ບັນຫາລັກນໍາເອົາລົດເຂົ້າ ເຂດພິເສດ ສາມຫຼ່ຽມຄໍາ ເຮັດໃຫ້ລັດເສຍລາຍຮັບ

ຈຳປາທອງ
2024.07.01
ບັນຫາລັກນໍາເອົາລົດເຂົ້າ ເຂດພິເສດ ສາມຫຼ່ຽມຄໍາ ເຮັດໃຫ້ລັດເສຍລາຍຮັບ ນີ້ເປັນພຽງຮູບປະກອບ ເຊິ່ງແມ່ນລົດຈຳນວນຫຼາຍຄັນ ຈົດຢູ່ຕໍ່ໜ້າກາສິໂນຄິງສ໌ໂຣມັນສ໌ ໃນເຂດເສດຖະກິດ ພິເສດ ສາມຫຼ່ຽມຄຳ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ. ເດືອນມັງກອນ 2023.
RFA

ທ່ານ ຈອມສີ ລັດຕະນະປັນ ສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ 5 ແຂວງບໍ່ແກ້ວ ໄດ້ສະເໜີຕໍ່ກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດຊຸດທີ 9 ວັນທີ 11 ມິຖຸນາ ທີ່ຜ່ານມາ ຮຽກຮ້ອງໃຫ້ລັດຖະບານ ແກ້ໄຂບັນຫາການນໍາລົດເຖື່ອນເຂົ້າມາ ໃນເຂດເສດຖະກິດພິເສດສາມຫລ່ຽມຄໍາ ແຂວງບໍ່ແກ້ວ ຈໍານວນຫລາຍພັນຄັນ ທີ່ເຮັດໃຫ້ມີຜົນກະທົບຕໍ່ການເກັບລາຍຮັບ ເຂົ້າງົບປະມານຂອງລັດ, ເຮັດໃຫ້ການນໍາລົດເຂົ້າເຂດເສດຖະກິດພິເສດສາມ ຫຼ່ຽມຄໍາ ຖືກກົດໝາຍ ດັ່ງທີ່ທ່ານກ່າວໃນຕອນໜຶ່ງວ່າ:

ຂໍໃຫ້ລັດຖະບານ ກໍຄືກະຊວງກ່ຽວຂ້ອງພິຈາລະນາແກ້ໄຂ ຕໍ່ພາຫານະທີ່ນໍາເຂົ້າ ບໍ່ຖືກຕ້ອງໂດຍສະເພາະ ຢູ່ໃນເຂດເສດ ຖະກິດພິເສດສາມຫລ່ຽມຄໍາ ປີຜ່ານມາມີເຖິງ 4,140 ຄັນແລະພາຫານະຈໍານວນນີ້ ຖ້າປະຕິບັດຕາມລະບຽການຂອງພາສີ ອັນນີ້ເນາະ ໃຫ້ເສຍພາສີແລະປັບໄໝອື່ນໆ.

ເພື່ອຂໍຮູ້ລາຍລະອຽດ ກ່ຽວກັບເລື່ອງທີ່ວ່ານີ້ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຫາ ຄະນະກໍາມະການຄຸ້ມຄອງ ເຂດເສດຖະກິດພິເສດສາມຫຼ່ຽມຄໍາ, ໄດ້ຮັບຄໍາຕອບຈາກເຈົ້າໜ້າທີ່ທ່ານໜຶ່ງວ່າ ສໍາລັບທ່ານແລ້ວ ແມ່ນບໍ່ຮູ້ລາຍລະອຽດດີ, ຕ້ອງໄດ້ຖາມໄປຍັງພາກສ່ວນ ທີ່ເກັບກໍາຂໍ້ມູນນີ້ໂດຍສະເພາະ ຈຶ່ງຈະຮູ້ໄດ້.

ແຕ່ເຖິງຢ່າງໃດກໍຕາມ ເຈົ້າໜ້າທີ່ຢູ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວທ່ານໜຶ່ງ ກໍຢືນຢັນວ່າ ຢູ່ເຂດເສດຖະກິດພິເສດສາມຫຼ່ຽມຄໍານັ້ນ ມີການນໍາລົດເຖື່ອນ ຫລືລົດບໍ່ໄດ້ເສຍພາສີ ເຂົ້າມາຢູ່ເລື້ອຍໆ ຊຶ່ງສ່ວນຫລາຍ ແມ່ນຄົນຈີນ ທີ່ຢູ່ໃນເຂດເສດຖະກິດພິເສດນັ້ນ ລັກນໍາລົດເຂົ້າມາໃຊ້ ໂດຍພະຍາຍາມຫຼີກພາສີ ແລະຈໍາ

ນວນໜຶ່ງ ກໍນໍາລົດເຂົ້າມາ ແລ້ວໃຊ້ຊື່ຄົນລາວ ເປັນເຈົ້າຂອງ ຍ້ອນຈະໄດ້ເສຍພາສີໜ້ອຍ ກວ່າຄົນຕ່າງປະເທດ ດັ່ງທີ່ທ່ານກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 1 ກໍລະກົດນີ້ວ່າ:

ເຂົາກະຊື້ມາຫລາຍຢູ່ ການລັກລອບຊື້ລົດເຂົ້າມາ ປະກອບເອກກະສານມັນແພງ ແຕ່ວ່າມັນກໍບໍ່ສະດວກຫັ້ນແຫລະ ເພາະວ່າມັນກະຕ້ອງໄດ້ຖືກກວດກາຢູ່ດີ ແຕ່ວ່າຄົນຈີນເອົາເຂົ້າມານີ້ ສ່ວນຫລາຍເຂົາກະອີງໃສ່ວ່າມີຜູ້ແສ້ຜູ້ສາວ ມີເມັຽລາວນີ້ ອອກຊື່ເປັນຄົນລາວແລ້ວໄປປະກອບເອກກະສານ.

ໃນຂະນະດຽວກັນ ປະຊາຊົນຢູ່ແຂວງບໍ່ແກ້ວ ຜູ້ໜຶ່ງກໍເວົ້າວ່າ ນອກຈາກຄົນຈີນໄດ້ລັກນໍາເອົາລົດເຖື່ອນຈາກປະເທດຈີນ ເຂົ້າມາໃຊ້ຫຼາຍແລ້ວ ກໍຍັງມີອີກຈໍານວນໜຶ່ງ ໄດ້ນໍາລົດເຖື່ອນເຂົ້າມາຊື້-ຂາຍກັນ ແບບບໍ່ມີເອກະສານ ຢູ່ໃນເຂດເສດຖະ ກິດພິເສດແຫ່ງນີ້ ດັ່ງນັ້ນ ຈຶ່ງຕ້ອງໄດ້ລະມັດລະວັງ ໃນການຊື້ລົດນັ້ນ ດັ່ງທີ່ທ່ານກ່າວວ່າ:

ອໍ ຄັນຄົນຈີນຂາຍລົດເຖື່ອນໝົດເລີຍ  ເຈົ້າ ລົດຖືກກວດ ໂອ໋ ຖືກກວດໝົດເລີຍ ແມ່ນແຫລະ ຕ້ອງລະວັງລົດບໍ່ມີທະບຽນ ແຕ່ ແນະນໍາໃຫ້ຊື້ລົດທີ່ມີທະບຽນ ສິດີກວ່າ.

ແລະນັກທຸລະກິດ ຢູ່ເມືອງຕົ້ນເຜິ້ງທ່ານໜຶ່ງ ກໍເວົ້າວ່າ ລົດເຖື່ອນ ທີ່ນໍາເຂົ້າມາໃຊ້ ຫລືຂາຍຢູ່ໃນເຂດເສດຖະກິດພິເສດແຫ່ງນີ້ ສ່ວນໃຫຍ່ແມ່ນລົດ ທີ່ນໍາເຂົ້າມາຈາກປະເທດຈີນ ແລະພວກໃຊ້ລົດເຫຼົ່ານີ້ ສ່ວນຫລາຍກໍແມ່ນໃຊ້ຢູ່ພາຍໃນເຂດນີ້ ຍ້ອນບໍ່ມີພາກສ່ວນໃດ ກວດກາຢ່າງຄັກແນ່ ດັ່ງທີ່ທ່ານກ່າວວ່າ:

ແມ່ນແຫລະ ສ່ວນຫລາຍມັນເປັນລົດຈີນ ທີ່ບໍ່ໄດ້ເສຍພາສີ ສ່ວນຫລາຍນີ້ຊື້ນິ ວຽກຢູ່ໃນເຂດເຂົາເຈົ້າ ເພາະວ່າເຂົາໂພສຂາຍ ກັນຢູ່ໃນສາມຫລ່ຽມຄໍາ ຖ້າວ່າຊື້ແລ້ວຂັບຂີ່ອອກໄປນອກ ເຂົາຕ້ອງໄດ້ເສັຽພາສີ ຢູ່ລາວເພິ່ນກວດ.

ກ່ຽວກັບເລື່ອງນີ້ ຄົນລາວຜູ້ໜຶ່ງ ທີ່ຢູ່ໃນກຸ່ມຊື້-ຂາຍລົດ ໃນເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ເວົ້າໃຫ້ຮູ້ໜ້ອຍໜຶ່ງວ່າ ການຊື້-ຂາຍລົດເຖື່ອນ ທີ່ນໍາມາຈາກປະເທດຈີນນັ້ນ ສາມາດຊື້-ຂາຍກັນໄດ້ແບບງ່າຍໆ, ບໍ່ຈໍາເປັນຕ້ອງໄດ້ເຮັດເອກະສານໃຫ້ຫຍຸ້ງຍາກ, ຜູ້ຊື້-ຜູ້ຂາຍ ຕົກລົງກັນໄດ້ກໍພໍ ດັ່ງທີ່ທ່ານກ່າວວ່າ:

ລົດມື 2 ເນາະ ຖ້າເປັນຄົນຈີນຂາຍ ກະເປັນລົດຂອງຄົນຈີນ ບໍ່ມີເອກກະສານຫຍັງ ມັນບໍ່ມີໃບ ບໍ່ມີເອກກະສານ ມີແຕ່ມາຊື້ເລີຍ.

ບັນຫາທີ່ວ່ານີ້ ນອກຈາກເຂດເສດຖະກິດພິເສດ ສາມຫຼ່ຽມຄໍາແລ້ວ ທ່ານ ຈອມສີ ລັດຕະນະປັນ ກໍຍັງໄດ້ລາຍງານຕໍ່ກອງປະຊຸມສະພາແຫ່ງຊາດຕື່ມວ່າ ຢູ່ຕາມເມືອງຕ່າງໆ ໃນແຂວງບໍ່ແກ້ວນີ້ ກໍຍັງມີລົດອີກຫລາຍຄັນ ທີ່ນໍາເຂົ້າມາໃຊ້ ແບບບໍ່ໄດ້ເສຍພາສີ ຊຶ່ງທ່ານໄດ້ສະເໜີໃຫ້ທາງກະຊວງ ໂຍທາທິການ ແລະຂົນສົ່ງ ຫາແນວທາງແກ້ໄຂ.

ເມື່ອກ່ອນໜ້ານີ້ ເຈົ້າໜ້າທີ່ພາສີແຂວງບໍ່ແກ້ວ ກໍໄດ້ກວດກາ ແລະຍຶດລົດເຖື່ອນໄດ້ ຢູ່ເລື້ອຍໆ ເຊັ່ນເມື່ອວັນທີ 25 ສິງຫາ 2023 ໄດ້ຍຶດລົດເກັງ ຍີ່ຫໍ້ Lexus ປ້າຍຈີນ ໄດ້ຄັນໜຶ່ງ ທີ່ບໍ່ມີເອກະສານ ຢູ່ເມືອງຕົ້ນເຜິ້ງ ແລະໄດ້ດໍາເນີນຄະດີ ເຈົ້າຂອງລົດ ທີ່ເປັນຄົນຈີນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.