ຊາວບ້ານ ຍັງບໍ່ຮັບຄ່າຊົດເຊີຍ ຍ້ອນໄດ້ໜ້ອຍ ຈາກໂຄງການ ສີທັນດອນ

ຈຳປາທອງ
2024.04.23
ຊາວບ້ານ ຍັງບໍ່ຮັບຄ່າຊົດເຊີຍ ຍ້ອນໄດ້ໜ້ອຍ ຈາກໂຄງການ ສີທັນດອນ ບໍລິສັດ ລາວພາກໃຕ້ ກໍ່ສ້າງ ຈຳກັດ ໃນເຂດເສດຖະກິດໃໝ່ ສີທັນດອນ ເມືອງໂຂງ ແຂວງຈຳປາສັກ. ເດືອນສິງຫາ ປີ 2023.
RFA

ປະຊາຊົນຈໍານວນນຶ່ງ ຢູ່ບ້ານ ເສັດເຕົາເຫລັກ, ບ້ານ ບຶງງາມ ແລະບ້ານ ທ່າຄໍ້ ເມືອງໂຂງ ແຂວງຈໍປາສັກ ທັງໝົດປະມານ 200 ຄອບຄົວ ທີ່ໄດ້ເສຍດິນ ຮວມທັງດິນປູກຝັງ ແລະຖືກໃຫ້ໂຍກຍ້າຍອອກໄປຢູ່ບ່ອນໃໝ່ ຍ້ອນເຂດເສດ ຖະກິດພະເສດສີທັນດອນ ຫລື ເຂດເສດຖະກິດໃໝ່ສີທັນດອນ ໄລຍະທໍາອິດ ຂອງບໍລິສັດ ຮ່ວມພັດທະນາສີທັນດອນຈໍາກັດຂອງຈີນ ກວມເອົານັ້ນ ຍັງຄັດ ຄ້ານ ບໍ່ຍອມຮັບເອົາເງິນ ຄ່າຊົດເຊີຍຄວາມເສັຍ ຍ້ອນໃຫ້ໜ້ອຍ ຄືປະມານແຕ່ 50 ລ້ານກີບ ໄປຫາ 1 ຕື້ກີບ ຂື້ນຢູ່ກັບຂະໜາດຂອງເນື້ອທີ່ດິນ ທີ່ເສັຍຫາຍຂອງແຕ່ລະຄອບຄົວ. ຊາວບ້ານພາກັນເວົ້າວ່າ ຄ່າຊົດເຊີຍຄວາມເສຍຫາຍນັ້ນ ບໍ່ສົມເຫດບໍ່ສົມຜົນ. ຂະນະນີ້ຢູ່ໃນລະຫວ່າງການໄກ່ເກ່ຽ ກັນຢູ່ ດັ່ງເຈົ້າໜ້າທີ່ທ້ອງຖິ່ນ ຢູ່ເມືອງໂຂງ ແຂວງຈໍາປາສັກຜູ້ນຶ່ງ ເວົ້າຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 22 ເມສານີ້ວ່າ:

“ຄໍາຕອບຂອງຊາວບ້ານ ເຂດເມືອງໂຂງ ມູນຄ່າສໍາປະທານນີ້ມັນຕໍ່າ ມັນເປັນດິນໂຄກ ດິນກະສິກໍາ ດິນປູກຝັງ ປະຊາຊົນມັນກະ ເຂົາກະຢາກໄດ້ຫລາຍຫັ້ນແຫລະເນາະ.”

ມາເຖິງປັດຈຸບັນ ໃນຈໍານວນ 8 ບ້ານ ທີ່ໄດ້ເສຍດິນທໍາການກະເສດ ໃຫ້ບໍລິ ສັດຈີນສ້າງສະໜາມກ໊ອບນັ້ນ ມີພຽງບ້ານດຽວ ຄືບ້ານທ່າມ່ວງ ຈໍານວນ 35 ຄອບຄົວ ທີ່ໄດ້ຮັບເອົາເງິນຄ່າຊົດເຊີຍໄປແລ້ວທັງໝົດ 13 ຕື້ກີບ. ສ່ວນຄ່າຊົດເຊີຍດິນປຸກສ້າງ ແມ່ນຍັງຢູ່ໃນລະຫວ່າງການສໍາຫລວດຂໍ້ມູນ ແລະຈະໃຫ້ຄ່າຊົດເຊີຍໃນຄັ້ງຕໍ່ໄປ.

ຊາວບ້ານຜູ້ນຶ່ງຢູ່ເມືອງໂຂງ ເວົ້າໃນມຶ້ດຽວກັນນີ້ວ່າ ບໍ່ມີຊາວບ້ານຄົນໃດ ຍອມ ຮັບເອົາເງິນຄ່າຊົດເຊີຍ ເພາະໃຫ້ລາຄາຕໍ່າຫລາຍ ບໍ່ສົມເຫດບໍ່ສົມຜົນ, ຖ້າຮັບເອົາ ກໍຖືວ່າເສັຍປຽບໜັກ ຍ້ອນຈະເສຍດິນທໍາການກະເສດ, ເສຍອາຊີບ, ເສັຍເຮືອນ, ຊາວບ້ານຈະສູນເສຍໝົດທຸກຢ່າງ ໂດຍທີ່ຈະບໍ່ໄດ້ຜົນປະໂຫຍດຫຍັງ ຈາກໂຄງການຂອງບໍລິສັດຈີນນັ້ນ.

ສໍາລັບທ່ານເອງ ທີ່ເສຍດິນທໍາການກະເສດ 12 ເຮັກຕາ ໄດ້ຮັບການປະເມີນຄ່າຊົດເຊີຍ ປະມານ 110 ລ້ານກີບຕໍ່ເຮັກຕາ, ແຕ່ລາຄາຊື້-ຂາຍດິນກັນໂດຍທົ່ວໄປໃນປັດຈຸບັນ ແມ່ນຢູ່ທີ່ປະມານ 200 ຫາ 500 ລ້ານກີບຕໍ່ເຮັກຕາ ດັ່ງທີ່ທ່ານກ່າວຕໍ່ວິທຍຸເອເຊັຍເສຣີວ່າ:

“ຕໍ່າແລ້ວ ເຂົາບໍ່ພ້ອມແຫລະ ບາງຄົນເຂົາກະບໍ່ພ້ອມ ຄືນາຂ້ອຍຈັ່ງຊີ້ນີ້ ຂ້ອຍບໍ່ພ້ອມ ເອີດິນຂ້ອຍ 12 ເຮັກຕ້າຈັ່ງຊີ້ນ່າ ເຂົາກະໃຫ້ຂ້ອຍບໍ່ສົມ ເຮັກຕ້ານຶ່ງ 110 ລ້ານກີບ.”

ແລະປະຊາຊົນຢູ່ເມືອງໂຂງອີກຜູ້ນຶ່ງ ກໍເວົ້າໃນມື້ດຽວກັນນີ້ວ່າ ຊາວບ້ານທີ່ໄດ້ຮັບຜົນກະທົບ ຮູ້ສຶກຫົດຫູ່ໃຈຫລາຍ, ສູນເສຍທີ່ດິນທໍາການກະເສດ, ບໍ່ມີນາປູກເຂົ້າ, ບໍ່ມີບ່ອນລ້ຽງສັດ, ບໍ່ມີບ່ອນຫາປາ ແລະທັງບໍ່ຮູ້ຮອດວ່າ ຈະຖືກໃຫ້ໂຍກຍ້າຍມື້ໃດ, ມັນກະທົບຫລາຍ.

“ກະທົບເຮົາກໍຢູ່ໃນຈຸດນີ້ ພວກເຮົານີ້ຍາມນາເຮົາກະເຮັດນາກິນເອງ ຫາປານໍ້າຂອງ ເພິ່ງພາເຮົາເອງ ກະພໍຢູ່ໄປ ເພິ່ນເຂົ້າມາລົງທຶນ ມັນບໍ່ໜ້າສິເປັນເນາະ ຫຍູ້ງຕາຍແລ້ວ.”

ເພື່ອຂໍຮູ້ເລື່ອງການໄກ່ເກ່ຽຄ່າຊົດເຊີຍຄວາມເສຍຫາຍຂອງປະຊາຊົນ ທີ່ໄດ້ຮັບຜົນກະທົບ ທັງທີ່ດິນ ແລະຜົນລະປູກ ຈາກໂຄງການ ເຂດເສດຖະກິດໃໝ່ສີ ທັນດອນຂອງຈີນນັ້ນ ວິທຍຸເອເຊັຍເສຣີ ໄດ້ພະຍາຍາມຕິດຕໍ່ ໄປຫາພາກສ່ວນທາງການທີ່ກ່ຽວຂ້ອງ ທັງຜະແນກກະສິກໍາ ແລະປ່າໄມ້ ແລະຜະແນກຊັບພະ  ຍາກອນທໍາມະຊາດ ແລະສິ່ງແວດລ້ອມ ແຂວງຈໍາປາສັກ ແຕ່ບໍ່ມີເຈົ້າໜ້າທີ່ທ່ານໃດ ສາມາດໃຫ້ຂໍ້ມູນໄດ້.

ປັດຈຸບັນ ໂຄງການສ້າງເຂດເສດຖະກິດໃໝ່ສີທັນດອນ ໄລຍະທໍາອິດ ຢູ່ໃນລະຫວ່າງການກໍ່ສ້າງ ຕຶກຕິບເຂົ້າ, ໂຮງແຮມ ແລະສະໜາມກ໊ອບ ຊຶ່ງກວມເອົາເນື້ອທີ່ 541 ເຮັກຕາ, ການສ້າງສາງສິນຄ້າ ໃນເນື້ອທີ່ 15 ເຮັກຕາ, ເຮັດ  ໜອງປາ 100 ເຮັກຕາ ແລະສ້າງບ້ານຈັດສັນໃໝ່ ໃນເນື້ອທີ່ 66 ເຮັກຕາ, ໂຄງການໃດແລ້ວກ່ອນ ກໍຈະເປີດກິດຈະການໄປນໍາ ດັ່ງພະນັກງານ ທີ່ເຮັດວຽກຢູ່ບໍລິສັດ ຮ່ວມພັດທະນາສີທັນດອນຈໍາກັດຂອງຈີນ ນາງນຶ່ງ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 22 ເມສານີ້ວ່າ:

“ສໍາລັງໂຮງແຮມ... ແມ່ນຈະເລີ່ມເປີດໃຫ້ບໍລິການ ປະມານກາງເດືອນໜ້າ ສ່ວນສະໜາມກ້ອບ ຈະເປັນປະມານທ້າຍປີ ຄັນວ່າບໍ່ມີຫຍັງປ່ຽນແປງ ແຕ່ວ່າຕອນນີ້ ແມ່ນພວກເຮົາສ້າງແຕ່ຕຶກຕິບເຂົ້າຊື່ໆ ກະປະມານທ້າຍປີໜ້າພຸ້ນແຫລະ”

ການກໍ່ສ້າງ ຂອງໂຄງການ ເຂດພັດທະນາເສດຖະກິດໃໝ່ສີທັນດອນ ແບ່ງອອກເປັນ 5 ໄລຍະ ຊຶ່ງຂະນະນີ້ຢູ່ໃນລະຫວ່າງການກໍ່ສ້າງໄລຍະທໍາອິດ ຢູ່ເຂດບ້ານ ທ່າຄໍ້, ກໍ່ສ້າງຕຶກຕິບເຂົ້າ ແລະຕຶກແຄນຄູ່.

ບ້ານ ເສັດເຕົາເຫລັກ, ບ້ານ ບຶງງາມ ເປັນຈຸດສ້າງສະໜາມກ້ອບ, ໂຮງແຮມ ແລະໂຄງຮ່າງພື້ນຖານຕ່າງໆ ລວມມູນຄ່າຫລາຍກວ່າ 34 ລ້ານໂດລາສະຫະຣັຖ, ໄດ້ເລີ່ມກໍ່ສ້າງມາຕັ້ງແຕ່ທ້າຍປີ 2019 ແລະຄາດວ່າ ຈະສ້າງສໍາເລັດໃນທ້າຍປີ 2025.

ເຂດພັດທະນາເສດຖະກິດໃໝ່ສີທັນດອນ ເປັນໂຄງການຕາມຂໍ້ລິເລີ່ມ “ນຶ່ງແລວ ນຶ່ງເສັ້ນທາງ” ຂອງລັດຖະບານຈີນ, ເປັນໂຄງການໃຫຍ່ ກວມເອົາທັງດິນ, ດອນ, ແລະແມ່ນໍ້າຂອງ ໃນເນື້ອທີ່ທັງໝົດເກືອບເຖິງ 10,000 ເຮັກຕາ. ບໍລິສັດລົງທຶນ ມະຫານະທີສີທັນດອນ ຮົງກົງ (Laos Maha Nathi Sithandone (Hong Kong) Investment) ແລະບໍລິສັດກໍ່ສ້າງຂົວ ແລະທາງ Sole (LTV Road and Bridge Construction Sole) ໄດ້ເຊັນສັນ ຍາສ້າງຕັ້ງບໍລິສັດ ທີ່ໃຫ້ຊື່ວ່າ ບໍລິສັດ ຮ່ວມພັດທະນາສີທັນດອນ ຈໍາກັດ ໃນປີ 2024 ໂດຍມີລັດຖະບານລາວ ເປັນຜູ້ເຊັນ MOU.

ເຂດພັດທະນາເສດຖະກິດໃໝ່ສີທັນດອນ ຈະປະກອບດ້ວຍທີ່ຢູ່ອາໄສ, ສະຖານ ທີ່ທ່ອງທ່ຽວ, ໂຮງແຮມ, ໂຮງສາຍຮູບເງົາ, ສະຖານທີ່ດໍາເນີນທຸລະກິດ, ສະ ຖານທີ່ວາງສະແດງ, ໂຮງຮຽນ, ໂຮງໝໍ, ບ່ອນພັກຜ່ອນເຊີງນິເວດ, ການຄ້າຊາຍແດນ ເພື່ອສ້າງເປັນເມືອງທ່ອງທ່ຽວສາກົນໃໝ່ ທີ່ມີນິຄົມອຸດສາຫະກໍາຫລາຍ. ມູນຄ່າການລົງທຶນທັງໝົດ 9 ຕື້ໂດລາສະຫະຣັຖ, ໄລຍະສໍາປະທານ 50 ປີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.