ເກີດເຫດ ລັກຖອດເຫຼັກ ທາງຣົຖໄຟ ລາວ-ຈີນ

ສຸພັດຕາ
2022.08.18
ເກີດເຫດ ລັກຖອດເຫຼັກ ທາງຣົຖໄຟ ລາວ-ຈີນ ແລວທາງຣົຖໄຟລາວ-ຈີນ ທີ່ສຖານີ ຈອດຣົຖໄຟ ແຫ່ງນຶ່ງ.
ນັກຂ່າວ ພົລເມືອງ

ເມື່ອວັນທີ 16 ສິງຫາ ທີ່ຜ່ານມານີ້ ກຸ່ມຄົນຮ້າຍບໍ່ຮູ້ຈໍານວນຄັກແນ່ ໄດ້ກໍ່ເຫດລັກຖອດຮົ້ວເຫຼັກ ກັັັ້ນທາງຣົຖໄຟລາວ-ຈີນ ຢູ່ເຂດບ້ານໂພນຊູ ເມືອງວັງວຽງ ແຂວງວຽງຈັນ ເຊິ່ງສາມາດ ນໍາເຫຼັກອອກໄປໄດ້ຈໍານວນນຶ່ງ ໂດຍປັດຈຸບັນ ເຈົ້າໜ້າທີ່ຕໍາຣວດ ກໍາລັງຊອກຫາບຸກຄົນ ຜູ້ກໍ່ເຫດດັ່ງກ່າວຢູ່ ແລະນັບເປັນເຫດການກຸ່ມຄົນລັກຖອດເຫຼັກ ຢູ່ເຂດທາງຣົຖໄຟ ລາວ-ຈີນ ຄັ້ງທີ່ 3 ຂອງປີນີ້.

ດັ່ງເຈົ້າໜ້າທີ່ຂັ້ນທ້ອງຖິ່ນ ຢູ່ເມືອງວັງວຽງ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ່ 18 ສິງຫາ ນີ້ວ່າ:

“ຜ່ານມາກະມີແຕ່ໄປເບິ່ງ ໃນນາມການຈັດຕັ້ງ ກັບອັນ ປກສ-ປກຊ ບໍ່ເຫັນຫັ້ນນ່າ ເຫັນແຕ່ເຫຼັກຫັ້ນເສັຍ. ແລ້ວກະເອົາກະແຈໄປຫັນ ລາວລະໄປລັກເອົາກາງຄືນວ່າຊັ້ນສາ ຜູ້ລັກຫັ້ນນ່າ ເຮົາກະບໍ່ຮູ້ວ່າແມ່ນຜູ້ໃດ. ແມ່ນແຫຼະໄປຂາຍແຫຼະ ຂາຍເປັນເຫຼັກເສດແຫຼະ.”

ທ່ານກ່າວຕື່ມວ່າ ໃນໄລຍະຜ່ານມາ ເຖິງແມ່ນວ່າ ທາງເຈົ້າໜ້າທີ່ຂັ້ນບ້ານ ໄດ້ມີການຈັດຕັ້ງເວນຍາມ ກວດກາ ຕາມແລວທາງຣົຖໄຟຢູ່ເລື້ອຍໆ ແຕ່ວ່າກຸ່ມຄົນບໍ່ດີດັ່ງກ່າວ ກໍຍັງສວຍໂອກາດ ລັກເຫຼັກຢູ່ທາງຣົຖໄຟລາວ-ຈີນໄປຈົນໄດ້ ຈຶ່ງຈະຕ້ອງໄດ້ມີການກວດກາ ຢ່າງເຂັ້ມງວດຫຼາຍຂຶ້ນ ພ້ອມທັງໃຫ້ຊາວບ້ານ ຊ່ອຍເປັນຫູເປັນຕານໍາດ້ວຍ.

ພາຍຫຼັງຈາກເກີດເຫດການ ລັກຖອດເຫຼັກ ຫຼືສາຍໄຟຟ້າ ຢູ່ເຂດແລວທາງຣົຖໄຟລາວ-ຈີນ ເປັນຈໍານວນຫຼາຍເທື່ອ, ຫຼ້າສຸດ ທາງບໍຣິສັດ ທາງຣົຖໄຟລາວ-ຈີນ ຈໍາກັດ ກໍໄດ້ຈັດຕັ້ງເບີໂທຣະສັບສາຍດ່ວນ ເພື່ອໄວ້ສໍາລັບໃຫ້ຊາວບ້ານໂທຣະສັບແຈ້ງ ຫາກເຫັນເຫດການບໍ່ດີເກີດຂຶ້ນ.

ດັ່ງເຈົ້າໜ້າທີ່ ບໍຣິສັດທາງຣົຖໄຟລາວ-ຈີນ ຈໍາກັດ ກ່າວວ່າ:

“ໂດຍລວມກໍເປັນລັກສະນະແບບນັ້ນ. ຖ້າສົມມຸດວ່າ ເຮົາພົບເຫັນເຫດການ ແມ່ນຫຍັງຕ່າງໆ ຫຼືວ່າ ຄົນເຂົາເຈົ້າກໍາລັງລັກຊັບເບາະ ຫຼືແມ່ນຫຍັງຕ່າງໆ ຕາມແລວທາງຣົຖໄຟ, ໂທເຂົ້າມາຫາເບີນີ້ກະໄດ້, ຖືວ່າປະສານມາທາງບໍຣິສັດ ແລ້ວທາງບໍຣິສັດຈຶ່ງປະສານໄປຫາ ກັບທາງຕໍາຣວດກ່ຽວຂ້ອງ. ເຂົາເຈົ້າເຂົ້າໄປກວດນີ້ແຫຼະ.”

ຢ່າງໃດກໍຕາມເຫດການດັ່ງກ່າວ ກໍບໍ່ໄດ້ສ້າງຄວາມຢ້ານກົວ ຫຼືແຕກຕື່ນໃຫ້ແກ່ຊາວບ້ານ ທີ່ໃຊ້ບໍຣິການຣົຖໄຟລາວ-ຈີນ ແຕ່ຢ່າງໃດ ແຕ່ຫຼາຍຄົນ ກໍຢາກໃຫ້ພາກສ່ວນທີ່ກ່ຽວຂ້ອງ ມີການກວດກາແບບເຂັ້ມງວດ ແລະຮັກສາຄວາມປອດພັຍ ໃຫ້ຫຼາຍຂຶ້ນ.

ດັ່ງຊາວບ້ານ ຢູ່ເມືອງວັງວຽງ ທ່ານນຶ່ງ ກ່າວວ່າ:

“ກະຍັງບໍ່ມີບັນຫາຫຍັງ ແຕ່ວ່າຂ້າວໆເຫັນເພິ່ນແຈ້ງມາວ່າ ມີຄົນບໍ່ຫວັງດີໄປລັກ ກະຍັງເຫັນມີເລື້ອຍໆຢູ່ ແຕ່ຍັງບໍ່ມີຜົລກະທົບຫຍັງຫຼາຍ ຕໍ່ໄປກະບໍ່ແນ່ໃຈ ວ່າມັນຈະມີຜົລກະທົບຫຼາຍບໍ່.”

ສ່ວນຢູ່ຕາມແລວທາງຣົຖໄຟ ລາວ-ຈີນ ຢູ່ເຂດອື່ນ ທີ່ນອກເໜືອຈາກເມືອງວັງວຽງແລ້ວ ສ່ວນໃຫຍ່ກໍຈະມີເຈົ້າໜ້າທີ່ຕໍາຣວດ ແລະກອງຫຼອນບ້ານ ໄດ້ຕິດຕາມກວດກາຄວາມສງົບຮຽບຮ້ອຍ ຕາມແລວທາງຣົຖໄຟຢູ່ຕລອດ ເພື່ອສ້າງຄວາມປອດພັຍ ໃຫ້ແກ່ການແລ່ນຣົຖໄຟ.

ດັ່ງຊາວບ້ານ ຢູ່ນະຄອນຫຼວງວຽງຈັນ ທ່ານນຶ່ງ ກ່າວວ່າ:

“ຜ່ານມານີ້ ເຄີຍມີຂ່າວ ແຕ່ວ່າເຂົາເຈົ້າໄປລັກ ໄປອັນນັ້ນສາຍຟືນສາຍໄຟ ຕາມເສັ້ນທາງເນາະ ແຕ່ວ່າດຽວນີ້ໆ ທາງຕໍາຣວດກະຈັດໄດ້ມີກອງກໍາລັງ ທີ່ວ່າດູແລຄວາມປອດພັຍ ທີ່ຂະເຈົ້າເວນຍາມຕລອດ 24 ຊົ່ວໂມງເພາະວ່າເຂົາເຈົ້າຊິມີ ພວກທີ່ວ່າພວກຮັກສາຄວາມປອດພັຍ ເສັ້ນທາງຣົຖໄຟຫັ້ນນ່າ.”

ແຕ່ເຖິງຢ່າງໃດກໍຕາມ ຈາກເຫດການທີ່ມີກຸ່ມຄົນບໍ່ດີ ລັກເຫຼັກຈາກທາງຣົຖໄຟໄປຂາຍນັ້ນ ກໍໄດ້ເຮັດໃຫ້ບັນດາຮ້ານຮ້ບຊື້ເຫຼັກເສດ ໄດ້ພາກັນລະຫຼາຍຂຶ້ນ ຍ້ອນຢ້ານວ່າ ຈະຖືກຂໍ້ຫາຮັບຊື້ຂອງໂຈນ.

ດັ່ງເຈົ້າຂອງຮ້ານຮັບຊື້ເຫຼັກເສດ ຢູ່ແຂວງຫຼວງພຣະບາງ ກ່າວວ່າ:

“ໂອ້! ອັນນີ້ເຮົາກະບໍ່ຊື້ ຂອງທາງຣົຖໄຟນີ້ ເຮົາກະເບິ່ງ. ມີຄົນມາຂາຍເຮົາກະໄດ້ກວດ ໄດ້ອັນນັ້ນເບິ່ງ ສິ່ງໃດທີ່ວ່າເຮົາສົງໃສ ແລ້ວເຮົາກະບໍ່ເອົາເນາະ.”

ກ່ອນໜ້າເຫດການດັ່ງກ່າວນີ້ ໃນປີນີ້ ໄດ້ເກີດເຫດຄົນຮ້າຍ ລັກຖອດເຫຼັກຕາມແລວທາງຣົຖໄຟ ລາວ-ຈີນ ແລ້ວ 2 ຄັ້ງ, ເຫດການທໍາອິດຂອງປີນີ້ ເກີດຂຶ້ນໃນວັນທີ 7 ມົກກະຣາ 2022 ຢູ່ເຂດເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໂດຍເຈົ້າໜ້າທີ່ຈັບຄົນກໍ່ເຫດ ໄດ້ 1 ຄົນ, ເປັນກັມມະກອນ ເຊິ່ງໄດ້ລັກເຫຼັກທາງຣົຖໄຟ ຈໍານວນ 80 ເສັ້ນ ແລະເຫຼັກຄໍ້າ 4 ທ່ອນ.

ສ່ວນເຫດການທີ່ 2 ໃນປີນີ້ ເກີດຂຶ້ນໃນເດືອນມິຖຸນາ 2022 ຢູ່ເມືອງໄຊເສດຖາ ເຊັ່ນດຽວກັນ ໂດຍຄົນກໍ່ເຫດຖືກຈັບໄດ້ 9 ຄົນ, ຂອງກາງເປັນເຫຼັກທາງຣົຖໄຟ 14 ອັນ (ເສັ້ນ) ແລະຝາປົກຄອງ 2 ອັນ, ເຊິ່ງຜູ້ກ່ຽວທັງໝົດ ຮັບສາຣະພາບວ່າ ຕັ້ງໃຈລັກໄປຂາຍ ເພື່ອເອົາເງິນໄປຊື້ຢາເສບຕິດ ແລະໃຊ້ຈ່າຍຟູມເຟືອຍ.

ກົດໝາຍອາຍາ ມາດຕຣາ 156 ລະບຸວ່າ ບຸກຄົນໃດຫາກໄດ້ມີການກະທໍາ ທີ່ເປັນການລະເມີດລະບຽບ ແລະເປັນອັນຕລາຍຕໍ່ຄວາມປອດພັຍ ຂອງຣົຖໄຟ, ສະຖານີຣົຖໄຟ ຈະຖືກໂທດຈໍາຄຸກ ແຕ່ 5 ປີ ຫາ 10 ປີ ແລະປັບໃໝ ແຕ່ 5 ລ້ານກີບ ຫາ 20 ລ້ານກີບ ແລະຫາກໄດ້ສ້າງຄວາມເສັຍຫາຍ ຢ່າງຫຼວງຫຼາຍ ຈະຖືກໂທດຈໍາຄຸກ ແຕ່ 10 ປີ ຫາ 20 ປີ ແລະປັບໃໝ ແຕ່ 15 ລ້ານກີບ ຫາ 150 ລ້ານກີບ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.