ນັກທ່ອງທ່ຽວຈີນບໍ່ສ້າງ ປໂຍດ ພໍຄວນ
2019.04.24

ຜູ້ປະກອບການທ່ອງທ່ຽວ ຊາວນະຄອນຫລວງພຣະບາງ ເວົ້າຕໍ່ວິທຍຸເອເຊັຽເສຣີວ່າ ຊາວນະຄອນຫລວງພຣະບາງ ບໍ່ໄດ້ຮັບຜົລປະໂຫຍດ ຈາກການທ່ອງທ່ຽວຂອງຈີນ ຍ້ອນບໍຣິສັດຈີນ ຕັ້ງຢູ່ນະຄອນຫລວງພຣະບາງ ໄດ້ເອົານັກທ່ອງທ່ຽວ ມາພັກແຕ່ໂຮງແຮມເຮືອນພັກ ຂອງ ຄົນຈີນ ແລະ ພາເຂົ້າແຕ່ຮ້ານອາຫານ ຂອງຄົນຈີນ ລວມໄປເຖິງວັດຖຸດິບ ທີ່ນຳມາປຸງແຕ່ງອາຫານ ກໍ່ລ້ວນແລ້ວແຕ່ນຳເຂົ້າຈາກຈີນ.
ປັດຈຸບັນຢູ່ນະຄອນຫຼວງພຣະບາງ ມີນັກທຸຣະກິດຈີນເຂົ້າມາຊື້ ຫຼືຂໍເຊົ່າໂຮງແຮມ ແລະເຮືອນພັກຂອງຄົນລາວ ເພື່ອໃຫ້ກາຍເປັນທຸຣະກິດ ຂອງເຂົາເຈົ້າ ເຊິ່ງຄົນລາວຈຳນວນນຶ່ງ ປ່ອຍຂາຍ ຫລື ປ່ອຍໃຫ້ຄົນຈີນເຊົ່າ. ນອກຈາກນັ້ນກໍ່ມີຄົນຈີນ ອີກຈຳນວນຫລາຍ ທີ່ເຂົ້າມາເປີດ ຮ້ານອາຫານຈີນ ໄວ້ຕ້ອນຮັບນັກທ່ອງທ່ຽວຈີນ.
"ກ່າມີຫລາຍຢູ່ໃດ໋ ເຮັດຮ້ານອາຫານທ່ອງທ່ຽວ ເຮັດເຮືອນພັກໂຮງແຮມ ກໍ່ມີຫຼາຍຢູ່ແຕ່ຂະເຈົ້າ ຈະເປັນຫຸ້ນສ່ວນ ຂະເຈົ້າຈະບໍ່ໄດ້ອອກຊື່ ເຂົາເຈົ້າເລີຍ."
ທ່ານໄດ້ກ່າວຕື່ມວ່າ ບໍຣິສັດທົວຕິນ ຢູ່ຫລວງພຣະບາງ ເອົານັກທ່ອງທ່ຽວຊາວຈີນ ເຂົ້າມາເອງ, ໃຊ້ໂຮງແຮມ ແລະບ້ານພັກຂອງເຂົາເອງ, ເຂົ້າຮ້ານອາຫານຈີນ ທີ່ເປັນຂອງເຂົາເຈົ້າເອງ ແລະ ອາຫານກໍ່ຍັງນໍາເຂົ້າມາຈາກປະເທສຈີນ ໃນຂນະທີ່ແຂວງຫຼວງພຣະບາງ ຈະໄດ້ເງິນ ສະເພາະຄ່າປີ້ເຂົ້າຊົມສະຖານທີ່ ທ່ອງທ່ຽວເທົ່ານັ້ນ.
ທາງດ້ານເຈົ້າໜ້າທີ່ຜແນກອຸດສາຫະກັມ ແລະການຄ້າ ແຂວງຫລວງພຣະບາງ ກ່າວວ່າ ປັດຈຸບັນຄົນຈີນ ທີ່ເຂົ້າມາລົງທຶນ ເຮັດທຸຣະກິດ ຢູ່ນະຄອນຫລວງພຣະບາງ ມີ 100 ຫົວໜ່ວຍ ທັງເຮືອນພັກ ໂຮງແຮມ ຮ້ານອາຫານ ແລະ ຮ້ານບໍຣິການຕ່າງໆ ຍ້ອນຣັຖບານເປີດກວ້າງ ການລົງທຶນ ແຕ່ທາງການກໍ່ຕິດຕາມກວດກາ ຢ່າງໃກ້ຊິດ ເພື່ອບໍ່ໃຫ້ການບໍຣິການແຂກ ຂອງຄົນຈີນ ໄປທຳລາຍພາບພົດ ຂອງເມືອງ ມໍຣະດົກໂລກ.
"ກ່າມີໂຮງແຮມເຮືອນພັກນີ້ແຫລະ ຈີນເຂົາເຈົ້າລົງທຶນຣະດັບ 100 ຮອດ ຢູ່ດອກກະເປີດກວ້າງຢູ່ ຖ້າວ່າບໍ່ແມ່ນອາຊີບສະຫງວນໄວ້ໃຫ້ ຄົນລາວ ແລ້ວເພີ່ນກ່າເປີດກວ້າງຫັ້ນແຫລະ, ບໍ່ນ່າເຊື່ອວ່າຈະເຈົ້າສິຮັກສາຮີດຄອງປະເພນີ ຂອງບ້ານເຮົາໄດ້ຫຼືບໍ່ ບໍຣິການດຳລົງຊີວິດ ຂອງເຂົາເຈົ້າ."
ທ່ານກ່າວຕື່ມວ່າການລົງທຶນຂອງຈີນ ຢູ່ນະຄອນຫຼວງພຣະບາງ ມີໂອກາດເພີ່ມຂຶ້ນເລື້ອຍໆ ຍ້ອນໂຄງການທາງຣົດໄຟ ລາວ-ຈີນ ໃກ້ຈະ ເປີດໃຊ້ໃນປີ 2021 ເຮັດໃຫ້ພວກນັກທຸຣະກິດຈີນ ພາກັນເຂົ້າມາຈັບຈອງເຮັດທຸຣະກິດ ເພື່ອຮອງຮັບນັກທ່ອງທ່ຽວຈີນ ໃນອະນາຄົດ ແລະ ອາດຈະຍາດແຍ່ງ ທຸຣະກິດໂຮງແຮມ ເຮືອນພັກ ຂອງຄົນລາວໄປ.