ເມືອງຕົ້ນເຜິ້ງແດນສວັນ ຂອງ ຈີນ

ອະວາຣີ
2015.08.04
F-Bokeo ເຫຼົ້າບອງຢາ ຊູກໍາລັງ ທີ່ ຊາວຈີນ ນິຍົມ
RFA

ຊາວຈີນ ພາກັນ ມາຫລິ້ນ ການພະນັນ, ທ່ຽວ ໂສເພນີ, ເສພ ຢາເສບຕິດ ແລະ ກິນ ສັດປ່າ ຢູ່ ໂຮງ ຄາຊີໂນ ຢູ່ ເມືອງ ຕົ້ນເຜິ້ງ ແຂວງ ບໍ່ແກ້ວ ນັບມື້ ຫຼາຍຂື້ນ. ອົງການ ຂ່າວ ເອ ແອັຟ ພີ ຣາຍງານ ວ່າ, ຊາວຈີນ ພາກັນ ຫລັ່ງໄຫລ ເຂົ້າມາ ຫລິ້ນ ຄາຊີໂນ ຢູ່ລາວ, ກໍ ເພາະວ່າ ຢູ່ ຈີນ ບໍ່ມີ ຄາຊີໂນ, ຣັຖບານ ຈີນ ຫ້າມ ການພະນັນ ທຸກຢ່າງ. ນັກ ການພະນັນ ຈີນ ມາໂຮງ ຄາຊີໂນ Kings Romans ມື້ລະ ຫຼາຍ ຮ້ອຍຄົນ ໃນເຂດ ເສຖກິດ ພິເສດ ສາມຫຼ່ຽມຄຳ, ເມືອງ ຕົ້ນເຜິ້ງ ແຂວງ ບໍ່ແກ້ວ ຂອງລາວ, ຊຶ່ງ ນັກລົງທຶນ ຈີນ ໄດ້ ສັມປະທານ ເປັນ ເວລາ 99 ປີ.

ພະນັກງານ ຕ້ອນຮັບ ໂຮງ ຄາຊີໂນ Kings Romans ນາງນຶ່ງ ເວົ້າວ່າ, ຊາວຈີນ ມັກຫລິ້ນ ການພະນັນ ຫຼາຍທີ່ສຸດ ໃນໂລກ; ນັກພະນັນ ຈີນ ຫລິ້ນ ຢ່າງ ບໍ່ຢຸດ ທັງຄືນ ທັງເວັນ ຕລອດ 24 ຊົ່ວໂມງ. ອົງການ ຂ່າວ ເອ ແອັຟ ພີ ຣາຍງານ ອີກວ່າ, ນອກຈາກ ຄາຊີໂນ ແລ້ວ ຊາວຈີນ ຍັງມັກ ມາ ທ່ຽວ ຫາກິນ ສັດປ່າ.

ເມື່ອ ຕົ້ນປີ ນີ້ ທາງການ ລາວ ເຂົ້າໄປ ປາບປາມ ການ ຄ້າຂາຍ ສັດປ່າ, ຊິ້ນສ່ວນ ຂອງ ສັດປ່າ, ເຄື່ອງເອ້ ເຮືອນ ທີ່ ເຮັດດ້ວຍ ສັດປ່າ, ແລະ ອາຫານ ສັດປ່າ ຢູ່ ເມືອງ ຕົ້ນເຜິ້ງ, ແຕ່ ການຄ້າ ສັດປ່າ ແລະ ການຂາຍ ອາຫານ ສັດປ່າ ກໍຍັງມີ ຢູ່.

ອີກ ຢ່າງນຶ່ງ ຢູ່ ໃນໂຮງ ຄາຊີໂນ ເມືອງ ຕົ້ນເຜິ້ງ ຍັງເປັນ ສູນການຄ້າ ແລະ ເສພ ຢາເສບຕິດ ໃຫຍ່ ແຫ່ງນຶ່ງ ໃນລາວ, ເພາະຕັ້ງຢູ່ ໃນເຂດ ສາມ ຫລ່ຽມຄຳ ຊຶ່ງ ເປັນເຂດ ທີ່ ມີການຄ້າ ແລະ ຜລິດ ຢາເສບຕິດ ຫຼາຍ ທີ່ສຸດ ແຫ່ງນຶ່ງ ໃນໂລກ, ໂດຍສະເພາະ ຢາບ້າ ແລະ ເຮໂຣອິນ.

ໂສເພນີ ຢູ່ ເມືອງ ຕົ້ນເຜິ້ງ ກໍມີຫຼາຍ ຊຶ່ງ ຍ່າງ ຊອກຫາ ລູກຄ້າ ຕາມຖນົນ ແລະ ເຮັດວຽກ ຢູ່ຕາມ ໂຮງ ອາບ ອົບ ນວດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.