ຕໍາຫຼວດເມືອງຫີນເຫີບ ຈັບຊາຍຄົນຈີນ ທີ່ເລາະຂາຍໂທລະສັບປອມ ໄດ້ແລ້ວ

ຈຳປາທອງ
2024.10.23
ຕໍາຫຼວດເມືອງຫີນເຫີບ ຈັບຊາຍຄົນຈີນ ທີ່ເລາະຂາຍໂທລະສັບປອມ ໄດ້ແລ້ວ ຊາຍຊາວຈີນ ຖືກຕຳຫຼວດຈັບ ຢູ່ເມືອງຫີນເຫີບ ແຂວງວຽງຈັນ ໃນວັນທີ 20 ຕຸລາ 2024.
ຮູບພາບຈາກພົນລະເມືອງ

ເຈົ້າໜ້າທີ່ຕໍາຫຼວດປ້ອງກັນຄວາມສະຫງົບ ເມືອງຫີນເຫີບ ແຂວງວຽງຈັນ ຈັບຊາຍຄົນຈີນ ອາຍຸປະມານ 50 ປີ ທີ່ເລາະຂາຍໂທລະສັບປອມໃຫ້ຄົນລາວ ຢູ່ຫຼາຍແຫ່ງໃນລາວນັ້ນໄດ້ແລ້ວ ຢູ່ຮ້ານສັກລາຍ ທີ່ບ້ານຫີນເຫີບໃຕ້ ເມືອງຫີນເຫີບ ໃນມື້ວັນທີ 20 ຕຸລາ 2024 ນີ້.

ພາຍຫຼັງເຈົ້າໜ້າທີ່ຕໍາຫຼວດ ຈັບໂຕຜູ້ກ່ຽວໄດ້ແລ້ວ ພວກທີ່ໄດ້ຊື້ໂທລະສັບປອມໄປນັ້ນ ກໍໄດ້ໄປຊີ້ໂຕຜູ້ກ່ຽວ ແລະໃຫ້ຂໍ້ມູນຕ່າງໆ ແກ່ເຈົ້າໜ້າທີ່ ເພື່ອດໍາເນີນຄະດີ ຕາມລະບຽບກົດໝາຍຕໍ່ໄປ, ອີງຕາມຄໍາເວົ້າຂອງຜູ້ເສັຍຫາຍ ນາງນຶ່ງຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 23 ຕຸລາ ນີ້.

ເຮົາຢາກໄດ້ເຄື່ອງເຮົາຄືນ ແລ້ວເຂົາເສັຽ 2-3 ລ້ານກີບຊີ້ ບາງຄົນເຂົາກໍຢ່າແລ້ວ ບໍ່ໄດ້ແຈ້ງຄວາມຈັ່ງຊີ້ ມັນດີ້ນບໍ່ຫລຸດເລີຍ ມັນຖືໝວກໃບເກົ່າ ນຸ່ງເສື້ອຜືນເກົ່າສົ້ງໂຕເກົ່າ ເກີບອັນເກົ່າລົດຄັນເກົ່າຢູ່ ຊີ້ໂຕໄປໃຫ້ປາກຄໍາ ເງິນຍັງບໍ່ທັນຮອດໄດ້ຄືນ ເພາະວ່າມີຜູ້ເສັຽຫາຍຫລາຍຄົນ ຖ້າມີຜູ້ເສັຽຫາຍ ແຕ່ຂ້ອຍຜູ້ດຽວລະເຂົາແກ້ມື້ນັ້ນແລ້ວຮຽບຮ້ອຍ ດີແຕ່ວ່າມັນບໍ່ໄປກໍ່ເຫດໃຫ້ຜູ້ອື່ນອີກ.

ການຈັບຊາຍຄົນຈີນ ທີ່ເລາະຂາຍໂທລະສັບປອມໄດ້ນັ້ນ ແມ່ນຍ້ອນລູກສາວຂອງລູກຄ້າ ທີ່ໄປສັກລາຍ ຢູ່ຮ້ານສັກລາຍ ເຫັນຜູ້ກ່ຽວ ແລ້ວກໍແຈ້ງໃຫ້ເຈົ້າໜ້າທີ່ຕໍາຫຼວດ ມາຈັບໄປ ດັ່ງເຈົ້າຂອງຮ້ານສັກລາຍນາງນຶ່ງ ທີ່ຊ່ອຍຜູ້ເສຍຫາຍ ແລະເຈົ້າໜ້າທີ່ຕໍາຫຼວດ ຈັບຄົນຈີນ ທີ່ເລາະຂາຍໂທລະສັບປອມນັ້ນ ເວົ້າຕໍ່ວິທຍຸເອເຊັຍເສຣີໃນມື້ດຽວກັນນີ້ວ່າ:

ພໍດີ ລູກສາວຂອງລູກຄ້າ ເພິ່ນມາສັກລາຍຢູ່ນີ້ຫັ້ນນ່າ ອັນ ເຂົາເຈົ້າໄປຕົວະໃຫ້ລູກສາວລາວ ແລ້ວລາວຫັ້ນ ບອກໃຫ້ມາໃຫ້ເບິ່ງພີ້ພໍດີ ອັນ ພໍດີເຫັນຂ່າວແດ່ ເອະໃຈວ່າ ໂອ໋ ໂຈນຫົວລ້ານ ເລີຍໃຫ້ມາແລ້ວຖ່າຍຮູບຜູ້ມາຂາຍຫັ້ນໃຫ້ຜູ້ເສັຽຫາຍເບິ່ງ ເຂົາວ່າ ແມ່ນຜູ້ດຽວກັນ ກໍເລີຍແຈ້ງເຈົ້າໜ້າທີ່ໃຫ້ມາເອົາ.

ກ່ຽວກັບເລື່ອງນີ້ ເຈົ້າໜ້າທີ່ຕໍາຫຼວດປ້ອງກັນຄວາມສະຫງົບ ເມືອງຫີນເຫີບ ທ່ານນຶ່ງເວົ້າວ່າ ຊາຍຄົນຈີນຜູ້ທີ່ວ່ານັ້ນ ຖືກກັກໂຕ ຢູ່ໃນຄຸກແລ້ວ ແລະຈະໄດ້ດໍາເນີນຄະດີກັບຜູ້ກ່ຽວ ໄປຕາມຂັ້ນຕອນຂອງລະບຽບກົດໝາຍ ຍັງບໍ່ສາ ມາດເວົ້າຫຍັງໄດ້ ກ່ຽວກັບບັນຫາ ທີ່ພົວພັນກັບຄະດີນີ້ ຮວມທັງເລື່ອງການທົດແທນຄວາມເສຍຫາຍ ທີ່ໄດ້ເກີດຂື້ນຍ້ອນຜູ້ກ່ຽວ ດັ່ງທີ່ທ່ານກ່າວ່າ:

ເຮົາກັກໂຕແລ້ວ ບໍ່ຊ່າງວ່າແຫລະ ເລື້ອງທີ່ເຂົາເຈົ້າຈະໃຊ້ແທນໄດ້ບໍ່ ແທນບໍ່ໄດ້ຫັ້ນນ່າ ກໍເຮົາກໍບໍ່ຮັບປາກແຫລະ ອັນນີ້ນ່າ ເປັນແນວໃດ ບໍ່ໄດ້ສົ່ງໃຫ້ສານຕັດສິນບໍ່ ອີ່ສັງກໍບໍ່ຊ່າງວ່າ ເນາະໄປຕາມຂັ້ນຕອນກົດໝາຍຫັ້ນແຫລະເນາະ ກໍສະຫລຸບບໍ່ທັນໄດ້ ເພາະຍັງຢູ່ໃນຊ້ວງການຈັດຕັ້ງດໍາເນີນ ທິດຊີ້ນໍາເພິ່ນກ່ອນ ອັນນີ້ອ້າຍກໍຕອບບໍ່ທັນໄດ້.

ພ້ອມກັນນັ້ນ ທ່ານກໍຢາກຝາກເຖິງຜູ້ເສຍຫາຍຄົນອື່ນໆ ທີ່ຖືກຄົນຈີນ ທີ່ເລາະຕົວະຂາຍໂທລະສັບປອມຜູ້ນີ້ ມາຊີ້ໂຕຜູ້ກ່ຽວ ແລະໃຫ້ນໍາເອົາໂທລະສັບປອມ ທີ່ຕົນໄດ້ຊື້ໄປແລ້ວນັ້ນ ມາໃຫ້ເຈົ້າໜ້າທີ່ຕໍາຫຼວດ ເພື່ອເອົາເປັນຂອງກາງ ເປັນຫຼັກຖານ ໃນການດໍາເນີນຄະດີຜູ້ກ່ຽວ ຕາມລະບຽບກົດໝາຍ.  

ກ່ຽວກັບເລື່ອງທີ່ວ່ານີ້ ເຈົ້າໜ້າທີ່ສະຖານທູດຈີນ ປະຈໍາ ສປປລາວ ທ່ານນຶ່ງກ່າວວ່າ ເລື່ອງຄົນຈີນກໍ່ເຫດຢູ່ປະເທດລາວນັ້ນ ໃຫ້ເປັນເລື່ອງຂອງຕໍາຫຼວດລາວ ທີ່ຈະສືບສວນຄະດີໃຫ້ຈະແຈ້ງ, ຕ້ອງເບິ່ງໂຕຈິງ ແລະໜ້າຈະດໍາເນີນຄະດີນໍາຜູ້ກ່ຽວຢູ່ລາວ ດັ່ງທີ່ທ່ານກ່າວວ່າ:

ຕໍາຫລວດສືບສວນຄະດີ ໃຫ້ຈະແຈ້ງກ່ອນ ກັກຂັງບໍ່ຫລືວ່າປັຍໄໝ ຫລືວ່າຫັ້ນນ່າ ເອົາເງິນຄືນໃຫ້ຜູ້ເສັຽຫາຍ ຕ້ອງເບິ່ງໂຕຈິງຫັ້ນ ອັນນີ້ຂຶ້ນກັບເຈົ້າໜ້າທີ່ຕໍາຫລວດເລີຍ ທີ່ຈິງ ບໍ່ມີຄະດີຢູ່ຈີນ ໜ້າຈະແກ້ຢູ່ລາວ.

ກ່ອນໜ້ານີ້ ຊາຍຄົນຈີນທີ່ວ່ານີ້ ໄດ້ໄປກໍ່ເຫດ ຕົວະຂາຍໂທລະສັບປອມ iPhone ລຸ້ນ 15 Pro Max ຕາມຮ້ານຂາຍໂທລະສັບ ຕາມບ້ານ ແລະຮ້ານຂາຍເຄື່ອງທົ່ວໄປ ຂອງຄົນາວຫຼາຍແຫ່ງ ແລ້ວກໍໜີໄດ້ຫລາຍເທື່ອ, ມີຜູ້ເສຽຫາຍປະມານ 10 ປາຍຄົນ. ໃນນັ້ນ ຜູ້ເສັຽຫາຍຈໍານວນນຶ່ງ ກໍບໍ່ໄດ້ໄປແຈ້ງຄວາມ ນໍາເຈົ້າໜ້າທີ່ຕໍາຫຼວດ.

ຊາຍຄົນຈີນຜູ້ນີ້ ໄດ້ເອົາໂທລະສັບປອມ ໄປຂາຍໃຫ້ຮ້ານຂາຍສັດປີກແຫ່ງນຶ່ງ ຢູ່ຕະຫຼາດພູຄໍາ ເມືອງກາສີ ແຂວງວຽງຈັນ ໃນມື້ວັນທີ 14 ຕຸລາ 2024 ໂດຍອ້າງວ່າ ຈະຂາຍເອົາເງິນເປັນຄ່າເດີນທາງກັບປະເທດ. ໃນວັນທີ 12 ຕຸລາ 2024 ກໍເອົາໂທລະສັບປອມ ໄປຕົວະຂາຍຢູ່ບ້ານວັງເງິນ ນະຄອນຫຼວງພະບາງ ແຂວງຫຼວງພະບາງ ຊຶ່ງຜູ້ກ່ຽວໄດ້ເວົ້າເປັນພາສາອັງກິດ ໂດຍບອກວ່າ ເປັນຄົນໃຕ້ຫວັນ ບໍ່ມີເງິນກັບປະເທດ ຈຶ່ງຢາກຂາຍໂທລະສັບນີ້ໃນລາຄາ 10 ລ້ານກີບ. ແຕ່ຜູ້ທີ່ຈະຊື້ ຕໍ່ລົງໄດ້ ຍັງເຫຼືອ 4 ລ້ານກີບ. ໃນມື້ວັນທີ 3 ຕຸລາ 2024 ຜູ້ ກ່ຽວກໍໄດ້ໄປຕົວະຂາຍໂທລະສັບ iPhone ລຸ້ນດຽວກັນນັ້ນ ຕາມບ້ານ ຢູ່ເມືອງໂພນໂຮງ ແຂວງວຽງຈັນ ຊຶ່ງທໍາອິດ ຜູ້ກ່ຽວເອົາຂອງແທ້ໃຫ້ເບິ່ງ ແຕ່ໃນໄລຍະຜູ້ທີ່ຈະຊື້ນັບເງິນໃຫ້ ເຂົາກໍໃຊ້ເວລານັ້ນ ປ່ຽນເອົາອັນປອມໃຫ້ ແລະໃນມື້

ວັນທີ 29 ກັນຍາ 2024 ຊາຍຄົນຈີນ ຜູ້ດຽວກັນນີ້ ກໍໄດ້ເອົາໂທລະສັບ iPhone ລຸ້ນ 15 Pro Max ປອມ ໄປຕົວະຂາຍໃຫ້ຮ້ານໂທລະສັບຂອງຄົນລາວ ຢູ່ບ້ານດົງສ້າງຫີນ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໂດຍໃຊ້ວິທີຕົວະຂາຍ ໃນລັກສະນະດຽວກັນ ຄືໄດ້ສັບປ່ຽນເອົາໂທລະສັບປອມໃຫ້ຮ້ານຄ້າ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.