ເຣື້ອງທີ່ເກັບບັນທຶກໄວ້
2024-04-30
ໄລຍະ 2 ເດືອນຕົ້ນປີ 2024 ນີ້, ປະເທດລາວ ຂາດດຸນການຄ້າ 228 ລ້ານໂດລ້າຣ໌ສະຫະລັດ, ເຊິ່ງມີບາງປັດໄຈ ທີ່ກະທົບຕໍ່ບັນຫາດັ່ງກ່າວ ຈຶ່ງເຮັດໃຫ້ສືບຕໍ່ຂາດດຸນ.
2024-04-30
ຊາວແຂວງຫົວພັນ ກຳລັງປະເຊີນກັບບັນຫາໃນການຊື້ນ້ຳມັນຍາກ ຍ້ອນລົດຂົນນໍ້າມັນ ເຂົ້າໄປລຳບາກ ແລະບັນຫາການແລກປ່ຽນເງິນຕາ ມີຄວາມຫຍຸ້ງຍາກ ເຮັດໃຫ້ຜູ້ປະກອບການປ້ຳນ້ຳມັນ ບໍ່ສາມາດສະໜອງກັບຄວາມຕ້ອງການ ຂອງປະຊາຊົນ.
2024-04-29
ບໍລິສັດຈີນ ເຊົ່າດິນປະຊາຊົນປູກໝາກຖົ່ວເຫລືອງ ຢູ່ເມືອງຫຼວງນ້ຳທາ, ແຂວງຫຼວງນໍ້າທາໃນເນື້ອທີ່ 400 ເຮັກຕ້າ ໃນປີ 2025, ຂະນະທີ່ປີກາຍໄດ້ປູກແລ້ວ 65 ເຮັກຕ້າ ແລະປີນີ້ປູກເພີ່ມຂຶ້ນເປັນ 327 ເຮັກຕ້າ ເຊິ່ງເປັນການຮ່ວມມື ຂອງອຳນາດການປົກຄອງທ້ອງຖິ່ນ ແລະບໍລິສັດຈີນ.
2024-04-29
ພົບມີການປອມເງິນໃບ 50,000 ກີບ, ລຸ້ນປີ 2004 ເຊິ່ງເຮັດໃຫ້ຜູ້ປະກອບການ, ຮ້ານຄ້າ ແລະ ທຸລະກິດ ຈຳນວນໜຶ່ງ ຢູ່ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ໄດ້ຮັບຄວາມເດືອດຮ້ອນ ຂະນະທີ່ທາງທະນາຄານ ແຫ່ງ ສປປ ລາວ ອອກມາເຕືອນ.
2024-04-29
ລັດຖະບານລາວ ມີແຜນ ຈະອອກວີຊ້າ ແລະ ຕໍ່ອາຍຸ ໃບອະນຸຍາດເຮັດວຽກ ໃຫ້ຄົນງານຕ່າງປະເທດ ທີ່ຜິດກົດໝາຍ ເພື່ອແກ້ໄຂບັນຫາ ການຂາດເຂີນຄົນງານ
2024-04-25
ລົດແທັກຊີ້ໄຟຟ້າ ຂອງບໍລິສັດ ຈາກຫວຽດນາມ ເປີດໃຫ້ບໍລິການ ຢູ່ແຂວງຈຳປາສັກ ແລ້ວ ໃນເຂດນະຄອນປາກເຊເປັນຫຼັກ ຂະນະດຽວກັນ ກໍເຮັດໃຫ້ຜູ້ປະກອບການ ລົດຮັບ-ສົ່ງ ທີ່ມີຢູ່ແລ້ວ ຢ້ານຖືກຍາດລູກຄ້າແດ່.
2024-04-25
ແຂວງວຽງຈັນ ມີແຜນການແກ້ໄຂຄອບຄົວທຸກຍາກ ຫລື ເຮັດໃຫ້ຫລຸດພົ້ນອອກຈາກຄວາມທຸກຍາກ ໃຫ້ໄດ້ 1,600 ຄອບຄົວ ໃນປີ 2024 ນີ້ ຂະນະທີ່ໃນປັດຈຸບັນ ທົ່ວແຂວງມີຄອບຄົວທຸກຍາກ 3,720 ຄອບຄົວ ເທົ່າກັບ 4.72% ຂອງຄອບຄົວທັງໝົດ 78,738 ຄອບຄົວ.
2024-04-25
ທາງການລາວ ສົ່ງໂຕຄົນຈີນ ຈຳນວນ 250 ຄົນ ໃຫ້ທາງການຈີນ ໃນຂໍ້ຫາສໍ້ໂກງ ທາງໂທລະຄົມມະນາຄົມ ຂ້າມແດນ, ແຕ່ທາງການລາວ ຍັງບໍ່ໄດ້ອອກຂ່າວ ກ່ຽວກັບເລື່ອງດັ່ງກ່າວເທື່ອ.
2024-04-25
ກະຊວງການເງິນ ໄດ້ອອກແຈ້ງການ ໃຫ້ບັນດາຫົວໜ່ວຍທຸລະກິດ ຄິດໄລ່ເກັບອາກອນມູນຄ່າເພີ່ມ ໃນອັດຕາ 10% ນັບແຕ່ ວັນທີ 1 ພຶດສະພາ 2024 ເປັນຕົ້ນໄປ ພາຍຫຼັງທີ່ປະທານປະເທດ ໄດ້ອອກ ລັດຖະບັນຍັດ ວ່າດ້ວຍການປັບປຸງອັດຕາ ອາກອນມູນຄ່າເພີ່ມ ຈາກ 7% ເປັນ 10%.
2024-04-24
ທະນາຄານ ສະເພາະກິດ ທີ່ຢູ່ພາຍໃຕ້ການຄຸ້ມຄອງ ຂອງທະນາຄານແຫ່ງ ສປປ ລາວ ໄດ້ວາງແຜນການສະໜອງສິນເຊື່ອ ເງິນກູ້ຢືມ ໃຫ້ກັບປະຊາຊົນ ເພື່ອສົ່ງເສີມການພັດທະນາຊົນນະບົດ ແລະແກ້ໄຂຄວາມທຸກຍາກ ຂອງປະຊາຊົນໃຫ້ຫຼຸດລົງ ແຕ່ຄວາມເປັນຈິງອາດຍັງບໍ່ສາມາດປະຕິບັດໄດ້.
2024-04-23
ປະຊາຊົນຈໍານວນນຶ່ງ ທີ່ໄດ້ເສຍດິນ ໃຫ້ເຂດເສດຖະກິດພິເສດ ສີທັນດອນ ຂອງຈີນ ຍັງບໍ່ຍອມຮັບເອົາ ຄ່າຊົດເຊີຍ ຍ້ອນໄດ້ໜ້ອຍ
2024-04-23
ຄົນງານລາວ ກັບຄືນໄປປະເທດໄທ ເພື່ອສືບຕໍ່ເຮັດວຽກ ພາຍຫຼັງລາພັກຍາວ ໃນໄລຍະບຸນປີໃໝ່ລາວ ພ.ສ 2567
2024-04-21
ສະບາຍດີທ່ານຜູ້ຟັງຂໍຕ້ອນຮັບທ່ານຜູ້ຟັງເຂົ້າສູ່ລາຍການມາຟັງນຳກັນເປັນລາຍການໜຶ່ງທີ່ພວກເຮົານໍາເອົາເລື່ອງທີ່ໜ້າສົນໃຈມາເລົ່າສູ່ທ່ານຟັງ. ສຳລັບອາທິດນີ້ ພວກເຮົາຈະລົມກັນເລື່ອງໃດໄຊຍາ. ປັດຈຸບັນລາຄາສິນຄ້າຍັງແພງຫຼາຍແຕ່ລາຍຮັບຍັງຄົງເດີມສະພາບ.ໃນສະຖານະການນີ້ປະຊາຊົນຮຽກຮ້ອງລັດຖະບານຕ້ອງຕັດສິນໃຈເດັດຂາດບໍລິຫານນຈັດການອັດຕາແລກປ່ຽນເພື່ອບໍ່ໃຫ້ສິນຄ້າຂຶ້ນລາຄາໄປຫຼາຍກ່ວານີ້. ຜ່ານມາກໍຖືວ່າໜັກໜ່ວງແລ້ວປະຊາຊົນຮັບບໍ່ໄຫວແລະມັນກໍສົ່ງຜົນກະທົບໄປທຸກພາສ່ວນ.
2024-04-19
ຂໍ້ມູນຈາກທາງການລາວລະບຸວ່າ ລາຍຮັບທັງໝົດ ຂອງບໍລິສັດຜະລິດໄຟຟ້າລາວ ມະຫາຊົນ ໃນປີ 2023 ປະມານ 3,000 ຕື້ກີບ ສ່ວນວ່າ ລາຍຈ່າຍປະມານ 4,000 ຕື້ກີບ ສ່ວນໜຶ່ງໃນສາເຫດຫຼັກ ຂອງການຂາດທຶນ ມາຈາກບັນຫາເງິນກີບເຟີ້ ແລະ ການອ່ອນຄ່າຂອງເງິນກີບ.
2024-04-18
ລັດວິສາຫະກິດນໍ້າປະປາ ແຂວງບໍ່ແກ້ວ ກຽມຈະຄິດໄລ່ ຄ່າພິມໃບບິນນໍ້າປະປາ ຈໍານວນ 10,000 ກີບຕໍ່ໃບບິນ ໃນແຕ່ລະເດືອນ ຂອງປະຊາຊົນ ໃນແຂວງບໍ່ແກ້ວທຸກຄົນ ທີ່ໃຊ້ນໍ້າປະປາ ໂດຍຈະລວມເຂົ້າຢູ່ໃນໃບບິນເກັບຄ່ານໍ້າປະປາ ນັ້ນ ຊຶ່ງຈະເລີ່ມປະຕິບັດ ຕັ້ງແຕ່ເດືອນພຶດສະພາ 2024 ນີ້ເປັນຕົ້ນໄປ.