ສະແກມເມີຊາວຈີນ-ຫວຽດນາມ ຢູ່ສາມຫຼ່ຽມຄຳ 183 ຄົນ ຖືກຈັບ

ຈຳປາທອງ
2024.08.09
ສະແກມເມີຊາວຈີນ-ຫວຽດນາມ ຢູ່ສາມຫຼ່ຽມຄຳ 183 ຄົນ ຖືກຈັບ ກຸ່ມແກ້ງຄອນເຊັນເຕີ-ແກ້ງສະແກມເມີ ຫຼື ແກ້ງສໍ້ໂກງທາງໂທລະຄົມ ໃນເຂດເສດຖະກິດພິເສດສາມຫຼ່ຽມຄໍາ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ຖືກເຈົ້າໜ້າທີ່ຈັບ.
ພາບ: ຄວາມສະຫງົບ Lao Security News/ທະວີສັກ

ກຸ່ມແກ້ງຄອນເຊັນເຕີ-ແກ້ງສະແກມເມີ ຫຼື ແກ້ງສໍ້ໂກງທາງໂທລະຄົມ ໃນເຂດເສດຖະກິດພິເສດສາມຫຼ່ຽມຄໍາ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ຍັງສໍ້ໂກງຊັບຂອງຜູ້ຄົນ ຢ່າງຕໍ່ເນື່ອງ ເຖິງວ່າຈະມີການປາບປາມຢ່າງໝັກຢູ່ກໍຕາມ.

ຕໍາຫຼວດລາວ, ຕໍາຫຼວດຈາກຈີນ ແລະຫວຽດນາມ ໄດ້ຮ່ວມມືກັນ ເຂົ້າໄປຕິດ ຕາມ, ກວດກາ ແລະຈັບກຸ່ມດັ່ງກ່າວ ໄດ້ຈໍານວນນຶ່ງ ເປັນຄົນຈີນ ແລະຫວຽດ ນາມ ຮວມກັນເປັນ 183 ຄົນ ແລະທັງພົບຂໍ້ມູນວ່າ ຈໍານນວນນຶ່ງ ໄດ້ລັກເຂົ້າມາ ລາວ ຜ່ານຊ່ອງທາງທໍາມະຊາດ ດັ່ງເຈົ້າໜ້າທີ່ກອງບັນຊາການ ປກສ ແຂວງບໍ່ແກ້ວ ທ່ານນຶ່ງກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 9 ສິງຫານີ້ວ່າ:

ຈີນນີ້ມັນໄປຜ່ານລັດຖະບານລາວ ລັດຖະບານລາວອະນຸຍາດ ເຂົ້າມາມັນກະເອົາສາຍລັບເຂົ້າມາກ່ອນ ແລ້ວມັນກະຫຸບເລີຍໄດ໋ ຕັດສັນຍານໝົດໄດ໋ ການຮ່ວມມືແກ້ອາດສະຍາກໍາກັບຈີນ ມັນມີບົດບັນທຶກສັນຍາກັນເດ້ ມັນເຂົ້າທາງທໍາມະຊາດເດ້ ມັນບໍ່ເຂົ້າປະຕູດ່ານໄດ໋ ເພາະວ່າພວກນີ້ມັນເຄື່ອນໄຫວຜິດລະບຽບກົດໝາຍເນາະ ລັກເຂົ້າມາໂດຍບໍ່ມີໃບຖືກຕ້ອງ ໄດ໋ ລັກເຂົ້າເມືອງຜິດກົດໝາຍແລ້ວມາເຄື່ອນໄຫວ ກະທໍາຜິດຢູ່ລາວນີ້ນ່າ ມີພວກນຶ່ງເປັນຜູ້ໃຫ້ການຮ່ວມມືເຂົາ.

ທ່ານກ່າວຕື່ມວ່າ ເຈົ້າໜ້າທີ່ຕໍາຫຼວດລາວ ແລະຈີນ ໄດ້ເຮັດວຽກຮ່ວມກັນ ແບບ ລັບໆ ເພື່ອບໍ່ໃຫ້ກຸ່ມດັ່ງກ່າວ ຫຼົບໜີໄປໄດ້ ແລະວ່າ ຍັງມີກຸ່ມຄອນເຊັນເຕີ ທີ່ກະຈາຍຢູ່ຕາມຕຶກ ອາຄານຕ່າງໆອີກຫຼາຍ ທີ່ຍັງບໍ່ທັນຈັບໄດ້.

ຕໍາຫຼວດລາວ ແລະຈີນ ສາມາດຈັບກຸ່ມທີ່ວ່າເປັນຄົນຈີນໄດ້ ໃນມື້ວັນທີ 31 ກໍລະກົດ ທີ່ຜ່ານມາ 29 ຄົນ ພ້ອມຂອງກາງ ເປັນຄອມພິວເຕີ ແລະໂທລະສັບ ຈໍານວນນຶ່ງ. ໃນຈໍານວນນັ້ນ 20 ຄົນ ເຂົ້າມາລາວແບບຜິດກົດໝາຍ ແລະ 9 ຄົນ ເປັນຜູ້ຫຼົບໜີຈາກການຈັບກຸມຂອງທາງການຈີນ. ທັງໝົດຖືກສົ່ງຕົວກັບຄືນໄປຈີນ ຜ່ານດ່ານສາກົນບໍ່ເຕັນ-ບໍ່ຫານ ແຂວງຫຼວງນໍ້າທາໃນວັນທີ 3 ສິງຫານີ້.

ແລະຕໍາຫຼວດລາວ ແລະຫວຽດນາມ ກໍໄດ້ຈັບກຸ່ມຄອນເຊັນເຕີຊາວຫວຽດນາມ ໄດ້ 154 ຄົນ ພ້ອມຂອງກາງ ເປັນຄອມພິວເຕີ 20 ເຄື່ອງ ແລະໂທລະສັບ 298 ອັນ ໃນມື້ວັນທີ 2 ສິງຫານີ້. ຄົນທັງໝົດທີ່ຈັບໄດ້ ແມ່ນໄດ້ຖືກມອບໃຫ້ເຈົ້າໜ້າທີ່ຕໍາຫຼວດແຂວງຮ່າຕິງໄປແລ້ວ ໃນວັນທີ 3 ສິງຫານີ້.

ກ່ຽວກັບເລື່ອງທີ່ວ່ານັ້ນ ປະຊາຊົນລາວທີ່ເຮັດວຽກ ຢູ່ໃນເຂດເສດຖະກິດພິເສດສາມຫຼ່ຽມຄໍາ ເວົ້າຕໍ່ວິທຍຸເອເຊັຍເສຣີ ໃນມື້ດຽວກັນນີ້ວ່າ ແຕ່ເດືອນກໍລະກົດ ມາເຖິງປັດຈຸບັນ ເຈົ້າໜ້າທີ່ຕໍາຫຼວດລາວ, ຕໍາຫຼວດຈາກຈີນ ແລະຫວຽດນາມ ໄດ້ເຂົ້າມາກວດກາຫຼາຍຕຶກ ຢ່າງເຂັ້ມງວດ ແລະໄດ້ຈັບກຸ່ມຕອບແຊດໄປທຸກມື້ ທັງຄົນລາວ, ຄົນຈີນ, ຄົນໄທ, ພະມ້າແລະຄົນຫວຽດນາມ.

ແມ່ນໆ ຊ້ວງນີ້ຂະເຈົ້າກວດເຂັ້ມ ຫລາຍໆ ເປັນ 200-300 ຕຶກພຸ້ນນ່າ ພວກເຂົາເຮັດຕອບແຊັດຢູ່ນີ້ກໍ ຂະເຈົ້າກະຈັບກຸມທຸກມື້ນ່າ 2-3 ມື້ກ່ອນນີ້ຂະເຈົ້າກະຈັບ ປາບປາມທັງລາວທັງຈີນທັງໄທ ທັງພະມ້າ ທັງຫວຽດນາມ ຂະເຈົ້າເອົາຕໍາຫລວດເຂົ້າມາຈັບໝົດ.

ແລະປະຊາຊົນລາວອີກຜູ້ນຶ່ງ ທີ່ເຮັດວຽກຢູ່ໃນເຂດເສດຖະກິດດຽວກັນນີ້ ກໍເວົ້າໃນມື້ດຽວກັນນີ້ວ່າ ໃນຕອນກາງຄືນ ຢູ່ເຂດນີ້ ເຕັມໄປດ້ວຍເຈົ້າໜ້າທີ່ຕໍາຫຼວດລາວ ແລະຕໍາຫຼວດຈາກປະເທດອ້ອມຂ້າງ ທີ່ເຂົ້າມາລວດລ້າງກຸ່ມແກ້ງຄອນເຊນເຕີ ແລະວ່າ ສັງເກດເຫັນ ມີຄົນຖືກຈັບໄປຫຼາຍສົມຄວນ ເພາະແຕ່ລະຕຶກ ສ່ວນຫຼາຍ ຈະມີກຸ່ມສໍ້ໂກງທີ່ວ່ານີ້ຫຼາຍຮູບແບບ.

ທ່ານເວົ້າວ່າ ກ່ອນເຈົ້າໜ້າທີ່ຈະມ້າງກຸ່ມສໍ້ໂກງທີ່ວ່ານີ້ໄດ້ ກໍຕ້ອງມີສາຍສືບ ຫຼືມີພະນັກງານ ທີ່ເຮັດວຽກຢູ່ໃນຕຶກນັ້ນ ສົ່ງຂ່າວໃຫ້ຮູ້ກ່ອນ.

ທາງໃນນີ້ມັນຈະເປັນຕຶກທີ່ເຂົາທໍາອອນລາຍ ແຕ່ເຂົ້າໄປແລ້ວ ສ່ວນຫລາຍເຂົາກະຖືກຈັບ ຄົນຢູ່ທາງໃນເຂົາກະສາມາດໃຫ້ເບາະແສໄດ້ ກະຄືວ່າເຮັດຢູ່ໃສ ຢູ່ໃນກາຊີໂນບໍ່ ບ່ອນໃດກະແນ່ນອນວ່າພະນັກງານຢູ່ໃນບໍລິສັດ ມັນຈະຕ້ອງມີອອກມີເຂົ້າກັນຢູ່ແລ້ວ.

ກ່ຽວກັບເລື່ອງດັ່ງກ່າວ ເຈົ້າໜ້າທີ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ ເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 9 ສິງຫານີ້ວ່າ ການປາບປາມກຸ່ມສໍ້ໂກງຊັບທາງໂທລະຄົມ ແລະອາດຊະຍາກໍາອື່ນໆ ໃນເຂດເສດຖະກິດພິເສດສາມຫຼ່ຽມ ຄໍາ ຖືວ່າ ເປັນປະກົດການຍໍ້ທໍ້ ທີ່ລັດຖະບານໃຫ້ຄວາມສໍາຄັນທີ່ສຸດ ແລະທາງສູນກາງ ໄດ້ສັ່ງໃຫ້ກອງບັນຊາການ ປກສ ແຂວງ, ໜ່ວຍປ້ອງກັນຊາດຢູ່ແຂວງບໍ່ແກ້ວ ຮ່ວມມືກັບເຈົ້າໜ້າທີ່ຕໍາຫຼວດຈີນ, ຫວຽດນາມ ແລະໄທ ໃນການມ້າງກຸ່ມສໍ້ໂກງທີ່ວ່ານັ້ນ ໃຫ້ໝົດໄປໂດຍໄວ ແລະວ່າ ບັນຫາດັ່ງກ່າວ ເກີດຂື້ນທຸກມື້ ແຕ່ຕໍາຫຼວດແຂວງບໍ່ແກ້ວ ກໍແກ້ໄຂໄດ້.

ຄືຢູ່ສູນກາງບັນຊາໂດຍກົງ ມາຫາພະແນກຢູ່ແຂວງດຽວນີ້ ເພາະວ່າວຽກບັນຫາຕົວນີ້ມັນກະເກີດຂື້ນທຸກມື້ຫັ້ນນະ ກະບໍ່ໜັກສາຫັດ ຕໍາຫຼວດຢູ່ແຂວງບໍ່ແກ້ວ ຂະເຈົ້າແກ້ໄຂໄດ້ຫັ້ນນະ.”

ຢູ່ປະເທດລາວ ແລະປະເທດອ້ອມຂ້າງ ຮູບແບບການສໍ້ໂກງຊັບ ທາງໂທລະຄົມ ແມ່ນມີຫຼາຍຢ່າງ ເຊັ່ນ ການໂຄສະນາຂາຍເລກ 6 ໂຕ ທັງເລກລາວ, ເລກຫວຽດນາມແລະເລກໄທ ຜ່ານການສົ່ງຂໍ້ຄວາມ ທາງວ໊ອດແອ໊ບ (WhatsApp). ຖ້າຕ້ອງການຖືກເລກ 6 ໂຕ ກໍຕ້ອງໄດ້ໂອນເງິນໃຫ້ກຸ່ມຄອນເຊນເຕີ ເພື່ອລົງທະບຽນ. ແຕ່ສຸດທ້າຍ ບໍ່ຖືກທັງເລກ, ບໍ່ໄດ້ທັງເງິນ.

ຮູບແບບ ການໂຄສະນາປ່ອຍເງິນກູ້ທາງອອນລາຍ ກຸ່ມດັ່ງກ່າວ ໄດ້ປອມເຟສບຸກ ຂອງທະນາຄານຕ່າງໆໃນລາວ ເປັນຕົ້ນທະນາຄານ JDB, ທະນາຄານພັດທະນາລາວ, ທະນາຄານສົ່ງເສີມກະສິກໍາ, ການກູ້ຢືມບໍ່ມີຫຼັກຊັບຄໍ້າປະກັນ, ພຽງແຕ່ໃຊ້ບັດປະຈໍາຕົວ ຫຼືສໍາມະໂນຄົວ.

ຮູບແບບ ເປີດບໍລິສັດເປັນສາກບັງໜ້າ ກູ້ຢືມເງິນ ຫຼືຝາກເງິນ ໂດຍໃຫ້ດອກເບ້ຍສູງກວ່າທະນາຄານ ແລ້ວຫອບເງິນໜີໄປ.

ແລະທັງແອບອ້າງ ເປັນພະນັກງານຂອງທະນາຄານໃດນຶ່ງ ແຈ້ງໃຫ້ລູກຄ້າວ່າ ບັນຊີເງິນຂອງທ່ານ ບໍ່ສາມາດເຄື່ອນໄຫວໄດ້ ຕ້ອງໄດ້ປະກອບຂໍ້ມູນ ນໍາທະນາ ຄານຄືນໃໝ່ ເປັນຕົ້ນ ບັດປະຈໍາຕົວ, ບັນຊີເງິນ, ລະຫັດບັນຊີ...ເມື່ອເຂົາໄດ້ຂໍ້ມູນຄົບແລ້ວ ເຂົາກໍຈະໂອນເງິນຂອງຜູ້ກ່ຽວອອກ ໂດຍບໍ່ຮູ້ສາເຫດ.

ໃນປີ 2024 ນີ້ ສປປລາວ ໄດ້ສົ່ງພວກສໍ້ໂກງທີ່ວ່ານັ້ນ ກັບຄືນປະເທດແລ້ວ ຫຼາຍຮ້ອຍຄົນ. ສະເພາະໃນເດືອນກຸມພາທີ່ຜ່ານມາ ໄດ້ມອບຕົວຄົນຈີນ ທີ່ເປັນຜູ້ຕ້ອງ ຫາສໍ້ໂກງຊັບທາງໂທລະຄົມ ກັບຄືນປະເທດ 268 ຄົນ. ແລະໃນເດືອນເມສາທີ່ຜ່ານມາ ກໍໄດ້ມອບສົ່ງຜູ້ຕ້ອງຫາຄົນຈີນຕື່ມອີກ 250 ຄົນ. ຜູ້ຕ້ອງຫາທັງໝົດຖືກຈັບໄດ້ຢູ່ໃນເຂດເສດຖະກິດພິເສດສາມຫຼ່ຽມຄໍາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.