ໂຄງການພັທນາຄ້າງຄາ ຢູ່ 4 ແຂວງ

ຈໍາປາທອງ
2020.10.30
F-Bounthong-Chitmany ໃນມື້ວັນທີ 27 ຕຸລາ 20, ທ່ານ ບຸນທອງ ຈິດມະນີ ປະທານອົງການກວດກາ ຣັຖບານ ໄດ້ຣາຍງານຜົລການກວດກາ ຕາມຜົລການກວດສອບ ໃນປີ 2018 ກ່ຽວກັບເຣື່ອງການ ໃຫ້ເຊົ່າ-ສັມປະທານ ດິນຣັຖ ທີ່ຍັງບໍ່ທັນໄດ້ເຮັດ ສັນຍາຢູ່ 4 ແຂວງ.
ພາບຈາກ: ໂທຣະທັສແຫ່ງຊາດລາວ

ໃນມື້ວັນທີ 27 ຕຸລາ ນີ້ ທ່ານ ບຸນທອງ ຈິດມະນີ ປະທານອົງການກວດກາຣັຖບານ ໄດ້ຣາຍງານຜົລການກວດກາ ຕາມຜົລການກວດສອບ ໃນປີ 2018 ກ່ຽວກັບເຣື່ອງການໃຫ້ເຊົ່າ ສັມປະທານດິນຣັຖ ທີ່ຍັງບໍ່ ທັນໄດ້ເຮັດສັນຍາ ຢູ່ 4 ແຂວງ ຄື ຜົ້ງສາລີ, ຫລວງພຣະບາງ, ເຊກອງ ແລະ ອັດຕະປື ຕໍ່ກອງປະຊຸມ ເທື່ອທີ 10 ຂອງ ສະພາແຫ່ງຊາດ ຊຸດທີ 8 ຊຶ່ງໃນນັ້ນຍັງມີຂໍ້ຂັດແຍ່ງ ເຣື່ອງທີ່ດິນ ກັບຊາວບ້ານ ທີ່ຍັງບໍ່ ໄດ້ຈ່າຍຄ່າຊົດເຊີຍ ຫລາຍຕື້ກີບ.

ສໍາລັບແຂວງເຊກອງ ຍັງມີບັນຫາຂັດແຍ່ງກັບ ຊາວບ້ານຢູ່ 2 ໂຄງການ ໃນເນື້ອທີ່ 207,70 ເຮັກຕາ. ໃນນັ້ນ ໂຄງການນຶ່ງ ແມ່ນກວມເອົາ ດິນຊາວບ້ານ ໄປສ້າງໂຮງແຮມ 5 ດາວ. ຊາວບ້ານຍັງບໍ່ຍອມ ຮັບເອົາ ຄ່າຊົດເຊີຍ ຍ້ອນບໍ່ໄດ້ຕາມທີ່ພວກຕົນຢາກໄດ້ ຈຶ່ງຍັງບໍ່ມີສັນຍາ ສັມປະທານ, ອີງຕາມຄໍາເວົ້າຂອງເຈົ້າໜ້າທີ່ ແຜນການ ແລະການລົງທຶນ ແຂວງເຊກອງ ຜູ້ຂໍສງວນຊື່ ແລະ ຕໍາແໜ່ງ ຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 30 ຕຸລາ ນີ້:

“ມັນມີໂຄງການໂຕນຶ່ງ ບ່ອນທີ່ສ້າງເປັນໂຮງແຮມ 5 ດາວ ຢູ່ປາກເຊກອງ ມັນຍັງມີບັນຫາຢູ່. ດິນດັ່ງກ່າວບໍ່ທັນສາມາດ ອະນຸຍາດໄດ້ ບໍ່ທັນ ໄດ້ເຊັນໃດ໋ ເພາະວ່າຍັງບໍ່ທັນໄດ້ແກ້ໄຂ ບັນຫາຂໍ້ຂັດແຍ່ງ ຣະຫວ່າງ ເຈົ້າຂອງທີ່ດິນ ຢູ່ຫັ້ນ ເຈົ້າຂອງດິນເຂົາ ບໍ່ຍອມ ເຂົາລະຢາກໄດ້ຕາມ ຣາຄາ ເຂົາເຈົ້າໄລ່ຫັ້ນນ່າ ບັດນີ້ພວກເຂົາເອົາຕາມ ຣະບຽບຊົດເຊີຍ ກະບໍ່ຍອມ ປັດຈຸບັນ ໄກ່ເກັ່ຽຍັງບໍ່ທັນໄດ້.”

ທ່ານກ່າວຕື່ມວ່າ ຢູ່ແຂວງນີ້ ນັກລົງທຶນສ່ວນໃຫຍ່ ເປັນຄົນວຽດນາມ ແລະ ຄົນເກົາຫລີ ມາສັມປະທານດິນຣັຖ. ນອກຈາກໂຄງການທີ່ເວົ້າ ນັ້ນແລ້ວ ຍັງອີກໂຄງການນຶ່ງ ກ່ຽວກັບການ ປູກພືດເປັນສິນຄ້າ ທີ່ຍັງຄ້າງເງິນ ຄໍ້າປະກັນ ສັນຍາພັທນາໂຄງການ ຢູ່ປະມານ 15,000 ໂດລາ ສະຫະຣັຖ ໃນຈໍານວນ 30,000 ໂດລາ ສະຫະຣັຖ ຕາມຣະບຽບການ ຍ້ອນຍັງຄາໂຄວິດ-19, ດັ່ງທີ່ທ່ານກ່າວວ່າ:

“ທີ່ຈິງສັນຍາການລົງທຶນ ມີແລ້ວ ມີໃບອະນຸຍາດໝົດ ມີແຕ່ສັນຍາຊັບສິນ ຫັ້ນແຫລະ ວ່າຊັ້ນສະ ບໍ່ທັນສນອງຂໍ້ມູລໃຫ້ຊັບສິນ ຄວາມໝາຍ ຫັ້ນນ່າ. ເງິນກິຈການ ຄ່າຈໍ້າອິຫຍັງຕ່າງໆ ຄ່າຄໍ້າປະກັນຫັ້ນນ່າ ເຂົາກະຍັງຈະມາເຮັດຢູ່ ລໍສະພາບໂຄວິດ ຄາຍລົງ ເຂົາເຈົ້າຈະສາມາດ ມາໄດ້.”

ທີ່ແຂວງອັດຕະປື ກວດພົບ 11 ໂຄງການ, 1 ໃນນັ້ນແມ່ນໂຄງການສ້າງເຂື່ອນໄຟຟ້າ ທີ່ມາເຖິງປັດຈຸບັນ ບາງໂຄງການຍັງຄ້າງຊໍາຣະ ຄ່າເຊົ່າ ສັມປະທານ ຢູ່ຫລາຍຕື້ກີບ. ເຈົ້າໜ້າທີ່ແຜນການ ແລະ ການລົງທຶນ ແຂວງອັດຕະປື ຜູ້ຂໍສງວນຊື່ ແລະຕໍາແໜ່ງ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ກໍາລັງກວດສອບເພີ່ມຕື່ມວ່າ ມັນເກີດຈາກສາເຫດ ໃດກັນແທ້ ຈຶ່ງຍັງບໍ່ຈ່າຍ:

“ກໍາລັງເຊັກເບິ່ງຄືນຢູ່ ມັນມີ 11 ໂຄງການ ວ່າແມ່ນໂຕໃດ ອາຈແມ່ນຕິດພັນກັບໂຄງການ ເຂື່ອນບໍ່ ໃນບໍຣິເວນທີ່ປຸກສ້າງບໍ່ ສິກວດເບິ່ງ ມັນເຄີຍມີຢູ່ດອກຂນາດວ່າ ມີສັມປະທານແລ້ວ ຍັງບໍ່ໄດ້ຈ່າຍ ປີນຶ່ງ ສອງປີ ເຮົາກະໄລ່ຄືນ ເນື່ອງຈາກວ່າເສຖກິດ ມັນບໍ່ດີ ຄືໂຄວິດ ວັ່ງນຶ່ງ ຫລາຍບໍຣິສັດ ກະຂໍເລື່ອນພັລທະ.”  

ຢູ່ແຂວງຜົ້ງສາລີ ມີ 112 ໂຄງການ, ເນື້ອທີ່ 12,660 ປາຍເຮັກຕາ. ຜ່ານການກວດກາບັນຊີ ໂຄງການ ມີ 99 ໂຄງການ ແລະ 13 ໂຄງການ ມີເນື້ອທີ່ 2,58 ເຮັກຕາ ແມ່ນມີຊື່ ຊໍ້າຊ້ອນກັນ.

ທີ່ແຂວງຫຼວງພຣະບາງ ມີ 24 ໂຄງການ, ເນື້ອທີ່ 237,72 ເຮັກຕາ. ໃນນັ້ນ 8 ໂຄງ ການ ທີ່ສໍາປະທານ 5 ປີ ແຕ່ປີ 2019 ຫາ 2024 ຍັງຄ້າງຄ່າ ຊໍາຮະສັມປະທານ 65,42 ລ້ານກີບ ແລະມີ 4 ໂຄງການ ຍັງບໍ່ໄດ້ເຮັດສັມປະທານ ຍັງສໍາຣວດຢູ່.

ນັກວິຊາການລາວທ່ານນຶ່ງ ຜູ້ຂໍສງວນຊື່ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 30 ຕຸລານີ້ວ່າ ເຣື່ອງດັ່ງກ່າວ ທາງພາກຣັຖຕ້ອງກວດກາ ເພີ່ມຕື່ມ ຫາກໂຄງການໃດ ໄດ້ສັມປະທານ ດິນໄປແລ້ວ ແຕ່ຍັງບໍ່ມີການ ພັທນາ ກໍຕ້ອງເອົາດິນຄືນ ແລະໃຫ້ໂຄງການອື່ນ.

ຖ້າຫາກໂຄງການໃດ ໄດ້ສັມປະທານ ແລະກໍາລັງພັທນາ ແຕ່ບໍ່ຈ່າຍຄ່າເຊົ່າ ຫລື ອິຫຍັງຕ່າງໆ ທາງພາກຣັຖ ກໍຕ້ອງປັບໃໝ ຫລື ເຮັດຕາມ ຣະບຽບການ:

“ຖ້າຫາກວ່າ ໄດ້ເຊັນສັນຍາກັນແລ້ວ ແຕ່ວ່າຄ້າງຈ່າຍນີ້ນ່າ ຕ້ອງໄດ້ກວດກາຄືນເບິ່ງວ່າ ທີ່ເຂົາເຈົ້າໄດ້ສັມປະທານໄປນັ້ນ ໄດ້ມີການພັທນາ ບໍ່, ຫາກບໍ່ໄດ້ ມີການພັທນາ ຣັຖກະຕ້ອງເອົາຄືນ ເລີຍແລ້ວກະແລ້ວ ຖ້າຫາກວ່າມີການພັທນາ ແຕ່ວ່າບໍ່ໄດ້ມີການຈ່າຍ ຄ່າສັມປະທານອັນນີ້ ຕ້ອງມີການປັບໃໝໃຖ່ໂທດ ກັນຄືນ.”  

ແລະນັກວິຊາການດ້ານທີ່ດິນໃນລາວ ຜູ້ຂໍສງວນຊື່ທ່ານນຶ່ງ ກໍກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ການທີ່ບໍຣິສັດ ຕ່າງປະເທດ ຫລື ນັກລົງທຶນຕ່າງໆ ເຂົ້າມາສັມປະທານດິນ ແລະ ພັທນາຕໍ່ເນື່ອງ ແຕ່ບໍ່ຈ່າຍຄ່າເຊົ່າ ສັມປະທານ ກໍຕ້ອງດໍາເນີນການຕາມກົດໝາຍ:

“ໂຕນີ້ມັນກະມີຢູ່ແລ້ວ ມັນບໍ່ໄປຕາມຈຸດປະສົງຫລັກ ມັນກໍການວາງມາຕການປັບໃໝ ມາຕການອື່ນໆຂອງຂັ້ນເທິງ ເພິ່ນວາງເພື່ອເຮັດໃຫ້ວຽກ ມັນໄປຕາມເປົ້າ ຂອງມັນ ຄັນມັນບໍ່ໄປຕາມເປົ້າ ກໍຈະມີມາຕການ ປັບໃໝ.”

ຊາວບ້ານຜູ້ທີ່ເຄີຍໄດ້ຮັບຜົລກະທົບ ໃນເຣື່ອງດິນທ່ານນຶ່ງ ທີ່ຂໍບໍ່ອອກຊື່ ເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ຈາກທີ່ເຄີຍເຫັນມາ ຣັຖບານໄດ້ ເອົາດິນໃຫ້ທາງບໍຣິສັດ ເອກຊົນສັມປະທານ ທຸກຄັ້ງບໍ່ເຄີຍ ມາໂອ້ລົມ ກັບຊາວບ້ານ, ມີແຕ່ເຊັນກັນຮຽບຮ້ອຍແລ້ວ ຈຶ່ງມາ ບອກໃຫ້ຮູ້ວ່າ ຈະຈ່າຍຄ່າຊົດເຊີຍໃຫ້ ຊຶ່ງສ່ວນໃຫຍ່ ຊາວບ້ານບໍ່ພໍໃຈ ຍ້ອນຄ່າຊົດເຊີຍໄດ້ໜ້ອຍ ບໍ່ຄຸ້ມຄ່າ ທີ່ຈະໄປຫາຊື້ດິນໃໝ່, ສ້າງຄວາມຫຍູ້ງຍາກ ໃຫ້ຊາວບ້ານມາຕລອດ:

“ໃຊ້ແຕ່ຄ່າຊົດເຊີຍ ມັນບໍ່ເໝາະສົມຫັ້ນແລ້ວ ຄັນຈະເວົ້າແທ້ຫັ້ນນ່າ ບໍ່ຄຸເມຄ່າຫັ້ນແລ້ວ ຄັນເວົ້າກະຜິດ ອ້າງວ່າຂອງຣັຖບານ ຜູ້ອະນຸຍາດ ໃຫ້ເຮັດ ເຈົ້າຈະມາຂັດຂວາງ ການພັທນາບໍ່ໄດ້ເບິ່ງສະພາບປະຊາຊົນ ປັດຈຸບັນນີ້ມັນກະຝືດເຄືອງ ເຣື່ອງທໍາມາຫາກິນ ດ້ອຍພັທນາທີ່ສຸດ.”

ແລະຊາວບ້ານອີກຄົນນຶ່ງ ຢູ່ແຂວງພາກໃຕ້ກໍເວົ້າວ່າ ດິນນາຂອງຕົນ ຖືກຣັຖບານເອົາໄປໃຫ້ບໍຣິສັດເອກຊົນ ສັມປະທານ, ມາຮອດ ປັດຈຸບັນ ເງິນຊົດເຊີຍ ກໍຍັງບໍ່ໄດ້, ເຖິງແມ່ນທາງການ ຈະບອກວ່າ ຈະຈ່າຍໃຫ້, ແຕ່ແລ້ວກໍບໍ່ເຫັນ ຊຶ່ງຕົນກໍຄາດວ່າເງິນນັ້ນ ເຈົ້າໜ້າທີ່ຄົງຈະເອົາໄປ ໃຊ້ເອງໝົດແລ້ວ, ປັດຈຸບັນ ຕົນບໍ່ມີດິນທໍາກິນ, ຕ້ອງໄດ້ໄປຫາຮັບຈ້າງ ກັບສວນກ້ວຍ ທີ່ພໍໄດ້ເງິນມື້ລະ 40 ພັນກີບ ມາລ້ຽງ ຄອບຄົວ:

“ເຂົາວ່າຊົດເຊີຍໃຫ້ແລ້ວ ຈັກມັນຢູ່ໃສ ຊ່ອຍກະບໍ່ຮູ້ຄືກັນ ບໍ່ມີເລີຍເດ໋ ບໍ່ເຫັນເລີຍເດ໋ຊົດເຊີຍ ເຂົາເອົາໄປໝົດ ເຂົາກິນໝົດ ເງິນໂຕນັ້ນນ່າ ສິເປັນແນວນັ້ນແຫຼະ ຊ່ວຍຢູ່ລ້າໆດຽວນີ້ຫັ້ນ ຂ້ອຍຫາເຊົ້າກິນແລງນ່າ ທຸກຍາກຫລາຍບໍ່ມີຮອດເຂົ້າກິນ.”

ອີງຕາມຄໍາເວົ້າຂອງເຈົ້າໜ້າທີ່ ແຜນການ ແລະການລົງທຶນ ແລ້ວແມ່ນວ່າ ການລົງໂທດນັກລົງທຶນກ່ຽວກັບບັນຫາທັງໝົດດັ່ງກ່າວນັ້ນ ກໍຕ້ອງວ່າໄປ ຕາມຣະບຽບການ. ຫາກຝ່າຍໃດຜິດ ກໍຕ້ອງປັບໃໝ ແລະຫາຣືກັນຕື່ມ ຫລືວ່າ ກັນໄປຕາມເງື່ອນໄຂ ທີ່ຕົກລົງກັນ ແຕ່ທ່ານບໍ່ໄດ້ເວົ້າເຖິງຄ່າຊົດເຊີຍ ດິນຊາວບ້ານ ແຕ່ຢ່າງໃດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.