ທາງການລາວ ແລະພາກສ່ວນທີ່ກ່ຽວຂ້ອງ ສະໜັບສະໜູນໃຫ້ຄົນງານລາວ ທີ່ເດີນທາງກັບປະເທດລາວ ໃນໄລຍະງານສະເຫຼີມສະຫຼອງ ບຸນປີໃໝ່ລາວ ປະຈໍາປີ 2024 ພະຍາຍາມຊອກຫາວຽກເຮັດງານທໍາ ຢູ່ພາຍໃນປະເທດ ແທນການເດີນທາງ ໄປເຮັດວຽກຢູ່ໄທ ຂະນະທີ່ ໃນອາທິດທີ່ຜ່ານມາ ຄົນງານລາວຈໍານວນຫຼາຍ ໄດ້ທະຍອຍເດີນທາງກັບປະເທດໄທແລ້ວ ເພື່ອກຽມພ້ອມ ສໍາລັບເຮັດວຽກ, ດັ່ງຊາວມົ້ງລາວ ຢູ່ນະຄອນຫຼວງວຽງຈັນ ທີ່ກໍາລັງຈະເດີນທາງໄປວຽກຢູ່ປະເທດໄທ ນາງໜຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 23 ເມສາ 2024 ນີ້ວ່າ:
"ອ່າ ແບບຢູ່ໂຮງງານກະໄດ້ ອະນາໄມກະໄດ້ ໂດຍ ແມ່ນ ຍ້ອນຄ່າຈ້າງມັນໜ້ອຍ ອ່າ ກໍຕົກປະມານ 2 ລ້ານ ກີບຕໍ່ເດືອນ ໂດຍ ແມ່ນ ຍ້ອນລາຍໄດ້ ມັນເກັບເງິນໄດ້ຫັ້ນນ່າ ແມ່ນ ຄ່າໃຊ້ຈ່າຍມັນຫຼາຍ ແລ້ວເງິນເດືອນໜ້ອຍ ຄ່າໃຊ້ຈ່າຍມັນຫຼາຍ ມັນເກັບເງິນບໍ່ໄດ້ ຫຼາຍຢູ່ ຄົນ (ເດີນທາງກັບ) ໄປເຮັດວຽກຢູ່ໄທ ກໍ່ຫຼາຍຢູ່ໃດ໋ ຄົນລາວນ່າ."
ນາງກ່າວຕື່ມວ່າ ໃນໄລຍະ 3-4 ປີ ທີ່ຜ່ານມານີ້, ປະເທດລາວ ປະສົບບັນຫາດ້ານເສດຖະກິດ-ການເງິນ ເຮັດໃຫ້ອັດຕາເງິນກີບຂອງລາວ ຫຼຸດຄ່າລົງເລື້ອຍໆ ເມື່ອທຽບກັບເງິນບາດໄທ ຂະນະທີ່ ຄ່າຈ້າງແຮງງານ ມີຄ່າຫຼຸດລົງຄືກັນ ແລະເຖິງແມ່ນວ່າ ທາງການລາວ ແລະພາກສ່ວນທີ່ກ່ຽວຂ້ອງ ຈະຄ່ອຍໆປັບຂຶ້ນ ຄ່າແຮງງານຂັ້ນຕໍ່າ ຈາກ 1,100,000 ກີບຕໍ່ເດືອນ ເປັນ 1,600,000 ກີບຕໍ່ເດືອນ, ແຕ່ຢ່າງໃດກໍ່ຕາມ ອັດຕາຄ່າຈ້າງແຮງງານດັ່ງກ່າວນີ້ ຍັງຖືວ່າໜ້ອຍຫຼາຍ ແລະບໍ່ສາມາດ ຊ່ອຍໃຫ້ຄົນງານລາວ ທ້ອນເງິນສໍາລັບໃຊ້ນາອະນາຄົດ ຫຼື ມີຄຸນນະພາບຊີວິດ ທີ່ດີຂຶ້ນໄດ້ເທື່ອ.
ນັບແຕ່ມື້ວັນທີ 17-18 ເດືອນເມສາ 2024 ທີ່ຜ່ານມາ ຈົນມາຮອດມື້ນີ້ (ວັນທີ 23 ເດືອນເມສາ 2024) ຍັງມີຄົນງານລາວຈໍານວນຫຼາຍ ໄດ້ທະຍອຍຈອງປີ້ລົດໂດຍສານ ເພື່ອເດີນທາງກັບໄປເຮັດວຽກ ຢູ່ປະເທດໄທ ເຊິ່ງສ່ວນຫຼາຍ ແມ່ນມີປາຍທາງ ຢູ່ຫຼາຍເມືອງ ໃນນະຄອນຫຼວງວບາງກອກ, ດັ່ງເຈົ້າໜ້າທີ່ ທີ່ເຮັດວຽກກ່ຽວກັບການຂົນສົ່ງ ບໍລິເວນ ຊາຍແດນລາວ-ໄທຍ ຢູ່ນະຄອນຫຼວງວຽງຈັນ ທ່ານໜຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
"ໂດຍ ທະຍອຍກັບຫຼາຍແລ້ວ ອ່າ ເພິ່ນທະຍອຍກັບນີ້ ກໍ່ແມ່ນປະມານ ວັນທີ 17-18 ຫັ້ນນ່າ ອໍ ການເດີນທາງຫຼຸດໜ້ອຍລົງບໍ່ ມັນກໍ່ເລີ່ມໜ້ອຍລົງແລ້ວໃດ໋ ກໍ່ຄົນ ທັງແຮງງານລາວ ໄປເຮັດວຽກຢູ່ໄທປີນີ້ ມັນບໍ່ໄດ້ກັບບ້ານຫຼາຍ ມັນມີຫຼາຍ ຫຼາຍບ່ອນກັບ ແມ່ນ ມັນມີຫຼາຍທາງກັບ ອໍ ບ່ອນໄປມັນຈະມີຫຼາຍແຍກ ສ່ວນຫຼາຍເພິ່ນກໍ່ ມຸ້ງໜ້າຊິໄປກຸງເທບ (ນະຄອນຫຼວງບາງກອກ) ແມ່ນແລ້ວ ບ່ອນກັບມັນມີຫຼາຍ ມີຢູ່ສະຫວັນກໍ່ມີ ປາກເຊກໍ່ມີ ນະຄອນຫຼວງກໍ່ມີ ອໍ ຢູ່ວຽງ ນີ້ປະມານ ປີ້ (ລາຄາປີ້ ຈາກນະຄອນຫຼວງວຽງຈັນ ໄປນະຄອນຫຼວງບາງກອກ) ປີ້ໜຶ່ງ 900 (ບາດ) ຢູ່ວຽງ."
ອີງຕາມການລາຍງານ ຂອງກຸ່ມວຽກພັດທະນາ ລະບົບຄວບຄຸມການເຮັດວຽກ ຂອງຄົນງານຕ່າງດ້າວ ສໍານັກບໍລິຫານແຮງງານຕ່າງດ້າວ ກະຊວງແຮງງານຂອງໄທ ສະບັບ ເດືອນມີນາ ປີ 2024 ລະບຸວ່າ ປັດຈຸບັນ ມີຄົນງານລາວ ທີ່ເຮັດວຽກຢູ່ປະເທດໄທ ສະເພາະ ແບບຖືກກົດໝາຍ ມີຈໍານວນ 261,054 ຄົນ ໃນນີ້ ແມ່ນເຮັດວຽກ ຢູ່ນະຄອນຫຼວງບາງກອກ 69,392 ຄົນ, ແຂວງນົນທະບູລີ 10,650 ຄົນ, ຊົນບູລີ 10,263 ຄົນ, ປະທຸມທານີ 8,931 ຄົນ, ສະໝຸດປາການ 6,771 ຄົນ, ຈັນທະບູລີ 6,280 ຄົນ ແລະ ສະໝຸດສາຄອນ 6,248 ຄົນ.
ໃນແຕ່ລະປີ ຄົນງານລາວ ທີ່ເດີນທາງກັບໄປເຮັດວຽກຢູ່ໄທ ສ່ວນຫຼາຍ ແມ່ນຈະຕັດສິນໃຈ ເດີນທາງກັບປະເທດລາວ ໃນໄລຍະງານບຸນປີໃໝ່ສາກົນ, ງານບຸນປີໃໝ່ລາວ ລວມເຖິງ ໄລຍະ ເດືອນພຶດສະພາ ຫາເດືອນມິຖຸນາ ຂອງທຸກປີ ເພີ່ມຕື່ມ ຍ້ອນເປັນລະດູການ ເຮັດການກະເສດ, ດັ່ງພະນັກງານຂັບລົດຂົນສົ່ງຜູ້ໂດຍສານ ລະຫວ່າງປະເທດລາວ-ໄທຍ ຢູ່ແຂວງສະຫວັນນະເຂດ ທ່ານໜຶ່ງ ກ່າວວ່າ:
"ກັບຫຼາຍກວ່າປີກາຍ ອື້ ຊ່ວງໃດ ກໍ່ຊ່ວງກ່ອນ ກ່ອນເຮັດນາ ຊ່ວງຫຼັງຈາກການເກັບໝາກໄມ້ສໍາລັດ ກໍ່ເດືອນພຶດສະພາ, ມິຖຸນາ ນີ້ແຫຼະ ໝົດລະດູໝາກໄມ້ເນາະ ອັນນັ້ນເຂົາ ເຂົາອັນນັ້ນແລ້ວ ເຂົາເລີ່ມກັບ (ໄປເຮັດວຽກຢູ່ໄທ) ມັນຈະໝົດແລ້ວເນາະ."
ເຖິງແມ່ນວ່າ ໃນປີ 2024 ນີ້ ຈະມີຄົນງານລາວ ເດີນທາງຈາກປະເທດໄທ ກັບມາຍັງປະເທດລາວ ແລະເດີນທາງ ຈາກປະເທດລາວ ກັບໄປຍັງປະເທດໄທ ຂ້ອນຂ້າງຫຼາຍ ໃນໄລຍະບຸນປີໃໝ່ ແຕ່ຢ່າງໃດກໍຕາມ ພັດຍັງເປັນອັດຕາທີ່ໜ້ອຍຫຼາຍ ເມື່ອທຽບໃສ່ ກ່ອນການແຜ່ລະບາດຂອງໂຄວິດ-19, ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຢູ່ບໍລິເວນ ຈຸດຜ່ານແດນ ຖາວອນ ບ້ານປາກແຊງ ເມືອງນາຕານ ແຂວງ ອຸບົນລາດຊະທານີ ທ່ານໜຶ່ງ ກ່າວວ່າ:
"ອໍ ມື້ນີ້ ບໍ່ໄດ້ຂາຍເລີຍ (ປີ້ລົດໂດຍສານກັບໄທ) ເດີ້ ມັນແບບ ມະຍ່ອມ ມະແຍ່ມເດີ້ ແມ່ນໆ ຕັ້ງແຕ່ຊ່ວງໂຄວິດ-19 ມານີ້ ເຮົາກໍ່ບໍ່ຄ່ອຍ ເຂົາກໍ່ບໍ່ຄ່ອຍກັບປານໃດ."
ສໍາລັບການເດີນທາງ ກັບໄປເຮັດວຽກຢູ່ປະເທດໄທ ດັ່ງກ່າວນີ້ ສ່ວນຫຼາຍ ແມ່ນເປັນການເດີນທາງໄປແບບຖືກກົດໝາຍ ດ້ວຍການໃຊ້ວີຊ້າທ່ອງທ່ຽວ ເພື່ອໄປເຮັດວຽກໄລຍະສັ້ນ ຢູ່ຫຼາຍເມືອງ ແລະຫຼາຍແຂວງ ພາຍໃນປະເທດໄທ ຜ່ານການຊັກຊວນຂອງໝູ່ເພຶື່ອນ ແລະຄົນໃກ້ຊິດ ທາງຝັ່ງປະເທດໄທ, ດັ່ງພະນັກງານ ບໍລິສັດຈັດຫາງານ ນາງໜຶ່ງ ກ່າວວ່າ:
“ກໍ່ຫຼາຍຢູ່ຫັ້ນ ກໍ່ຫຼາຍຢູ່ຫາກແຕ່ວ່າ ກໍ່ບໍ່ຮູ້ນໍາເຂົາຄືກັນໂຕນີ້ ເຂົາກໍ່ບໍ່ໄດ້ວ່າຈັ່ງໃດ ເຮົາມີແຕ່ວ່າ ເຂົາກໍ່ມາເຮັດບັດ ໃຫ້ເອືື້ອຍເຮັບບັດໃຫ້ເຂົາແລ້ວກໍ່ ເຮັດບັດທ່ອງທ່ຽວໃຫ້ເຂົາ ແລ້ວເຂົາ ກະໄປເອງຫັ້ນນ່າ ບໍ່ໄດ້ຖາມເຂົາ ວ່າແນວໃດ ມີແຕ່ມາເຮັດແລ້ວກໍ່ແລ້ວໆໄປ ໄປເຮັດວຽກຫັ້ນບໍ່ ສ່ວນຫຼາຍເຂົາກໍ່ເຮັດ ເຂົາໄປເອງ ເຮົາເຮັດບັດໃຫ້ເຂົາ ແລ້ວເຂົາກໍ່ໄປ.”
ກ່ຽວກັບເລື່ອງນີ້, ທີ່ຜ່ານມາ ທາງການໄທ ໄດ້ອະນຸຍາດໃຫ້ຄົນງານ ຈາກປະເທດ ກໍາປູເຈຍ ແລະມຽນມາ ເຊິ່ງມີຊາຍແດນຕິດຈອດກັບປະເທດໄທ ສາມາດເດີນທາງມາເຮັດວຽກ ແບບໄປ-ກັບ ຫຼືຕາມລະດູການໄດ້ ແບບຢູ່ພາຍໃຕ້ການຄຸ້ມຄອງ ທາງກົດໝາຍ ຂະນະທີ່ ຄົນງານລາວ ຍັງບໍ່ສາມາດເຮັດວຽກ ໃນລັກສະນະນີ້ ແບບຖືກກົດໝາຍໄດ້ ຍ້ອນທາງການລາວ ແລະທາງການໄທ ຍັງບໍ່ທັນລົງນາມ MOU ດັັ່ງກ່າວ ນໍາກັນ.
ກ່ອນໜ້ານີ້, ໃນວັນທີ 28 ເດືອນມີນາ 2024 ນີ້ ກະຊວງແຮງງານ ແລະສວັດດີການສັງຄົມ ໄດ້ອອກແຈ້ງການ ແນະນໍາໄປຍັງຄົນງານລາວ ທີ່ເຮັດວຽກຢູ່ປະເທດໄທ ແລະຈະເດີນທາງກັບໄປປະເທດລາວ ໃນໄລຍະງານບຸນປີໃໝ່ລາວ ປະຈໍາປີ 2024 ນີ້ ໃຫ້ພວກຂະເຈົ້າ ພິຈາລະນາ ຊອກຫາວຽກເຮັດ ງານທໍາພາຍໃນປະເທດ ເພື່ອແກ້ໄຂບັນຫາການຂາດແຄນຄົນງານພາຍໃນ ທັງນີ້ ຖ້າຫາກພວກຂະເຈົ້າ ຕ້ອງການເດີນທາງ ກັບໄປເຮັດວຽກ ຢູ່ປະເທດໄທຄືເກົ່າ ກໍ່ຈະຕ້ອງປະຕິບັດຕາມລະບຽບກົດໝາຍ ການເດີນທາງຂ້າມແດນ ແບບຖືກຕ້ອງ.
ໃນລະຫວ່າງ ມື້ວັນທີ 1 ເດືຶອນຕຸລາ ປີ 2022 ຫາມື້ວັນທີ 12 ເດືອນທັນວາ ປີ 2023 ທີ່ຜ່ານມາ ທາງການໄທ ແລະພາກສ່ວນທີ່ກ່ຽວຂ້ອງ ກວດພົບວ່າ ມີຄົນງານຕ່າງຊາດ ທີ່ເຂົ້າມາເຮັດວຽກຢູ່ປະເທດໄທ 240,918 ຄົນ ໃນນີ້ ແມ່ນເປັນຄົນງານລາວ 12,311 ຄົນ, ຖືກດໍາເນີນຄະດີ ຕາມກົດໝາຍ 269 ຄົນ ແລະໃນນີ້ ແມ່ນເປັນຄົນງານລາວ ທີ່ຍາດວຽກຄົນງານໄທ 139 ຄົນ, ອີງຕາມການລາຍງານ ຂອງທ່ານ ສຸຊາດ ຊົມກິ່ນ ລັດຖະມົນຕີ ວ່າການ ກະຊວງແຮງງານ ຂອງໄທ ໃນຂະນະນັ້ນ.