ຜູ້ພັດທະນາ ໂຄງການອຸດສາຫະກຳທັນສະໄໝ ເມືອງນາໝໍ້ ກຽມຈ່າຍຄ່າຊົດເຊີຍ
2024.09.18

ໂຄງການພັດທະນາຕົວເມືອງ ອຸດສາຫະກໍາທັນສະໄໝ ແລະເປັນມິດຕໍ່ສິ່ງແວດ ລ້ອມ ຢູ່ເມືອງນາໜໍ້ ແຂວງອຸດົມໄຊ ຂອງບໍລິສັດ ອໍາມະຕະ ຊິຕີ ລາວ ຈໍາກັດຜູ້ດຽວ ຊຶ່ງເປັນບໍລິສັດຂອງໄທ ມີແຜນທີ່ຈະຈ່າຍຄ່າຊົດເຊີຍ ໃຫ້ປະຊາຊົນ 8 ບ້ານ ທີ່ຖືກຜົນກະທົບຈາກໂຄງການດັ່ງກ່າວ ໃນເດືອນພະຈິກປີນີ້ ຊຶ່ງປັດຈຸບັນ ໄດ້ມີການເຜີຍແພ່ເລື່ອງທີ່ວ່ານີ້ໃຫ້ປະຊາຊົນຈໍານວນນຶ່ງຮູ້ແລ້ວ ແຕ່ຍັງບໍ່ສາມາດເວົ້າລາຍລະອຽດ ກ່ຽວກັບເລື່ອງທີ່ວ່ານີ້ໄດ້, ໄດ້ຍິນແຕ່ເພີ່ນວ່າ ດັ່ງເຈົ້າໜ້າທີ່ເມືອງນາໝໍ້ ທ່ານນຶ່ງກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 18 ກັນຍານີ້ວ່າ:
“ຂັ້ນຕອນຕໍ່ໄປນີ້ ເຫັນວ່າຍິນເພິ່ນວ່າ ເພິ່ນສິມີກະກຽມວາສປະມານ ເດຶອນ 11 ສິມີການຊົດເຊີຍນ່າ ດຽວນີ້ໆເພິ່ນກໍາລັງລົງເກັບຂໍ້ມູນນ່າ ຢູ່ໃນເນື້ອທີ່ທີ່ວ່າເຂົາເຈົ້າເຊັນສັນຍາ ມັນມີຂັ້ນເມືອງຂັ້ນແຂວງ ເຂົາເຈົ້າແຕ່ງຕັ້ງ ມີຄະນະກໍາມະການ.”
ທ່ານກ່າວຕື່ມວ່າ ຄະນະຊີ້ນໍາຂອງໂຄງການດັ່ງກ່າວ ໄດ້ໄປເຜີຍແພ່ໃນມື້ວັນທີ 11 ກັນຍານີ້ ກ່ຽວກັບເລື່ອງທີ່ວ່ານັ້ນ ໃຫ້ປະຊາຊົນ 3 ບ້ານຮູ້ ຄືບ້ານນໍ້າແຊ່, ບ້ານຫ້ວຍອອນ ແລະບ້ານເລົາ ທີ່ທີ່ດິນໄດ້ຮັບຜົນກະທົບ 930 ເຮັກຕ້າຣ໌.
ກ່ຽວກັບເລື່ອງນີ້ ປະຊາຊົນຢູ່ເມືອງນາໝໍ້ ຜູ້ນຶ່ງ ທີ່ໄດ້ເສຍດິນໃຫ້ໂຄງການດັ່ງ ກ່າວ ແລະຍັງບໍ່ທັນໄດ້ຮັບຄ່າຊົດເຊີຍນັ້ນ ກໍເວົ້າໃນມື້ດຽວກັນນີ້ວ່າ ຂໍໃຫ້ພາກ ສ່ວນທີ່ກ່ຽວຂ້ອງ ຄິດໄລ່ຄ່າຊົດເຊີຍນັ້ນໃຫ້ແບບສົມເຫດສົມຜົນ ໂດຍອີງໃສ່ອັດຕາເງິນເຟີ້ນໍາດ້ວຍ ບໍ່ແມ່ນຈະເອົາຕາມຂໍ້ຕົກລົງປີ 2022 ທີ່ມັນຈະເຮັດໃຫ້ໄດ້ໜ້ອຍ ດັ່ງທີ່ທ່ານກ່າວວ່າ:
“ຍັງບໍ່ຈ່າຍເທື່ອ ແຕ່ເຂົາເຈົ້າຈະຈ່າຍໃຫ້ສໍາເລັດພາຍໃນ 3 ເດືອນນີ້ ອັນນີ້ເພິ່ນຍັງບໍ່ໄລ່ອອກມາເທື່ອ ເນື່ອງຈາກເສດຖະກິດປັດຈຸບັນນີ້ ຄ່າເງິນກີບມັນອ່ອນຄ່າ ຖ້າຈະຈ່າຍເປັນເງິນແບບເກົ່າຫັ້ນນ່າ ສໍ່າເກົ່ານີ້ມັນໜ້ອຍແນ່ນອນ ຂໍ້ຕົກລົງອອກ 2022 ປັດຈຸບັນນີ້ມາຮອດ 2024 ພື້ແລ້ວຫັ້ນນ່າ ແນ່ນອນວ່າມັນໜ້ອຍ ຖ້າໄດ້ຕາມນັ້ນ.”
ໃນຂະນະດຽວກັນ ປະຊາຊົນຢູ່ເມືອງດຽວກັນນີ້ ນາງນຶ່ງ ທີ່ຮູ້ເລື່ອງຜົນກະທົບແລະການຊົດເຊີຍ ຂອງໂຄງການທີ່ວ່ານັ້ນ ເວົ້າວ່າ ຕາມທີ່ນາງໄດ້ຍິນຂ່າວມາຊາວບ້ານຈໍານວນນຶ່ງ ທີ່ໄດ້ເສຍດິນນັ້ນ ກັງວົນວ່າ ອາດຈະໄດ້ເງິນຄ່າຊົດເຊີຍ ແບບບໍ່ກຸ້ມຄ່າ, ແຕ່ກໍຍັງບໍ່ແນ່ໃຈວ່າ ການຊົດເຊີຍ ທີ່ຈະໄດ້ຮັບນັ້ນ ຈະເຮັດໃຫ້ຊາວບ້ານພໍໃຈ ຫຼືບໍ່, ຢ້ານໄດ້ໜ້ອຍ, ໄດ້ຍິນຊາວບ້ານພາກັນຈົ່ມຢູ່ ດັ່ງທີ່ນາງເວົ້າວ່າ:
“ບ້ານນໍ້າແຊ່ກະຖືກແຫລະ ມື້ວານນີ້ໄດ້ຍິນເຂົາເວົ້າວ່າ ເຂົາສິມາເອົາ ເຂົາຊົດເຊີຍໜ້ອຍໂພດ ປ່າເຫລົ່າກະຖືກ ໂອ໋ ຖືກໝົດໜອງປູໜອງປາ ອິຫຍັງກະຖືກ ເຂົາສິໃຫ້ໜ້ອຍໃຫ້ຫລາຍຍັງບໍ່ຮູ້ເທື່ອວ່າຊັ້ນ ໄດ້ຍິຍເພິ່ນຈົ່ມຢູ່.”
ພ້ອມດຽວກັນນັ້ນ ປະຊາຊົນ ທີ່ຢູ່ໃນເຂດບ້ານ ທີ່ຖືກຜົນກະທົບ ອີກຜູ້ນຶ່ງ ກໍເວົ້າວ່າ ມາເຖິງປັດຈຸບັນ ກໍຍັງບໍ່ມີຊາວບ້ານຈັກຄອບຄົວ ໄດ້ຮັບຄ່າຊົດເຊີຍນັ້ນເທື່ອ ແລະວ່າ ດິນຂອງຊາວບ້ານ ທີ່ເສຍໄປ ສ່ວນໃຫຍ່ແມ່ນດິນປູກຝັງ ແລະລ້ຽງສັດ, ທາງໂຄງການ ພະຍາຍາມຫຼີກບ່ອນທີ່ມີເຮືອນຫຼາຍ ດັ່ງທີ່ທ່ານກ່າວວ່າ:
“ເຂົາຍັງບໍ່ຊົດເຊີຍເທື່ອນ່າ ຍັງບໍ່ໄດ້ຈັກບ້ານເທື່ອ ຖືກແຕ່ເຂົາເອົາຢູ່ປ່າພຸ້ນນ່າ ເຂົາໄປເອົາແຖວປ່ານ່າ ແຖວບ້ານເຂົາບໍ່ເອົາ ເຂົາບໍ່ໃຫ້ ແຖວຊຸມຊົນນີ້ເຂົາເອົາບໍ່ໄດ້.”
ໃນລະຫວ່າງທີ່ຄະນະຊີ້ນໍາໂຄງການດັ່ງກ່າວ ໄດ້ໄປເຜີຍແພ່ແຜນການຈັດຕັ້ງປະຕິບັດເລື່ອງຄ່າຊົດເຊີຍ ຢູ່ 3 ບ້ານ ໃນມື້ວັນທີ 11 ກັນຍາທີ່ວ່ານັ້ນ ຜູ້ອໍານວຍການບໍລິສັດ ອຳມະຕະ ຄໍໂປເຣຊັ່ນ ຈຳກັດ ມະຫາຊົນ ໄດ້ກ່າວວ່າ ທາງໂຄງການມີນະໂຍບາຍ ຊ່ອຍເຫຼືອເລື່ອງການໂຍກຍ້າຍ ຈັດສັນ, ຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນ, ຈະຈັດຫາອາຊີບໃຫ້ຊາວບ້ານ, ຈັດສັນທີ່ດິນ ເພື່ອສ້າງບ່ອນຢູ່ອາໄສ ແລະອື່ນໆ ແລະຈະຊົດເຊີຍໃຫ້ສໍາເລັດ ພາຍໃນເດືອນພະ ຈິກປີນີ້.
ແຕ່ເຖິງຢ່າງໃດກໍຕາມ ກໍຍັງມີຊາວບ້ານຈໍານວນນຶ່ງ ທີ່ໄດ້ຮັບຜົນກະທົບຈາກໂຄງການນີ້ ກໍພາກັນຢ້ານວ່າ ອາດຈະໄດ້ຄ່າຊົດເຊີຍ ແບບບໍ່ສົມເຫດ ບໍ່ສົມຜົນ ໂດຍສະເພາະທີ່ດິນປູກຝັງ ແລະລ້ຽງສັດ ຊຶ່ງຊາວບ້ານຕ້ອງການຄ່າຊົດເຊີຍປະ ມານ 2.5 ຫາ 5 ຕື້ກີບຕໍ່ເຮັກຕາ ໃນຂະນະທີ່ທາງໂຄງການ ເຄີຍໄດ້ສະເໜີ ໃຫ້ ປະມານ 1 ຕື້ ຫາ 1.5 ຕື້ກີບຕໍ່ເຮັກຕາ.
ໂຄງການຢູ່ເມືອງນາໝໍ້ທີ່ວ່ານີ້ ກວມເອົາເນື້ອທີ່ທັງໝົດ 3,150 ເຮັກຕາ ຊຶ່ງໃນນັ້ນ ກວມເອົາດິນຂອງປະຊາຊົນ 8 ບ້ານຄືທີ່ວ່ານັ້ນ ໂດຍທີ່ຈະສ້າງຫຼາຍຢ່າງ ຮວມທັງເຂດອຸດສາຫະກໍາ, ເຂດການຄ້າ, ເຂດໂລຈິສຕິກ, ເຂດທີ່ຢູ່ອາໄສ.
ການກໍ່ສ້າງ ແບ່ງອອກເປັນ 2 ໄລຍະ. ໄລຍະທີ 1 ສ້າງຢູ່ເມືອງຫຼວງນໍ້າທາ ແຂວງຫຼວງນໍ້າທາ ໃນເນື້ອທີ່ 410 ເຮັກຕາ ແລະໄລຍະທີ 2 ຢູ່ເມືອງນາໝໍ້ ແຂວງອຸດົມໄຊ ໃນເນື້ອທີ່ 3,150 ເຮັກຕາ.
ໂຄງການພັດທະນາຕົວເມືອງອຸດສາຫະກໍາທັນສະໄໝ ແລະເປັນມິດຕໍ່ສິ່ງແວດ ລ້ອມ ຂອງບໍລິສັດ ອໍາມະຕະ ຊິຕີ ລາວ ຈໍາກັດຜູ້ດຽວ ນີ້ ມີມູນຄ່າການກໍ່ສ້າງປະມານ 500 ລ້ານໂດລາສະຫາຣັດ, ໄລຍະສໍາປະທານ 50 ປີ ແລະສາ ມາດຕໍ່ເວລາສໍາປະທານໄດ້ອີກ 25 ປີ.