ມາເລເຊັຽ, ໄທຍ ມີແຜນເຊື່ອມຕໍ່ ຣົຖໄຟ ສູ່ທາງຣົຖໄຟ ລາວ-ຈີນ
2022.08.22

ຣັຖບານມາເລເຊັຽ ແລະ ໄທຍ ມີແຜນຈະເຊື່ອມຕໍ່ທາງຣົຖໄຟ ຂອງຕົນມາໃສ່ ທາງຣົຖໄຟ ລາວ-ຈີນ ໃນອະນາຄົຕ ເຊິ່ງມີໄລຍະທາງທັງໝົດປະມານ 2,000 ກິໂລແມັດ ອີງຕາມການຣາຍງານ ຂອງສຳນັກຂ່າວບາງກອກໂພສຕ໌ ຂອງໄທຍ ໃນວັນທີ 18 ສິງຫາ 2022.
ມີການຄຳນວນອອກມາວ່າ ການເດີນທາງດ້ວຍຣົຖໄຟ ຈາກມາເລເຊັຽມາຮອດປະເທດລາວ ຈະໃຊ້ເວລາປະມານ 70 ຊົ່ວໂມງ.
ໃນວັນທີ 15 ສິງຫາ ທີ່ຜ່ານມາ, ຜູ້ວ່າການຣົຖໄຟແຫ່ງປະເທດໄທຍ ແລະ ຜູ້ວ່າການຣົຖໄຟຂອງມາເລເຊັຽ ໄດ້ເປີດພິທີທົດລອງແລ່ນ ຂບວນຣົຖໄຟຂົນສົ່ງສິນຄ້າ ຈຳນວນ 20 ຕູ້ ຄອນເທນເນີຣ໌ ຜ່ານດ່ານປາດັງເຊຊາຣ໌ ຢູ່ຊາຍແດນມາເລເຊັຽ-ໄທຍ ມາຮອດ ແຂວງໜອງຄາຍ. ຣົຖໄຟຂບວນດັ່ງກ່າວ ແລ່ນຈາກປະເທດມາເລເຊັຽ ໃນວັນທີ 12 ສິງຫາ ແລະ ມາຮອດແຂວງໜອງຄາຍ ໃນວັນທີ 17 ສິງຫາ.
ເຈົ້າໜ້າທີ່ປະຈຳສຖານນີຣົຖໄຟ ແຂວງໜອງຄາຍ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 22 ສິງຫາ ວ່າ:
“ເປັນການທົດສອບ ແລ່ນມາຈາກມາເລເຊັຽຊື່ໆ ເປັນຂບວນຣົຖໄຟຕູ້ຄຕອນເທນເນີຣ໌ ເປົ່າຊື່ໆ. ຍັງບໍ່ທັນຂົນສົ່ງສິນຄ້າ. ໄດ້ທົດລອງແລ່ນ ແລະ ຣົຖໄຟກໍແລ່ນຕາມປົກຕິ. ແລ່ນທົດລອງວ່າ ຈະໃຊ້ໄລຍະເວລາຈັກມື້, ຈາກມາເລເຊັຽ ຮອດໜອງຄາຍ ຍັງບໍ່ທັນກຳນົດວ່າ ຈະເຣີ່ມຂົນສົ່ງສິນຄ້າແບບເປັນທາງການມື້ໃດ ເປັນພຽງການທົດລອງແລ່ນເທົ່ານັ້ນ.”
ໃນຂະນະທີ່ ບໍຣິສັດ ໃຫ້ບໍຣິການຂົນສົ່ງສິນຄ້າບາງແຫ່ງ ທີ່ມີພື້ນທີ່ເກັບເຄື່ອງຢູ່ເຂດໂລຈິສຕິກສ໌ ທ່າບົກ-ທ່ານາແລ້ງ ນະຄອນຫລວງວຽງຈັນ ກໍຕຣຽມພ້ອມທີ່ຈະໃຫ້ບໍຣິການຂົນສົ່ງສິນຄ້າ ຜ່ານຣົຖບັນທຸກ ໂດຍຜ່ານປະເທດໄທຍ ນັ້ນຈະມີຕົ້ນທຶນສູງ.
ພະນັກງານບໍຣິການ ຂົນສົ່ງສິນຄ້າແຫ່ງນຶ່ງ ໃນເຂດໂລຈິສຕິກສ໌ ທ່າບົກ-ທ່ານາແລ້ງ ໄດ້ກ່າວວ່າ:
“ມີໆ! ເຈົ້າສິນຄ້າ ທີ່ໄປຈາກຈີນ ກັບມາເລເຊັຽ ກະມີນ່າ ເພາະວ່າ ເຮົາກຳລັງເປີດທາງແຕ່ຈີນ ໄປມາເລເຊັຽ ກະໄດ້ ຫຼືວ່າ ຈີນໄປມາເລເຊັຽ ກະມີ. ສ່ວນຫຼາຍມັນກະເນັ້ນ ທາງຣົຖນ່າ ຂົນສົ່ງທາງຣົຖໄຟຂອງໄທຍນີ້ ເຮົານີ້ບໍ່ໄດ້ອັນນັ້ນ ເທື່ອນ່າ, ເພາະວ່າ ຂບວນໄທຍກັບຈີນ ຍັງບໍ່ສາມາດເຊື່ອມຕໍ່ກັນໄດ້.”
ສ່ວນວ່າ ຜູ້ປະກອບການຂົນສົ່ງສິນຄ້າລະຫວ່າງ ລາວ, ໄທຍ ແລະ ຈີນ ຍັງບໍ່ທັນຮູ້ຣາຍລະອຽດເຣື່ອງນີ້. ຜູ້ປະກອບການຂົນສົ່ງສິນຄ້າ ນາງນຶ່ງ ໄດ້ກ່າວວ່າ:
“ຍັງບໍ່ຮູ້ຄືກັນ ເພາະເຮົາກໍຊອກຫາບ່ອນທີ່ວ່າ ມັນໄປໄດ້, ເພາະວ່າ ເຮົາກະຊອກຜູ້ມາຮ່ວມທຸຣະກິຈຫຍັງຫັ້ນແຫຼະ. ທາງເຮົາກະມາແຕ່ຈີນ ມາລາວ, ແຕ່ຈີນມາລາວຫັ້ນ ແມ່ນ ມັນມີບາງສ່ວນທີ່ວ່າ ໃສ່ເຄື່ອງໃສ່ຣົຖໄຟມາ ເປັນປະເພດເຄື່ອງໃຫຍ່.”
ການສົ່ງອອກ ຫຼື ນຳເຂົ້າ ສິນຄ້າ ໂດຍ ຜ່ານທາງຣົຖຂົນສົ່ງ ຈະມີຄ່າໃຊ້ຈ່າຍສູງ ເພາະວ່າ ນ້ຳມັນແພງ.
ທ່ານ ສະຣິດພົນ ວິຊິດວົງ ປະທານຜູ້ປະກອບການຣຸ້ນໃໝ່ ຫໍການຄ້າແຂວງໜອງຄາຍ ໄດ້ກ່າວວ່າ:
“ການສົ່ງອອກ ຫຼື ນຳເຂົ້າສິນຄ້າ ຈະໄດ້ຜົລປໂຍດ ເພື່ອທີ່ຈະປະຢັດເຣື່ອງຄ່າຂົນສົ່ງ ເທົ່າທີ່ເຮົາເຫັນໂຕເລຂ ໄລຍະຜ່ານມາ ການຂົນສົ່ງ ດ້ວຍຣົຖບັນທຸກກໍຈະຜັນຜວນ ຕາມລາຄານ້ຳມັນ ເຊິ່ງປັດຈຸບັນ ລາຄານ້ຳມັນ ຂ້ອນຂ້າງມີລາຄາສູງ. ຕົ້ນທຶນການຂົນສົ່ງ ກໍສູງຂຶ້ນໄປດ້ວຍ, ດັ່ງນັ້ນ ຖ້າສາມາດທີ່ຈະໃຊ້ຣົຖໄຟແທນໄດ້ ກໍເຫັນວ່າ ແມ່ນເຣື່ອງທີ່ດີ.”
ປັດຈຸບັນ ຢູ່ໃນເຂດໂລຈິສຕິກສ໌ ທ່າບົກ-ທ່ານາແລ້ງ ມີບໍຣິສັດ ທີ່ໃຫ້ບໍຣິການ ດ້ານການຂົນສົ່ງສິນຄ້າແຜ່ນແດນ ຫຼັກໆ 3 ບໍຣິສັດ ຄື ບໍຣິສັດ ສິດທິໂລຈິສຕິກລາວ ຈຳກັດ, ບໍຣິສັດ ລໍວົງຄຳ ຂົນສົ່ງ ແລະ ບໍຣິການ ສຖານນີຂົນສົ່ງສິນຄ້າ ຈຳກັດຜູ້ດຽວ, ແລະ ບໍຣິ Speed Logistics and Transportation Laos. ແຕ່ລະບໍຣິສັດ ໄດ້ເຊົ່າພື້ນທີ່ ຢູ່ເຂດໂລຈິສຕິກສ໌ ແລະ ມີສາງເກັບສິນຄ້າ ເພື່ອເຮັດໜ້າທີ່ຄ່ຽນຖ່າຍສິນຄ້າ ແລະ ອຳນວຍຄວາມສະດວກ ແກ່ການກວດກາສິນຄ້າ ຂອງເຈົ້າໜ້າທີ່ ກ່ອນທີ່ຈະນຳເຂົ້າ ຫຼື ສົ່ງອອກ ໄປຕ່າງປະເທດ.
ກ່ອນໜ້ານີ້ ທ່ານ ຊະຍະທັນ ພົມສອນ ປລັດກະຊວງຄົມນາຄົມ ຂອງໄທຍ ກໍໄດ້ປະຊຸມກັບ ທ່ານ Isham Ishak ປລັດກະຊວງຄົມນາຄົມ ຂອງມາເລເຊັຽ ພ້ອມກັບບໍຣິສັດຕ່າງໆ ຂອງປະເທດແກ້ຄຽງ ເພື່ອປຶກສາຫາລື ຊອກຫາຊ່ອງທາງ ໃນການກໍ່ສ້າງຈຸດເຊື່ອມຕໍ່ ທາງຣົຖໄຟຂອງ 2 ປະເທດ.
ທີ່ຜ່ານມາ ຣັຖບານມາເລເຊັຽ ເຄີຍຮ້ອງຂໍ ການເຊື່ອມຍົງ ທາງຣົຖໄຟຄວາມໄວສູງ ກັບໄທຍ ເພື່ອໃຫ້ເປັນຈຸດເຊື່ອມຕໍ່ໄປ ຫາທາງຣົຖໄຟ ລາວ-ຈີນ.
ອີງຕາມການຣາຍງານ ຈາກສື່ມວນຊົນມາເລເຊັຽ, ຣັຖບານໄທຍ ແລະ ມາເລເຊັຽ ໄດ້ປຶກສາຫາລື ກ່ຽວກັບໂຄງການດັ່ງກ່າວ ແລະ ຣັຖບານມາເລເຊັຽ ກໍເຫັນດີກັບແນວຄິດ ຂອງຝ່າຍໄທຍ ໃນການສ້າງຕັ້ງຄະນະເຮັດວຽກຮ່ວມກັນ ເພື່ອປຶກສາຫາລື ໃນການເຊື່ອຈອດທາງຣົຖໄຟ ສິງກະໂປ, ມາເລເຊັຽ ແລະ ໄທຍ ມາສູ່ເສັ້ນທາງຣົຖໄຟ ລາວ-ຈີນ.
ລະຫວ່າງ ວັນທີ 30 ສິງຫາ ຫາ ວັນທີ 1 ກັນຍາ 2022, ເຈົ້າໜ້າທີ່ທາງການໄທຍ ຈະເດີນທາງມາປະຊຸມກັບ ເຈົ້າໜ້າທີ່ທາງການລາວ ແລະ ພາກເອກຊົນລາວ ເພື່ອຫາລືກ່ຽວກັບການເຊື່ອມຕໍ່ ທາງຣົຖໄຟ ໄລຍະທາງ ລະຫວ່າງ ນະຄອນຫລວງວຽງຈັນ ກັບ ແຂວງໜອງຄາຍ, ແລະ ເພື່ອເພີ່ມຂີດຄວາມສາມາດ ແລະ ພັທນາລະບົບໂລຈິສຕິກສ໌ ດ້ວຍການຂົນສົ່ງສິນຄ້າ ຜ່ານທາງຣົຖໄຟ, ອີງຕາມການຣາຍງານ ຂອງ ທ່ານ ສັກສຍາມ ຊິດຊອບ ຣັຖມົນຕຣີ ກະຊວງຄົມນາຄົມ ຂອງໄທຍ ໃນວັນທີ 8 ສິງຫາ ທີ່ຜ່ານມາ.