ທັມມະຊາດ ມ.ວັງວຽງ ອາຈຖືກ ທໍາລາຍ
2020.05.19
ປັດຈຸບັນ ຢູ່ເມືອງວັງວຽງ ແຂວງວຽງຈັນ ຊຶ່ງເປັນແຫຼ່ງທ່ອງທ່ຽວ ທີ່ຊາວຕ່າງປະເທດ ແລະທັງຊາວລາວ ນິຍົມກັນໄປທ່ອງທ່ຽວຫລາຍນັ້ນ ມີໂຄງການພັທນາຕ່າງໆ ຂອງພວກນັກລົງທຶນ ທັງພາຍໃນ ແລະ ຕ່າງປະເທດ ເປັນຕົ້ນໂຄງການຢູ່ແຄມນໍ້າຊອງ ຊຶ່ງຊາວເມືອງວັງວຽງ ຈໍານວນນຶ່ງເຫັນວ່າ ຍິ່ງມີໂຄງການພັທນາຫລາຍຂຶ້ນ ກໍຍິ່ງຈະເຮັດໃຫ້ທິວທັດ ຂອງເມືອງທ່ອງທ່ຽວ ທໍາມະຊາດ ຖືກທໍາລາຍຫລາຍຂຶ້ນ. ການທ່ອງທ່ຽວທໍາມະຊາດ ຂອງເມືອງນີ້ ເປັນຈຸດເດັ່ນສໍາຄັນ ທີ່ດຶງດູດນັກທ່ອງທ່ຽວ ມາໂດຍຕລອດ, ດັ່ງຊາວເມືອງວັງວຽງ ທ່ານນຶ່ງເວົ້າຕໍ່ ວິທຍຸເອເຊັຍເສຣີ ໃນມື້ວັນທີ 15 ພຶສພາ ນີ້ວ່າ:
“ການພັທນາແບບເພື່ອທໍາຣາຍ ເຮົາກະຈະມີການຕໍ່ຕ້ານຫັ້ນແຫຼະ. ການພັທນາເພື່ອຄວາມຍືນຍົງ ແລະເພື່ອຄວາມເປັນເອກພາບ ຂອງປະຊາ ຊົນໃຫ້ມີວຽກເຮັດງານທໍາກະດີ ຖ້າພັທນາຄຽງຄູ່ກັນພ້ອມໆກັນ ກະຕ້ອງມີອະນຸຮັກໃດ໋ ພັທນາໄປນໍາກັນ.”
ທ່ານເວົ້າຕື່ມອີກວ່າ ເຖິງແມ່ນຊາວເມືອງຫຼາຍຄົນ ຈະບໍ່ສາມາດຄັດຄ້ານໂຄງການ ທີ່ວ່ານັ້ນໄດ້ກໍຕາມ ແຕ່ກໍຢາກໃຫ້ອໍານາດການປົກຄອງ ເມືອງວັງວຽງ ຊຶ່ງເປັນພາກສ່ວນນຶ່ງ ທີ່ອະນຸມັດໃຫ້ນັກທຸຣະກິດ ເຂົ້າມາລົງທຶນນັ້ນ ຈໍາກັດການລົງທຶນ ບໍ່ໃຫ້ມີຫລາຍໂຄງ ການເກີນໄປ, ດີແທ້ແມ່ນຢາກໃຫ້ທາງການ ເອົາໃນໃສ່ ຮັກສາແຫຼ່ງທ່ອງທ່ຽວ ທາງທໍາມະຊາດ ໃຫ້ຍັງຄົງເດີມ ເພື່ອເອົາໄວ້ດຶງດູດ ນັກທ່ອງທ່ຽວ.
ໃນຂນະດຽວກັນ ນັກທ່ອງທ່ຽວລາວ ນາງນຶ່ງ ກໍເວົ້າວ່າ ຕົນຮູ້ສຶກບໍ່ສະບາຍໃຈ ທີ່ເຫັນສະພາບແຫລ່ງທ່ອງທ່ຽວ ຂອງເມືອງວັງວຽງທຸກມື້ນີ້ ຊຸດໂຊມລົງຍ້ອນມີໂຄງການພັທນາ ເກີດຂຶ້ນນໍາເລື້ອຍໆ ຊຶ່ງຈໍານວນ ນຶ່ງໄດ້ທໍາລາຍແຫຼ່ງທ່ອງທ່ຽວ, ຖ້າເປັນໄປໄດ້ ບໍ່ຢາກໃຫ້ມີໂຄງການ ພັທນາ ທີ່ບໍ່ຈໍາເປັນຫລາຍເກີນໄປ ໂດຍສະເພາະ ໂຄງການສໍາຣວດ ແລະ ຂຸດຄົ້ນແຮ່ທາດ ຍ້ອນມັນຈະເຮັດໃຫ້ຄວາມສວຍງາມ ຂອງ ແຫລ່ງທ່ອງທ່ຽວທໍາມະຊາດ ຕາມພູ ແລະແມ່ນໍ້າຖືກທໍາລາຍ ດັ່ງທີ່ນາງກ່າວວ່າ:
“ບາງທີມັນອາດທໍາຣາຍ ແຫລ່ງການທ່ອງທ່ຽວຂອງວັງວຽງ ເພາະວ່າວັງວຽງ ຈຸດສໍາຄັນຂອງມັນກະຄືພູຜາ ແລ້ວກະແມ່ນໍ້າ. ຖ້າຫາກວ່າ ຂຸດຄົ້ນ ຂະເຈົ້າຈະທໍາຣາຍພູ ເປັນໜ່ວຍລົງມາໆມັນຈະມີຜົລກະທົບ ແນ່ນອນໂຕນີ້. ຂະເຈົ້າຈະຂຸດຄົ້ນພວກຖ່ານຫີນບໍ່ ພວກແຮ່ທາດຕ່າງໆ ຫັ້ນນະ ໂຕນີ້ມັນຈະທໍາຣາຍ ແນ່ນອນ.”
ແລະນັກທ່ອງທ່ຽວໄທ ນາງນຶ່ງ ທີ່ມັກໄປທ່ຽວເມືອງວັງວຽງ ຢູ່ເລື້ອຍໆ ກໍເວົ້າວ່າ ຕົນບໍ່ເຫັນດີນໍາ ຖ້າຫາກເມືອງວັງວຽງ ມີໂຄງການພັທນາ ຫລາຍເກີນໄປ ມັນກໍຈະເຮັດໃຫ້ເມືອງນີ້ ບໍ່ເປັນໜ້າສົນໃຈເພາະເມືອງ ນີ້ມີຄວາມງາມຕາມທໍາມະຊາດ, ອາກາດດີ ມີນັກທ່ອງທ່ຽວນິຍົມຢູ່ ແລ້ວ, ດັ່ງທີ່ນາງກ່າວວ່າ:
"ມັນບໍ່ຄວນຈະຄຶກຄື້ນຫລາຍເກີນໄປ. ຖ້າເກີດອີກຕື່ມ ມີການພັທນາຫຼາຍຂຶ້ນ ມັນກໍຈະບໍ່ເປັນໜ້າສົນໃຈ, ອາກາດມັນດີຢູ່ແລ້ວ ທັມມະຊາດ ມັນດີຢູ່ແລ້ວ ສ່ວນໃຫຍ່ແມ່ນພວກຝຣັ່ງ ພວກເກົາຫລີ ເຂົາມາທ່ຽວແບບທັມຊາດ."
ກ່ຽວກັບຄວາມກັງວົນ ຂອງຊາວເມືອງວຽງວຽງ ແລະນັກທ່ອງທ່ຽວທີ່ວ່ານັ້ນ ເຈົ້າໜ້າທີ່ເມືອງວັງວຽງ ທ່ານນຶ່ງເວົ້າວ່າ ແມ່ນຢູ່ວ່າໂຄງການ ພັທນາບາງໂຄງການໃນປັດຈຸບັນ ທໍາລາຍຄວາມງາມ ຂອງແຫລ່ງ ທ່ອງທ່ຽວ ແຕ່ກໍເປັນພຽງສ່ວນໜ້ອຍເທົ່ານັ້ນ ແຕ່ກໍເຊື່ອວ່າ ທາງການ ຈະບໍ່ມີໂຄງການພັທນາ ເກີດຂຶ້ນຫລາຍເກີນ ຄວາມຈໍາເປັນຢູ່ແລ້ວ ແລະວ່າຢາກໃຫ້ເບິ່ງໂຄງການພັທນາ ຫຼາຍແຫ່ງທີ່ໄດ້ສ້າງໜ້າວຽກໃຫ້ ຄົນທ້ອງຖິ່ນ ນໍາດ້ວຍ, ດັ່ງທີ່ທ່ານກ່າວວ່າ:
“ຄັນວ່າພັທນານີ້ ມັນກະມີສ່ວນທໍາຣາຍເລັກໆໜ້ອຍໆ ຫັ້ນແຫລະ ຈະໃຫ້ທໍາຣາຍເປັນເອີກກະເຣີກກະບໍ່ມີ ເວລາຈັດຕັ້ງປະຕິບັດວຽກຫັ້ນນະ. ບາງອັນກະຕ້ອງໄດ້ທໍາຣາຍ ແຕ່ບາງອັນກະຕ້ອງໄດ້ເສີມ ກະຢາກ ໃຫ້ມີແຫລະໂຄງການພັທນານີ້ ມັນກະເພື່ອປະຊາຊົນ ມີວຽກເຮັດງານທໍາ ຫັ້ນແລ້ວ ຜູ້ທຸກຜູ້ຍາກ.”
ເມື່ອປີກາຍ ນັກທ່ອງທ່ຽວ ທັງລາວ ແລະ ຕ່າງປະເທດ ຈໍານວນຫຼວງຫຼາຍ ໄປທ່ຽວເມືອງວັງວຽງ, ແຕ່ນັບຕັ້ງແຕ່ຕົ້ນປີ 2020 ມາຮອດກາງ ເດືອນພຶສພາ ນີ້ບໍ່ມີນັກທ່ອງທ່ຽວເລີຍ ຍ້ອນການຣະບາດຂອງເຊື້ອ ພຍາດໂຄວິດ-19 ມີການປິດບ້ານ ປິດເມືອງ, ບໍ່ໃຫ້ຄົນອອກຈາກເຮືອນ ຖ້າບໍ່ຈໍາເປັນແທ້. ແຕ່ເຈົ້າໜ້າທີ່ກໍຄາດວ່າ ອີກບໍ່ເທົ່າໃດເດືອນນີ້ ຖ້າວ່າທາງການເພິ່ນ ອະນຸຍາດໃຫ້ຄົນຕ່າງປະເທດ ເຂົ້າມາລາວໄດ້ ແລ້ວ ກໍຈະມີນັກທ່ອງທ່ຽວເຂົ້າມາທ່ຽວ ເມືອງວັງວຽງ ນີ້ຕາມປົກກະຕິ. ປີກາຍ ມີນັກທ່ອງທ່ຽວຕ່າງປະເທດ ມາທ່ຽວລາວທັງໝົດປະມານ 4 ລ້ານ 5 ແສນຄົນ.