ບໍລິສັດຈີນ ຕຽມລົງທຶນປູກຖົ່ວເຫລືອງເພີ່ມຂຶ້ນ ຢູ່ແຂວງຫຼວງນໍ້າທາ
2024.04.29

ບໍລິສັດ ເຖິງເຟີຍ ການຄ້າ ແລະສົ່ງເສີມກະສິກໍາ ຈໍາກັດ ຜູ້ດຽວ ຂອງຈີນ ຢູ່ເມືອງຫຼວງນ້ຳທາ ແລະແຂວງຫລວງນໍ້າທາ ຈະສືບຕໍ່ລົງທຶນເຊົ່າດິນ ຂອງປະຊາຊົນ ປູກໝາກຖົ່ວເຫລືອງ ໃຫ້ໄດ້ 400 ເຮັກຕ້າໃນປີ 2025 ອີງຕາມຄໍາເວົ້າຂອງທ່ານ ຈຽງ ຊາງຈີ ຕໍ່ສື່ມວນຊົນທາງການລາວ ໃນມື້ວັນທີ 24 ເມສານີ້.
ເມື່ອປີ 2023 ບໍລິສັດນີ້ ປູກໝາກຖົ່ວເຫລືອງ ຢູ່ເມືອງຫລວງນໍ້າທາໄດ້ 500 ໂຕນ ໃນເນື້ອທີ່ 65 ເຮັກຕາ ແລະປີ 2024 ປູກໃນເນື້ອທີ່ 327 ເຮັກຕ້າ ຢູ່ 10 ບ້ານ ແລະຄາດວ່າຈະໄດ້ຜົນຜະລິດເຖິງ 3,300 ໂຕນ, ໄດ້ປູກມາແຕ່ເດືອນມັງກອນ ແລະປັດຈຸບັນ ເກັບກູ້ຜົນຜະລິດໄດ້ 30% ແລ້ວ, ຄາດວ່າຈະເກັບກູ້ແລ້ວໝົດ ໃນທ້າຍເດືອນພຶດສະພາ ທີ່ຈະມາເຖິງນີ້ ແລ້ວໃຫ້ປະຊາຊົນ ທີ່ເປັນເຈົ້າຂອງດິນ ເຮັດນາຕໍ່.
ຊາວບ້ານບ້ານນໍ້າແງ້ນ ເມືອງຫລວງນໍ້າທາ ນາງນຶ່ງເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 29 ເມສານີ້ວ່າ:
“ຂະເຈົ້າປູກຊ່ວງເດືອນແລ້ວ ເດືອນກ່ອນນີ້ແຫລະ ບໍລິສັດມາສໍາປະທານ ຫລືວ່າເຊົ່ານໍາປະຊາຊົນນໍ. ກໍຫລາຍຢູ່ ມັນຈະມີຫລາຍບ້ານອີກ ບໍ່ສະເພາະແຕ່ບ້ານເຮົານໍ. ບ້ານທີ່ວ່າມີນາ ຢູ່ບໍລິເວນແຂວງຫລວງນໍ້າທານີ້ແຫລະ ແມ່ນແລ້ວຂະເຈົ້າເອົາດິນນາເຮັດ. ມັນມີບາງທ້ອງຖິ່ນ ຂະເຈົ້າເກັບກູ້ແລ້ວ ຕ້ອງເກັບກູ້ໃຫ້ທັນ ໃຫ້ມັນສໍາເລັດເດືອນ 5 ເດືອນ 6 ໃຫ້ມັນສໍາເລັດ.”
ເມື່ອປີ 2020 ບໍລິສັດ ເຖິງເຟີຍ ໄດ້ເຊົ່າດິນປະຊາຊົນ ປູກໝາກຖົ່ວເຫລືອງ ແຕ່ໃນປີນັ້ນ ບໍ່ໄດ້ຮັບຜົນຕາມຄວາມຕ້ອງການ ຍ້ອນໂຄວິດ-19 ລະບາດຫລາຍ ແລະຕໍ່ມາ ໃນປີ 2022 ກໍເກີດນໍ້າຖ້ວມ ດັ່ງຊາວບ້ານບ້ານໂພນໄຊສະວ່າງ ເມືອງຫລວງນໍ້າທາ ເວົ້າວ່າ:
“ມີຢູ່ ກໍບໍ່ຮູ້ຄືກັນນ່າ ເຂົາມາຫລາຍປີແລ້ວນໍ. ເຂົາມາປູກຫັ້ນ 3-4 ປີນີ້ແຫລະ 2 ປີ, 3 ປີ, 4 ປີ ຫລັງນີ້ມີຢູ່ ນໍ້າຖ້ວມຫັ້ນນະ.”
ບໍລິສັດ ເຖິງເຟີຍ ຂອງຈີນ ເປັນບໍລິສັດ ທີ່ເຊົ່າດິນນາປະຊາຊົນ ປູກໝາກຖົ່ວເຫລືອງ ຢູ່ເມືອງຫລວງນໍ້າທາ 15-16 ລ້ານກີບຕໍ່ເຮັກຕ້າ. ຫລັງຈາກໂຮງງານ ໄດ້ຄັດແຍກ ທໍາຄວາມສະອາດໝາກຖົ່ວເຫລືອງແລ້ວ ກໍສົ່ງໄປຈີນ ດັ່ງຊາວ ບ້ານບ້ານທົ່ງໃຈ້ໃຕ້ ເມືອງຫລວງນໍ້າທາ ນາງນຶ່ງເວົ້າວ່າ:
“ທົ່ວນໍ້າທານີ້ນະ ເປັນໝາກຖົ່ວເຫລືອງໝົດນະ ໜ້າຈະແມ່ນມີບໍລິສັດດຽວ ແລ້ວຂະເຈົ້າມີໂຮງງານເກັບຢູ່ນີ້ເລີຍ ມີສ້າງສະຕ໊ອກເລີຍ. ມີໂຮງເຢັນເລີຍ, ເປັນໂຮງງານ ເປັນແບບຕູ້ເຢັນຫັ້ນນະ ແບບໂກດັງແຊ່ເຢັນຢ່າງດຽວ. ແລ້ວເຂົາເຄື່ອນໄປຈີນເລີຍ ເພາະວ່າມັນຕິດປະເທດຈີນເດ. 60 ກິໂລກໍເປັນປະເທດຈີນ ແລ້ວເດ ກະສິກໍາເມືອງ ກະສິກໍາແຂວງ ຮັບຮູ້ໝົດແຫລະ. ເຫັນເຂົາລົງມາກວດຢູ່ເດ (ຄ່າເຊົ່າ) ສິບປາຍລ້ານນີ້ແຫລະ 15-16 ລ້ານ ມີໆ. ເຫັນຢູ່ ສົມມຸດວ່າເຂົາລົງໄປແລ້ວ ປະຊາຊົນບໍ່ພໍໃຈ ກໍບ່ອນນັ້ນ ຂະເຈົ້າກໍບໍ່ເອົາ.”
ເພື່ອຂໍຮູ້ລາຍລະອຽດ ກ່ຽວກັບເລື່ອງທີ່ວ່ານີ້ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຍັງ ຂະແໜງປູກຝັງ ຜະແນກກະສິກໍາ ແລະປ່າໄມ້ ແຂວງຫລວງນໍ້າທາ, ແຕ່ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ບໍ່ສະດວກທີ່ຈະໃຫ້ຂໍ້ມູນ, ແຕ່ສໍາລັບຫ້ອງການກະສິກໍາ ແລະປ່າໄມ້ເມືອງ ບໍ່ສາມາດຕິດຕໍ່ຫາໄດ້.
ການປູກໝາກຖົ່ວເຫລືອງ ຂອງຈີນຢູ່ເມືອງນີ້ ອີງຕາມຄໍາເວົ້າຂອງເຈົ້າໜ້າທີ່ ຊັບພະຍາກອນທໍາມະຊາດ ແລະສິ່ງແວດລ້ອມ ເມືອງຫລວງນໍ້າທາ ທ່ານນຶ່ງແລ້ວແມ່ນວ່າ ສ່ວນຫລາຍ ແມ່ນຄົນຈີນມາປູກ ປູກຫລາຍ ແຕ່ເຂົາບໍ່ໄດ້ປູກທຸກປີ.
“ມີຫລາຍ ສ່ວນຫລາຍແມ່ນຄົນຈີນມາປູກຫັ້ນນ່າ. ເຮົາກໍບໍ່ຮູ້ດີຫັ້ນນະ ສ່ວນຫລາຍຂະເຈົ້າເຂົ້າມາຜ່ານກະສິກໍາເດ, ແຕ່ວ່າຂະເຈົ້າປູກ. ຂະເຈົ້າ ບໍ່ໄດ້ປູກຕະຫລອດ ຄືປີນີ້ປູກ ແລ້ວກໍວຽນສອງປີ ສ່ວນຫລາຍເກືອບສາມປີຫັ້ນແຫລະ. ຂະເຈົ້າຈຶ່ງມາປູກອີກເທື່ອນຶ່ງ.”
ທີ່ຜ່ານມາ ບໍລິສັດຈີນ ໄດ້ເຂົ້າມາລົງທຶນ ໃນພາກກະສິກໍາຢູ່ລາວຫລາຍ, ເຊົ່າດິນປະຊາຊົນປູກຝັງ ເປັນຕົ້ນໝາກຖົ່ວເຫລືອງ, ໝາກໂມ ເພື່ອສົ່ງອອກໄປຈີນ.
ໃນເດືອນສິງຫາ 2023 ທີ່ຜ່ານມາ ບໍລິສັດ ແຊເຢີນ ການລົງທຶນ ພັທນາກະສິກໍາ ຈຳກັດຜູ້ດຽວ ໄດ້ຂໍເຊົ່າດິນຊາວບ້ານ ໃນເຂດບ້ານປຸງລາດ, ເມືອງຜາອຸດົມ ແຂວງບໍ່ແກ້ວ ປະມານ 600 ເຮັກຕ້າ ເພື່ອປູກໝາກຖົ່ວເຫຼືອງ ສົ່ງໄປປະເທດຈີນ ແລະສ່ວນໜຶ່ງ ກໍຈຳໜ່າຍຢູ່ລາວ.
ການປູກໝາກຖົ່ວເຫຼືອງທີ່ວ່ານີ້, ບໍຣິສັດ ແຊເຢີນ ມີທຶນໝູນວຽນ 10 ຕື້ກີບ, ທຶນຄົງທີ່ 10 ຕື້ກີບ ແລະສ້າງໂຮງງານ 40 ຕື້ກີບ.
ໃນເດືອນທັນວາ 2023 ໄດ້ມີພິທີເຊັນສັນຍາ ກ່ຽວກັບໂຄງການປູກໝາກໂມ ເປັນສິນຄ້າ ລະຫວ່າງ ອໍານາດການປົກຄອງເມືອງວຽງພູຄາ ແຂວງຫຼວງນ້ຳທາ ແລະບໍຣິສັດ ໂຢປັງ ເຕັກນິກກະສິກໍາ ຂາເຂົ້າ-ຂາອອກ ຈຳກັດຜູ້ດຽວ ຊຶ່ງເປັນບໍລິສັດຮ່ວມທຶນ ລາວ-ຈີນ.
ໂຄງການດັ່ງກ່າວ ຈະໄດ້ເຊົ່າດິນນາ, ດິນສວນ ແລະດິນເປົ່າຫວ່າງ ຂອງປະຊາຊົນ ຢູ່ 26 ບ້ານ ຂອງເມືອງວຽງພູຄາ ໃນເນື້ອທີ່ 280 ເຮັກຕ້າ ເພື່ອປູກໝາກໂມ ສົ່ງໄປປະເທດຈີນ.