ແຂວງວຽງຈັນ ກຽມແຜນການແກ້ໄຂ ຄວາມທຸກຍາກ

ຈຳປາທອງ
2024.04.25
ແຂວງວຽງຈັນ ກຽມແຜນການແກ້ໄຂ ຄວາມທຸກຍາກ ຮູບປະກອບ ເຊິ່ງເຮືອນຂອງຊາວບ້ານ ເຂດບ້ານມ່ວງ ແລະບ້ານລາດ ເມືອງສຸຂຸມາ ແຂວງຈຳປາສັກ.
Courtesy Photo

ທ່ານ ຄໍາພັນ ສິດທິດໍາພາ ເຈົ້າແຂວງແຂວງວຽງຈັນ ໃຫ້ສໍາພາດຕໍ່ນັກຂ່າວວິທະຍຸກະຈາຍສຽງແຫ່ງຊາດລາວ ເມື່ອບໍ່ດົນມານີ້ວ່າ ຈະແກ້ໄຂຄອບຄົວທຸກຍາກ ຫລືຈະເຮັດໃຫ້ຫລຸດພົ້ນອອກຈາກຄວາມທຸກຍາກ ໃຫ້ໄດ້ 1,600 ຄອບຄົວ ໃນປີ 2024 ນີ້ ຂະນະທີ່ໃນປັດຈຸບັນ ທົ່ວແຂວງມີຄອບຄົວທຸກຍາກ 3,720 ຄອບຄົວ ເທົ່າກັບ 4.72% ຂອງຄອບຄົວທັງໝົດ 78,738 ຄອບຄົວ.

ກ່ຽວກັບເລື່ອງນີ້ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງແຂວງວຽງຈັນທ່ານ່ໜຶ່ງ ເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 23 ​ເມສານີ້ວ່າ:

ຄອບຄົວເພິ່ນປະກາດບ້ານທຸກຍາກຫັ້ນ ບໍ່ມີແລ້ວສໍາລັບແຂວງວຽງຈັນ ຖືວ່າບໍ່ມີເນາະ ສໍາລັບຄອບຄົວທຸກຍາກຫັ້ນຍັງຢູ່ 3,720 ຄອບ ຄົວ ຄວາມໝາຍມັນເປັນຈັ່ງຊີ້ ບ້ານທຸກຍາກກັບຄອບຄົວທຸກຍາກ ບ້ານທີ່ປະກາດພົ້ນທຸກນ່າ ໝາຍຄວາມວ່າມັນມີຄອບຄົວທຸກຍາກຢູ່ແລ້ວ ຄອບຄົວທຸກຍາກຫັ້ນນ່າ ມັນຍັງນອນຢູ່ໃນບາງເງື່ອນໄຂ ທີ່ເຂົາເຈົ້າມີມາດຕະການກໍານົດວ່າ ມັນຍັງບໍ່ທັນຄົບເງື່ອນໄຂທີ່ເຂົາເຈົ້າກໍານົດຢູ່ໃນຫັ້ນຫັ້ນນ່າ ສົມມຸດວ່າບ້ານພົ້ນທຸກ ມີມາດຕະຖານເງື່ອນໄຂແນວ່ໜຶ່ງ ໂຕຢ່າງ ຄືຄອບຄົວທຸກຍາກ ມັນຍັງມີຫລາຍອັນທີ່ຕ້ອງໄດ້ສູ້ຊົນ. 

ການທີ່ຈະແກ້ໄຂໃຫ້ໄດ້ຄືທີ່ວ່ານັ້ນ ເຈົ້າໜ້າທີ່ທີ່ກ່ຽວຂ້ອງແຂວງວຽງຈັນອີກທ່ານ່ໜຶ່ງເວົ້າວ່າ ຍັງເປັນຄວາມທ້ານທາຍ ສໍາລັບແຂວງວຽງຈັນ ເນື່ອງຈາກວ່າ ປັດຈຸບັນ ຢູ່ແຂວງນີ້ ຍັງມີປະຊາຊົນຈໍານວນ່ໜຶ່ງ ທີ່ເຄີຍເຂົ້າຮ່ວມໂຄງການ ຈັດຕັ້ງກຸ່ມກະສິກອນ ເພື່ອຫລຸດພົ້ນອອກຈາກຄວາມທຸກຍາກນັ້ນ ບໍ່ໄດ້ສືບຕໍ່ປູກພືດ ລ້ຽງສັດ  ພາຍຫລັງທີ່ໂຄງການດັ່ງກ່າວຊິ້ນສຸດລົງ ຍ້ອນເຄີຍຊິນກັບໂຄງການສະໜັບສະໜູນທຸກຢ່າງ ເປັນຕົ້ນແນວພັນ, ເຕັກນິກວິຊາການ, ຄ່າຊິ້ນເປືອງ. ເມື່ອໂຄງການນີ້ຊິ້ນສຸດລົງ ກໍຢາກໄດ້ການສະໜັບສະໜູນຕື່ມ, ແຕ່ທາງການບໍ່ມີງົບປະມານໃຫ້ ແລະໃຫ້ປະຊາຊົນປະກອບສ່ວນດ້ວຍທຶນຂອງຕົນເອງນໍາດ້ວຍ ຫລືທີ່ເອີ້ນວ່າ ຂະບວນສ້າງຄວາມເຂັ້ມແຂງ ໃຫ້ປະຊາຊົນມີສ່ວນຮ່ວມ ດັ່ງທີ່ທ່ານກ່າວວ່າ:

ກະສິກໍາເຮົາກໍຫລາຍຢູ່ ໄປຊຸກຍູ້ສົ່ງເສີມເຂົາເຈົ້ານ່າ ແຕ່ວ່າມັນບໍ່ເຂັ້ມແຂງແລ້ວປະຊາຊົນເຮົາເດ້ ກໍຄັນວ່າມີໂຄງການມາແລ້ວຢາກໄດ້ໂລດ ມີແນວໃດຄັນວ່າໝົດໂຄງການມາແລ້ວ ຢາກຊີ້ນສຸດໂຄງການໄປນໍາ ຖືວ່າ ເຊົານ່າກິດຈະການ ກິດຈະກໍາຂອງເຂົາເຈົ້າ ກະສິກໍາເຮົາກໍ ທຸ້ມງົບປະມານມາຫລາຍຢູ່ ຫ/າຍໂຄງການສະໜັບສະໜູນ ໂດຍສະເພາະທຸລະຄົມນີ້ເນາະ ໂຄງການບັກຫລາຍໆແຕ່ວ່າ ໄປເບິ່ງກໍຍັງບໍ່ມີຄວາມເຂັ້ມແຂງຄືເກົ່າ ໄປກວດກາເບິ່ງເລື້ອງກຸ່ມເລື້ອງກະສິກອນນີ້ຍັງ ກຸ່ມກໍຍຸບໄປຫັ້ນນ່າ ບໍ່ມີການເຄື່ອນໄຫວ ກໍສິໃຫ້ເຮົາໄປສະໜັບສະໜູນຕໍ່ ງົບປະມານລັດເຮົາກໍບໍ່ມີມັນຕ້ອງໄດ້ເວົ້າເລື້ອງ ລະດົມແນວຄິດຂອງປະຊາຊົນ ຈໍານວນ່ໜຶ່ງດອກ ບໍ່ແມ່ນວ່າເວົ້າໝົດເນາະ ດຽວນີ້ສາກົນ ເຂົາເຈົ້າກໍບໍ່ຢາກໃຫ້ ສະໜັບສະໜູນ 100% ຕ້ອງມີສົມທົບມີລັກສະນະສ່ວນຮວມ ກັບຊາວບ້ານ.

ໃນຂະນະດຽວກັນ ປະຊາຊົນແຂວງວຽງຈັນຜູ້ໜຶ່ງ ກໍເວົ້າວ່າ ບໍ່ຄິດວ່າ ພາກສ່ວນທີ່ກ່ຽວຂ້ອງ ຈະສາມາດແກ້ໄຂຄອບຄົວທຸກຍາກ 1,600 ຄອບຄົວນັ້ນໄດ້ ໃນປີ 2024 ນີ້ ຍ້ອນພາກສ່ວນທີ່ກ່ຽວຂ້ອງບໍ່ມີດິນໃຫ້ຄອບຄົວທຸກຍາກ ທໍາການຜະລິດ ແລະຄໍ້າປະກັນສະບຽງອາຫານໃຫ້ ແລະວ່າ ທາງການ ມັກເວົ້າກັບປະຊາ ຊົນວ່າ ແຂວງວຽງຈັນພົ້ນທຸກແລ້ວ ແຕ່ຄວາມເປັນຈິງ ແມ່ນຍັງບໍ່ທັນພົ້ນທຸກ, ມັນເປັນໄປບໍ່ໄດ້.

ເປັນໄປບໍ່ໄດ້ດອກໂຕນີ້ເນາະ ມີແຕ່ເວົ້າ ຄືເຂົາຄືຄອບຄົວ ເຂົາເຈົ້າກໍຍັງຄືເກົ່າຫັ້ນນ່າເນາະ ສົມມຸດເຂົາເຈົ້າບໍ່ມີໄຮ່ບໍ່ມີນາ ເພິ່ນມີດິນຈັດສັນໃຫ້ບໍ່ ໄຮ່ນາຕາກ້າ ສົມມຸດວ່າຄັນເພິ່ນບໍ່ໃຫ້ດິນ ເຮົາລ້າໆ ຮູ້ແລ້ວເຂົາເຈົ້າທຸກຍາກ ເຂົາເຈົ້າສິເອົາເງິນໃດໄປຊື້ ຫັ້ນນ່າແຕ່ວ່າຜ່ານມາ ເພິ່ນເວົ້າເອົາງາມໆວ່າ ບ້ານເຮົາບໍ່ມີແລ້ວ ຄວາມທຸກຍາກແຕ່ວ່າ ເບິ່ງເຫັນໆຍັງມີຢູ່ ຄັນສິເວົ້າມັນກໍຢາກວ່າ ທຸກບ້ານຫັ້ນແຫລະ ມີທຸກບ້ານແຕ່ລະບ້ານນີ້ ບໍ່ມີແລ້ວຄົນທຸກຍາກຄັນວ່າມີໂຄງການ ໂຄງການຊ່ວຍເຫລືອຄົນທຸກຍາກເດ້ ພັດວ່າມີລາຍຊື່ ແຫມ ຄັນວ່າໝົດແລ້ວ ການຈັດຕັ້ງຄັນສິເວົ້າແລ້ວ ທຸກຍາກ ກໍຢ້ານເຂົາເຈົາບໍ່ພໍໃຈ ແຕ່ວ່າທີ່ຈິງບ້ານເຮົາກໍບໍ່ມີແລ້ວຫັ້ນແຫລະ.

ທ່ານເວົ້າວ່າ ແຂວງວຽງຈັນ ຈະສາມາດແກ້ໄຂຄອບຄົວທຸກຍາກໄດ້ 1,600 ຄອບຄົວ ຫລືບໍ່ນັ້ນ ແມ່ນຂື້ນຢູ່ກັບການສະໜັບສະໜູນ ຊ່ອຍເຫລືອຈາກຄູ່ຮ່ວມພັດທະນາຂອງລາວ ຊຶ່ງປັດຈຸບັນ ກໍແມ່ນເກົາຫລີໃຕ້ ໃນການຈັດໂຄງການສົ່ງ ເສີມການປູກຝັງ, ລ້ຽງສັດ ໃຫ້ປະຊາຊົນ ແລະສ້າງໂຄງຮ່າງພື້ນຖານ ໃນຂະ  ແໜງການອື່ນໆ ຍ້ອນວ່າ ແຂວງວຽງຈັນບໍ່ມີງົບປະມານ ເພື່ອຫລຸດຜ່ອນຄວາມທຸກຍາກພຽງພໍ.

ດັ່ງທີ່ທ່ານກ່າວວ່າ:

ຕ້ອງໄດ້ຮັບການສະໜັບສະໜູນຈາກພາກສ່ວນ ໂດຍສະເພາະກໍແມ່ນປັດຈຸບັນນີ້ ເກົາຫລີໃຕ້ເນາະ ເຂົາເຈົ້າມາຢູ່ວຽງຈັນເຮົານີ້ ກອຍກ້າ ຖືວ່າມາສະໜັບສະໜູນໂຄ່ງລ່າງພື້ນຖານ ຫລືວ່າສົ່ງເສີມການຜະລິດໃຫ້ປະຊາຊົນນີ້ແຫລະ ຈັດຕັ້ງກຸ່ມຫລືວ່າ ສົ່ງເສີມອາຊີບໃນການພັດທະນາກຸ່ມຂອງເຮົານີ້ແຫລະໃຫ້ມັນເຂັ້ມແຂງເນາະ ເຮັດແນວໃດຈະກ້າວເຖິງສະຫະກອນມັນຈັ່ງຊິສາມາດ ໃຫ້ປະຊາຊົນຫລຸດຜ່ອນຄວາມທຸກຍາກໄດ້ ອັນນີ້ເຂົາເຈົ້າກໍເຮັດແບບກະຈັກກະຈາຍ ແບບຄອບຄົວຖ້າວ່າຊິອາໄສງົບປະມານຂອງລັດເຮົາ ມັນບໍ່ພຽງພໍມັນບໍ່ມີ ຈະໄດ້ອາໄສສາກົນຫັ້ນແຫລະ ກໍຊິໄດ້ພະຍາຍາມຫັ້ນແຫລະເພາະວ່າ ມີແຜນໄປແລ້ວເດ້ເນາະ ທາງພາກສ່ວນຕ່າງໆ ກໍຕ້ອງໄດ້ສຸມໃສ່ຊ່ວຍກັນໂດຍສະເພາະທາງການນໍາ ເຮົາວາງແຜນໄປແລ້ວ ເຮັດແນວໃດຈັ່ງບັນລຸ ຄັນວ່າບໍ່ບັນລຸໄດ້ ກໍຖືວ່າເປັນຈຸດອ່ອນຂອງເຮົາ.

ທ່ານກ່າວຕື່ມອີກວ່າ ສໍາລັບການແກ້ໄຂ 2,120 ຄົວທຸກຍາກ ທີ່ຍັງຈະທຸກຍາກຢູ່ຕໍ່ໄປນັ້ນ ແມ່ນພາກສ່ວນທີ່ກ່ຽວຂ້ອງ ຈະໄດ້ມີການປຶກສາຫາລືກັນ ຂື້ນແຜນແກ້ໄຂຕໍ່ໄປ ພາຍຫລັງທີ່ໄດ້ແກ້ໄຂ 1,600 ຄອບຄົວທຸກຍາກໃນປີນີ້ແລ້ວ.

ໃນການແກ້ໄຂບັນຫາດັ່ງກ່າວ ທ່ານ ທອງພັດ ວົງມະນີ ຮອງລັດຖະມົນຕີ ກະຊວງກະສິກໍາ ແລະປ່າໄມ້ ໄດ້ກ່າວວ່າ ອົງການ KOICA ຈາກປະເທດເກົາຫລີໃຕ້ ໄດ້ໃຫ້ການຊ່ວຍເຫລືອງົບປະມານ 12.5 ລ້ານໂດລາສະຫະຣັຖ ເພື່ອໃຊ້ເຂົ້າໃນການຈັດຕັ້ງປະຕິບັດ ໂຄງການສ້າງແຜນກິດຈະກໍາ ພັດທະນາຊົນນະ ບົດ ເພື່ອສ້າງລາຍຮັບໃຫ້ປະຊາຊົນ ໃນເຂດຊົນນະບົດ ໃນໄລຍະ 5 ປີ ຢູ່ແຂວງພາກເໜືອ ແລະພາກກາງຂອງລາວ ເຊິ່ງໄດ້ຈັດຕັ້ງປະຕິບັດຢູ່ 3 ແຂວງ, 7 ເມືອງ, 14 ບ້ານ ຢູ່ແຂວງຊຽງຂວາງ, ແຂວງວຽງຈັນ ແລະແຂວງບໍລິຄໍາໄຊ ແຕ່ປີ 2021 ເຖິງປີ 2025. 

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.