ລາວຕຣຽມສ້າງ ໂຮງງານຜລິດແປ້ງມັນຕົ້ນ ຢູ່ເມືອງຕະໂອ້ຍ
2024.01.05
ໃນວັນທີ 15 ທັນວາ 2023, ຜແນກຊັພຍາກອນທັມມະຊາຕ ແລະ ສິ່ງແວດລ້ອມ ແຂວງສາຣະວັນ ຮ່ວມກັບ ບໍຣິສັດທີ່ປືກສາ ເອັ້ນວາຍໂປຣ (Envipro) ຈໍາກັດຜູ້ດຽວ ໄດ້ຮວ່ມກອງປະຊຸມ ປຶກສາຫາລື ບົດສຶກສາເບື້ອງຕົ້ນ ກ່ຽວກັບຜົລກະທົບ ແລະ ແຜນການຄຸ້ມຄອງສິ່ງແວດລ້ອມ ຫຼື Initial Environmental Evaluation (IEE) ຂອງໂຮງງານຜລິດແປ້ງມັນຕົ້ນ ຕະໂອ້ຍ ຈໍາກັດຜູ້ດຽວ ເຊິ່ງເປັນໂຮງງານແຫ່ງທໍາອິດ ຂອງເມືອງຕະໂອ້ຍ ແຂວງສາຣະວັນ.
ກ່ຽວກັບເຣຶ່ອງນີ້, ທາງດ້ານບໍຣິສັດທີ່ປືກສາ ໄດ້ນໍາສເນີບົດສຶກສາເບື້ອງຕົ້ນ ກ່ຽວກັບຜົລກະທົບ ຕໍ່ສິ່ງແວດລ້ອມ ແລະ ແຜນການຄຸ້ມຄອງສິ່ງແວດລ້ອມ ຂອງໂຄງການກໍ່ສ້າງໂຮງງານຜລິດແປ້ງມັນຕົ້ນ ດັ່ງກ່າວນີ້ ເປັນຕົ້ນ ການກໍາຈັດສິ່ງເສດເຫລືອ, ການບໍາບັດກິ່ນ-ນ້ໍາເປື້ອນ, ເງື່ອນໄຂດ້ານສະພາບແວດລ້ອມ, ເສຖກິຈ-ສັງຄົມ ໃນທ້ອງຖິ່ນ ແລະ ຄວາມຕ້ອງການ ດ້ານແຮງງານ ລວມເຖິງ ນິຕິກັມດ້ານກົດໝາຍ ທີ່ກ່ຽວຂ້ອງ.
ດັ່ງ ຜູ້ທີ່ຮູ້ກ່ຽວກັບເຣຶ່ອງນີ້ ກ່າວຕໍ່ ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 25 ທັນວາ 2023 ນີ້ວ່າ:
(ບົດອ່ານ ຂໍງົດໃຊ້ສຽງ)
“ສົ່ງອອກວຽດນາມກັບຈີນ ສ່ວນຫລາຍ ເຂົາຢູ່ຊາຍແດນ ມັນກໍ ມີສົ່ງໄປໄທຍນໍາ ເຂົາຮັບທັງ. IEE ຮວມກັບທັງ EIA (Environmental Impact Assessment) ກໍໝາຍຄວາມວ່າ ຕາມນິຕິກັມຂອງ ສປປ ລາວ ເພາະວ່າ ໃນນິຕິກັມຂອງ ສປປ ລາວນີ້, ເຂົາຈະມີ guideline ຢູ່ວ່າ ໃນການຈັດທໍາ IEE ນີ້ ຕ້ອງເຮັດແນວໃດເນາະ ຈະຕ້ອງມີຂັ້ນຕອນຫຍັງແນ່ ເຮົາເຮັດໃຫ້ຄົບໝົດເລີຍ ຕັ້ງແຕ່ເກັບຂໍ້ມູນ ຈົນຮອດ Report ຈົນຮອດ Consultation Meeting ຈົນເຖິງໄດ້ໃບຍັ້ງຢືນ”
ພາຍໃນເມືອງຕະໂອ້ຍ ແຂວງສາຣະວັນ ຢູ່ໃນພື້ນທີ່ຫ່າງໄກ ແລະ ການເດີນທາງຂ້ອນຂ້າງຫຍຸ້ງຍາກ ອີກທັງທີ່ຜ່ານມາ ຍັງບໍ່ທັນມີບໍຣິສັດ-ນັກລົງທຶນ ເຂົ້າມາປະກອບ ກິຈການພໍປານໃດ ເຮັດໃຫ້ພໍ່ແມ່ປະຊາຊົນ ພາຍໃນພື້ນທີ່ ຈຳເປັນຕ້ອງໄດ້ອອກເດີນທາງໄປຮັບຈ້າງ ເປັນກັມມະກອນ ພາຍໃນສວນໝາກກ້ວຍ ຢູ່ແຂວງອັດຕະປື ແລະ ຖ້າຫາກໂຮງງານດັ່ງກ່າວນີ້ ດໍາເນີນການກໍ່ສ້າງ ແລະ ເປີດດໍາເນີນການແທ້ ກໍຢາກໃຫ້ຊ່ອຍຊາວບ້ານ ໃນພື້ນທີ່ຈໍານວນນຶ່ງ ໃຫ້ມີວຽກເຮັດງານທໍາ.
ດັ່ງ ຊາວບ້ານສວນມັນຕົ້ນ ຢູ່ເມືອງຕະໂອ້ຍ ແຂວງສາຣະວັນ ນາງນຶ່ງ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ສ່ວນຫລາຍເຂົາຈະຂາຍເປັນສວນໂລດ ແລ້ວກໍຜູ້ຊື້ ເຂົາຈະຊື້ເປັນສວນ (ໂຮງງານຜລິດແປ້ງມັນຕົ້ນ ມີບໍ່) ບໍ່ມີ ມີແຕ່ໝາກສາລີ (ຖ້າຫາກມາຕັ້ງໂຮງງານ) ແມ່ນ ເຂົາກໍມັກຫັ້ນແຫລະ ກໍມັນສະດວກຂະເຈົ້າ ພໍຈ່າຍໃຫ້ວຽດແລ້ວ. ເພິ່ນຊິກົດລາຄາລົງ ມັນກໍຂຶ້ນຢູ່ກັບເພິ່ນ ເຮົາກໍນໍາອອກໄປໃຫ້ວຽດ ຄົນລາວບໍ່ໄດ້ຊື້ ໂດຍໆ ຂະເຈົ້າກໍສົນໃຈຫັ້ນແຫລະ ເພາະວ່າຕອນນີ້ ຂະເຈົ້າລົງເຮັດວຽກໝາກກ້ວຍ ກ້ວຍຫລາຍແດ່. ຂະເຈົ້າກໍໄປເຮັດກ້ວຍ ແຕ່ວ່າມັນໄກ ຢູ່ອັຕຕະປືບໍ່ ແມ່ນ ບ້ານເຮົາມັນບໍ່ມີໂຮງງານເດ້ ຂະເຈົ້າກະໄປບ່ອນອື່ນ.”
ຍານາງກ່າວຕື່ມວ່າ ທີ່ຜ່ານມາ ຊາວສວນມັນຕົ້ນ ຈໍາເປັນຕ້ອງຂາຍມັນຕົ້ນ ທັງແບບຫົວ ແລະ ແບບແຫ້ງ ໃຫ້ແກ່ພໍ່ຄ້າຄົນກາງ ທີ່ເດີນທາງມາເກັບຊື້ໜ້າສວນເທົ່ານັ້ນ ແລະ ເມື່ອພວກຂະເຈົ້າ ບໍ່ມີທາງເລືອກອື່ນ ສໍາລັບຂາຍຜົລຜລິດ ຈຶ່ງເຮັດໃຫ້ ຖືກພໍ່ຄ້າຄົນກາງ ກົດລາຄາ ສ່ວນປະເດັ່ນດ້ານສິ່ງແວດລ້ອມ ຄົນໃນພື້ນທີ່ບາງສ່ວນ ທີ່ຮັບຮູ້ກ່ຽວກັບ ໂຄງການດັ່ງກ່າວນີ້ແລ້ວ ຍັງບໍ່ທັນມີຄວາມກັງວົນ ພໍເທົ່າໃດ.
ໃນຮອບເດືອນ ທັນວາ 2023 ນີ້, ພໍ່ຄ້າຄົນກາງ ທີ່ເດີນທາງເລາະເກັບຊື້ ມັນຕົ້ນຈາກຊາວສວນ ພາຍໃນເມືອງຕະໂອ້ຍ ແຂວງສາຣະວັນນີ້ ພັດໃຫ້ລາຄາມັນຕົ້ນ ແບບ ຫົວກິໂລ ລະ 2,200 ກີບ ເຊິ່ງເພີ່ມຂຶ້ນ ມາຈາກເດືອນພຶສຈິກາ 2023 ປະມານ 3,000-4,000 ກີບ ທັງນີ້ ເຖິງແມ່ນວ່າ ຈະເປັນລາຄາທີ່ເພີ່ມສູງຂຶ້ນ ເມື່ອທຽບໃສ່ ໄລຍະເດືອນກ່ອນໜ້າ ແຕ່ກໍຍັງເປັນລາຄາຜລິດ ທີ່ຂ້ອນຂ້າງຕ່ໍາ.
ດັ່ງ ຊາວສວນມັນຕົ້ນ ຢູ່ເມືອງຕະໂອ້ຍ ແຂວງສາຣະວັນ ຜູ້ດຽວກັນນີ້ ກ່າວຕື່ມວ່າ:
“ມັນຫົວບໍ່ 2,200 ມັນຕົ້ນແຫ້ງ ເພິ່ນຍັງບໍ່ທັນໄດ້ຊື້ ຍັງບໍ່ທັນໄດ້ຮູ້ລາຄາ ເພາະວ່າໄລຍະນີ້ ຂະເຈົ້າຂາຍແຕ່ມັນຫົວ ຫວ່າງເດືອນນີ້ລົງ. ແຕ່ວ່າເດືອນນີ້ຂຶ້ນອີກ ຂຶ້ນແລະລົງ ເຮົາກໍານົດບໍ່ໄດ້ຫັ້ນນ່າ ບາງອັນນີ້ກໍ 2,400 ແຕ່ວ່າມື້ນີ້ 2,200 ແລ້ວກໍເດືອນກ່ອນໆ ເດືອນ 11 ນີ້ 1,800 ນີ້ແຫລະ. ເຮົາກໍ ແມ່ນໆ ຖ້າຄົນຂາຍຫລາຍ ເຂົາກະຫລຸດໃຫ້ ບໍ່ແມ່ນວ່າເຂົາຊິເພີ່ມຂຶ້ນ ຢູ່ເສັ້ນທາງຍາກ ຂະເຈົ້າກໍຫລຸດລົງ ແບບວ່າ ລາຄາມັນຫລຸດລົງ.”
ເຖິງແມ່ນວ່າ ຊາວບ້ານ ຢູ່ເມືອງຕະໂອ້ຍ ແຂວງສາຣະວັນ ຈະຍັງບໍ່ທັນໄດ້ປູກມັນຕົ້ນຫລາຍພໍເທົ່າໃດ ແຕ່ຢ່າງໃດກໍຕາມ ຖ້າຫາກມີໂຄງການກໍ່ສ້າງ ໂຮງງານຜລິດແປ້ງມັນຕົ້ນ ເກີດຂຶ້ນໃນພື້ນທີ່ແທ້ ຄາດວ່າ ຊາວບ້ານໃນພື້ນທີ່ ຈະຫັນມາສົນໃຈ ປູກມັນຕົ້ນເປັນອາຊີບ ຫລາຍຂຶ້ນ ແຕ່ຂະນະດຽວກັນ ອາດເຮັດໃຫ້ ລາຄາມັນຕົ້ນຖືກລົງ.
ດັ່ງ ເຈົ້າຂອງລານຮັບຊື້ມັນຕົ້ນ ຢູ່ແຂວງສາຣະວັນ ທ່ານນຶ່ງກ່າວວ່າ:
“ຕິດວຽດນາມໆ ໂອ້ ກໍວຽດເຂົ້າມາຊື້ຫລາຍ ໄທຍກໍມາຊື້ຫລາຍ ກໍເພີ່ມຂຶ້ນກໍຫລາຍຢູ່ ເວົ້າບໍ່ໄດ້ ກໍມີຄົນປູກ ກໍປີນີ້ປູກແລ້ວ ປີໜ້າກໍບໍ່ປູກ ກໍປ່ຽນໄປປ່ຽນມາ ແຕ່ລະປີກໍຊິດີ ກໍເຂົາປູກງ່າຍ ເຂົາກໍຢາກປູກຢູ່ ປະຊາຊົນ (ຖ້າຫາກວ່າມີການຕັ້ງໂຮງງານ) ໂອ້ ກໍຫລາຍເດ້ ເຂົາ (ທາງໂຮງງານ) ໄປຊ່ອຍເຫລືອປະຊາຊົນປູກ ມີແຕ່ໜ້າທີ່ ແຕ່ດິນເຂົາປູກໄດ້ ເຂົາກໍ ເຂົາກໍຕັ້ງໂຮງງານ ມາແປ້ງມັນຕົ້ນຢູ່ແລ້ວ ກໍຊ່ອຍໃຫ້ປະຊາຊົນເຂົາປູກຫລາຍຄືກັນ.”
ອີງຕາມຣາຍງານ ຂອງຜແນກຖແຫລງຂ່າວ, ວັທນທັມ ລະ ທ່ອງທ່ຽວ ເມືອງຕະໂອ້ຍ ແຂວງສາຣະວັນ ຣະບຸວ່າ ໂຄງການກໍ່ສ້າງ ໂຮງງານຜລິດແປ້ງມັນຕົ້ນ ຕະໂອ້ຍ ຈໍາກັດຜູ້ດຽວ ດັ່ງກ່າວນີ້ ຕັ້ງຢູ່ບ້ານປະງານດາວ ແລະ ບ້ານຕຸ້ມລີຂາວ ເມືອງຕະໂອ້ຍ ແຂວງສາຣະວັນ ມີເນື້ອທີ່ 25.19 ເຮັກຕ້າຣ໌, ຫ່າງຈາກເທສບານແຂວງ ຂຶ້ນໄປ ທາງທິດເໜືອ ປະມານ 121 ກິໂລແມັດ ແລະ ຫ່າງຈາກເທສບານເມືອງຕະໂອ້ຍ 20 ກິໂລແມັດ
ປັດຈຸບັນ ເມືອງເລົ່າງາມ ແມ່ນເປັນເມືອງ ທີ່ມີການປູກມັນຕົ້ນຫລາຍກ່ອນໝູ່ ເມື່ອທຽບໃສ່ເມືອງອື່ນໆ ພາຍໃນແຂວງສາຣະວັນ ເຊິ່ງຈະມີພໍ່ຄ້າຄົນກາງ ຈະດໍາເນີນການເກັບຊື້ມັນຕົ້ນ ແລະ ບາງສ່ວນນໍາໄປແປຮູປ ກ່ອນສົ່ງອອກໄປຂາຍ ຍັງປະເທດ ວຽດນາມ ແລະ ປະເທດໄທຍ. ດັ່ງຊາວສວນມັນຕົ້ນ ຢູ່ເມືອງເລົ່າງາມ ແຂວງສາຣະວັນ ນາງນຶ່ງ ກ່າວວ່າ.
“ມັນຫົວ ເຮົາຊື້ຢູ່ໜ້າລານ ຢູ່ລາວຫັ້ນ ໂລນຶ່ງ 1,800 ເງິນລາວ ມັນແຫ້ງເພິ່ນກໍຮັບຢູ່ ມັນແຫ້ງຫັ້ນ 4,800 ເງິນລາວ ໂອ້ ເມືອງເລົ່າງາມເຮົາ (ປູກມັນຕົ້ນຫລາຍທີ່ສຸດ) ແມ່ນໆ ລາຄາຖືກເພາະວ່າ ມັນມີໂຮງແປ້ງເດ້ 2-3 ບ່ອນ (ສົ່ງອອກ) ວຽດນໍາ ໄທຍນໍາ ໂອ້ ຕະໂອ້ຍບໍ່ປານໃດ ແມ່ນ ຕະໂອ້ຍມັນຕິດຊາຍແດນວຽດ ເພາະວ່າບ້ານເຮົາມັນໄກຈາກຕະໂອ້ຍຫລາຍ ເຮົາຢູ່ແຂວງສາຣະວັນ.”
ໃນຮອບ 5 ເດືອນທໍາອິດຂອງປີ 2023 ປະເທດລາວ ໄດ້ສົ່ງອອກມັນຕົ້ນໄປຍັງຕ່າງປະເທດ ໂດຍສະເພາະ ປະເທດຈີນ, ວຽດນາມ ແລະ ອິຕາລີ ເປັນມູນຄ່າ 408 ລ້ານໂດ່ລ້າ ສຫຣັຖ ເຮັດໃຫ້ມັນຕົ້ນ ກາຍເປັນພືດ ເສຖກິຈ ທີ່ສ້າງຣາຍໄດ້ສູງສຸດ ຂອງການສົ່ງອອກສິນຄ້າ ໃນຂແນງກສິກັມ ຂອງປະເທດລາວ.