ເຈົ້າໜ້າທີ່ເລັ່ງສອບສວນ ຄົນຈີນ ໃຊ້ເງິນປອມ
2019.04.18
ເຈົ້າໜ້າທີ່ຕໍາຣວດ ແຂວງຫລວງພຣະບາງ ສອບສວນ ຄົນຈີນ 3 ຄົນ ທີ່ໃຊ້ເງິນປອມ ຈໍານວນ 1 ລ້ານ 6 ແສນກີບ ມາຊື້ເຄື່ອງຢູ່ຕລາດ ນະຄອນຫລວງພຣະບາງ ໃນຣະຍະບຸນປີໃໝ່ລາວ ເພື່ອສືບຫາເຄືອຂ່າຍ ທີ່ຮ່ວມຂະບວນການ ແລະ ຫົວໂປ່ ຊື່ງຄາດວ່າ ຈະມີອີກໃນລາວ, ອີງຕາມຄໍາເວົ້າ ຂອງເຈົ້າໜ້າທີ່ຕໍາຣວດ ແຂວງຫລວງພຣະບາງ ຕໍ່ວິທຍຸເອເຊັຍເສຣີ ໃນວັນທີ່ 17 ເມສາ ນີ້:
”ຄົນຈີນມາຢູ່ນີ້ກໍບໍ່ດົນ ແຕ່ອາດຈະຢູ່ບ່ອນອື່ນມາກ່ອນ ຫລວງພຣະບາງ ເຈົ້າໜ້າທີ່ ຕ.ມ. ຈັບໄປນະ ຕາມຣາຍງານ ກໍແມ່ນຜູ້ຮ່ວມຂະບວນ ການຕ່າງໆ, ອາດຈະມີຕື່ມອີກ ແຕ່ກໍຍັງບໍ່ຮູ້ ເພາະວ່າຣາຍລະອຽດ ແມ່ນຍັງສືຍສວນຢູ່ ແຕ່ຄ້າດີປອມແປງໜັກນະ.”
ຣາຍງານວ່າ ຄົນຈີນ 3 ຄົນ ທີ່ຖືກຈັບນັ້ນ ເປັນຄົນແຂວງຢູນ່ານ ເປັນຊາຍສອງຄົນ ແລະແມ່ຍິງ 1 ຄົນ ເຄີຍເຂົ້າມາທ່ຽວ ຢູ່ແຂວງອຸດົມໄຊ ຫລາຍເທື່ອແລ້ວ ແລະປັຈຈຸບັນ ທາງເຈົ້າໜ້າທີ່ ຍັງກັກຕົວຜູ້ຕ້ອງຫາທັງ 3 ຄົນ ຢູ່ຫ້ອງການປ້ອງກັນ ຄວາມສງົບ ແຂວງຫລວງພຣະບາງ ເພື່ອສືບສວນຕື່ມວ່າ ມີຜູ້ຮ່ວມຂະບວນການຕື່ມບໍ່, ເນື່ອງຈາກເບິ່ງຕາມຂອງກາງທີ່ຍຶດໄດ້ ນອກຈາກເງິນ 1 ລ້ານ 6 ແສນກີບ ທີ່ຄົນຮ້າຍ ນໍາມາໃຊ້ແລ້ວ ຍັງມີເງິນກີບປອມ ໃບລະ1 ແສນກີບ ແລະ ໃບ 50 ພັນກີບ ຮວມຢູ່ຫລາຍສິບ ລ້ານກີບ.
ເຈົ້າໜ້າທີ່ ກ່າວຕື່ມວ່າ ກ່ຽວກັບຄະດີນີ້ ເບື້ອງຕົ້ນ ຕໍາຣວດໄດ້ຕັ້ງຂໍ້ກ່າວຫາ; ຮ່ວມກັນປອມແປງທະນາບັດລາວ, ແລະວ່າຫລັງຈາກ ສອບສວນແຫລ່ງທີ່ມາ ຂອງເງິນກີບປອມ ແລະສືບຫາເຄືອຂ່າຍໄດ້ແລ້ວ ທາງການລາວ ຈະແຈ້ງໄປຍັງ ສະຖານທູດຈີນ ໃຫ້ມາຮັບຮູ້ ເພື່ອຫາຣືວ່າ ຈະເຮັດແນວໃດ ໃນຂັ້ນຕໍ່ໄປ.
ຢ່າງໃດກໍຕາມ ຄະດີດ່ັງກ່າວ ເກິດຂຶ້ນຢູ່ຕລາດຫລວງພຣະບາງ ໃນວັນທີ 14 ເມສາ ຕອນມື້ເວັນ ຂນະທີ່ ນັກທ່ອງທ່ຽວ ແລະ ປະຊາຊົນ ກໍາລັງຫລິ້ນນໍ້າ ສົງການຢ່າງຝົດຟື້ນກັນຢູ່ ມີ ຄົນຮ້າຍ 3 ຄົນໄດ້ ນໍາເງິນກີບປອມ ມາຊື້ເຄື່ອງນຸ່ງ ແຕ່ເງິນດັ່ງກ່າວ ເມື່ອຖືກນໍ້າ ໂຕເລັກ ກໍຈາງຫາຍໄປ ເມື່ອເປັນເຊັ່ນນັ້ນ ແມ່ຄ້າຂາຍເຄື່ອງນຸ່ງ ຈິ່ງຟ້າວແຈ້ງໄປຍັງເຈົ້າໜ້າທີ່ຕໍາຣວດ ໜ່ວຍຮັກສາຄວາມເປັນຣະບຽບຮຽບຮ້ອຍ ໃນງານບຸນ ແລ້ວໃນທີ່ສຸດ ກໍສາມາດ ຈັບ ຄົນຮ້າຍ 3 ຄົນ ທີ່ເປັນ ຄົນຈີນນັ້ນໄດ້.