ປະຕິເສດ ຄ່າຊົດເຊີຍ ຈາກໂຄງການ ກໍ່ສ້າງໂຮງງານ ແປ້ງມັນຕົ້ນ
2022.08.24

ຊາວບ້ານ ບ້ານເພັຽລາດ ແລະບ້ານຂັນລາຍຈຳນວນ 100 ປາຍຄອບຄົວ ໃນເມືອງບາຈຽງຈະເຣີນສຸກ ແຂວງຈຳປາສັກ ບໍ່ຢາກຮັບເອົາເງິນຊົດເຊີຍ ແລະບໍ່ຍອມສູນເສັຽທີ່ດິນ ທຳການກະເສຕ ປະມານ 190 ເຮັກຕ້າຣ໌ ໃຫ້ກັບບໍຣິສັດ ເອໄອດີຊີ ການຄ້າ (AIDC Trading) ເພື່ອສ້າງຕັ້ງໂຮງງານ ປຸງແຕ່ງແປ້ງມັນຕົ້ນ ໂດຍບໍ່ຄຳນຶງເຖິງຜົລກະທົບ ຂອງຊາວບ້ານໃນພື້ນທີ່ ພາຍຫຼັງທີ່ມີແຈ້ງການ ຈາກເຈົ້າໜ້າທີ່ທະຫານ ແຂວງຈຳປາສັກ ເອົາປ້າຍມາຕິດໄວ້ ໃນດິນຂອງຊາວບ້ານ ໃນວັນທີ 09 ມິຖຸນາ 2022 ທີ່ຜ່ານມາ.
ດັ່ງຊາວບ້ານ ຢູ່ເມືອງບາຈຽງຈະເຣີນສຸກ ແຂວງຈຳປາສັກ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 24 ສິງຫານີ້ວ່າ:
“ມາຂູ່ເອົາ ມັນບໍ່ໃຫ້ກາຊິດຸດຖີ້ມ, ໄຖຖີ້ມ ໃຫ້ແຕ່ຄ່າຊົດເຊີຍເລັກໜ້ອຍ ກາເອົາໄປເຂົາ (ຊາວບ້ານ) ກາບໍ່ຢາກໄດ້ແລ້ວ (ເງິນຊົດເຊີຍ) ເພາະດິນນີ້ມັນຄັນຄວາມເຂົ້າໃຈ ຄົນບ້ານນອກຄອກນານີ້ ເຂົາເຮັດກິນໄປຕລອດຊີວິຕ ເພາະວ່າເງິນເອົາມາມັນກໍໝົດ ກາບໍ່ຄັກນ່າເຮັດບໍ່ມີຄວາມຍຸຕິທັມ.”
ຊາວບ້ານອີກທ່ານນຶ່ງໄດ້ກ່າວວ່າ ທາງບໍຣິສັດຜູ້ລົງທຶນໄດ້ເຂົ້າມາ ໂອ້ລົມນໍາຊາວບ້ານ ແລະມອບເງິນຊົດເຊີຍຈຳນວນ 2 ສ່ວນ ແຍກເປັນຊົດເຊີຍ ຜົລປູກກໍຄືມັນຕົ້ນ ຈຳນວນ 6,700,000 ກີບຕໍ່ເຮັກຕ້າຣ໌ ແລະ ຊົດເຊີຍທີ່ດິນ ຈຳນວນ 25-30 ລ້ານກີບຕໍ່ເຮັກຕ້າຣ໌ ຊຶ່ງມີຊາວບ້ານປະມານ 30 ຄອບຄົວເຊັນຮັບເອົາເງິນຊົດເຊີຍແລ້ວ ເພາະບໍ່ຢາກມີບັນຫາຂໍ້ຂັດແຍ່ງກັນ ກັບຜູ້ມີອຳນາດ.
ຂະນະທີ່ຊາວບ້ານອີກ 100 ປາຍຄອບຄົວນັ້ນ ບໍ່ໄດ້ຕ້ອງການເງິນຊົດເຊີຍ ແລະບໍ່ຢາກຍ້າຍຖີ່ນຖານອອກໄປອາສັຍ ຢູ່ເຂດອື່ນ ເນື່ອງຈາກທີ່ດິນທຳການກະເສຕ ແລະທີ່ຢູ່ອາສັຍໃນປັດຈຸບັນນີ້ ແມ່ນເປັນທີ່ດິນສືບທອດກັນມາຫຼາຍຊົ່ວຄົນແລ້ວ ຊຶ່ງສ້າງອາຊີພ ແລະລາຍໄດ້ໃຫ້ກັບທຸກໆຄອບຄົວ ຈົນກຸ້ມໂຕເອງ ແລ້ວແບບຍືນຍົງ.
ສ່ວນຊາວບ້ານອີກທ່ານນຶ່ງ ໃນເມືອງບາຈຽງຈະເຣີນສຸກ ກ່າວວ່າເຖິງວ່າບໍຣິສັດດັ່ງກ່າວ ສເນີຈ່າຍເງິນຊົດເຊີຍໃຫ້ກັບຊາວບ້ານ ທີ່ໄດ້ຮັບຜົລກະທົບຈຳນວນ 100 ລ້ານກີບຕໍ່ເຮັກຕ້າຣ໌ ຫຼື ຫຼາຍກ່ວານັ້ນກໍຈະບໍ່ຍອມຮັບເງິນຊົດເຊີຍ ເພາະເງິນຈຳນວນດັ່ງກ່າວ ບໍ່ພຽງພໍໃນການເຣີ້ມຕົ້ນຊີວິຕຂຶ້ນມາໃໝ່ໄດ້.
ເມື່ອຊາວບ້ານບໍ່ຍອມຮັບເງິນຊົດເຊີຍ ຈາກບໍຣິສັດຜູ້ລົງທຶນ ກໍມີຄວາມກັງວົນໃຈວ່າ ບໍຣິສັດຜູ້ລົງທຶນ ແລະທາງການລາວ ຈະໃຊ້ອຳນາດເພື່ອເອົາທີ່ດິນ ຂອງຊາວບ້ານໄປລ້າໆ ໂດຍທີ່ຊາວບ້ານ ກໍຈະບໍ່ໄດ້ຮອດເງິນຊົດເຊີຍ ແລະທີ່ດິນທຳການກະເສຕ.
ດັ່ງຊາວບ້ານ ຜູ້ນີ້ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ເວົ້າເຣື່ອງເຫັນດີ ມັນບໍ່ມີໃຜເຫັນດີດອກເນາະ ນອກຈາກວ່າເຂົາເອົາອຳນາດຣັຖ ມາຂົ່ມມາຂູ່ ຄັນບໍ່ເອົາ (ເງິນຊົດເຊີຍ) ກາຊິເອົາສື່ໆ ອ້າງວ່າເປັນດິນຣັຖ ອ້າງເປັນດິນຫຼວງ ປະຊາຊົນກາຢ້ານເດເນາະ ມັນບໍ່ເໝາະສົມດອກ ເງິນດ້າມ 100-200 ລ້ານ. ປີດຽວມັນກາໝົດແຫຼະແລ້ວ ກາບໍ່ໄດ້ມີສິທເຮັດ ຕລອດຊີວິຕເລີຍຫັ້ນນ່າ.”
ປັດຈຸບັນຊາວບ້ານຜູ້ເສັຽຫາຍ ບໍ່ໄດ້ມີໃບຕາດິນຖາວອນ ແຕ່ມີໃບສິດນໍາໃຊ້ທີ່ດິນ ແລະເສັຽພາສີທີ່ດິນ ໃຫ້ແກ່ຣັຖທຸກປີ ຫາກເປັນລາຄາຊື້-ຂາຍ ສະເພາະຊາວບ້ານ ກໍຈະຢູ່ປະມານ 50-80 ລ້ານກີບ ຕໍ່ເຮັກຕ້າຣ໌.
ໄລຍະຜ່ານມາ ຊາວບ້ານເຄີຍສເນີຄຳຮ້ອງ ໄປຫາອຳນາດການປົກຄອງເມືອງ ແລະທາງການແຂວງຈຳປາສັກແລ້ວ ເພື່ອໃຫ້ພາກສ່ວນທີ່ກ່ຽວຂ້ອງ ມາຊ່ອຍຕິດຕາມກວດກາ ເພື່ອໃຫ້ຄວາມເປັນທັມ ແກ່ຊາວບ້ານແຕ່ປະກົດວ່າ ຄຳສເນີຂອງຊາວບ້ານ ກໍບໍ່ໄດ້ຮັບການແກ້ໄຂ ແລະມິດງຽບໄປລ້າໆ.
ກ່ຽວກັບບັນຫານີ້ ເຈົ້າໜ້າທີ່ຫ້ອງການກະສິກັມ ແລະປ່າໄມ້ ເມືອງບາຈຽງຈະເຣີນສຸກ ແຂວງຈຳປາສັກກ່າວວ່າ ເນື້ອທີ່ທັງໝົດໃນເຂດບ້ານຂັນລາຍ ແລະບ້ານເພັຽລາດ ແມ່ນຖືກ ບໍຣິສັດ ເອໄດດີຊີ ການຄ້າ ເຂົ້າໄປສັມປະທານໝົດແລ້ວ ສ່ວນຣາຍລະອຽດ ຂອງບັນຫາລະຫວ່າງຊາວບ້ານ ກັບ ບໍຣິສັດ ຜູ້ລົງທຶນ ເຈົ້າໜ້າທີ່ທ່ານນີ້ ບໍ່ສາມາດໃຫ້ຣາຍລະອຽດໄດ້.
ດັ່ງທ່ານກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ໂອໂຕນີ້ຄາແລ້ວເດີ້. ເຮົາກາບໍ່ໄດ້ຮູ້ຫຼາຍປານໃດ ສ່ວນຫຼາຍມັນກາ ສັມປະທານໄປໝົດ ບໍຣິສັດເຂົາມາໝົດແຫຼະ ມັນກາຄາເວີ້ຍ.”
ທາງດ້ານເຈົ້າໜ້າທີ່ ຂອງບໍຣິສັດ ເອໄອດີຊີ ການຄ້າ ກ່າວຊີ້ແຈງຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ການເຂົ້າໄປສັມປະທານທີ່ດິນ ເພື່ອສ້າງໂຄງການ ກໍ່ສ້າງໂຮງງານປຸງແຕ່ງ ມັນຕົ້ນຢູ່ເຂດບ້ານຂັນລາຍ ແລະເພັຽລາດ ເມືອງບາຈຽງຈະເຣີນສຸກນັ້ນ ເປັນໄປຕາມຂັ້ນຕອນ ຂອງຣະບຽບການກົດໝາຽ.
ສ່ວນກໍຣະນີ ທີ່ຊາວບ້ານຈຳນວນ 100 ປາຍຄອບຄົວ ບໍ່ຍອມຮັບເອົາເງິນຊົດເຊີຍ ແລະສູນເສັຽ ທີ່ດິນທຳການກະເສຕ ໃຫ້ກັບບໍຣິສັດນັ້ນ ທາງບໍຣິສັດບໍ່ຮັບຮູ້ບັນຫາ ແລະບໍ່ເຫັນຂໍ້ຮ້ອງຮຽນ ຂອງຊາວບ້ານ ຫາກຈະມີບັນຫາເກີດຂຶ້ນ ກໍເປັນໜ້າທີ່ຂອງທາງການລາວ ທີ່ຈະເປັນຜູ້ດຳເນີນການ ໄກ່ເກັ່ຽ ແລະແກ້ໄຂບັນຫາ.
“ເພາະວ່າພວກເຮົາ ກາໄປຕາມຂັ້ນຕອນ ຕາມຕອນໝົດຫັ້ນນ່າ ເພາະວ່າໂຕນີ້ ມັນເວົ້າເຣື່ອງທາງພາກຣັຖເພິ່ນ. ພວກເຮົາພຽງແຕ່ລໍຖ້າ ຕິດຕາມນຳເພິ່ນ. ເພິ່ນວ່າຈັ່ງໃດ ພວກເຮົາກາດຳເນີນຕາມໂຕນັ້ນຫັ້ນນ່າ.”
ເມື່ອວັນທີ 09 ມິຖຸນາ 2022 ທີ່ຜ່ານມາກອງບັນຊາການ ທະຫານ ແຂວງຈຳປາສັກ ໄດ້ນຳເອົາປ້າຍແຈ້ງການຂນາດໃຫຍ່ ໄປຕິດປະກາດ ຢູ່ເຂດບ້ານຂັນລາຍ ແລະບ້ານເພັຽລາດ ລະບຸເຖິງພໍ່ແມ່ ປະຊາຊົນບ້ານຂັນລາຍ ແລະບ້ານເພັຽລາດ. ໂຄງການຂໍແຈ້ງມາຍັງ ບັນດາທ່ານທີ່ມີເນື້ອທີ່ດິນ ໃນຂອບເຂດໂຄງການກໍ່ສ້າງໂຮງງານປຸງແຕ່ງມັນຕົ້ນ ເນື່ອງຈາກໂຄງການດັ່ງກ່າວ ຈະໄດ້ເຣີ່ມຕົ້ນກໍ່ສ້າງ ພາຍໃນເດືອນກໍຣະກະດາ 2022 ນີ້.
ໃນກໍຣະນີທີ່ຊາວບ້ານ ບໍ່ມາແຈ້ງຂໍ້ມູນທາງໂຄງການ ຈະໄດ້ທຳການບຸກເບີກ ໄປກ່ອນບາງພື້ນທີ່ເພື່ອໃຫ້ທ່ວງທັນ ກັບການກໍ່ສ້າງ ແລະເພື່ອຮັບປະກັນ ໃນການສ້າງວຽກເຮັດງານທຳ ແລະສ້າງອາຊີພໝັ້ນຄົງ ໃຫ້ກັບປະຊາຊົນ ໃນເຂດດັ່ງກ່າວ. ສຳລັບໂຄງການກໍ່ສ້າງ ໂຮງງານປຸງແຕ່ງມັນຕົ້ນ ໄດ້ມີພິທີເຊັນສັນຍາຮ່ວມມື ພັທນາທີ່ດິນ ຂອງກອງບັນຊາການທະຫານ ແຂວງຈຳປາສັກ ກັບ ບໍຣິສັດ ເອໄອດີຊີ ການຄ້າ ຈຳກັດຜູ້ດຽວ ໄດ້ຈັດຂຶ້ນໃນວັນທີ 17 ກຸມພາ 2022 ທີ່ແຂວງຈຳປາສັກ.
ໂຄງການດັ່ງກ່າວ ເປັນໄປຕາມຂໍ້ຕົກລົງ ຂອງກະຊວງປ້ອງກັນປະເທດ ວ່າດ້ວຍການເຫັນດີອະນຸມັດໃຫ້ ກອງບັນຊາການທະຫານ ແຂວງຈຳປາສັກ ເປັນຜູ້ຕາງໜ້າໃຫ້ແກ່ ກະຊວງປ້ອງກັນປະເທດ ເຊັນສັນຍາຮ່ວມມື ພັທນາສັມປະທານທີ່ດິນ ຂອງກອງທັບ ໃນເນື້ອທີ່ 60 ເຮັກຕ້າຣ໌ ຢູ່ບ້ານເພັຽລາດ ເມືອງບາຈຽງຈະເຣີນສຸກ ເພື່ອໃຊ້ໃນການ ສ້າງຕັ້ງໂຮງງານປຸງແຕ່ງ ແປ້ງມັນຕົ້ນ.
ບໍຣິສັດ ເອໄອດີຊີ ການຄ້າ ເປັນນຶ່ງໃນກຸ່ມບໍຣິສັດ ເອເຊັຽ ລົງທຶນພັທນາ ແລະກໍ່ສ້າງຈຳກັດຜູ້ດຽວ ເປັນບໍຣິສັດ ທີ່ກໍ່ຕັ້ງ ແລະຖືຮຸ້ນໂດຍຄົນລາວ ຊຶ່ງໄລຍະຜ່ານມາ ບໍຣິສັດໄດ້ຮ່ວມລົງທຶນ ກັບກະຊວງປ້ອງກັນປະເທດ ແລະແຂວງຈຳປາສັກ ຫຼາຍໂຄງການ.
ໂຄງການກໍ່ສ້າງ ໂຮງງານປຸງແຕ່ງມັນຕົ້ນ ຈະມີກຳລັງການຜລິຕແປ້ງ 450 ຕັນຕໍ່ມື້, ມີມູນຄ່າການລົງທຶນທັງໝົດ 70 ລ້ານໂດລ້າຣ໌ສະຫະຣັຖ ມີເນື້ອທີ່ສັມປະທານ ຮວມທັງໝົດ 250 ເຮັກຕ້າຣ໌. ໃນນີ້ເນື້ອທີ່ຂອງກອງບັນຊາການ ທະຫານ ແຂວງຈຳປາສັກ 60 ເຮັກຕ້າຣ໌ ແລະ ເນື້ອທີ່ຂອງແຂວງຈຳປາສັກ ອີກ 190 ເຮັກຕ້າຣ໌ ໂດຍມີໄລຍະສັມປະທານ 50 ປີ.
ກ່ອນໜ້ານີ້ ຊາວບ້ານ ບ້ານແກ້ໄມ້ເຮັ້ຽ ປະມານ 20 ຄອບຄຄົວ ຢູ່ເມືອງຊະນະສົມບູນ ແຂວງຈຳປາສັກ ກໍຖືກນາຍທຶນ ຄົນຈີນຍາດແຍ່ງທີ່ດິນ ທຳການກະເສຕ ຮວມປະມານ 90 ເຮັກຕ້າຣ໌ເພື່ອນຳໄປ ປູກມັນຕົ້ນ ຂະນະທີ່ທາງການ ແຂວງຈຳປາສັກ ກໍມິດງຽບ ບໍ່ໄດ້ລົງຕິດຕາມກວດກາ ໂຄງການດັ່ງກ່າວ.
ເມື່ອຕົ້ນປີ 2022 ທີ່ຜ່ານມາ ທາງການແຂວງຈຳປາສັກ ໄດ້ຣາຍງານວ່າ ເຂດປ່າສງວນແຫ່ງຊາຕ, ເຂດປ່າປ້ອງກັນພາຍໃນ ແຂວງຈຳປາສັກ ກຳລັງຖືກຄົນຈຳນວນນຶ່ງ ເຂົ້າໄປບຸກລຸກເພື່ອປູກມັນຕົ້ນ ເຮັດໃຫ້ເນື້ອທີ່ປ່າໄມ້ ຫຼາຍພັນເຮັກຕ້າຣ໌ຫຼຸດລົງ ແລະ ດຽວນີ້ທາງການ ແຂວງຈຳປາສັກ ກໍ່ພະຍາຍາມທີ່ຈະເຂົ້າໄປສະກັດກັ້ນ ເພື່ອບໍ່ໃຫ້ຄົນເຂົ້າໄປບຸກລຸກເພີ່ມຕື່ມ.
ແນວໃດກໍຕາມ ກໍມີຣາຍງານວ່າ ຊາວບ້ານຈຳນວນຫຼາຍພັນ ຄອບຄົວ ທີ່ພາກັນເຂົ້າໄປບຸກເບີກ ທີ່ດິນໃນປ່າປະເພດຕ່າງໆ ເພື່ອປູກມັນຕົ້ນ ຫຼືປູກພືດອື່ນໆນັ້ນ ກໍເປັນຍ້ອນທາງການລາວ ໄດ້ໃຫ້ສັມປະທານທີ່ດິນ ແກ່ນັກລົງທຶນ ທັງພາຍໃນ ແລະຕ່າງປະເທດໄປຈົນໝົດ ເພື່ອສ້າງເຂື່ອນໄຟຟ້າ, ຂຸດຄົ້ນບໍ່ແຮ່, ປູກຕົ້ນກາເຟ ແລະ ພືດເສຖກິຈອື່ນໆ.