ລາວ ສົ່ງຄົນຈີນ 250 ຄົນ ໃຫ້ຈີນ ຂໍ້ຫາສໍ້ໂກງ
2024.04.25

ທາງການລາວ ສົ່ງໂຕຜູ້ຕ້ອງຫາຊາວຈີນ ຈຳນວນ 250 ຄົນ ໃຫ້ກັບທາງການຈີນ ໃນຂໍ້ຫາສໍ້ໂກງ ທາງໂທລະຄົມມະນາຄົມ ຂ້າມແດນ (Cross-Border Telecom Fraud) ຫຼື ກຸ່ມສະແກມເມີ້ ພ້ອມກັບໄດ້ຍຶດຂອງກາງ ເປັນໂທລະສັບມືຖື ແລະ ຄອມພິວເຕີ້ ປະມານ 1,000 ໜ່ວຍ ທີ່ໃຊ້ໃນການກໍ່ເຫດ ອາດຊະຍາກຳດັ່ງກ່າວ ຕາມການລາຍງານ ຂອງຫ້ອງການຂໍ້ມູນຂ່າວສານ ສະພາແຫ່ງລັດຈີນ ຫຼື The State Council Information Office Of China ໃນມື້ວັນທີ 23 ເມສາ 2024 ນີ້.
ກ່ຽວກັບເລື່ອງນີ້, ທາງການລາວ ບໍ່ໄດ້ມີການເປີດເຜີຍຂໍ້ມູນ ແລະ ລາຍງານຂ່າວໃດໆ ໃຫ້ກັບສັງຄົມ ໄດ້ຮັບຮູ້ນຳ ພ້ອມດຽວກັນ ກະໄດ້ປະຕິເສດ ທີ່ຈະໃຫ້ຂໍ້ມູນ ກ່ຽວກັບເລື່ອງນີ້ ຕໍ່ວິທຍຸເອເຊັຽເສຣີ.
ຂະນະທີ່ຊາວລາວ ຜູ້ໜຶ່ງ ໃນເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ກ່າວວ່າ ຫວ່າງບໍ່ເກີນ 1 ເດືອນມານີ້ ໄດ້ພົບເຫັນວ່າ ມີເຈົ້າໜ້າທີ່ຕຳຫຼວດ, ທະຫານ ຈຳນວນຫຼາຍຮ້ອຍຄົນ ເຂົ້າໄປຈັບໂຕຄົນຈີນ ພ້ອມກັບຂອງກາງ ຈຳນວນໜຶ່ງ ຢູ່ໃນເຂດເສດຖະກິດພິເສດ 3 ຫຼ່ຽມຄຳ, ແຕ່ບໍ່ຮູ້ວ່າ ຈັບຍ້ອນສາເຫດໃດ. ດັ່ງຊາວລາວທ່ານນີ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 25 ເມສາ ນີ້ວ່າ:
“ຫວ່າງບໍ່ເກີນເດືອນ ຕຳຫຼວດ-ທະຫານ ເປັນກອງຮ້ອຍພຸ້ນແຫຼະ ມານ່າ. ໄປແບກ ເອົາໄປໝົດເລີຍ ທັງເຄື່ອງຄອມພິວເຕີ້, ຄົນ ເອົາລົດໃຫຍ່ໆ ເອົາລົດທະຫານຫັ້ນນ່າ.”
ອີງຕາມການລາຍງານ ຂອງທາງການຈີນ ລະບຸວ່າ ຕຳຫຼວດຈີນ ແລະ ລາວ ໄດ້ຮ່ວມມືກັນ ເຂົ້າໄປຈັບໂຕ ຜູ້ຕ້ອງຫາຄົນຈີນ ຢູ່ໃນແຫຼ່ງອາດຊະຍາກຳ 3 ແຫ່ງໃນລາວ, ແຕ່ບໍ່ມີການເປີດເຜີຍວ່າ ທັງ 3 ແຫ່ງນັ້ນ ຢູ່ຈຸດໃດ ແລະ ແຂວງໃດ.
ລາຍງານຍັງລະບຸອີກວ່າ ກ່ອນຈະມີການໄປບຸກຈັບໂຕ ຜູ້ຕ້ອງຫາ ຄົນຈີນກຸ່ມນີ້, ຕຳຫຼວດຈີນ ສືບຂ່າວໄດ້ ກ່ຽວກັບແຫຼ່ງອາດຊະຍາກຳ ໃນລາວ, ໂດຍກຸ່ມດັ່ງກ່າວ ຖືກສົງໃສວ່າ ມີເປົ້າໝາຍ ທີ່ຈະສໍ້ໂກງຄົນຈີນ ທາງໂທລະຄົມມະນາຄົມ ທີ່ຈະກໍ່ໃຫ້ເກີດ ຄວາມເສຍຫາຍ ທາງການເງິນ ເປັນຈຳນວນຫຼວງຫຼາຍ.
ດັ່ງນັ້ນ, ຕຳຫຼວດຈີນ ຈຶ່ງໄດ້ແຈ້ງ ໃຫ້ກັບທາງການລາວ ຮັບຮູ້. ຫຼັງຈາກນັ້ນ, ເຈົ້າໜ້າທີ່ທາງການລາວ ກະໄດ້ເຂົ້າໄປບຸກຈັບໂຕ ໃນແຫຼ່ງອາດຊະຍາກຳດັ່ງກ່າວ ຢ່າງໄວວາ ແລະ ສຳເລັດຜົນ.
ຄົນງານລາວ ທ່ານໜຶ່ງ ທີ່ເຮັດວຽກ ຢູ່ໃນເຂດເສດຖະກິດພິເສດ 3 ຫຼ່ຽມຄຳ, ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ກ່າວວ່າ ທ່ານບໍ່ຮູ້ເລື່ອງດັ່ງກ່າວ ແລະ ທາງການລາວ ກະບໍ່ໄດ້ເປີດເຜີຍຂ່າວສານໃດໆ ໃຫ້ກັບສັງຄົມ ໄດ້ຮັບຮູ້ນຳ.
ແຕ່ຊາວລາວທ່ານນີ້ ໄດ້ຢັ້ງຢືນວ່າ ພາຍໃນເຂດເສດຖະກິດພິເສດ 3 ຫຼ່ຽມຄຳ ແມ່ນເປັນອີກບ່ອນໜຶ່ງ ທີ່ມີການສໍ້ໂກງ ທາງໂທລະຄົມມະນາຄົມ ຂ້າມແດນ ແລະ ພາຍໃນປະເທດລາວ, ໂດຍອ້າງວ່າ ເຮັດວຽກຕອບແຊັດ ແລະ ວຽກຕອບແຊັດ ກໍຈະແຍກເປັນ 2 ກຸ່ມ ຄືກຸ່ມບັນຊີເທົາ ແລະ ກຸ່ມບັນຊີດຳ.
ສຳລັບກຸ່ມບັນຊີເທົາ ຈະເຮັດວຽກທາງດ້ານການ ໄລວ໌ສົດ (Live) ຂາຍສິນຄ້າຈີນ ແລະ ທຸລະກິດຕິດພັນ, ຕອບແຊັດ ໃນເວັບພະນັນອອນລາຍ, ເຟສບຸກປອມ ເພື່ອໂອ້ລົມ ຜ່ານລະບົບອອນລາຍ ທັງໝົດ.
ສຳລັບກຸ່ມບັນຊີດຳ ຈະເຮັດວຽກທາງດ້ານ ສົ່ງຂໍ້ຄວາມ ແລະ ໂທລະສັບ ເພື່ອໂຄສະນາ, ຊັກຊວນ ໃຫ້ຄົນມາຫຼິ້ນການພະນັນ, ຕົວະໃຫ້ໂອນເງິນ ແລະ ອື່ນໆ ທີ່ຕິດພັນ.
ຄົນງານທີ່ເຂົ້າໄປ ເຮັດວຽກຕອບແຊັດ ຢູ່ໃນເຂດເສດຖະກິດພິເສດ 3 ຫຼ່ຽມຄຳ ກໍຈະມີຫຼາກຫຼາຍສັນຊາດ ແລະ ພາສາ ເປັນຕົ້ນ ພາສາຈີນ, ໄທ, ລາວ ແລະ ອັງກິດ ເພື່ອທີ່ຈະສາມາດໂອ້ລົມ ແລະ ຕອບໂຕ້ ກັບກຸ່ມເປົ້າໝາຍ ຫຼືເຫຍື່ອ ໄດ້ຢ່າງຈະແຈ້ງ. ດັ່ງຊາວລາວທ່ານນີ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ຢູ່ໃນນີ້ ສ່ວນຫຼາຍມັນກະວຽກສະແກມເມີ້, ບາງຕຶກ ມັນກະຕັດສັນຍານເລີຍ. ມັນເຂົາເອີ້ນວ່າ ສາຍເທົາ ກັບສາຍດຳ, ສາຍເທົາກະຄື ເກມອອນລາຍ ເວັບໃຕ້ດິນ ເວັບພະນັນ. ແຕ່ວ່າພວກສາຍດຳນີ້ ກະພວກສະແກມເມີ້ນີ້ແຫຼະ. (ຄົນງານ) ມາເລເຊຍ, ທັງຈີນ, ລາວ, ໄທ ນ່າ ມັນມີແຕ່ແນວນັ້ນໝົດເດ້.”
ຊາວລາວອີກທ່ານໜຶ່ງ ທີ່ເຮັດວຽກຢູ່ໃນເຂດເສດຖະກິດພິເສດ 3 ຫຼ່ຽມຄຳ ກ່າວວ່າ ສະເພາະຄົນງານ ທີ່ເຂົ້າໄປ ເຮັດວຽກຕອບແຊັດ ຢູ່ໃນເຂດເສດຖະກິດພິເສດ 3 ຫຼ່ຽມຄຳ ເມື່ອເຂົ້າໄປແລ້ວ ຈະຕ້ອງຢູ່ພາຍໃຕ້ກົດລະບຽບ ຂອງບໍລິສັດຈີນ ຫຼືກຸ່ມເຄືອຂ່າຍ ຢ່າງເຂັ້ມງວດ.
ສ່ວນບ່ອນເຮັດວຽກ ກໍຈະເຮັດວຽກ ຢູ່ໃນຕຶກສູງ ຄ້າຍໆກັບຄອນໂດມິນ້ຽມ, ເຊິ່ງຄົນຈີນ ຈະຕົກແຕ່ງ ເຮັດເປັນຫ້ອງການ ກະຈາຍຢູ່ຕາມຕຶກຕ່າງໆ. ຫາກບຸກຄົນໃດກໍຕາມ ບໍ່ມີບັດເຮັດວຽກ ຫຼືບໍ່ມີສ່ວນກ່ຽວຂ້ອງ ກໍຈະບໍ່ໄດ້ຮັບອະນຸຍາດ ໃຫ້ເຂົ້າໄປພາຍໃນຕຶກ ຢ່າງເດັດຂາດ, ເຊິ່ງແຕ່ລະຕຶກ ກໍຈະມີຄົນຈີນ ເປັນຜູ້ຄຸ້ມຄອງ ແລະ ຕິດຕາມ-ກວດກາ.
“ສະເພາະຄົນຈີນແທ້ ກະບໍ່ຮູ້ ມັນຫຼາຍຄົນເດ້. ຄັນແມ່ນຄົນໃນຕຶກ ບໍ່ມີບັດ ຂອງບໍລິສັດ ເຂົາກະເຂົ້າບໍ່ໄດ້. ມີແຕ່ພະນັກງານເຮັດວຽກ ຖ້າບໍ່ມີ (ບັດ) ກະເຂົ້າບໍ່ໄດ້ຄືກັນ ໃນຕຶກ, ມັນເປັນແນວນັ້ນ.”
ກ່ຽວກັບເລື່ອງນີ້, ຊາວລາວ ທ່ານໜຶ່ງ ໃນນະຄອນຫຼວງວຽງຈັນ ກ່າວວ່າ ການສໍ້ໂກງ ທາງໂທລະຄົມມະນາຄົມ ຂ້າມແດນ ຫຼືກຸ່ມສະແກມເມີ້ ແມ່ນນັບມື້ ຈະເພີ່ມຂຶ້ນເລື້ອຍໆ ແລະ ຢາກໃຫ້ພາກລັດ ມີມາດຕະການປ້ອງກັນ, ແນວທາງປະຕິບັດ ເພື່ອບໍ່ໃຫ້ຊາວລາວ ຕົກເປັນເຫຍື່ອ ຂອງກຸ່ມສໍ້ໂກງ ທາງໂທລະຄົມມະນາຄົມ ຫຼືສະແກມເມີ້ ນີ້, ຈາກປະເທດໄທ ເປັນຫຼັກ ແລະ ສື່ສັງຄົມອອນລາຍ. ດັ່ງທ່ານກ່າວວ່າ:
“ປັດຈຸບັນນີ້, ມັນຢາກວ່າ ເກືອບທຸກແຂວງ ເກືອບທຸກເມືອງເລີຍນ່າ ສະແກມເມີ້ ພວກນີ້ນ່າ, ແຕ່ວ່າບໍ່ຮູ້ວ່າ ລັດຖະບານ ເຂົາເຮັດຈັ່ງໃດ ຍັງບໍ່ເຫັນແຈ້ງການ (ເຕືອນໄພ). ສ່ວນຫຼາຍ ຕິດຕາມນຳໂຊຊ້ຽວໄທ ແດ່ ແລ້ວກະໂຊຊ້ຽວທີ່ວ່າ ຢູ່ທູບເບີ້ ກະຍັງບໍ່ເຫັນແບບທາງການ ເຂົາເຈົ້າແຈ້ງເຕືອນວ່າ ມີສໍ້ໂກງທາງດ້ານໂຕນີ້, ຫັ້ນນ່າ ຍັງບໍ່ເຫັນ.”
ທາງດ້ານເຈົ້າໜ້າທີ່ ຜະແນກແຮງງານ ແລະ ສະຫວັດດີການສັງຄົມ ແຂວງຫຼວງນ້ຳທາ ກ່າວວ່າ ບໍ່ແປກໃຈ ທີ່ຈະມີຄົນຈີນ ເຂົ້າມາກໍ່ເຫດອາດຊະຍາກຳ ທາງອອນລາຍ ໃນປະເທດລາວ ເພາະປັດຈຸບັນ ມີຄົນຈີນ ເປັນຈຳນວນຫຼາຍ ເດີນທາງເຂົ້າມາປະເທດລາວ ຜ່ານດ່ານສາກົນລາວ-ຈີນ. ສ່ວນເຈົ້າໜ້າທີ່ຕຳຫຼວດ ທີ່ປະຈຳຢູ່ ດ່ານສາກົນບໍ່ເຕັນ ແຂວງຫຼວງນ້ຳທາ ກະໄດ້ແຕ່ລາຍງານວ່າ ຈຳນວນຄົນຈີນ ເດີນທາງເຂົ້າປະເທດລາວ, ແຕ່ບໍ່ມີການຕິດຕາມ-ກວດສອບ ປະຫວັດການເດີນທາງ, ທີ່ພັກເຊົາ ກຸ່ມຄົນຈີນເຫຼົ່ານັ້ນ. ດັ່ງເຈົ້າໜ້າທີ່ທ່ານນີ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ຄົນຈີນກະມີຫຼາຍ, ແຕ່ວ່າ ຈຳແນກບໍ່ໄດ້ວ່າ ມັນມີຈັກຄົນແທ້ ກະບໍ່ຮູ້. ຄືວ່າຫັ້ນແຫຼະ ບໍ່ໄດ້ໄປຄຸ້ມຄອງເນາະ ສະພາບຄົນງານ ການນຳໃຊ້ ການນຳເຂົ້າ. ຕຳຫຼວດເຂົາເຈົ້າ ກໍລາຍງານ, ກະພຽງແຕ່ລາຍງານ. ແຕ່ວ່າຄົນງານ ຫຼືວ່າເດັກນ້ອຍ ຫຼືວ່າຜູ້ມາລົງທຶນເທົ່າໃດ ເຂົາເຈົ້າກະບໍ່ເກັບກຳຂໍ້ມູນ.”
ສຳລັບເຫດການຄັ້ງນີ້, ບໍ່ແມ່ນເທື່ອທຳອິດ ທີ່ທາງການລາວ ໄດ້ສົ່ງໂຕຄົນຈີນ ໃຫ້ກັບທາງການຈີນ, ແຕ່ກ່ອນໜ້ານີ້ ເມື່ອເດືອນກຸມພາ ປີ 2024 ທີ່ຜ່ານມານີ້, ທາງການລາວ ກໍໄດ້ມອບໂຕ ຜູ້ຕ້ອງຫາຄົນຈີນ ຈຳນວນ 268 ຄົນ ໃນຂໍ້ຫາສໍ້ໂກງ ທາງໂທລະຄົມມະນາຄົມ ຂ້າມແດນ ໃຫ້ແກ່ທາງການຈີນ.