ຄົນງານລາວ ອາຈມີໂອກາດ ໄດ້ໄປເຮັດວຽກ ຢູ່ຍີ່ປຸ່ນ

ສຸພັດຕາ
2022.08.31
ຄົນງານລາວ ອາຈມີໂອກາດ ໄດ້ໄປເຮັດວຽກ ຢູ່ຍີ່ປຸ່ນ ຮູບໂຕຢ່າງ: ຄົນງານລາວ ຊຸດທຳອິດ ທີ່ເດີນທາງເຂົ້າໄປເຮັດວຽກ ຢູ່ປະເທດໄທຍ ຕາມ MOU, ວັນທີ 28 ມີນາ 2022.
RFA

ທາງການລາວ ມີແຜນການຈະສົ່ງຄົນງານລາວ ໄປເຮັດວຽກດ້ານການເບິ່ງແຍງຜູ້ສູງອາຍຸ ຢູ່ປະເທດຍີ່ປຸ່ນ ໃນຂະນະທີ່ ການເດີນທາງໄປເຮັດວຽກດັ່ງກ່າວນີ້ ຍັງບໍ່ແມ່ນເຣື່ອງງ່າຍ ຍ້ອນຄົນງານລາວສ່ວນຫຼາຍ ບໍ່ທັນຮູ້ພາສາຍີ່ປຸ່ນ ແລະບໍ່ມີທັກສະໃນການເບິ່ງແຍງ ຜູ້ສູງອາຍຸພໍເທົ່າໃດ.

ດັ່ງພະນັກງານ ບໍຣິສັດຈັດຫາງານ ທີ່ດໍາເນີນການຈັດສົ່ງອອກຄົນງານລາວ ໄປເຮັດວຽກຢູ່ຕ່າງປະເທດ ນາງນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ່ 31 ສິງຫາ 2022 ນີ້ວ່າ:

“ເບິ່ງແຍງຜູ້ສູງອາຍຸຫັ້ນແມ່ນ ພວກເຮົາແມ່ນແລ້ວ ມີຕຣຽມຈັດສົ່ງ ແລ້ວກໍມີຣາຍຊື່ຢູ່ ຍ້ອນວ່າທາງຍີ່ປຸ່ນຫັ້ນນ່າ ກໍາລັງຫາວຽກໂຕນີ້ ເພິ່ນຢາກໄດ້ຄົນທີ່ໃຊ້ພາສາຍີ່ປຸ່ນ ກໍເລີຍວ່າ ຊອກຄົນບໍ່ໄດ້ ກໍເລີຍວ່າເອີ່ ຄົນທີ່ບໍ່ໄດ້ພາສາຍີ່ປຸ່ນນີ້ ແມ່ນມີຢູ່ ກໍາລັງວ່າ ເອີ່ຊິເຮັດຈັ່ງໃດ ຕ້ອງຝຶກບໍ່ ຄົນທີ່ໄດ້ຫຼັກໆ ບໍ່ຄ່ອຍບໍ່ມີວຽກໂຕນີ້ຫັ້ນນ່າ.”

ທີ່ຜ່ານມາການໄປເຮັດວຽກ ຢູ່ປະເທດຍີ່ປຸ່ນ ໃນສາຂາອາຊີບອື່ນໆນັ້ນ ຜູ້ສມັກຈະຕ້ອງຜ່ານການຄັດເລືອກກ່ອນ ແລ້ວຈຶ່ງຮຽນຮູ້ພາສາຍີ່ປຸ່ນຂັ້ນພື້ນຖານຕື່ມ ເພື່ອທີ່ຈະໃຊ້ຊີວິຕ ປະຈໍາວັນພາຍໃນປະເທດຍີ່ປຸ່ນໄດ້ ໃນຂະນະທີ່ ວຽກງານດ້ານການເບິ່ງແຍງ ຜູ້ສູງອາຍຸນັ້ນ, ຜູ້ສມັກຈະຕ້ອງມີພື້ນຖານພາສາຍີ່ປຸ່ນກ່ອນ  ແລ້ວຈຶ່ງຈະມີສິທເສັງສັມພາດ ເພື່ອເດີນທາງໄປເຮັດວຽກຢູ່ປະເທດຍີ່ປຸ່ນ.

ດັ່ງພະນັກງານບໍຣິສັດຈັດຫາງານ ຜູ້ດຽວກັນນີ້ ກ່າວຕື່ມວ່າ:

“ຖ້າວ່າເປັນວຽກທົ່ວໄປເນາະ ວຽກໂຮງງານອີ່ຫຍັງຕ່າງໆຫັ້ນນ່າ ແມ່ນຈະມີການສັມພາດ ຄັດເລືອກກ່ອນເນາະ ອັນນ່າຜ່ານແລ້ວ ແລ້ວກໍສັມພາດແລ້ວ ແລ້ວກໍຈຶ່ງມາຮຽນພາສາ ແຕ່ວ່າ ວຽກໂຕນີ້ ແມ່ນຕ້ອງໄດ້ພາສາກ່ອນ ໄດ້ພາສາແລ້ວກໍຖືວ່າ ສັມພາດອີ່ຫຍັງກໍແມ່ນບໍ່ໄດ້ຍາກ ບໍ່ມີບັນຫາ ລະກະໄດ້ພາສາ ແລ້ວກໍມີໃບຢັ້ງຢືນນ່າ ເສັງທຽບວັດລະດັບຫັ້ນນ່າ.”

ຍານາງກ່າວອີກວ່າ ຄົນງານລາວ ທີ່ສົນໃຈເດີນທາງ ໄປເຮັດວຽກດ້ານການເບິ່ງແຍງ ຜູ້ສູງອາຍຸດັ່ງກ່າວນີ້ ຖ້າຫາກຈົບການສຶກສາ ທາງດ້ານແພດ ຫຼືພຍາບານ ຈະໄດ້ຮັບການພິຈາຣະນາ ເປັນພິເສດ ແຕ່ຢ່າງໃດກໍຕາມ ຖ້າຫາກວ່າ ບໍ່ມີຄວາມຮູ້ກ່ຽວກັບການເບິ່ງແຍງ ຜູ້ສູງອາຍຸ ທາງບໍຣິສັດຈັດຫາງານ ກໍຈະດໍາເນີນການຝຶກອົບຮົມ ສີມືແຮງງານ ກ່ຽວກັບວຽກງານດັ່ງກ່າວນີ້ໃຫ້ ກ່ອນຈະອອກເດີນທາງ ໄປຍັງປະເທດຍີ່ປຸ່ນ.

ອີງຕາມການຣາຍງານ ຂອງເຈົ້າໜ້າທີ່ ທີ່ເຮັດວຽກກ່ຽວກັບການຈັດສົ່ງຄົນງານລາວ ໄປເຮັດວຽກຢູ່ຕ່ງປະເທດ ຜູ້ບໍ່ປະສົງອອກຊື່ ແລະຕໍາແໜ່ງທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

ທາງການລາວໄດ້ເຮັດ MOU ເພື່ອດໍາເນີນການຈັດສົ່ງຄົນງານລາວ ໄປເຮັດວຽກດ້ານການເບິ່ງແຍງ ຜູ້ສູງອາຍຸ ຢູ່ປະເທດຍີ່ປຸ່ນດັ່ງກ່າວນີ້ເປັນຄັ້ງທໍາອິດ ໃນໄລຍະທ້າຍເດືອນກໍຣະກະດາ ທີ່ຜ່ານມາ ແຕ່ຢ່າງໃດກໍຕາມ ທາງດ້ານສະມາຄົມ ສູນຝຶກອົບຮົມບຸກຄະລາກອນ ດ້ານທຸຣະທຸກິຈການຮັບດູແລ ຮັບໃຊ້ ແຫ່ງປະເທດຍີ່ປຸ່ນ ແລະສູນພັທນາສີມືແຮງງານ ແລະຈັັດຫາງານຫ້ວຍຫົງ ຍັງບໍ່ທັນແຈ້ງຣາຍລະອຽດ ແລະເງື່ອນໄຂມາຍັງກະຊວງແຮງງານ ແລະສວັດດີການສັງຄົມ ຂອງປະເທດລາວ ຢ່າງເປັນທາງການເທື່ອ.

ມາຮອດປັດຈຸບັນ ການຈັດສົ່ງຄົນງາລາວ ໄປເຮັດວຽກດ້ານການເບິ່ງແຍງ ຜູ້ສູງອາຍຸດັ່ງກ່າວນີ້ ຍັງບໍ່ທັນເຄີຍເກີດຂຶ້ນເທື່ອ ແຕ່ບໍຣິສັດຈັດຫາງານ ພາຍໃນປະເທດລາວ ຫຼາຍຫົວໜ່ວຍ ກໍໄດ້ທະຍອຍ ເປີດຮັບສມັກຄົນງາລາວ ທີ່ສົນໃຈເດີນທາງ ໄປເຮັດວຽກດັ່ງກ່າວນີ້ ບາງສ່ວນແລ້ວ ເຊິ່ງຖ້າຫາກຜ່ານການຄັດເລືອກ ຜູ້ສມັກ ຈະຕ້ອງເສັຍຄ່າໃຊ້ຈ່າຍ ປະມານ 3,000 ໂດລ້າຣ໌ສະຫະຣັຖຕໍ່ຄົນ.

ດັ່ງພະນັກງານ ບໍຣິສັດຈັດຫາງານ ຢູ່ນະຄອນຫຼວງວຽງຈັນ ອີກທ່ານນຶ່ງ ກ່າວວ່າ:

“ຈະເປັນບໍຣິສັດແມ່ ຢູ່ປະເທດຍີ່ປຸ່ນ ມັນຈະຕ້ອງສັມພາດຜ່ານກ່ອນ ຄັນວ່າສັມພາດຜ່ານ ກໍຄື ນາຍຈ້າງຍີ່ປຸ່ນເລືອກເອົາແລ້ວເນາະ ເຮົາຈຶ່ງຈະໃຫ້ຜູ້ທີ່ເຂົາສມັກຜ່ານ ເຂົ້າມາເຊັນສັນຍາເນາະ ມາຖອກເງິນເນາະ ຂະເຈົ້າຈະເກັບຢູ່ 2,950 ໂດລ້າຣ໌ເນາະ ເພາະວ່າຈະມີການຊື້ປີ້ຍົນ ແລ້ວກະຄ່າ ວີຊ້າ.”

ສໍາລັບວຽກງານ ໃນການເບິ່ງແຍງ ຜູ້ສູງອາຍຸ ມີສັນຍາໃນການເຮັດວຽກເບື້ອງຕົ້ນ 3-5 ປີ, ຈະໄດ້ເງິນເດືອນຂັ້ນພື້ນຖານ 155,000 ເຢນ ຫຼືປະມານ 1,120 ໂດລ້າຣ໌ສະຫະຣັຖຕໍ່ເດືອນ ໂດຍບໍ່ຮວມຄ່າເຮັດວຽກນອກເວລາ, ໃນແຕ່ລະມື້ ຈະເຮັດວຽກປະມານ 8 ຊົ່ວໂມງ ລະຫວ່າງເວລາ 8 ໂມງເຊົ້າ ຫາ 5 ໂມງແລງ, ສາມາດພັກວຽກໄດ້ 1-2 ມື້ ຕໍ່ສັປດາ, ຜູ້ອອກແຮງງານ ຈະໄດ້ຮັບສວັດດີການສັງຄົມ ຕາມກົດໝາຍແຮງງານ ຂອງປະເທດຍີ່ປຸ່ນ ເຊັ່ນ ປະກັນສັງຄົມ ແລະປະກັນພັຍອື່ນໆ, ທັງນີ້ ຜູ້ສມັກຈະຕ້ອງມີອາຍຸ ລະຫວ່າງ 19-35 ປີ, ຈົບສາຂາວິຊາ ທີ່ກ່ຽວຂ້ອງ ເປັນຕົ້ນ ພຍາບານ ຫຼື ມີຄວາມຮູ້ພາສາຍີ່ປຸ່ນຂັ້ນພື້ນຖານ ໃນລະດັບ N4  ຫຼື N5 ຂຶ້ນໄປ.

ດັ່ງພະນັກງານ ປະຈໍາສະຖາບັນສອນພາສາຍີ່ປຸ່ນ ຢູ່ແຂວງວຽງຈັນ ນາງນຶ່ງ ກ່າວວ່າ:

“ໄປຮຽນເພີ່ມດ້ານວັທນະທັມບໍ ເຣື່ອງເຕັກນິກບໍເພີ່ມຕື່ມ ເປັນພາສາພື້ນຖານ. ພໍເວົ້າແຈ້ງແລ້ວ ຄົນລາວບໍ  ຄົນໜຸ່ມມັນບໍ່ຮູ້ພາສາຍີ່ປຸ່ນຈັກໜ້ອຍເດ້ເນາະ ເພາະວ່າຖາມກິນເຂົ້າບໍ, ໄປຫ້ອງນໍ້າບໍ. ເວົ້າປາກໄດ້, ຂຽນເປັນແທ້. ໂອ້ຍມັນຕ້ອງໃຊ້ເວລາເປັນ 2 ປີ, 3 ປີພຸ້ນແຫຼ້ວ. ອັນນີ້ມາຝຶກອົບຮົມ ພໍໃຫ້ຮູ້ພື້ນຖານ ພໍເວົ້າໄດ້ເລັກໆ ໜ້ອຍໆ ນີ້ນ່າ.”

ປັດຈຸບັນ ມີຊາວໜຸ່ມລາວ ທີ່ຮູ້ພາສາຍີ່ປຸ່ນຂັ້ນພື້ນຖານຫຼາຍຄົນ ຕ້ອງການເດີນທາງໄປເຮັດວຽກ ດ້ານການເບິ່ງແຍງ ຜູ້ສູງອາຍຸ ຢູ່ປະເທດຍີ່ປຸ່ນ ຍ້ອນໄດ້ຮັບຄ່າຈ້າງແຮງງານ ຫຼາຍກວ່າການເຮັດວຽກຢູ່ພາຍໃນປະເທດລາວ ແລະເຖິງແມ່ນວ່າ ຈະມີເອກສານຄົບຖ້ວນແລ້ວ ແຕ່ຢ່າງໃດກໍຕາມ ພວກເຂົາເຈົ້າຈໍາເປັນຕ້ອງໄດ້ລໍຖ້າຕໍ່ໄປ ຈົນກວ່າທາງປະເທດຍີ່ປຸ່ນ ຈະແຈ້ງຈໍານວນຄົນງານ ທີ່ຕ້ອງການມາຍັງປະເທດລາວ.

ດັ່ງຄົນງລາວ ທີ່ຕ້ອງການເດີນທາງ ໄປເຮັດວຽກ ຢູ່ປະເທດຍີ່ປຸ່ນ ນາງນຶ່ງ ກ່າວວ່າ:

“ສົນໃຈໄປເຮັດ. ເອີ່ສົນໃຈ ມັນກໍໄດ້ຄ່າຕອບແທນຫຼາຍຫັ້ນແຫຼະ. ກໍເບື້ອງຕົ້ນໜ້ອຍນຶ່ງຮູ້ ໄປສມັກແລ້ວໃດ໋ລະ ຄືບໍ່ເຫັນວ່າຂະເຈົ້າຕິດຕໍ່ມາ.”

ທີ່ຜ່ານມາ ຄົນງານລາວທີ່ເຮັດວຽກ ຢູ່ປະເທດຍີ່ປຸ່ນຈໍານວນຫຼາຍ ສ່ວນຫຼາຍແມ່ນເປັນເຮັດວຽກງານ ກ່ຽວກັບການຜລິຕຊິ້ນສ່ວນອາໄຫຼ່ ແລະເຄື່ອງຈັກ ພາຍໃນຫົວໜ່ວຍໂຮງງານ ແລະເຖິງແມ່ນວ່າ ທາງການລາວ ຈະເຮັດ MOU ເພື່ອຈັດສົ່ງຄົນງານລາວ ໄປເຮັດວຽກຢູ່ປະເທດຍີ່ປຸ່ນ ມາເປັນໄລຍະເວລາດົນແລ້ວ ແຕ່ມາຮອດປັດຈຸບັນ ຍັງບໍ່ທັນມີຄົນງານລາວ ເດີນທາງໄປເຮັດວຽກ ຢູ່ປະເທດຍີ່ປຸ່ນຫຼາຍພໍເທົ່າໃດ ເມື່ອທຽບໃສ່ປະເທດໄທຍ.

ດັ່ງຊາວລາວ ທີ່ເຄີຍສມັກໄປເຮັດວຽກ ຢູ່ປະເທດຍີ່ປຸ່ນ ທ່ານນຶ່ງ ກ່າວວ່າ:

“ກະສົນໃຈ ຫຼາຍຄົນເດີ້ ໄປເພາະວ່າ ເຂົາໃຫ້ຄ່າແຮງງານສູງ ສູງກວ່າຢູ່ໄທຍ ຢູ່ລາວນີ້ກໍສູງກວ່າຫັ້ນແຫຼະ. ສ່ວນຫຼາຍນີ້ເປັນວຽກ ໂຮງຈັກໂຮງງານ ກໍຢາກໄປຫັ້ນແຫຼະ ແຕ່ວ່າມັນຍາກ ຄັນຖ້າມີໂອກາດກໍຢາກໄປຫັ້ນແຫຼະ ສັມພາດເອົາ ເຂົາໃຫ້ສັມພາດທາງ ອອນລາຍນ໌ເອົາ. ບໍ່ຜ່ານ ເພາະວ່າຜ່ານແລ້ວ ເພິ່ນຊິໂທໃຫ້ໄປຕຣຽມພາສາຍີ່ປຸ່ນ ປະມານ 3-4 ເດືອນນີ້ແຫຼະ.”

ໃນໄລຍະສັປດາທີ່ຜ່ານາ ທ່ານ ກະຊູຕະກະ ນາກາໂອະ ຜູ້ອໍານວຍການສະມາຄົມ ສູນຝຶກອົບຮົມບຸກຄະລາກອນ ດ້ານທຸຣະກິຈ ການດູແລ ຮັບໃຊ້ ແຫ່ງປະເທດຍີ່ປຸ່ນ ໄດ້ກ່າວວ່າ ໂຄງສ້າງປະຊາກອນຂອງປະເທດຍີ່ປຸ່ນ ແມ່ນມີຜູູ້ສູງອາຍຸ ເປັນຈໍານວນຫຼາຍ ສະນັ້ນ ຣັຖບານຍີ່ປຸ່ນ ຈຶ່ງຕ້ອງການນໍາເຂົ້າ ຄົນງານທີ່ມີຄວາມສາມາດ ໃນການເບິ່ງແຍງ ຜູ້ສູງອາຍຸຈາກຕ່າງປະເທດ ໂດຍສະເພາະ ບັນດາປະເທດອາຊ້ຽນ ເຊິ່ງກວມເອົາ ປະເທດລາວ ອີກທັງ ຍັງສເນີໃຫ້ພາກສ່ວນ ທີ່ກ່ຽວຂ້ອງ ສົ່ງເສີມການຮຽນ-ການສອນພາສາຍີ່ປຸ່ນ ແລະວິຊາການ ດ້ານການເບິ່ງແຍງຜູ້ສູງອາຍຸ ຢູ່ສູນພັທນາສີມືແຮງງານ ແລະໂຮງຮຽນຝຶກອົບຮົມ ວີຊາຊີບຕ່າງໆ ພາຍໃນປະເທດລາວເພີ່ມຕື່ມ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.