ຊາວບ້ານຢູ່ເມືອງໂຂງ ທີ່ເສັຍດິນໃຫ້ໂຄງການ ເຂດເສຖກິຈໃໝ່ສີທັນດອນ ບໍ່ພໍໃຈກັບຄ່າຊົດເຊີຍ
2024.01.03

ບໍຣິສັດຮ່ວມພັທນາ ສີທັນດອນຈໍາກັດ ຂອງນັກລົງທຶນຈີນ ເຈົ້າຂອງເຂດເສຖກິຈພິເສດ ສີທັນດອນ ຢູ່ເມືອງໂຂງ ແຂວງຈໍາປາສັກ ກໍາລັງຄ່ອຍໆຈ່າຍເງິນ ຄ່າຊົດເຊີຍ ໃຫ້ປະຊາຊົນ 8 ບ້ານ ປະມານ 300 ຫລັງຄາເຮືອນ, ແຕ່ປະຊາຊົນ ບໍ່ພໍໃຈ ທີ່ຄ່າຊົດເຊີຍ ໜ້ອຍເກີນໄປ.
ໃນງວດທໍາອິດ ບໍຣິສັດໄດ້ຈ່າຍເງິນຄ່າຊົດເຊີຍ ໃຫ້ປະຊາຊົນ ບ້ານທ່າມ່ວງ 35 ຄອບຄົວ ທີ່ໄດ້ສູນເສັຍດິນທໍາການກະເສດ ແລະຜົລປູກ ຮວມມູນຄ່າທັງໝົດ 13 ຕື້ກີບ. ສ່ວນເງິນຄ່າຊົດເຊີຍດິນປຸກສ້າງ ຈະສໍາຣວດຂໍ້ມູນ ຢ່າງລະອຽດ ແລະ ຈະມອບໃຫ້ໃນຄັ້ງຕໍ່ໄປ, ແຕ່ກໍຍັງບໍ່ທັນຮູ້ເທື່ອວ່າເມື່ອໃດ.
ຊາວບ້ານຜູ້ນຶ່ງ ທີ່ສູນເສັຍດິນ ແລະຈະຖືກໃຫ້ຍົກຍ້າຍອອກໄປນັ້ນ ເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 3 ມົກກະຣານີ້ວ່າ ມີຊາວບ້ານສ່ວນໃຫຍ່ ທີ່ຍັງບໍ່ທັນໄດ້ຮັບເງິນຄ່າຊົດເຊີຍນັ້ນເທື່ອ. ສ່ວນຊາວບ້ານ ທີ່ໄດ້ຮັບໄປແລ້ວ ຈົ່ມບໍ່ພໍໃຈ ຍ້ອນໄດ້ລາຄາຕໍ່າ, ບໍ່ສົມເຫດບໍ່ສົມຜົລ.
“ເພາະວ່າໄດ້ ມັນກະ ປະຊາຊົນເຂົາກະຊິບໍ່ຢາກພ້ອມດອກ ອອກຈາກພື້ນທີ່ ເພາະວ່າຊົດເຊີຍດິນກ່ອນ. ເຮືອນ ບໍ່ທັນຊົດເຊີຍ. ມັນ ບໍ່ ມັນເວົ້າລາຄາ ຄັນເຂົາບໍ່ຍອມ ໃຫ້ຈີນ ເຂົາກະໃຫ້ເຈົ້າມ້າງອອກ ຈາກດິນເຂົາ. ເຂົາບໍ່ທັນພ້ອມໄດ໋ ເວີ້ຍ ເພາະວ່າຊົດເຊີຍດິນ ເຂົາຢູ່ໜ້າທາງ ແມັດກາເຣນຶ່ງກາ 80 ພັນກີບ, ຢູ່ໃນທາງແມັດກາເຣນຶ່ງກະ 20 ພັນກີບ. ເຂົາກະໃຫ້ຂ້ອຍບໍ່ສົມ.”
ຊາວບ້ານຜູ້ນີ້ ເວົ້າຕໍ່ໄປເຖິງປະຊາຊົນ ທີ່ໄດ້ຮັບເງິນຊົດເຊີຍ ໃນງວດທໍາອິດແລ້ວນັ້ນວ່າ ໄດ້ປະມານ 50 ລ້ານກີບ ຫາ 500 ລ້ານກີບ ຂຶ້ນຢູ່ກັບຂນາດຂອງດິນ, ແຕ່ສະເລັ່ຽແລ້ວ ຖືວ່າຕໍ່າຫລາຍ, ບໍ່ສາມາດນໍາເງິນນັ້ນ ໄປຊື້ດິນຕອນໃໝ່ໄດ້ ເນື່ອງຈາກລາຄາດິນດຽວນີ້ ສູງຂຶ້ນເຖິງ 200 ຫາ 500 ລ້ານກີບຕໍ່ເຮັກຕ້າຣ໌ ແລະທັງຕ້ອງໄດ້ປຸກເຮືອນໃໝ່ອີກ.
ຊາວບ້ານອີກຜູ້ນຶ່ງ ຢູ່ເມືອງໂຂງ ເວົ້າວ່າ ເຫັນພາກສ່ວນທີ່ກ່ຽວຂ້ອງ ລົງມາເກັບຂໍ້ມູນໝົດແລ້ວ ແຕ່ຍັງບໍ່ທັນໄດ້ເຮັບຄ່າຊົດເຊີຍເທື່ອ. ຫລາຍຄອບຄົວ ເພິ່ນບໍ່ດີໃຈ, ບໍ່ເຫັນດີນໍາ ແລະຮຽກຮ້ອງໃຫ້ທາງການ ມາຊ່ວຍໄກ່ເກັ່ຍ ແລະປະເມີນມູນຄ່າດິນ ແລະເງິນຊົດເຊີຍຄືນໃໝ່ ເນື່ອງຈາກທາງບໍຣິສັດ ໃຫ້ຕໍ່າຫລາຍ ບໍ່ສົມເຫດ ບໍ່ສົມຜົລ ແລະເອົາປຽບຊາວບ້ານຫລາຍທີ່ສຸດ.
“ຍັງ ເພິ່ນ ອັນນັ້ນລົງມາຢູ່ ເພິ່ນຊິຊົດເຊີຍໃຫ້. ເອີ ເພິ່ນ ຊາວບ້ານກະສເນີໄປຢູ່ ຫລາຍຄົນເພິ່ນກະວ່າສເນີໃໝ່. ລາຄາຊົດເຊີຍ ຈັກແຫລະ ມີຜູ້ໄດ້ໜ້ອຍໄດ້ຫລາຍ ດິນໜ້ອຍດິນຫລາຍ.”
ແລະຊາວບ້ານອີກຜູ້ນຶ່ງ ທີ່ຢູ່ເມືອງໂຂງ ເວົ້າວ່າ ຊາວບ້ານສ່ວນໃຫຍ່ ແມ່ນບໍ່ຢາກຍົກຍ້າຍ ອອກຈາກພື້ນທີ່ຂອງຕົນ ແຕ່ຈໍາເປັນ ແລະບໍ່ສາມາດຫລີກລ້ຽງໄດ້. ໃນເມື່ອຊາວບ້ານຫລີກລ່ຽງບໍ່ໄດ້ຄືແນວນັ້ນ ກໍຄວນຈະຈ່າຍເງິນຄ່າຊົດເຊີຍ ໃຫ້ຊາວບ້ານຢ່າງເໝາະສົມ ພໍທີ່ຈະເອົາໄປຊື້ດິນຕອນໃໝ່ ແລະປຸກເຮືອນຢູ່ໄດ້, ບໍ່ແມ່ນຈະມາເອົາປຽບຊາວບ້ານຫລາຍ ໂດຍອ້າງວ່າ ເຮັດໄປຕາມລະບຽບກົດໝາຍ.
“ບໍ່ໄດ້ຢູ່ ຊິບໍ່ໄດ້ຫລາຍຄືວ່າຫັ້ນແລ້ວ ເຮົາບໍ່ມີສິດເວົ້າເດ້ເນາະ ເຮົາເສັຽໄປ 6 ເຮັກຕາ ເພິ່ນບໍ່ໃຫ້ປານນັ້ນຫັ້ນຕີ້ ຄັນດິນໜ້າທາງນີ້ມັນຊິແພງເດ້ເນາະ. ຖ້າວ່າມັນອອກຈາກໜ້າທາງ ມັນກະຊິຖືກຈັງຊີ້ໂອ໋. ມັນກະຍາກເນາະ.”
ແຕ່ເຖິງຢ່າງໃດກໍຕາມ ເຈົ້າໜ້າທີ່ ສະພາປະຊາຊົນ ແຂວງຈໍາປາສັກ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 3 ມົກກະຣານີ້ ໂດຍແນະນໍາໃຫ້ຊາວບ້ານ ທີ່ໄດ້ຮັບຜົລກະທົບ ຈາກໂຄງການພັທນາ ເຂດເສຖກິຈໃໝ່ ສີທັນດອນ ວ່າ ຫາກບໍ່ພໍໃຈນໍາເງິນຄ່າຊົດເຊີຍນັ້ນ ກໍໃຫ້ພາກັນຂຽນຄໍາຮ້ອງທຸກ ໄປຫາສະພາປະຊາຊົນແຂວງຈໍາປາສັກ ເພື່ອໃຫ້ພາກສ່ວນທີ່ກ່ຽວຂ້ອງ ຕິດຕາມກວດກາ ແລະຫາທາງແກ້ໄຂຊ່ອຍ.
“ຂຽນຄໍາຮ້ອງທຸກເດີ ເຈົ້າ ຢູ່ປະຊາຊົນແຂວງ ເພິ່ນມີໜ່ວຍປະຈໍາເມືອງໂຂງ ໃຫ້ໜ່ວຍຂອງສະພາປະຊາຊົນແຂວງ.”

ພ້ອມດຽວກັນນັ້ນ ເຈົ້າໜ້າທີ່ ຜແນກກະສິກໍາ ແລະປ່າໄມ້ແຂວງ ຈໍາປາສັກກໍກ່າວໃນມື້ດຽວກັນນີ້ ເຖິງມູນຄ່າຊົດເຊີຍ ທີ່ຊາວບ້ານໄດ້ຮັບນັ້ນວ່າ ເປັນການປະເມີນ ໄປຕາມລະບຽບກົດໝາຍ ຢ່າງຖືກຕ້ອງເໝາະສົມ, ແຕ່ຖ້າຫາກຊາວບ້ານເຫັນວ່າ ມັນຕໍ່າ ຫຼື ບໍ່ເໝາະສົມ ໃຫ້ຂຽນຄໍາຮ້ອງທຸກ ໄປຫາພາກສ່ວນທີ່ກ່ຽວຂ້ອງ ເພື່ອໃຫ້ພິຈາຣະນາຄືນໃໝ່.
“ແມ່ນມູນຄ່າປະເມີນມັນຕໍ່າ ມີແຕ່ວ່າກະແຈ້ງຄືນຫັ້ນແລ້ວ ຕາມຄໍາຕອບຂອງຊາວບ້ານເນາະ ມັນຊິິເປັນໄປໄດ້ບໍ່ຫັ້ນນ່າ ມັນມີເພດານຂອງເພິ່ນເນາະ. ເພດານຫລັກການສັມປະທານຫັ້ນເດ້. ປະຊາຊົນເຂົາກະຢາກໄດ້ຫລາຍຫັ້ນແຫລະເນາະ ມັນກະຕ້ອງມີເພດານຂອງມັນ ແມ່ນຕົ໊ວວ່າ ໄດ໋.”
ປັດຈຸບັນ ການພັທນາເຂດເສຖກິຈໃໝ່ ສີທັນດອນ ກໍາລັງຢູ່ໃນໄລຍະທີ 1 ຢູ່ເຂດບ້ານທ່າຄໍ້ ເມືອງໂຂງ ທີ່ຢູ່ລະຫວ່າງການກໍ່ສ້າງຕຶກແຄນຄູ່, ສນາມກັອຟ, ໂຮງແຮມ ແລະຕຶກອາຄານຕ່າງໆ, ມູນຄ່າ 34 ລ້ານປາຍໂດລ້າຣ໌ສະຫະຣັຖ, ໄລຍະທີ 1 ນີ້ ໄດ້ເຣີ່ມມາຕັ້ງແຕ່ເດືອນພຶສຈິກາ 2019 ແລະຄາດວ່າ ຈະສໍາເຣັດໃນປີ 2025.
ເຂດພັທນາເສຖກິຈໃໝ່ ສີທັນດອນ ເປັນການພັທນາ ຕາມຂໍ້ລິເຣີ່ມ 1 ແລວ 1 ເສັ້ນທາງ ຂອງຣັຖບານຈີນ, ເປັນໂຄງການລົງທຶນຂນາດໃຫຍ່ ກວມເອົາເນື້ອທີ່ທັງໝົດເກືອບ 10,000 ເຮັກຕ້າຣ໌ ທີ່ກວມເອົາທັງດິນ, ດອນ ແລະແມ່ນໍ້າຂອງ ໂດຍທີ່ບໍຣິສັດລົງທຶນລາວ ມະຫານະທີ ສີທັນດອນ (Laos Maha Nathi Sithandone “Hong Kong” Investment) ແລະບໍຣິສັດກໍ່ສ້າງຂົວ ແລະທາງ LTV (LTV Road and Bridge Construction Sole) ໄດ້ເຊັນສັນຍາສ້າງຕັ້ງ ບໍຣິສັດຮ່ວມພັທນາ ສີທັນດອນ ຈໍາກັດ ຂຶ້ນມາ.
ບໍຣິສັດນີ້ ມີເປົ້າໝາຍ ພັທນາໂຄງການ ເຂດພັທນາເສຖກິຈໃໝ່ ສີທັນດອນ ຢູ່ເມືອງໂຂງ ແຂວງຈໍາປາສັກ, ມູນຄ່າການລົງທຶນ 9 ຕື້ໂດລ້າຣ໌ສະຫະຣັຖ, ໄລຍະເວລາສັມປະທານ 50 ປີ ແລະສາມາດຕໍ່ສັນຍາສັມປະທານໄດ້ຕື່ມອີກ.