ຊາຍຊາວຈີນ ທີ່ລັກເງິນໃນລົດ ຂອງປະຊົນ ຖືກຈັບ
2024.06.03

ປະມານວັນທີ 29 ເດືອນພຶດສະພາ ປີ 2024 ເກີດເຫດ ຄົນຈີນ ເພດຊາຍ ອາຍຸ 40 ປາຍປີ ໄຂປະຕູລົດ ເພື່ອລັກເງິນຂອງປະຊາຊົນ ຢູ່ຕະຫຼາດຕົ້ນເຜິ້ງ ແຂວງບໍ່ແກ້ວ ຕໍ່ມາ ຜູ້ເສັຍຫາຍ ຫຼື ຜູ້ເປັນເຈົ້າຂອງລົດຄົນລາວ ໄດ້ຂໍຄວາມຊ່ອຍເຫຼືອ ຈາກຄົນໃນພື້ນທີ່ ແລະສື່ສັງຄົມອອນລາຍ ວ່າ ຫາກໃຜພົບເຫັນ ໃຫ້ແຈ້ງດ່ວນ ມີລາງວັນໃຫ້.
ຕໍ່ມາ ວັນທີ 30 ເດືອນພຶດສະພາ ປີ 2024 ຫຼື 1 ມື້ ຫຼັງຈາກເກີດເຫດດັ່ງກ່າວ ປະຊາຊົນຈໍານວນຫຼາຍ ກໍ່ໄດ້ຊ່ອຍກັນຈັບຄົນຈີນຜູ້ນັ້ນ ສົ່ງຕໍາຫຼວດໄດ້ແລ້ວ ໂດຍທີ່ຊັບສິນທັງໝົດທີ່ຄົນຈີນລັກໄປ ກໍ່ສົ່ງຄືນໃຫ້ເຈົ້າຂອງໝົດແລ້ວ, ຕາມຄວາມເວົ້າ ຂອງຜູ້ຢູ່ໃນກຸ່ມປະຊາຊົນ ທີ່ຮ່ວມກັນຈັບຄົນຈີນ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 3 ມິຖຸນາ ນີ້ວ່າ:
“ຈັບແລ້ວ ມື້ຕໍ່ມາ ລະຈັບໄດ້ແລ້ວ ໄປເອົາລາວ ຢູ່ຕະຫຼາດ ລາວມາລັກໂມງເກົ່າຫັ້ນເລີຍ ມາ ມື້ຕໍ່ມາໂມງເກົ່າຫັ້ນເລີຍ ເຈົ້າໜ້າທີ່ ເຂົາເຈົ້າດໍາເນີນການເລີຍ ກໍ່ບໍ່ໄດ້ເອົາເລື້ອງເອົາລາວ ແມ່ນຫຍັງຂະເຈົ້າ ແລ້ວແຕ່ເຈົ້າໜ້າທີ່ເລີຍ ກັກໄວ້ແລ້ວ ຈຶ່ງອັນໂທບອກຕໍາຫຼວດ ເຂົາເຈົ້າມາເອົາໄປ.”
ແມ່ຄ້າຂາຍເຄື່ອງ ຢູ່ແຖວຕະຫຼາດຕົ້ນເຜິ້ງ ກ່າວວ່າ ກະແສຂ່າວ ໃນສື່ສັງຄົມອອນລາຍ ລະບຸວ່າ ຄົນຈີນຜູ້ນັ້ນ ລັກລົດຈັກ ແຕ່ຄວາມເປັນຈິງ ຄົນຈີນບໍ່ໄດ້ລັກລົດຈັກ ເຂົາເຈົ້າ ລັກເງິນສົດຢູ່ໃນລົດໃຫຍ່ ແລະມີກ້ອງວົງຈອນປິດ ແຖວເກີດເຫດ ບັນທຶກພາບໄດ້.
ດັ່ງນາງກ່າວ ໃນມື້ດຽວກັນນີ້ວ່າ:
“ຄົນຈີນນີ້ ບໍ່ໃຊ່ລັກລົດກໍ່ ເຂົາລັກເງິນຢູ່ໃນລົດໃຫຍ່ເຂົາຊື່ໆ ແລ້ວຮ້ານນີ້ ບໍ່ແມ່ນມີກ້ອງ ກ້ອງວົງຈອນປິດນີ້ແມ່ນຢູ່ຮ້ານເຂົາເຈົ້າ ຂາຍໝີ່ ຂາຍ ຄົນຈີນນັ້ນ ເຂົາເຈົ້າຈັບສົ່ງຕໍາຫຼວດແລ້ວ ແຕ່່ວ່າ ບໍ່ແມ່ນລັກລົດ ເຂົາເຈົ້າລັກເງິນ ຢູ່ໃນລົດໃຫຍ່ຊື່ໆ.”
ປະຊາຊົນ ທີ່ໄປຫຸ້ມເບິ່ງເຫດການ ໃນວັນທີ່ປະຊາຊົນ ຊ່ອຍກັນຈັບຄົນຈີນ ກ່າວວ່າ ໂຕເອງຢູ່ໄກ ແລະໄດ້ຍິນເວົ້າຕໍ່ກັນມາ ວ່າ ຄົນຈີນ ໄຂປະຕູລົດຂອງຄົນລາວ ທີ່ຈອດຢູ່ແຖວຕະຫຼາດຕົ້ນເຜິ້ງ.
ດັ່ງນາງກ່າວ ໃນມື້ດຽວກັນນີ້ວ່າ:
“ມື້ນັ້ນ ເອື້ອຍກະຢູ່ຫັ້ນແຫຼະ ເພາະວ່າມື້ນັ້ນ ເອື້ອຍກໍ່ບໍ່ໄດ້ເຫັນອີ່ຫຼີດອກ ແຕ່ໄດ້ຍິນເຂົາເຈົ້າວ່າ ລົດຈອດຕີ້ໄດ້ຍິນວ່າ ໄຂເອົານີ້ແຫຼະ ຢູ່ຕະຫຼາດຕົ້ນເຜິ້ງພຸ້ນເດ້ ໄປເຫັນຢູ່ໄກ ບໍ່ເຫັນແຈ້ງເດ້ ມັນກໍ່ບໍ່ຫຸ້ມເຂົ້າໄປແດ່.”
ປັດຈຸບັນ ຄົນຈີນຜູ້ນີ້ ຖືກຄຸມຂັງ ຢູ່ກອງບັນຊາການ ປກສ ເມືອງຕົ້ນເຜິ້ງ ແລະຍັງຢູ່ໃນຂັ້ນຕອນການສືບສວນ-ສອບສວນ ເບື້ອງຕົ້ນ ຄົນຈີນ ຖືກຕັ້ງຂໍ້ຫາລັກຊັບ ແລ້ວທາງຂັ້ນເທິງ ຈະມີການຄົ້ນວຄວ້າຕື່ມ ວ່າຈະລົງໂທດຜູ້ກ່ຽວແນວໃດ ຍ້ອນຄົນຈີນຜູ້ນີ້ ມີຄວາມຜິດ ຕາມກົດໝາຍອາຍາຂອງລາວ.
ສ່ວນທາງກົດໝາຍແພ່ງ ຜູ້ທີ່ຖືກເສັຍຫາຍ ເວົ້າເບື້ອງຕົ້ນ ວ່າ ຈະບໍ່ເອົາຄວາມນໍາຄົນຈີນ ຍ້ອນໄດ້ຊັບສິນ ທີ່ຄົນຈີນລັກໄປຄືນໝົດແລ້ວນັ້ນ ທາງຕໍາຫຼວດ ຈະແຈ້ງຫາຜູ້ເສັຍຫາຍ ມາໃຫ້ປາກຄໍາຕື່ມ.
ດັ່ງເຈົ້າໜ້າທີ່ ປກສ ແຂວງບໍ່ແກ້ວ ກ່າວໃນມື້ດຽວກັນນີ້ວ່າ:
“ຖ້າອ້າຍນ້ອງສອບສວນ ແລ້ວກໍ່ ສະຫຼຸບລາຍງານມາກ່ອນເນາະ ເພາະວ່າ ຍັງຢູ່ໃນຂັ້ນຕອນການສອບສວນຢູ່ ແລ້ວກໍ່ ແຈ້ງຫາຜູ້ທີ່ຖືກເສັຍຫັ້ນ ເຂົ້າມາເພື່ອໃຫ້ຂໍ້ມູນຕື່ມເດ້ ມາແລ້ວເຮົາກໍ່ລາຍງານຕໍ່ຄະນະພັກ ຄະນະ ເພື່ອວ່າ ເພິ່ນຊິມີທິດຊີ້ນໍາແນວໃດ ກໍ່ຄ່ອຍຈັດຕັ້ງປະຕິບັດໄປຕາມນັ້ນ ເອີ່ ຂໍ້ຫາກໍ່ລັກຊັບຫັ້ນແຫຼະ ແຕ່ວ່າ ກະຄ່ອຍຄົ້ນຄວ້າເບິ່ງເນາະ ພະຍາຍາມເລັ່ງອ້າຍນ້ອງ ໄວເທົ່າທີ່ໄວ້ຫັ້ນແຫຼະ ເພາະວ່າ ກໍ່ອັນໜຶ່ງ ມັນກໍ່ຄົນຕ່າງດ້າວແດ່ ກໍ່ບໍ່ຢາກໃຫ້ ມາຢູ່ອັນນີ້ດົນ ອັນເລື່ອງບໍ່ເອົາຄວາມນີ້ ຜູ້ເສັຍຫາຍບໍ່ເອົາຄວາມຢູ່ ແຕ່ວ່າມັນ ຍັງມີຄວາມຜິດທາງອາຍານີ້.”
ເຈົ້າໜ້າທີ່ດ້ານກົດໝາຍ ໃຫ້ຄວາມຮູ້ ດ້ານກົດໝາຍເບື້ອງຕົ້ນ ໂດຍອີງຕາມເຫດການ ທີ່ນັກຂ່າວ ວິທຍຸເອເຊັຽເສຣີ ເລົ່າໃຫ້ຟັງ ວ່າ ໃນສ່ວນຂະບວນການຍຸຕິທໍານັ້ນ ຫາກຜູ້ເສັຍຫາຍ ບໍ່ເອົາຜິດນໍາຄົນຈີນ ກໍ່ບໍ່ຈໍາເປັນຕ້ອງດໍາເນີນເລື່ອງ ໄປຍັງໄອຍາການ ຍ້ອນວ່າ ຄູ່ຄວາມໄກ່ເກັ່ຍກັນໄດ້ແລ້ວ ສ່ວນໂຕຄົນຈີນ ຜູ້ກະທໍາຜິດ ໃນຂໍ້ຫາລັກຊັບນັ້ນ ກໍ່ຈະຂຶ້ນກັບ ເຈົ້າໜ້າທີ່ຕໍາຫຼວດ ດໍາເນີນຄະດີ ໄປຕາມກົດໝາຍ ອາດຈະສົ່ງໂຕຄົນຈີນ ໄປປະເທດຈີນ ເພື່ອໃຫ້ຕໍາຫຼວດຈີນ ດໍາເນີນຄະດີກໍ່ໄດ້ ແລະຖ້າສົ່ງໂຕຄົນຈີນ ໄປດໍາເນີນຄະດີຢູ່ຈີນ ຄົນຈີນຜູ້ນີ້ ກໍ່ຈະມີຄະດີຕິດໂຕ ປະກົດໃຫ້ທາງການລາວ ແລະຈີນ ໄດ້ຮັບຮູ້.
ດັ່ງນາງກ່າວ ໃນມື້ດຽວກັນນີ້ວ່າ:
“ອັນໄດ້ຄືນໝົດ ເຮົາບໍ່ຢາກເອົາຄວາມ ກໍ່ມີແຕ່ວ່າ ຖ້າເຮົາເຫັນດີ ທັງສອງກໍ້າສອງຝ່າຍ ເຫັນດີກັນແລ້ວກໍ່ ກໍ່ບໍ່ມາກໍ່ໄດ້ເນາະ ເພາະວ່າ ສານໄອຍາການ ແບບວ່າ ມາໄດ້ກໍ່ບໍ່ມີອີ່ຫຍັງນ່າ ເພາະວ່າເຮົາ ຄູ່ຄວາມເຮົາໄດ້ໄກ່ເກັ່ຍກັນ ປັບຄວາມເຂົ້າໃຈກັນຮຽບຮ້ອຍແລ້ວເນາະ. ຖ້າວ່າຄົນຈີນ ເພິ່ນຮັບໃຊ້ໝົດແລ້ວ ດຽວນີ້ຈະເປັນໜ້າທີ່ ຂອງເຈົ້າໜ້າທີ່ຕໍາຫຼວດ ຈະເປັນຜູ້ຮັບຜິດຊອບ ວ່າເອີ່ ຊິເອົາຄົນຈີນ ເພິ່ນໄປດັດສ້າງເອົາ ໄປແບບໃດ ໂຕນີ້ກໍ່ແມ່ນໜ້າທີ່ຕໍາຫຼວດເພິ່ນເນາະ ຖ້າເປັນສັນຊາດລາວ ກໍ່ແມ່ນຖືກກັກຂັງບໍ່ ຫຼືວ່າ ກັກໂຕພວກນີ້ເນາະ. ອັນຄະດີພວກນີ້ເນາະ ແຕ່ຖ້າເປັນຄະດີຂອງຕ່າງຊາດ ຄົນຈີນນີ້ ເພິ່ນກໍ່ບໍ່ຮູ້ວ່າ ເພິ່ນຊິປະສານໃຫ້ ສົ່ງກັບປະເທດບໍ່ ຫຼືວ່າ ຖ້າສົ່ງກັບປະເທດນ່າ ເຮົາຈະຂຽນຄະດີທີ່ລາວ ກະທໍາຜິດຢູ່ປະເທດເຮົາເນາະ ຂຽນຄະດີ ທີ່ກະທໍາຜິດ ເປັນຄະດີລັກຊັບບໍ່ ຄະດີພວກນີ້ ເພິ່ນຈະມີຄະດີຕິດໄປ ການທີ່ດໍາເນີນ ກໍ່ຄື ຕໍາຫຼວດຢູ່ທາງປະເທດຈີນ ເພິ່ນຈະດໍາເນີນ ໄປຕາມກົດໝາຍ ຂອງປະເທດນັ້ນເນາະ ເພາະວ່າສ່ວນຫຼາຍ ຄົນຕ່າງປະເທດ ຈະສົ່ງກັບປະເທດ ໃຫ້ດໍາເນີນຄະດີຕາມກົດໝາຍ ຂອງປະເທດນັ້ນ ເດ້ເນາະ.”
ທີ່ຜ່ານມາ ເຈົ້າໜ້າທີ່ຕໍາຫຼວດ ເມືອງວັງວຽງ ແຂວງວຽງຈັນ ຈັບຄົນຈີນຜູ້ໜຶ່ງ ທີ່ຍັງບໍ່ຮູ້ຊື່ ແລະອາຍຸ ໄປສອບສວນ ໃນລະຫວ່າງ ວັນທີ 25-26 ເດືອນພຶດສະພານີ້ ພາຍຫຼັງທີ່ຜູ້ກ່ຽວ ໄດ້ທໍາຮ້າຍຮ່າງກາຍແມ່ຍິງລາວຄົນໜຶ່ງ ໂດຍໃຊ້ຂວດແກ້ວ ຕີຫຼາຍເທື່ອ ຈົນໄດ້ຮັບບາດເຈັບສາຫັດ.