ຮ້ານຮັບຊື້ ເສດເຫຼັກ ວຽດນາມ ຜິດຂໍ້ກຳນົດ

ຈຳປາທອງ
2022.08.19
ຮ້ານຮັບຊື້ ເສດເຫຼັກ ວຽດນາມ ຜິດຂໍ້ກຳນົດ ຮູບໂຕຢ່າງ: ພໍ່ຄ້າຊາວວຽດນາມ ເລາະຂາຍເຄື່ອງ ຕາມບ້ານຕ່າງໆ.
RFA

ທີ່ຜ່ານມາ ຕໍາຣວດປ້ອງກັນຄວາມສງົບ ເມືອງໄຊທານີ ນະຄອນຫລວງວຍງຈັນ ໄດ້ກວດພົບເຈົ້າຂອງຮ້ານຊື້-ຂາຍເຫລັກເສດ ທັງຮ້ານຄົນວຽດນາມ ແລະຮ້ານຄົນລາວ ທີ່ເຮັດຜິດຂໍ້ກໍນົດ ແລະລະບຽບກົດໝາຍ ທັງໝົດ 35 ຄົນ ຊຶ່ງໃນນັ້ນໄດ້ ດໍາເນີນຄະດີ 28 ຄົນ, ສ່ວນທີ່ເຫລືອໄດ້ສຶກສາອົບຮົມ.

ກ່ຽວກັບເຣື່ອງທີ່ວ່ານີ້ ເຈົ້າໜ້າທີ່ຕໍາຣວດ ປ້ອງກັນຄວາມສງົບ ເມືອງໄຊທານີ ເວົ້າວ່າ ໄດ້ໃຫ້ຄົນວຽດນາມ 6 ຄົນເຮັດບົດບັນທຶກຕັກເຕືອນ ຍ້ອນພວກເຂົາເຈົ້າຕັ້ງຮ້ານຊື້-ຂາຍເຫລັກເສດ ຮວມທັງຈາກຄົນທີ່ລັກນ໊ອດລາງຣົຖໄຟ, ນ໊ອດເສົາໄຟຟ້າ, ສາຍໄຟຟ້າຢູ່ທາງຣົຖໄຟ ລາວ-ຈີນ, ກົງເຕີນໍ້າ, ໝໍ້ໄຟ, ຣົຖຈັກ ແລະອື່ນໆ ໃນປີທີ່ຜ່ານມາ.

ດັ່ງເຈົ້າໜ້າທີ່ ຕໍາຣວດຂແນງຄຸ້ມຄອງ ຄົນຕ່າງປະເທດ ເມືອງໄຊທານີທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 11 ສິງຫານີ້ວ່າ:

“ເປັນຮ້ານວຽດ ແຕວ່າເອກກະສານກໍບໍ່ຖືກດອກ ແຕ່ວ່າບົນພື້ນຖານເຂົາເຈົ້າຈັບຍ້ອນວ່າ ຄົນທີ່ລັກຫັ້ນນະ ແລ້ວມາຂາຍຣົຖໃຫ້ ຢູ່ຮ້ານເຫລັກເສດຫັ້ນນໍ ແລ້ວເຂົາກໍຊື້ ໃນເມື່ອຊື້ ບາດນີ້ລະເຂົາເຈົ້າ ພວກອາຍາ ຕໍາ ຣວດອາຍາເຂົາຈັບຄົນລາວ ທີ່ໄປລັກຂາຍໃຫ້ໄດ້ ແລ້ວເຂົາຊັກທອດມາເຖິງ ໂຕຢ່າງຄືມູນຄ່າ 50 ລ້ານກີບຈັ່ງຊີນະ ເຂົາລະຊື້ແຕ່ເທົ່າໃດ 10 ລ້ານກີບ ບາດນີ້ຊື້ເຄື່ອງຜິດກົດໝາຍ ເຂົາເຈົ້າກໍຊວສນມານີ້ເລີຍ ຈັ່ງຊີ້ນະ ແລ້ວກໍຈັບຫັ້ນແຫລະ ຕາມລະບຽບເຂົາ ຕາມອາຍາເຂົາດໍາເນີນ.”

ຄົນວຽດນາມທັງ 6 ຄົນທີ່ວ່ານັ້ນ ອາສັຍ ແລະປະກອບອາຊີບຢູ່ເມືອງໄຊທານີ ແບບຜິດກົດໝາຍ ຄືໜັງສືເດີນທາງ ຜ່ານແດນໝົດກໍານົດ, ບໍ່ມີວີຊ່າ LA-Bad, ບໍ່ມີບັດອະນຸຍາດພັກເຊົາ ແລະບໍ່ມີບັດເຮັດວຽກ, ບໍ່ມີໃບອະນຸຍາດ ດໍາເນີນທຸຣະກິຈ, ຊື້-ຂາຍ ໃນຍາມກາງຄືນ ແລະເຊົ່າສະຖານທີ່ ຕັ້ງຮ້ານບໍ່ຖືກຕ້ອງຕາມລະບຽບກົດໝາຍ, ກະທໍາຜິດຕໍ່ປະມວນກົດໝາຍອາຍາ ມາດຕຣາ 244 ຖານຊື້ຂາຍຊັບຜິດກົດໝາຍ.

ເຈົ້າໜ້າທີ່ ຕໍາຣວດປ້ອງກັນ ຄວາມສງົບ ເມືອງໄຊທານີ ເວົ້າໃນມື້ດຽວກັນນີ້ວ່າ ໄດ້ສຶກສາອົບຮົມ ແລະໃຫ້ພວກເຂົາເຈົ້າ ປະຕິບັດຕາມລະບຽບການ ເສັຍອາກອນ ແລະບໍ່ໃຫ້ຮັບຊື້ເຄື່ອງຂອງ ຜິດກົດໝາຍ ເຖິງຈະບໍ່ມີທະບຽນເຮັດທຸຣະກິຈ ຢູ່ລາວກໍຕາມ.

ທິດຊີ້ນໍາຂອງຂັ້ນເທິງ ເວົ້າເຣື່ອງການພັທນາເສຖກິຈ ຂອງປະເທດຊາຕ ເປັນຕົ້ນລະແມ່ນເຣື່ອງທາງຣົຖໄຟມິຫຍັງຕ່າງໆ ເປັນເຄື່ອງ... ດັ່ງນັ້ນເພິ່ນຈຶ່ງຊີ້ນໍາໃຫ້ເຮົາ ຕ້ອງປະຕິບັດຢ່າງຈິງຈັງ ເຜີຍແຜ່ວຽກງານປ້ອງກັນຄວາມສງົບ ກ່ຽວກັບການຊື້ຂາຍ ອາຈລໍ່ມີທະບຽນກໍບໍ່ເປັນຫຍັງ ແຕ່ ນຶ່ງ ເສັຽອາກອນ ອັນທີສອງ ແລ້ວກໍຫລີກລ່ຽງ ການຊື້ຊັບທີ່ຜິດກົດໝາຍຫັ້ນນ່າ ຕົວຢ່າງ ນັອດລາງຣົດໄຟ ນ໊ອດເສົາໄຟຟ້າ ກົງເຕີນໍ້າ ເປັນສິ່ງທີ່ບໍ່ແມ່ນຂອງເສດ.

ໃນ 1 ປີທີ່ຜ່ານມາ ຕໍາຣວດປ້ອງກັນຄວາມສງົບ ເມືອງໄຊທານີ ໄດ້ສົມທົບກັບຕໍາ ຣວດປ້ອງກັນຄວາມສງົບກຸ່ມບ້ານ ແລະອໍານາດການປົກຄອງບ້ານ ກວດກາ ແລະພົບວ່າ ທົ່ວເມືອງນີ້ມີຮ້ານ ຊື້-ຂາຍເຫລັກເສດ 72 ຮ້ານ, ໃນນັ້ນມີຮ້ານຂອງຄົນວຽດນາມ 54 ຮ້ານ.

ເຈົ້າໜ້າທີ່ຕໍາຣວດ ປ້ອງກັນຄວາມສງົບ ເມືອງໄຊທານີ ເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 11 ສິງຫານີ້ວ່າ ການຕັ້ງຮ້ານຂາຍເຫລັກເສດ ຂອງຄົນວຽດນາມທັງໝົດ 54 ຮ້ານນັ້ນ ຜິດກົດໝາຍທັງໝົດ, ບໍ່ໄດ້ຈົດທະບຽບ ປະກອບທຸຣະກິຈ ເພາະຈໍານວນເງິນຕັ້ງຮ້ານ ຊື້-ຂາຍເຫລັກເສດບໍ່ເຖິງ 3-4 ຕື້ກີບ, ມີພຽງແຕ່ 40-100 ລ້ານກີບເທົ່ານັ້ນ, ເຮັດໃຫ້ຄົນວຽດນາມ ແຂ່ງຂັນກັບຄົນລາວ ໄດ້ໃນການປະກອບທຸຣະກິຈນີ້.

ເຣື່ອງຜົລກະທົບມັນກໍມີເນາະ ແຕ່ເວົ້າເຣື່ອງການພັທນາເສຖກິຈ ມັນກໍມີການແຂ່ງຂັນກັນຢູ່ຫັ້ນແຫລະ ແຕ່ສໍາລັບຄົນຕ່າງປະເທດ ໃນການຈົດທະບຽນນີ້ ມັນຕ້ອງໄດ້ເງິນລິດັບ 3-4 ຕື້ກີບຂຶ້ນເມືອ ມັນຈຶ່ງຈົດທະບຽນໄດ້ ບາດນີ້ອ້າຍນ້ອງວຽດນາມເຮົານີ້ ບໍ່ມີເງິນຫລາຍປານນັ້ນ ຕົ້ນທຶນຢ່າງໜ້ອຍມີແຕ່ື 30-50 -100 ລ້ານກີບເລີຍຈົດທະບຽນບໍ່ໄດ້ ມີແຕ່ຕັ້ງຮ້ານຂຶ້ນມາ ໂດຍທີ່ບໍ່ໄດ້ຮັບອະນຸຍາດຫັ້ນນ່າ.

ເມື່ອເດືອນພຶສພາ 2021 ຕໍາຣວດເມືອງໄຊທານີ ໄດ້ດໍາດີນຄະດີກັບທ້າວ ຟາມດຶກກອກ ຄົນວຽດນາມ ອາຍຸ 30 ປີ ເຈົ້າຂອງຮ້ານຮັບຊື້ເຫລັກເສດ ຢູ່ບ້ານໂຄກສີວິໄລ ຍ້ອນຜູ້ກ່ຽວໄດ້ກະທໍາຄວາມຜິດ ຖານຊື້-ຂາຍເຫລັກ ທີ່ຄົນລັກມາແຕ່່ບ່ອນກໍ່ສ້າງ ທາງຣົຖໄຟລາວ-ຈີນ.

ແຕ່ເຖິງຢ່າງໃດກໍຕາມ ເຈົ້າໜ້າທີ່ກອງຫລອນບ້ານໂຄກສີວິໄລ ເມືອງໄຊທານີ ກໍເວົ້າໃຫ້ວິທຍຸເອເຊັຽເສຣີຮູ້ໃນມື້ດຽວກັນນັ້ນວ່າ ປັດຈຸບັນ ທ້ານ ຟາມດຶກກອກ  ໄດ້ປະຕິບັດຕາມຄໍາແນະນໍາ ຂອງເຈົ້າໜ້າທີ່ຕໍາຣວດ ເປັນຕົ້ນ ບໍ່ໃຫ້ຮັບຊື້ເຫລັກເສດ ປະເພດກົງເຕີນໍ້າ, ນ໊ອດ, ສາຍໄຟຟ້າ ແລະໃຫ້ຊື້-ຂາຍເຫລັກເສດ ຮອດ 5-6 ໂມງແລງເທົ່ານັ້ນ, ບໍ່ໃຫ້ຮັບຊື້ໃນຍາມຄໍ່າຄືນ ທີ່ພວກລັກເຄື່ອງຂອງເອົາມາຂາຍໃຫ້.

ບາງເທື່ອນີ້ ເຂົາເອົາແນວນັ້ນແນວນີ້ມາຂາຍ ແນວສິ່ງບໍ່ດີມັນກໍບອກເດ້ ບອກພວກຂ້ອຍແດ່ ຂ້ອຍກໍແຕ່ງກອງຫລອນນໍາເບິ່ງ ຄັນວ່າເອົາມື້ຄືນຮອດ 10 ໂມງໄປແລ້ວ  ມັນບໍ່ເອົາເດ້ ມັນບໍ່ຊື້ເດ່ ເອີ ມັນກໍສິໝົ້ງ 5-6 ໂມງລົງມາອຫລ໋ວ ຫລັງຈາກນັ້ນມັນກໍປິດຮ້ານແລ້ວ ມັນກໍຄໍ່າແລ້ວ ເພາະວ່າພວກຂ້ອຍກໍເຄີຍເຕືອນມັນເດ້ ຄັນຄໍ່າຄົນຂີ້ລັກນ່າ ຂີ້ລັກມາບໍ່ຕ້ອງຊື້ ມີຫຍັງກໍຕ້ອງບອກພວກຂ້ອຍ ມັນກໍບອກເດ້.

ທົ່ວເມືອງໄຊທານີ ມີຮ້ານຊື້-ຂາຍເຫລັກເສດຂອງຄົນວຽດນາມ ແລະຂອງຄົນລາວ ທັງໝົດ 72 ຮ້ານ. ໃນນັ້ນມີ 35 ຮ້ານເຮັດຜິດລະບຽບກົດໝາຍ ແລະໄດ້ສຶກສາ ອົບຮົມເຈົ້າຂອງຮ້ານນັ້ນແລ້ວ.

ຢູ່ບ້ານສະພັງເມິກ ເມືອງໄຊທານີ ເຈົ້າໜ້າທີ່ຕໍາຣວດໄດ້ສຶກສາອົບ ຄົນວຽດນາທີ່ເປັນເຈົ້າຂອງຮ້ານ ຊື້-ຂາຍເຫລັກເສດ ໃຫ້ຮູ້ຈັກຈໍາແນກ ອັນໃດຖືກຕ້ອງ ອັນໃດຖືກລັກມາ, ໃຫ້ຖ່າຍຮູບຜູ້ມາຂາຍເຄື່ອງຂອງນັ້ນໄວ້ເປັນຫລັກຖານ, ຫາກບໍ່ປະຕິ ບັດຕາມກໍຈະຖືກຈັບ ແລະເຮັດບົດບັນທຶກໄວ້, ຍ້ອນບໍ່ສາມາດກວດສອບໄດ້.  ຄົນວຽດນາມທີ່ຮັບຊື້ເຫລັກເສດ ບໍ່ວ່າຈະເປັນເຫລັກເສດທີ່ຖືກລັກມາ  ຫລືບໍ່ຖືກລັກມາ, ຜູ້ໃດເອົາມາຂາຍໃຫ້ກໍຮັບຊື້ເອົາໝົດ.

ດັ່ງຊາວບ້ານສະພັງເມິກ ເວົ້າໃນມື້ດຽວກັນນີ້ວ່າ:

ເຂົາຊື້ໝົດຫັ້ນແຫລະ ແຕ່ວ່າອັນໃດທີ່ວ່າມັນດີ ເຮົາກໍຖ່າຍ ຮູບຜູ້ເຈົ້າຂອງ ເຂົາມາຂາຍໃຫ້ເຈົ້າຂອງຮ້ານນ່າ ເພື່ອໃຫ້ເຈົ້າໜ້າທີ່ເຂົາກວດກາ ເຈົ້າຮູ້ສຶກວ່າມັນເປັນຂອງດີຢູ່ ໃຊ້ການໄດ້ຢູ່ ເຂົາເອົາມາຕ້ອງມີການຢັ້ງຢືນວ່າ ເຫລັກໂຕນີ້ເອົາມາແຕ່ໃສ່ ຂອງຮ້າຍຂາຍຣົຖບໍ່ ຂາຍອີຫຍັງໃຫ້ຮູ້ຈັກ ເພາະສະນັ້ນ ເຈົ້າໜ້າທີ່ເຂົາສິມາຍຶດ ຍຶດແລ້ວເຂົາຈະມາຈັບຜູ້ຂາຍອີກ.

ເພື່ອແກ້ໄຂບັນຫາທີ່ວ່ານີ້ ກອງບັນຊາການຕໍາຣວດ ປ້ອງກັນຄວາມສງົບ ເມືອງໄຊທານີ ນະຄອນຫລວງວຽງຈັນ ເວົ້າວ່າ ພາຍຫລັງທີ່ໄດ້ເຮັດບົດບັນຖຶກໄວ້ແລ້ວ ຈະສືບຕໍ່ຕິດຕາມ ກວດກາຮ້ານຊື້-ຂາຍເຫລັກເສດຕ່າງໆ, ຖ້າກວດພົບວ່າ ຮ້ານໃດຍັງລະເມີດລະ ບຽບການ ທີ່ໄດ້ບົ່ງໄວ້ໃນບົດບັນທຶກ ແລະຜິດລະບຽບກົດໝາຍຢູ່ນັ້ນ ແມ່ນຈະໃຊ້ມາຕການເດັດຂາດແກ້ໄຂ ໂດຍບໍ່ມີຂໍ້າຍົກເວັ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.