຫຼາຍກ່ອນ ຢູ່ຕາມຫຼັງຫັ້ນຊ່ວງນີ້ກາຕິດຫຼາຍ ໃຜກໍຢາກໄປກ່ອນ ຣົຖຕິດຫຼາຍໂອຊ່ວງນີ້.

ໃນຂະນະທີ່ບັນຫາຣົຖບັນທຸກຕິດຕັ້ງແຕ່ເຂດບ້ານນາເຕີຍ ແຂວງຫຼວງນໍ້າທາ ໄປຮອດດ່ານສາກົລບໍ່ເຕັນນັ້ນ ປັດຈຸບັນກໍຍັງເປັນບັນຫາທີ່ບໍ່ທັນແກ້ໄຂໄດ້ໝົດເທື່ອ ເຖິງແມ່ນວ່າສະພາບຣົຖຕິດ ກໍດີຂຶ້ນເລັກໜ້ອຍກວ່າໄລຍະທ້າຍປີ 2021 ກໍຕາມ ແຕ່ຊາວບ້ານໃນທ້ອງຖິ່ນກໍຍັງປະສົບບັນຫາ ເດີນທາງຫຍຸ້ງຍາກຢູ່ຄືເກົ່າ.

ດັ່ງຊາວບ້ານຢູ່ເຂດບ້ານນາເຕີຍກ່າວວ່າ:

ໄປໃສມາໃສກາລຳບາກ ໄປຕລາດກໍລຳບາກ ບາງເທື່ອຣົຖຈັກກາໄປບໍ່ໄດ້ ພວກໂຊເຟີ້ກໍລະຫຼວມແດ່ ກໍມີເຈົ້າໜ້າທີ່ເພິ່ນ ພະຍາຍາມເຕັມທີ່ແລ້ວ ບາງເທື່ອໂຊເຟີ້ຣົຖ ຂະເຈົ້າຫາກບໍ່ຟັງເອັງແຊງຄີວ ແນວນັ້ນຫັ້ນແຫຼະ.

ສ່ວນຄົນຂັບຣົຖບັນທຸກຄົນລາວຫຼາຍຄົນ ທີ່ກຳລັງຂັບຣົຖໄປຫາດ່ານສາກົລບໍ່ເຕັນ ກໍຍັງປະສົບບັນຫາຣົຖຕິດຢູ່ຄືເກົ່າ ແຕ່ພວກເຂົາເຈົ້າກໍຫຼີກລ້ຽງບໍ່ໄດ້ ຍ້ອນຈຳເປັນຕ້ອງໄດ້ຫາລາຍໄດ້ ຈາກການຂັບຣົຖຂົນສົ່ງສິນຄ້າ ແລະບໍ່ມີທາງອື່ນທີ່ຈະຂັບຣົຖລັດຜ່ານໄປໄດ້.

ຄົນຂັບຣົຖບັນທຸກ ທ່ານນຶ່ງກ່າວວ່າ:

ມານາເຕີຍຢູ່ນາເຕີຍນີ້ແຫຼະກໍຍັງຫຼາຍທຳມະດາຣົຖຍາວນີ້ມາບໍ່ໄດ້ແກ້ໄຂໄດ້ສ່ວນໜ້ອຍຍັງບໍ່ຮູ້ເທື່ອຟາກລະໜ້ອຍໆ ກາໄປ.

ເຈົ້າຂອງຣົຖບັນທຸກອີກທ່ານນຶ່ງ ທີ່ກຳລັງຢູ່ລະຫວ່າງຂັບຣົຖໄປຫາດ່ານສາກົລ ບໍ່ເຕັນກ່າວວ່າ ສະພາບຣົຖບັນທຸກຕິດດັ່ງກ່າວ ຖືວ່າດີຂຶ້ນເລັກໜ້ອຍກວ່າທ້າຍປີ 2021 ທີ່ຣົຖໄດ້ຕິດຍາວໄປຮອດເມືອງນາໝໍ້ ແຂວງອຸດົມໄຊ ແຕ່ກໍຍັງບໍ່ແນ່ໃຈວ່າ ບັນຫານີ້ຈະກັບມາເປັນປົກກະຕິເມື່ອໃດ ຫຼືຕ້ອງລໍຖ້າໃຫ້ທາງຈີນເປີດຮັບ ຣົຖບັນທຸກຈາກລາວເປັນປົກກະຕິກ່ອນ.

ມາແຕ່ວຽງຈັນພຸ້ນແຫຼະ ຂຶ້ນໄປບໍ່ເຕັນມື້ແລງນີ້ ຊິຮອດບ່ອນຣົຖຕິດແລ້ວ ຂະເຈົ້າກາແກ້ໄຂຕາມຫັ້ນແຫຼະແຕ່ວ່າຍັງບໍ່ປ່ອຍ ດຽວນີ້ໄຄຂຶ້ນໜ້ອຍນຶ່ງເນາະ ຫຼາຍຂຶ້ນໜ້ອຍນຶ່ງບໍ່ຮອດນາໝໍ້ແລ້ວ ດຽວນີ້ນ່າປະມານບ້ານນຳແພງເນາະ 20 ກວ່າກິໂລແມັດນີ້ແຫຼະ.

ທາງດ້ານເຈົ້າໜ້າທີ່ຄະນະສະເພາະກິຈ ແຂວງຫຼວງນໍ້າທາກໍກຳລັງແກ້ໄຂ ສະພາບຣົຖບັນທຸກຕິດ ຢູ່ເລື້ອຍໆ ທຸກມື້ແລະຄາດວ່າ ອີກບໍ່ດົນນີ້ສະພາບຣົຖຕິດຈະຫຼຸດລົງຫຼາຍ ຍ້ອນສະຖານີຣົຖໄຟນາເຕີຍ ກຳລັງເປີດໃຊ້ສຳລັບເປັນສະຖານີຂົນສົ່ງສິນຄ້າ ລາວ-ຈີນ, ສ່ວນບັນຫາຂັດ ແຍ່ງລະຫວ່າງຄົນລາວ ແລະຄົນຈີນດັ່ງກ່າວນັ້ນຍັງບໍ່ໄດ້ຮັບແຈ້ງລາຍລະອຽດເທື່ອ.

ເຈົ້າໜ້າ ທີ່ທ່ານນຶ່ງໄດ້ກ່າວວ່າ:

ຈັດສັນກັນໄປແຕ່ລະມື້ແນວນັ້ນແຫຼະເນາະ ເບິ່ງສະພາບໃນຕໍ່ໜ້ານີ້ ກໍສິມີສິນຄ້າຈຳນວນນຶ່ງ ເຂົາຈະໃຊ້ຣົຖໄຟປັດຈຸບັນນີ້ ຂະເຈົ້າສິເປີດຢູ່ສະຖານີນາເຕີຍນີ້ ມີສິນຄ້າຈຳນວນນຶ່ງຂຶ້ນຣົຖໄຟໄປ.

ປັດຈຸບັນຣົຖບັນທຸກທີ່ສາມາດແລ່ນຜ່ານ ດ່ານສາກົລບໍ່ເຕັນເຂົ້າໄປຈີນ ມີປະມານ 150 ຄັນຕໍ່ມື້. ໃນຂະນະທີ່ມີຣົຖບັນທຸກສິນຄ້າໃນລາວ ທັງຂອງຄົນລາວ ແລະຄົນຈີນ ທີ່ລໍຖ້າຜ່ານດ່ານໄປຈີນມີປະມານ 350 ຄັນຕໍ່ມື້ ແລະ ນັບມື້ກໍເພີ່ມຈຳນວນສະສົມຂຶ້ນເລື້ອຍໆ. ສ່ວນໂຊເຟີ້ຊຸດຂາວ ເບື້ອງຈີນທີ່ເຮັດວຽກສີດພົ່ນຢາຂ້າເຊື້ອໂຄວິດ-19 ກໍມີພຽງແຕ່ 80 ຄົນ ແລະກໍໃຊ້ເວລາສີດພົ່ນຢາຂ້າເຊື້ອ 15 ຫາ 20 ນາທີ ຕໍ່ຄັ້ງຕໍ່ຄົນ ແລະຕ້ອງສີດຢາຂ້າເຊື້ອ 3 ຄັ້ງຕໍ່ຄົນ ຈຶ່ງຈະປ່ອຍໃຫ້ເຂົ້າຈີນໄດ້ໂດຍໃນແຕ່ລະມື້ ດ່ານສາກົລບໍ່ຫານ ກໍເປີດພຽງແຕ່ເວລາ 8 ໂມງ ຫາ 16 ໂມງ ເທົ່ານັ້ນ ຈຶ່ງເປັນເຫດໃຫ້ເກີດ ສະພາບຣົຖຕິດຈຳນວນຫຼາຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

mike
Jan 05, 2022 02:25 AM

kicking some ass Chinese is been so rout no respect we need stand on line but Chinese cut of the line teach him lesson

ຄົນຫາເຊົ້າກິນຄໍ່າ
Jan 05, 2022 02:41 AM

ໜັາສົ່ງສານນໍ ໂບຮານກວ່າໄວ້ວ່າ ໜູກັດຜ້າຈຶ່ງຮູ້ຄຸນແມວ ລູກແຫວນແອວ ຈຶ່ງຮູ້ຄຸນພໍ່ແມ່. ຈິ່ງເລື່ອງນື້ບໍ່ແມ່ນເກີດມາໄລຍະໂຄວິດດອກທ່ານເອີຍ ມັນເກີດມາ 30 ປີແລ້ວ, ພຽງແຕ່ວ່າເວລານັ້ນເສັ້ນທາງມະຫາລໍ້າບາກລົດມັນໜ່ອຍ. ວິທີແກ້: 1. ສ້າງທີມງານສະເພາະກິດ ທັງສອງຝັ່ງລາວ ແລະ ຈີນມາຮັບຜິດຊອບ, 2. ລັດທັງສອງຝ່າຍຕ້ອງມ້າງສິ່ງກິດຊວາງ ຄື ຄົນລັດ ຫາຜົນປະໂຫຍດໃນເຂດນັ້ນ(ມີມາແຕ່30ປີຫລັງ). 3. ເພີ່ມສິ່ງອຳນວຍຄວາມສະດວກເຂົ້າ ແລະ 4. ຖ້າບໍ່ພ້ອມຢ່າເປີດເອົາໜ້າເອົາຕາ ແລະ ໃຊ້ນັກວິຊາການມືອາຊີບມາແກ້ໄຂ ແລະ ເຮັດວຽກປະຈໍາ.