ເຣື້ອງທີ່ເກັບບັນທຶກໄວ້
2024-01-09
ວິສາຫະກິຈ ນໍາເຂົ້າ-ສົ່ງອອກ ໃນແຕ່ລະແຂວງ ຕ້ອງລົງທະບຽນ ເປັນຜູ້ນໍາເຂົ້າ-ສົ່ງອອກ ນໍາກົມຄຸ້ມຄອງເງິນຕຣາຕ່າງປະເທດ ທະນາຄານແຫ່ງ ສປປ ລາວ ຖ້າຫາກບໍ່ປະຕິບັດ ຈະບໍ່ສາມາດດໍາເນີນການ ນໍາເຂົ້າ ແລະສົ່ງອອກສິນຄ້າໄດ້ ເຊິ່ງການລົງທະບຽນໃນຄັ້ງ ກໍເພື່ອຄຸ້ມຄອງລະບົບເງິນຕຣາ ຂອງຣັຖບານ.
2024-01-09
ປັດຈຸບັນ ແຂວງເຊກອງ ມີເຂື່ອນຜລິດໄຟຟ້າໄດ້ແລ້ວ 3 ເຂື່ອນ ລວມກໍາລັງການຜລິດ 353 ເມກະວັດ ແລະມີແຜນການກໍ່ສ້າງເຂື່ອນອີກ 54 ແຫ່ງ, ແຕ່ປະຊາຊົນ ຍັງບໍ່ມີໄຟຟ້າໃຊ້ເກືອບເຖິງ 20%.
2024-01-08
ປັດຈຸບັນ ການສົ່ງເສີມໃຫ້ໃຊ້ເງິນກີບ ພາຍໃນເຂດເສຖກິຈພິເສດສາມຫຼ່ຽມຄໍາ ຖືວ່າດີຂຶ້ນກວ່າເກົ່າ ທັງໄດ້ໃຫ້ຜູ້ປະກອບການຕ່າງໆ ພາຍໃນເຂດເຂດດັ່ງກ່າວ ມີການຕິດປ້າຍລາຄາສິນຄ້າ ແລະຊໍາລະສະສາງເປັນເງິນກີບ ແລະຍັງໃຫ້ບັນດາບໍຣິສັດຕ່າງໆ ມີການຈ່າຍເງິນໃຫ້ພະນັກງານ ເປັນອັດຕຣາເງິນກີບ.
2024-01-05
ທາງການລາວ ແລະ ຜູ້ປະກອບການ ປືກສາຫາລື ກ່ຽວກັບ ຜົລກະທົບ ດ້ານສິ່ງແວດລ້ອມ ເພື່ອກໍ່ສ້າງ ໂຮງງານຜລິດແປ້ງມັນຕົ້ນ ແຫ່ງທໍາອິດ ຢູ່ເມືອງຕະໂອ້ຍ ແຂວງສາຣະວັນ.
2024-01-05
ຫົວໜ້າກົມການຈັດຫາງານ ກະຊວງແຮງງານ ແລະ ສວັດດີການສັງຄົມ ແລະ ຄະນະໄດ້ເດີນທາງເຂົ້າຮ່ວມພີທີ ເຊັນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຈັດສົ່ງຜູ້ອອກແຮງງານ ລາວໄປເຮັດວຽກຕາມຣະດູການ ຢູ່ເມືອງຄັງນຶງ ແຂວງຄັງວອນໂດ ປະເທດເກົາຫຼີໃຕ້.
2024-01-05
ຈີນ ຊ່ອຍຂຍາຍການສ້າງ ສູນຝຶກສີມືແຮງແຮງງານຂອງລາວ ຢູ່ບ້ານບໍ່ ເມືອງໄຊ ແຂວງອຸດົມໄຊ ລວມມູນຄ່າທັງໝົດ 147.26 ລ້ານຢວນ ຫລື ປະມານ 20 ລ້ານໂດລ້າຣ໌ສະຫະຣັຖ, ແລະຈະສາມາດຮອງຮັບຜູ້ເຂົ້າຝຶກໄດ້ຫຼາຍກວ່າ 1,200 ຄົນ.
2024-01-04
ທາງການ ແຂວງບໍ່ແກ້ວ ປຸກລະດົມ ໃຫ້ປະຊາຊົນ ຊົມໃຊ້ສິນຄ້າ ພາຍໃນປະເທດລາວ ແຕ່ປັດຈຸບັນ ຍັງມີການນໍາໃຊ້ສິນຄ້າ ອຸປະໂພກ-ບໍຣິໂພກ ຢ່າງຫລວງຫລາຍ ຈາກຕ່າງປະເທດ ເນື່ອງຈາກວ່າ ຄວາມນິຍົມ ແລະການຜລິດພາຍໃນ ຍັງມີຂໍ້ຈຳກັດ ບໍ່ສາມາດສນອງຜູ້ບໍຣິໂພກໄດ້.
2024-01-04
ໂຄງການສັມປະທານ ມີທັງໝົດ 192 ໂຄງການ ເຊິ່ງມີມູນຄ່າ ຫຼາຍກວ່າ 4 ຕື້ ໂດລ້າຣ໌ສະຫະຣັຖ ເມື່ອທຽບໃສ່ ໃນການລົງທຶນໃນປີ 2022 ທີ່ມີມູນຄ່າການລົງທຶນ ປະມານ 2 ປາຍຕື້ ໂດລ້າຣ໌ ສະຫະຣັຖ ແຕ່ຫຼາຍໂຄງການ ໄດ້ສ້າງຄວາມເດືອດຮ້ອນ ໃຫ້ປະຊາຊົນ ໂດຍສະເພາະການສູນເສັຍ ດິນກະເສດເປັນຕົ້ນ.
2024-01-03
ໂຈນ ດຶງກະເປົາ ນັກທ່ອງທ່ຽວຕ່າງປະເທດ ລະຫວ່າງທາງ ໄປທ່ຽວຖໍ້າປູຄຳ ຢູ່ເມືອງວັງວຽງ ແຂວງວຽງຈັນ ເຊິ່ງຊັບສິນຈຳນວນນຶ່ງ ແລະ ພາສປອຕ ຖືກດຶງໄປ ຂະນະທີ່ເຈົ້າໜ້າທີ່ ກຳລັງຢູ່ໃນລະຫວ່າງການຕິດຕາມໂຕ, ເຫດການດັ່ງກ່າວນີ້ ອາດເຮັດໃຫ້ເສັຍພາບພົດ ໂດຍສະເພາະ ການທ່ອງທ່ຽວ.
2024-01-03
ອັດຕຣາເງິນເຟີ້ ໄດ້ເຮັດໃຫ້ຕົ້ນທຶນການຜລິດກະສິກັມ ເພີ່ມຂຶ້ນຫລາຍກວ່າ 2 ເທົ່າ ເມື່ອທຽບໃສ່ປີທີ່ຜ່ານມາ ດ້ວຍເຫດນີ້ ຊາວກະສິກອນ ຈໍາເປັນຕ້ອງແບກພາຣະຕົ້ນທຶນ ທີ່ເພີ່ມຂຶ້ນສູງ ດັ່ງກ່າວນີ້ ຈຶ່ງຮຽກຮ້ອງໃຫ້ພາກສ່ວນທີ່ກ່ຽວຂ້ອງ ມີມາຕການຊ່ວຍເຫຼືອ ຊາວກະສິກອນລາວ.
2024-01-03
ຊາວບ້ານ ຢູ່ເມືອງໂຂງ ແຂວງຈໍາປາສັກ ທີ່ເສັຍດິນ ໃຫ້ໂຄງການ ເຂດເສຖກິຈພິເສດ ສີທັນດອນຂອງຈີນ ບໍ່ພໍໃຈທີ່ໄດ້ຄ່າຊົດເຊີຍ ໜ້ອຍເກີນໄປ, ບໍ່ເອົາກໍບໍ່ໄດ້, ແລະຊາວບ້ານ ເຫັນວ່າ ຊາວບ້ານຖືກເອົາປຽບຫລາຍ.
2024-01-02
ຄະນະກັມມະການ ນະໂຍບາຍເງິນຕຣາ ທະນາຄານແຫ່ງປະເທດລາວ ຈະສືບຕໍ່ດໍາເນີນນະໂຍບາຍເງິນຕຣາ ໃນທິດທາງທີ່ຮັດກຸມ ໂດຍການສຸມໃສ່ ເຮັດໃຫ້ອັດຕຣາ ແລກປ່ຽນ ບໍ່ສ້າງແຮງກົດດັນ ຕໍ່ອັດຕຣາເງິນເຟີ້, ຄວບຄຸມອັດຕຣາເງິນເຟີ້ ໃຫ້ຢູ່ໃນລະດັບບໍ່ເກິນ 9% ໃນທ້າຍປິ 2024.