ເຈົ້າໜ້າທີ່ ກວດພົບຮ້ານຄ້າ ຄົນຈີນ-ຄົນວຽດນາມ ຂາຍສິນຄ້າ ໝົດອາຍຸ
2022.05.27

ເຈົ້າໜ້າທີ່ທີ່ກ່ຽວຂ້ອງເມືອງນອງ ແຂວງສວັນນະເຂດ ໄດ້ລົງກວດກາສິນຄ້າໝົດອາຍຸ ຊຶ່ງເປັນສິນຄ້າຕ້ອງຫ້າມຜິດກົດໝາຽ ແລະສິນຄ້ານໍາເຂົ້າບໍ່ໄດ້ເສັຽພາສີ ຫຼາຍຣາຍການຮວມມູນຄ່າທັງໝົດ 70 ລ້ານກີບ.
ໃນນັ້ນມີຮ້ານຄົນວຽດນາມ 34 ຮ້ານ ແລະ ຮ້ານຄົນຈີນ 2 ຮ້ານ ທີ່ມີສິນຄ້າດັ່ງກ່າວໄວ້ໃນຄອບຄອງ. ທາງເຈົ້າໜ້າທີ່ທີ່ກ່ຽວຂ້ອງ ຈຶ່ງໄດ້ຂໍຢຶດສິນຄ້າໝົດອາຍຸ ແລະ ສິນຄ້າຕ້ອງຫ້າມ ມາທຳລາຍພ້ອມສຶກສາອົບຮົມເຈົ້າຂອງຮ້ານ ທີ່ເປັນຄົນຈີນແລະຄົນວຽດນາມ. ເນື່ອງຈາກເປັນຄວາມຜິດຄັ້ງທຳອິດ ຫາກມີຄັ້ງຕໍ່ໄປກໍຈະປັບໃໝ.
ດັ່ງເຈົ້າໜ້າທີ່ທີ່ກ້່ຽວຂ້ອງ ເມືອງນອງ ແຂວງສວັນນະເຂດກ່າວຕໍ່ ວິທຍຸເອເຊັຽເສຣີໃນວັນທີ 27 ພຶສພານີ້ວ່າ:
“ເວລາອ້າຍນ້ອງລົງກວດກາ ຄັນຖ້າພົບເຫັນມີແຕ່ຢຶດເອົາມາ ແລະກໍເຮັດບົດບັນທຶກກ່າວເຕືອນ ມີເທົ່ານັ້ນມີແຕ່ວ່າຖ້າພົບເຫັນຕໍ່ໜ້າພຸ້ນ ແຫຼະກ່າວເຕືອນ 2-3 ຄັ້ງແລ້ວຈຶ່ງປັບໃໝໃສ່ໂທດ ກໍບໍ່ໄດ້ໃສ່ໂທດດອກມີ ແຕ່ປັບໃໝ ຕາມລະບຽບຫຼັກການມັນສື່ໆ.”
ທ່ານກ່າວຕື່ມວ່ານອກນັ້ນ ຍັງມີຮ້ານຄົນລາວອີກ 17 ຮ້ານທີ່ຂາຍສິນຄ້າດັ່ງກ່າວ ແລະໄດ້ໃຊ້ມາຕການດຽວກັນກັບເຈົ້າຂອງຮ້ານ ຄົນວຽດນາມ ແລະຄົນຈີນ.
ສາເຫດທີ່ເຮັດໃຫ້ມີຄົນຈີນ ແລະຄົນວຽດນາມສາມາດ ຂາຍສິນຄ້າໝົດອາຍຸ, ສິນຄ້ານຳເຂົ້າບໍ່ເສັຽພາສີ ແລະ ສິນຄ້າເກືອດຫ້າມຜິດກົດໝາຽ ຕໍ່ກົດລະບຽບການຄ້າຂາຍສິນຄ້າ ຈຶ່ງໄດ້ນຳເຂົ້າແລະຂາຍຕາມຄວາມຕ້ອງການຊື້ ຂອງຜູ້ບໍຣິໂພກແລະເມືອງນອງມີຊາຍແດນ ຕິດຈອດກັບປະເທດວຽດນາມ ເຮັດໃຫ້ການລັກລອບນຳເຂົ້າເຄື່ອງ ບໍ່ຖືກກົດໝາຽເປັນໄປໄດ້ງ່າຍ.
ດັ່ງເຈົ້າໜ້າທີ່ທີ່ກ່ຽວຂ້ອງ ເມືອງນອງແຂວງສວັນນະເຂດ ຜູ້ດຽວກັນນີ້ໄດ້ກ່າວຕື່ມວ່າ:
“ເພິ່ນບໍ່ໄດ້ເຂົ້າໃຈແດ່ອັນນຶ່ງ ອັນສອງມາຄືຄົນຕ່າງປະເທດຄືວຽດນາມ ເຂົາກໍມັນຊາຍແດນຕິດຈອດເຫັນເຂົາເອົາມາກັນງ່າຍ ໄດ້ບ່ອນໄກໆ ນີ້ສ່ວນຫຼາຍເຂົາບໍ່ສູ້ພົບດອກ.”
ສຳລັບຣາຍການສິນຄ້າທີ່ກວດພົບວ່າໝົດອາຍຸນີ້ມີນໍ້າຫວານອັດລົມ ເຄື່ອງດື່ມຊູກຳລັງ ເຂົ້າໜົມ ແລະ ເຄື່ອງໃຊ້ປະເພດອື່ນໆ ໃນຫຼາຍຮ້ານຮວມທັງຮ້ານຄົນລາວ ເນື່ອງຈາກບໍຣິສັດຈາກປະເທດໄທຍ ນຳສົ່ງເຄື່ອງດັ່ງກ່າວແລ້ວ ທາງຜູ້ຄ້າຂາຍເບິ່ງວັນໝົດອາຍຸບໍ່ເປັນ ຈຶ່ງເອົາເຄື່ອງໃກ້ໝົດອາຍຸມາຂາຍ ແລ້ວເຮັດໃຫ້ຂາຍບໍ່ທັນວັນໝົດອາຍຸ ແຕ່ເຈົ້າໜ້າທີ່ກໍໄດ້ແນະນຳວິທີ ການເບິ່ງວັນໝົດອາຍຸນຳສິນຄ້າ ແຕ່ລະປະເພດແລ້ວ.
ສ່ວນສິນຄ້າເກືອດຫ້າມຜິດກົດໝາຽມີ ລູກແກັບ, ເລົາປືນ, ດອກແກັບ, ໄພ້ກຸ້ງໄກ່, ນໍ້າກົດ, ສ່ວນຫຼາຍຢູ່ຮ້ານຄົນວຽດນາມ ຫຼາຍກ່ວາໝູ່ສຳລັບການຂາຍ ຕ້ອງໄດ້ຮັບອະນຸຍາດຢ່າງຄັກແນ່ ແຕ່ວ່າຄົນວຽດນາມເຂົ້າໃຈກໍເອົາມາຂາຍ.
ຂະນະທີ່ສິນຄ້ານຳເຂົ້າບໍ່ຖືກຕ້ອງ ບໍ່ຜ່ານການເສັຽພາສີມີກາເຟວຽດນາມ, ເບັຽວຽດນາມ, ຢາສູບວຽດນາມ ສ່ວນຫຼາຍຢູ່ຮ້ານຄົນວຽດນາມ ເຊັ່ນກັນຍ້ອນພວກເຂົາເຈົ້າໄດ້ລັກລອບ ຜ່ານດ່ານນ້ອຍທີ່ເຈົ້າໜ້າທີ່ບໍ່ເຫັນທາງເຈົ້າໜ້າທີ່ ກໍໄດ້ນຳສົ່ງສິນຄ້າດັ່ງກ່າວໃຫ້ເຈົ້າຂອງຮ້ານ ໄປເສັຽພາສີໃຫ້ຖືກຕ້ອງແລ້ວ ກໍໃຫ້ກັບມາວາງຈຳໜ່າຽຂາຍໄດ້.
ຢາປີ່ນປົວຈຳນວນນຶ່ງສ່ວນຫຼາຍ ຢູ່ຮ້ານຄົນວຽດນາມກໍໄດ້ຢຶດມາທຳລາຍ ຍ້ອນວ່າຜິດກົດໝາຽຄືຜູ້ຄ້າຂາຍຄົນວຽດນາມ ບໍ່ມີໃບອະນຸຍາດທາງການຢາຫຼືຈົບຫຼັກສູດ ການຢາຄັກແນ່ຈະບໍ່ສາມາດຂາຍໄດ້.
ດ້ານປະຊາຊົນຢູ່ເມືອງນອງ ແຂວງສວັນນະເຂດ ກ່າວວ່າສິນຄ້າເກືອດຫ້າມ ຜິດກົດໝາຽໂດຍສະເພາະລູກແກັບ, ດອກແກັບ, ເລົາປືນ ເປັນສິນຄ້າທີ່ປະຊາຊົນມັກປຊື້ ຢູ່ຕາມຮ້ານຂາຍເຄື່ອງ ຄົນວຽດນາມຊຶ່ງຈະສົ່ງຜົລກະທົບ ຕໍ່ສັດປ່າສູນພັນ ເນື່ອງຈາກປະຊາຊົນມັກໄປຊື້ວັດຖຸດັ່ງກ່າວ ມາຜລິດປືນແກັບດ້ວຍຕົນເອງ ເພື່ອໄປລ້າສັດມາຂາຍ ແລະບໍຣິໂພກພາຍໃນຄອບຄົວ.
ດັ່ງປະຊາຊົນຢູ່ເມືອງນອງ ແຂວງສວັນນະເຂດໄດ້ກ່າວໃນມື້ດຽວກັນວ່າ:
“ຈັ່ງວ່າແຫຼະເນາະ ເພິ່ນກໍໄປເຮັດປືນຜລິດນີ້ແຫຼະ ຜລິດເອັງແລ້ວກໍເຮັດເປັນປືນແກັບ ແລ້ວກໍໄປຫາລ່າເນື້ອບໍ່ອີ່ຫຍັງຕ່າງໆ ຫັ້ນແຫຼະຄັນວ່າແນວຜິດກົດໝາຽ ຂ້າສັດປ່າບໍ່ສັດທີ່ຫວງຫ້າມບໍ່.”
ປະກົດການທີ່ຄົນຈີນແລະຄົນວຽດນາມ ເຂົ້າມາຕັ້ງຮ້ານຄ້າຂາຍເຄື່ອງຢູ່ເມືອງນອງ ຖືວ່າຜິດລະບຽບຂອງແຈ້ງການບັນຊີປະເພດ ທຸຣະກິຈສງວນໄວ້ສຳລັບພົລເມືອງລາວ ສະບັບປັບປຸງ/ອຄ 02-2015 ຂອງກະຊວງອຸດສາຫະກັມແລະການຄ້າ ເລຂທີ 1328/ອຄ.ທຄວ ລົງວັນທີ 13 ກໍຣະກະດາ ປີ 2015.
ການຕັ້ງຮ້ານດັ່ງກ່າວ ບໍ່ແມ່ນແຕ່ເມືອງນອງ ແຕ່ເທສບານສວັນນະເຂດ ກໍມີປະກົດການນີ້ເຊັ່ນກັນ ຖ້າຫາກຂັ້ນເທີງບໍ່ປະຕິບັດລະບຽບ ຢ່າງຈິງຈັງກໍຈະເຮັດໃຫ້ມີຄົນຈີນ ແລະຄົນວຽດນາມຂາຍເຄື່ອງແຂ່ງກັບ ຄົນລາວແບບຜິດກົດໝາຽຕໍ່ໄປ. ເນື່ອງຈາກທຸກມື້ນີ້ຄົນຈີນ ແລະຄົນວຽດນາມພາກັນຂໍຂັ້ນເທິງ ອະນຸຍາດຕັ້ງຮ້ານຂາຍເຄື່ອງໄດ້.
ດັ່ງເຈົ້າໜ້າທີ່ ຜແນກອຸດສາຫະກັມ ແລະການຄ້າແຂວງສວັນນະເຂດ ກ່າວໃນມື້ດຽວກັນວ່າ:
“ຄັນຕາມລະບຽບ ມັນບໍ່ໄດ້ແຕ່ວ່າບໍ່ແມ່ນແຕ່ເມືອງນອງເນາະ ເຮັດບໍ່ໄດ້ເມືອງອື່ນກໍເຮັດບໍ່ໄດ້ຄື ກັນຄືຮ້ານຄົນວຽດ ຄົນຕ່າງປະເທດຫັ້ນ ເພາະວ່າທືນອີງໃສ່ຕາມລະບຽບ ມັນຖ້າວ່າທືນບໍ່ຮອດ 4 ຕື້ກີບຂຶ້ນ ເມືອມັນເປັນການສງວນໄວ້ໃຫ້ພົລເມືອງລາວ ຖ້າວ່າທາງເທິງເພິ່ນພາກັນ ເຮັດນໍາກັນກໍເຮັດນໍາກັນໝົດເນາະ.”
ລ່າສຸດໃນວັນທີ 26 ພຶສພາ 2022 ຢູ່ບ້ານຫອນສວ່າງ ຈຸດສະຖານີຖິ້ມຂີ້ເຫຍື້ອ ຂອງເມືອງນອງກໍໄດ້ຈັດພິທີທຳລາຍສິນຄ້າໝົດອາຍຸ, ສິນຄ້າເກືອດຫ້າມຜິດກົດໝາຽ ແລະ ສິນຄ້ານຳເຂົ້າບໍ່ໄດ້ເສັຽພາສີ ດ້ວຍວິທີການຈູດທັງໝົດ ຍົກເວັ້ນສິນຄ້າບໍ່ໄດ້ເສັຽພາສີ ແມ່ນເຈົ້າຂອງຮ້ານໄປເສັຽພາສີ ແລ້ວນຳໄປວາງຂາຍຕໍ່ໄປ.
ນອກຈາກນັ້ນທາງພາກສ່ວນທີ່ກ່ຽວຂ້ອງ ຍັງໄດ້ມີມາຕການບໍ່ໃຫ້ມີສິນຄ້າ ດັ່ງກ່າວວາງຈຳໜ່າຽ ພາຍໃນເມືອງອີກ ຄືເຮັດບົດບັນທຶກປັບໃໝຕາມລະບຽບ ພ້ອມລົງກວດກາຕາມແຫຼ່ງຂ່າວ ໃຫ້ຂໍ້ມູນພົບເຫັນຜູ້ເຮັດຜິດ ແລະຕລອດໄລຍະ 1 ປີ ທາງເຈົ້າໜ້າທີ່ຫ້ອງການ ອຸດສາຫະກັມແລະການຄ້າ ຈະລົງກວດປີລະ 2 ເທື່ອ ຫາກບໍ່ມີແຫຼ່ງຂ່າວຣາຍງານຜູ້ທີ່ເຮັດຜິດ. ອີງຕາມຂໍ້ມູນຈາກຫ້ອງການ ອຸດສາຫະກັມແລະການຄ້າ ເມືອງນອງ ແຂວງສວັນນະເຂດ.