ປີ 2023 ມີ 192 ໂຄງການ ໃນລາວ ສ່ວນຫຼາຍເປັນນັກລົງທຶນຈີນ
2024.01.04
ໃນປີ 2023 ກະຊວງແຜນການ ແລະ ການລົງທຶນ ໄດ້ຄົ້ນຄວ້າ ພິຈາຣະນາ ໂຄງການລົງທຶນ ໃນກິຈການ ບັນຊີຄວມຄຸມ ແລະ ໂຄງການສັມປະທານ ພົບວ່າ ມີທັງໝົດ 192 ໂຄງການ ມີມູນຄ່າລົງທຶນຫລາຍກວ່າ 4 ຕື້ ໂດລ້າຣ໌ ສະຫະຣັຖ ຖ້າທຽບໃສ່ ໃນການລົງທຶນປີ 2022 ທີ່ມີມູນຄ່າການລົງທຶນປະມານ 2 ປາຍຕື້ ໂດລ້າຣ໌ ສະຫະຣັຖ. ໂດຍໃນນັ້ນ ອັນດັບນຶ່ງ, ແມ່ນ ຂແນງບໍ່ແຮ່ 74 ໂຄງການ ອັນດັບສອງ, ຂແນງໄຟຟ້າ 19 ໂຄງການ, ຂແນງກະສິກັມ 11 ໂຄງການ, ຂແນງທົ່ວໄປ 8 ໂຄງການ ແລະ ລົງທຶນບັນຊີຄວບຄຸມ 80 ໂຄງການ, ທັງໝົດ ໄດ້ຄົ້ນຄວ້າ ນະໂຍບາຍການລົງທຶນ ຢູ່ສູນກາງ ແລະ ໄດ້ອະນຸມັດນໍາເຂົ້າ ໃຫ້ແກ່ວິສາຫະກິຈ 136 ບໍຣິສັດ ແລະ ແຜນເພີ່ມຕື່ມ 34 ບໍຣິສັດ, ອີງຕາມ ກອງປະຊຸມ ສລຸບວຽກງານແຜນການ ແລະ ການລົງທຶນ ທົ່ວປະເທດ ປະຈໍາປີ 2023 ໃນວັນທີ 21 ທັນວາ 2023 ທີ່ຜ່ານມາ.
ສ່ວນຫລາຍແລ້ວ ເປັນນັກລົງທຶນຈີນ, ວຽດນາມ ເຂົ້າມາສັມປະທານ ການຂຸດຄົ້ນບໍ່ແຮ່ ແລະ ການຜລິດໄຟຟ້າ ສ່ວນປະເທດອື່ນໆ ມີບໍ່ຫລາຍ.
ຜົລກະທົບສ່ວນຫລາຍ ເປັນຖນົນຫົນທາງ, ບັນຫາຂີ້ຝຸ່ນ ທາງບໍຣິສັດ ຮັບຜິດຊອບ ໃນການສ້ອມແປງແກ້ໄຂ ແລະ ເຖິງແມ່ນວ່າ ການສັມປະທານດິນ ສົ່ງຜົລກະທົບເຫລັກໜ້ອຍ ກໍຕາມ ແຕ່ກໍເຮັດໃຫ້ຊາວບ້ານ ທີ່ບໍ່ມີວິຊາສະເພາະ ມີວຽກງານທໍາ ຈໍານວນນຶ່ງ.
ດັ່ງ ເຈົ້າໜ້າທີ່ແຜນການ ແລະ ການລົງທຶນໃນລາວ ທ່ານນຶ່ງ ຜູ້ຂໍສງວນຊື່ ແລະຕໍາແໜ່ງ ກ່າວຕໍ່ ວິທຍຸ ເອເຊັຽເສຣີ ໃນວັນທີ 4 ທັນວາ ນີ້ວ່າ:
“ສ່ວນຫລາຍກໍແມ່ນ ເຣື່ອງບໍ່ແຮ່ ກັບ ໄຟຟ້າ ມັນກໍຫລາຍປະເທດຢູ່ ໂຕນີ້ມັນກໍມີຈີນ ມີວຽດກະຫລາຍນ່າ ກະທົບຢູ່ເລັກໆນ້ອຍໆ ເສັ້ນທາງຊີ້ລະ ບໍຣິສັດເຂົາກໍຮັບຜິດຊອບຢູ່ ຂັ້ນເປ່ເພກໍດາຍ ແຮງງານທັມດາ ເຂົາກໍໄດ້ຢູ່ ບໍ່ມີວິຊາການ ວິຊາສະເພາະຫັ້ນນ່າ ເຂົາກໍຈ້າງເປັນລາຍວັນ.”
ດ້ານ ເຈົ້າໜ້າທີ່ແຜນການ ແລະ ການລົງທຶນໃນລາວ ອີກທ່ານນຶ່ງ ກ່າວວ່າ ໂຄງການສັມປະທານ ສ່ວນໃຫຍ່ ເປັນການຂຸດຄົ້ນບໍ່ແຮ່ເຫລັກ, ແຮ່ຄຳ ແລະ ແຮ່ອື່ນໆ ທີ່ສ່ວນຫລາຍເປັນນັກລົງທຶນຈີນ, ວຽດນາມ. ຜົລກະທົບ ຖນົນຫົນທາງເປ່ເພ ທີ່ສ້າງຜົລກະທົບຕໍ່ເນື່ອງ ແຕ່ທາງຜູ້ສັມປະທານ ໄດ້ປະຕິບັດຕາມກົດລະບຽບ ທີ່ເຊັນສັນຍາໄວ້ ຄືການສ້ອມແປງທາງ.
“ຂຸດຄົ້ນແຮ່ເຫລັກ, ແຮ່ຄໍາ. ຜົລກະທົບກໍຖນົນຫົນທາງ ຫັ້ນແຫລະ ກໍມີການເຊັນສັນຍາ ເຈລະຈາ ກໍເປັນໄປຕາມກົດລະບຽບ, ກົດໝາຍຫັ້ນແຫລະ. ຕ່າງປະເທດນີ້ແຫລະ ທຶນຂອງຈີນກັບວຽດ.”
ກ່ຽວກັບເຣື່ອງນີ້ ຊາວລາວ ໃນແຂວງ ໄຊສົມບູນ ທ່ານນຶ່ງ ກ່າວເຖິງໂຄງການສັມປະທານ ການຂຸດຄົ້ນບໍ່ແຮ່ ວ່າ ເຖິງແມ່ນວ່າ ຈະສ້າງວຽກງານທໍາ ໃຫ້ຊາວບ້ານໃນເຂດນັ້ນກໍຕາມ ແຕ່ກໍມີຜົລກະທົບ ຫລາຍເຊັ່ນກັນ ທັງເຣື່ອງດິນທໍາກິນ, ຖນົນຫົນທາງເປ່ເພ, ຂີ້ຝຸ່ນ ແລະ ເມື່ອມີການລະເບີດດິນ ເຮັດໃຫ້ເຮືອນຊາວບ້ານທີ່ຢູ່ໃກ້ເປ່ເພ ແຕ່ບໍ່ເຫັນມີການຊົດເຊີຍ ຫຼື ສ້ອມແປງໃຫ້, ຕ້ອງອອກເງິນເອງ ໃນການສ້ອມແປງ.
“ຊາວບ້ານນີ້ ກໍເຮັດວຽກນໍາເຂົາໝົດແຫລະ ຜົລກະທົບກໍມີຢູ່ຫັ້ນແຫລະ. ໂອ້ ບໍ່ວ່າແຫລະ ຍາມນີ້ຂີ້ຝຸ່ນເຕັມເຮືອນເລີຍ. ເຂົາກໍບໍ່ຫົດນ້ໍາໃຫ້ເດ້ ກະໄດ້ດິນຊາວບ້ານໝົດແຫລະ. ບ່ອນໃດຖືກຜົລກະທົບ ເຂົາກະຊົດເຊີຍເງິນໃຫ້ແຫລະ. ເຂົາລະເບີດກໍດັງແຮງ ກໍສະເທືອນຢູ່ຫັ້ນແຫລະ ຄືເຮືອນເອື້ອຍນີ້ ກໍແຕກໝົດ ຈົນຍຸບ ເຂົາກໍຍັງບໍ່ມາຊົດເຊີຍຢູ່ໄດ້. ໄດ້ສ້ອມແປງເອົາເອງໝົດ.”
ທ່ານກ່າວຕື່ມວ່າ ແຕ່ກ່ອນນີ້ ກໍມີເຣື່ອງຜົລກະທົບ ອ່າງບໍາບັດນ້ໍາເສັຍ ຂອງໂຄງການຂຸດຄົ້ນແຮ່ ສົ່ງກິ່ນເໝັນແຮງ ຈົນຊາວບ້ານ ຕ້ອງຮຽກຮ້ອງໃຫ້ແກ້ໄຂ ແຕ່ປັດຈຸບັນນີ້ດີຂຶ້ນ.
ໃນຂະນະທີ່ຊາວລາວ ໃນແຂວງອັດຕະປື ທ່ານນຶ່ງ ກໍກ່າວວ່າ ການສ້າງໂຄງການສັມປະທານຕ່າງໆ ໃນລາວ ແມ່ນເອົາດິນຮົ້ວ ດິນສວນ ຂອງຊາວບ້ານໝົດ, ເຖິງແມ່ນວ່າ ຊາວບ້ານໄດ້ມີວຽກງານທໍາ ມີລາຍໄດ້ ເຊິ່ງໄດ້ແຕ່ຄ່າຈ້າງ ມື້ລະ 1 ແສນກວ່າກີບເທົ່ານັ້ນ ແລະບໍ່ຄືການມີດິນ ເປັນຂອງຕົນເອງ ສາມາດຜລິດ, ປູກຝັງຕ່າງໆ ໄດ້ຫລາຍກວ່າ ການຮັບຈ້າງ ກັບໂຄງການ ສັມປະທານ.
“ໄດ້ວຽກງານທໍາ ມັນກໍບໍ່ທໍ່ເຮົາຫາເອງ ເຮັດເອງຫັ້ນແຫລະ. ຄ່າຈ້າງວັນນຶ່ງ ແສນນຶ່ງ, ແສນຫ້າ ເທົ່ານັ້ນຊື່ໆ. ກໍບໍ່ສົມຄ່າຫັ້ນນ່າ ໄດ້ເລັກໆນ້ອຍໆໄປ ມີດິນຕອນຫຍ້າ ປູກຝັງອິຫຍັງ. ຊື້-ຂາຍ ກໍໄດ້ຫລາຍກວ່າ ເປັນຂອງເຮົາເອງເນາະ.”
ພ້ອມດຽວກັນນີ້ ຊາວບ້ານ ທ່ານນຶ່ງ ທີ່ຖືກຍົກຍ້າຍ ຈາກການສ້າງເຂື່ອນແຫ່ງນຶ່ງ ໃນລາວ ກ່າວວ່າ ການເຂົ້າມາລົງທຶນຂອງຄົນຕ່າງປະເທດ ໃນການສ້າງໂຄງການຕ່າງໆ ເປັນຕົ້ນ ການສ້າງເຂື່ອນ ກໍມີຜົລປໂຍດຕໍ່ຊາວບ້ານຢູ່ ແຕ່ບໍ່ໄດ້ຫລາຍ ເຊັ່ນຊາວບ້ານເຂົ້າເຖິງການມີໄຟຟ້າໃຊ້ ແລະ ມີເສັ້ນທາງ ທີ່ ສະດວກສະບາຍຂຶ້ນ, ແຕ່ເຣື່ອງຜົລກະທົບ ຕໍ່ຊາວບ້ານ ກໍໄດ້ຮັບຫລາຍກວ່າ ເຊັ່ນເຣື່ອງດິນທໍາກິນ ກໍບໍ່ມີບ່ອນສ້າງ, ບ່ອນຈະເຮັດຄືແຕ່ກ່ອນ ລວມເຖິງຊາວບ້ານ ບໍ່ໄດ້ມີວຽກງານທໍາ.
ດັ່ງເຈົ້າໜ້າທີ່ເວົ້າ ສ່ວນໃຫຍ່ຜູ້ໃດຢາກມີວຽກງານທໍາ ກໍຕ້ອງດີ້ນຮົນ ໄປຫາງານທໍາຕ່າງເມືອງ, ຕ່າງແຂວງ ແລະ ການຊົດເຊີຍກໍໜ້ອຍ ຊາວບ້ານກໍບໍ່ໄດ້ເພິ່ງພໍໃຈ ປານໃດ.
“ບາງສິ່ງບາງຢ່າງກໍໄດ້ ບາງສິ່ງບາງຢ່າງກໍບໍໄດ້ຫັ້ນນ່າ ຜົລປໂຍດໄດ້ທີ່ວ່າ ສະດວກໃຫ້ປະຊາຊົນຫັ້ນ ນຶ່ງມາ ໄຟເນາະ. ສອງມາ ກໍແມ່ນເສັ້ນທາງຣົຖຫັ້ນແຫລະ. ບາງສິ່ງບາງຢ່າງກໍບໍ່ເພິ່ງພໍໃຈ. ກໍປະຊາຊົນຫັ້ນ ສວນ ຈັ່ງຊີ້ ເຮົາເຄີຍເຮັດແຄມນ້ໍາເນາະ. ມັນມີບ່ອນເຮັດບ່ອນສ້າງ. ປັດຈຸບັນນີ້ ບໍ່ມີ ການຊົດເຊີຍຫັ້ນ ກໍຍັງບໍ່ເຕັມເມັດ ເຕັມໜ່ວຍ. ກໍຖືວ່າບໍ່ມີວຽກຫຍັງແຫລະ. ມີແຕ່ໄປຕ່າງແຂວງຫັ້ນແຫລະ.”
ນອກຈາກນີ້ ການພັທນາເສຖກິຈພິເສດ ໃນປີ 2023 ສາມາດດຶງດູດ ການລົງທຶນຈາກພາຍໃນ ແລະ ຕ່າງປະເທດ ໄດ້ທັງໝົດ 178 ບໍຣິສັດ ກວມເອົາຂແນງອຸດສາຫະກັມ 18 ບໍຣິສັດ, ການຄ້າ 30 ບໍຣິສັດ, ບໍຣິການ 127 ບໍຣິສັດ ແລະ ກະສິກັມ 3 ບໍຣິສັດ ໂດຍມີການລົງທຶນທັງໝົດ 520 ລ້ານ ໂດລ້າຣ໌ ສະຫະຣັຖ ແລະ ທຶນຈົດທະບຽນ 178 ລ້ານ ໂດລ້າຣ໌ ສະຫະຣັຖ ແລະ ຍັງມີບໍຣິສັດ ທີ່ເຂົ້າມາລົງທຶນແລ້ວ ຈໍານວນນຶ່ງເປັນບັນດາຫ້າງຮ້ານ ແລະ ຫົວໜ່ວຍທຸຣະກິຈ ທີ່ເຂົ້າມາລົງທຶນ ພາຍໃນເຂດເສຖກິຈພິເສດ ທັງໝົດ 2,645 ຫົວໜ່ວຍ ມີການມອບພັນທະ ເຂົ້າງົບປະມານຂອງຣັຖ ໄດ້ທັງໜົດ 174 ຕື້ ໂດລ້າຣ໌ ສະຫະຣັຖ, ສ້າງວຽກເຮັດງານທໍາ ໄດ້ທັງໝົດ 3,644 ຄົນ ໃນນັ້ນຄົນລາວ 3,572 ຄົນ, ຄົນຕ່າງປະເທດ 72 ຄົນ ໄດ້ນໍາເຂົ້າວັດຖຸດິບ ເຄື່ອງຈັກກົລ, ອຸປະກອນ ເພື່ອມາຮັບໃຊ້ການຜລິດ ແລະ ກໍ່ສ້າງພື້ນລ່າງໂຄງການ ມູລຄ່າ 1.7 ຕື້ ກວ່າໂດລ້າຣ໌ ສະຫະຣັຖ.