ນັກທ່ອງທ່ຽວ ຕ່າງປະເທດ ຖືກໂຈນດຶງກະເປົາ ຢູ່ເຂດທ່ອງທ່ຽວຖ້ຳປູຄຳ

ພອນ ພູມມີທອນ
2024.01.03
ນັກທ່ອງທ່ຽວ ຕ່າງປະເທດ ຖືກໂຈນດຶງກະເປົາ ຢູ່ເຂດທ່ອງທ່ຽວຖ້ຳປູຄຳ ນັກທ່ອງທ່ຽວ ໃນເຂດທ່ອງທ່ຽວ ເມືອງວັງວຽງ ແຂວງວຽງຈັນ. ເດືອນມົກກະຣາ ປີ 2023.
ນັກຂ່າວ ພົລເມືອງ

ໃນວັນທີ 2 ມົກຣາ 2024 ທີ່ຜ່ານມາ ໄດ້ເກີດເຫດການ ນັກທ່ອງທ່ຽວຕ່າງຊາຕຄອບຄົວນຶ່ງ ຖືກໂຈນຜູ້ຊາຍ 2 ຄົນ ຂີ່ຣົຖຈັກສີດໍາ ບໍ່ມີປ້າຍທະບຽນ ດຶງກະເປົາ ໃນລະຫວ່າງທາງ ກໍາລັງຖີບຣົຖ ຈາກໂຮງແຮມ ໄປທ່ຽວຖ້ໍາປູຄໍາ ເຂດບ້ານນາທອງ ເມືອງວຽງຈັນ ແຂວງວຽງຈັນ ເຊິ່ງເປັນແຫລ່ງທ່ອງທ່ຽວ ທີ່ນິຍົມແຫ່ງນຶ່ງໃນວັງວຽງ. 

ເບື້ອງຕົ້ນ ພົບວ່າ ມີຊັບສິນຫາຍໄປຈໍານວນນຶ່ງ ໃນນັ້ນ ມີກ້ອງຖ່າຍຮູບ, ເງິນ 100 ໂດລ້າຣ໌ ແລະ ອີກ50 ຢູໂຣ ລວມເຖິງບັດ ATM 2 ໃບ ແລະ ໜັງສື ພາສປອດ. ເບື້ອງຕົ້ນ ທາງໂຮງແຮມ ທີ່ຄອບຄົວຄົນຕ່າງຊາຕນິີ້ໄປພັກ ໄດ້ພາໄປແຈ້ງຄວາມແລ້ວ. ຂະນະທີ່ເຈົ້າໜ້າທີ່ ຍັງຢູ່ລະຫວ່າງຕິດຕາມໂຈນ ກຸ້ມນີ້ ມາດໍາເນີນຄະດີຕາມກົດໝາຍ.

ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ເມືອງວັງວຽງ ແຂວງວຽງຈັນ ທ່ານນຶ່ງ ຜູ້ຂໍສງວນຊື່ ແລະ ຕໍາແໜ່ງ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 3 ມົກຣາ ນີ້ວ່າ

ຕາມກົດໝາຍຫັ້ນແຫລະ ເຈົ້າໜ້າທີ່ກໍາລັງຄົ້ນຫາຢູ່ຫັ້ນແຫລະ ມັນສວຍໂອກາດຢູ່ຈຸດໃດ ບາງເທື່ອ ບ່ອນທີ່ວ່າບໍ່ມີເຈົ້າໜ້າທີ່ ເຈົ້າໜ້າທີ່ກໍຈະໄປຕິດຕາມຢູ່. ເຈົ້າໜ້າທີ່ ເພິ່ນຈະມີວິທີຢູ່ນັ້ນດອກຊ່ວຍ. 

ທ່ານກ່າວຕື່ມອີກວ່າ ຖ້ານັກທ່ອງທ່ຽວຕ່າງຊາຕ ໜັງສືພາສປອຕເສັຽ ໃນກໍຣະນີແບບນີ້ ແລ້ວບໍ່ໄດ້ຄືນ ນັກທ່ອງທ່ຽວຕ້ອງໄປແຈ້ງສະຖານທູດ ຂອງປະເທດຕົນເອງ ເຊິ່ງເບື້ອງຕົ້ນ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ກໍຈະມີວິທີຊ່ວຍເຫລືອ ຢູ່ແລ້ວ. 

ກ່ຽວກັບບັນຫານີ້ ປະຊາຊົນລາວ ໃນເມືອງວັງວຽງ ທ່ານນຶ່ງ ກ່າວວ່າ ເປັນເຣື່ອງຍາກທີ່ເຈົ້າໜ້າທີ່ ຈະຕິດຕາມ ໂຕໂຈນດຶງກະເປົາ ຊາວຕ່າງຊາຕ ມາດໍາເນີນຄະດີໄດ້ ຍ້ອນວ່າ ລະຫວ່າງທາງ ຈາກເມືອງວັງວຽງ ໄປຖ້ໍາປູຄໍາ ນັ້ນ ບໍ່ເຫັນມີກ້ອງວົງຈອນປິດ ຈະມີແຕ່ກ້ອງວົງຈອນປິດ ຕາມເຮືອນເທົ່ານັ້ນ. ແຕ່ຖ້າເຈົ້າໜ້າທີ່ຕໍາຣວດ ລົງຫາຂໍ້ມູນ ກວດກາ ເບິ່ງອາດພົບຂໍ້ມູນ ເພາະສໄມນີ້ ຄົນຕິດຢາເສບຕິດຫລາຍ ອາດເປັນພວກນີ້ ກໍໄດ້.                 

ມັນຍາກແລ້ວ ແບບນີ້ນ່າ ມັນບໍ່ມີກ້ອງ ຢູ່ຫົນທາງແຕ່ວັງວຽງໄປຫາຖ້ໍາປູຄໍາ. ບໍ່ມີ. ມັນເປັນບ້ານນອກ. ຖ້າວ່າບາງເທື່ອ ມັນກໍມີຢູ່ໃນເຮືອນ ໄປຂໍເບິ່ງນໍາເຮືອນເຂົາຫັ້ນ. ບາງເທື່ອອາໄດ້. ພວກກິນຢາມ້ານີ້ມັນຫລາຍເນາະ. ບໍ່ໄຫວດອກ ຕາມເບິ່ງຄືຊິຍາກ.”

ໃນຂະນະທີ່ດຽວກັນ ຊາວລາວ ໃນເມືອງວັງວຽງ ອີກທ່ານນຶ່ງ ກ່າວວ່າ ເຣື່ອງດັ່ງກ່າວນີ້ ເພິ່ນຫາກວ່າໄດ້ຍິນຂ່າວ ເກີດຂຶ້ນ ໄລຍະ ເທດສະການປີໃໝ່ສາກົລນີ້ ເຊິ່ງກໍຂຶ້ນຢູ່ກັບເຈົ້າໜ້າທີ່ຕໍາຣວດລາວ ນໍາດ້ວຍ ວ່າຈະຕິດຕາມ ໂຈນມາດໍາເນີນຄະດີໄດ້ບໍ່. ຄາດວ່າ ໜ້າຈະເປັນພວກຕິດຢາ ເຊິ່ງຖ້າໂຈນໜີໄປທາງປ່າ ຊອກຫລີກ ກໍບໍ່ມີໂອກາດ ຈະໄດ້ເຄື່ອງຄືນ. 

ເຣື່ອງຫາກໍເກີດ ໄລຍະເທດສະການນີ້ແຫລະ. ໜ້າຈະເປັນເດັກຕິດຢາ, ຕິດຫຍັງນີ້ນ່າ. ອັນນີ້ກໍຂຶ້ນກັບຕໍາຣວດເນາະ ວ່າຊິ ສາມາດນໍາໄດ້ຊ່ຳໃດ. ໂຈນລົບໜີໄປທາງທີ່ມີກ້ອງວົງຈອນປິດ ໂອກາດໄດ້ກະສູງ, ແຕ່ຖ້າວ່າ ໂຈນທີ່ເຂົ້າໄປໃນທາງທີ່ຊອກຫລີກຫລາຍ ໂອກາດໄດ້ຄືນກໍໜ້ອຍ. 

ດ້ານນັກທ່ອງທ່ຽວ ຊາວລາວ ທ່ານນຶ່ງກ່າວວ່າ ສໍາລັບເຣື່ອງດັ່ງກ່າວນີ້ ເກີດຂຶ້ນແລ້ວ ແນ່ນອນວ່າ ເສັຍພາບພົດ ໃນການທ່ອງທ່ຽວຢູ່ ຂຶ້ນຢູ່ກັບເຈົ້າໜ້າທີ່ຕໍາຣວດ ຈະຕາມຈັບໄດ້ຫລືບໍ່ ແລະ ເວລາເຮົາໄປທ່ຽວປະເທດໃດ ຫລື ສະຖານທີ່ໃດ ກໍຕາມ ຕ້ອງລະມັດລະວັງ ເພາະສາມາດເກີດໂຈນດຶງກະເປົາໄດ້ ຂນາດ ຄົນລາວ ຍັງຕ້ອງລະວັງໂຕເຊັ່ນກັນ ເວລາໄປໃສ. ຫວັງເພິ່ງພາເຈົ້າໜ້າທີ່ ເປັນເຣື່ອງຍາກ. 

ເຣື່ອງເສັຍພາບພົດ ເປັນພາບພົດທີ່ບໍ່ດີເນາະ. ທາງການເພິ່ນກໍຕ້ອງໄປຕິດຕາມ, ໄປຈັບກຸມໃຫ້ມັນໄດ້ຫັ້ນແຫລະ. ປະເທດອື່ນກໍອາດຈະມີ ຄືກັນເນາະ. ລັກສະນະນີ້ ນັກທ່ອງທ່ຽວແດ່ ກໍຕ້ອງໄດ້ລະວັງແຫລະ ຂ້ອຍໄປໃສມາໃສ ກໍຕ້ອງໄດ້ລະວັງຄືກັນ. 

ທີ່ຜ່ານມາ ສະຖານທີ່ທ່ອງທ່ຽວ ຖ້ໍາປູຄໍາ ຢູ່ບ້ານນາທອງ ເມືອງວັງວຽງ ແຂວງວຽງຈັນ ເປັນສະຖານທີ່ທ່ອງທ່ຽວ ທາງທັມມະຊາຕ ທີ່ໄດ້ຮັບຄວາມນິຍົມຈາກນັກທ່ອງທ່ຽວ ພາຍໃນ ແລະ ຕ່າງປະເທດ ຈໍານວນຫລາຍ ໂດຍສະເພາະ ນັກທ່ອງທ່ຽວໄທຍ, ເກົາຫລີ, ຍີ່ປຸ່ນ, ຝຣັ່ງເສດ ແລະ ປະເທດອື່ນໆ. 

ສໍາລັບເສັ້ນທາງ ໄປຖ້ໍາປູຄໍາ ຫ່າງຈາກໂຕເມືອງວັງວຽງ ປະມານ 6-7 ກິໂລແມັດ ເປັນແຫລ່ງທ່ອງທ່ຽວ ທີ່ອ້ອມຮອບ ໄປດ້ວຍພູ ເຊິ່ງມີຄວາມສູງ ຈາກໜ້າດິນປະມານ 100 ແມັດ ແລະ ມີຄວາມຍາວປະມານ 400 ແມັດ ມີຫີນຍ້ອຍຮູບຮ່າງຕ່າງໆຢ່າງສວຍງາມ ແລະ ດ້ານນອກ ພາຍໃນເຂດຖ້ໍາປູຄໍາ ມີກິຈກັມອື່ນໆ ໃຫ້ພັກຜ່ອນ ເຊັ່ນໂຫນເຊືອກ, ຫລີ້ນນ້ໍາ ລວມເຖິງຍັງມີຮ້ານອາຫານ ບໍຣິການ ນັກທ່ອງທ່ຽວນໍາດ້ວຍ. 

ນອກຈາກນີ້ ໃນ ເດືອນ 6 ຕົ້ນປີ 2023 ທີ່ຜ່ານມາ ໃນເມືອງວັງວຽງ ມີນັກທ່ອງທ່ຽວທັງໝົດປະມານ 300,000 ປາຍ ຄົນ ໃນນັ້ນສ່ວນໃຫຍ່ ເປັນນັກທ່ອງທ່ຽວພາຍໃນ 200,000 ປາຍຄົນ ນັກທ່ອງທ່ຽວ ຕ່າງປະເທດ 100,000 ປາຍຄົນ ແລະ ພາຍໃນເມືອງວັງວຽງ ມີທີ່ພັກທັງໝົດ 196 ແຫ່ງ ຮັບແຂກໄດ້ ຕໍ່ມື້ປະມານ 13,000 ປາຍຄົນຕໍ່ມື້ ອີງຕາມການຣາຍງານຂອງ ທ່ານ ອັດສະຍາໄສ ມະນີວັນ ຫົວໜ້າຫ້ອງການຖແຫລງຂ່າວ, ວັດທະນະທັມ ແລະ ທ່ອງທ່ຽວ ເມືອງວັງວຽງ, ແຂວງວຽງຈັນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.