ຜູ້ຖືກກ່າວຫາ 3 ຄົນ ຖືກຈັບ ຖານໃຊ້ເງິນກີບປອມ
2024.08.13
ໃນເດືອນມິຖຸນາ ທີ່ຜ່ານມາ ເຈົ້າໜ້າທີ່ຕໍາຫຼວດ ພະແນກປ້ອງກັນເສດຖະກິດ ປກສ ແຂວງຫຼວງນໍ້າທາ ໄດ້ຈັບໂຕ ນາງສືບ ຢູ່ເມືອງນາແລ ແຂວງຫຼວງນໍ້າທາ ພ້ອມເງິນກີບປອມ ຈໍານວນ 5,100,000 ກີບ ມາສອບສວນ ຍ້ອນກ່ອນໜ້ານີ້ ນາງສືບ ໄດ້ນໍາເງິນປອມ ປະເພດ ໃບ 50,000 ກີບ ມາໃຊ້ຈ່າຍຢູ່ເມືອງນາແລ.
ນາງ ສືບ ສາລະພາບວ່າ ໄດ້ເອົາເງິນ 1,500 ຢວນ ໄປແລກປ່ຽນເງິນກີບ ກັບທ້າວວັນໄຊ ເຊິ່ງເປັນໂຊເຟີ້ລົດ ຢູ່ແຂວງບໍ່ແກ້ວ ໄດ້ເງິນມາຈໍານວນ 5,500,000 ກີບ ໃຊ້ຈ່າຍເປັນຄ່າໂດຍສານ ໄປເມືອງນາແລ ຈໍານວນ 450,000 ກີບ ຕໍ່ມາ ຈຶ່ງໄດ້ນໍາເງິນທີ່ເຫຼືອ ໄປຊື້ເຄື່ອງຢູ່ຕະຫຼາດເມືອງນາແລ.
ຕໍ່ມາ ປກສ ແຂວງຫຼວງນໍ້າທາ ໄດ້ສົມທົບການສອບສວນ ກັບ ປກສ ແຂວງບໍ່ແກ້ວ ແລະກັກໂຕທ້າວ ວັນໄຊ ໄດ້ຢູ່ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ຜູ້ກ່ຽວໄດ້ຊັກທອດເຖິງທ້າວ ພອນສະຫວັນ ເຊິ່ງເປັນຄົນໄທ ຢູ່ແຂວງຊຽງຮາຍ ທີ່ເປັນຜູ້ນໍາເງິນກີບປອມມາໃຫ້.
ຕໍ່ມາ ໃນວັນທີ 27 ເດືອນມິຖຸນາ ສາມາຈັບໂຕ ທ້າວ ພອນສະຫວັນ ພ້ອມຂອງກາງ ເງິນກີບປອມ 1,000,000 ກີບ ມາສອບສວນ ຈົນໄດ້ຂໍ້ສະຫຼຸບວ່າ ທ້າວ ພອນສະຫວັນ ເອົາເງິນກີບປອມ ມາຈາກປະເທດໄທ ຈໍານວນ 24,000,000 ກີບ ແລະນໍາມາໃຊ້ຈ່າຍ ຢູ່ແຂວງບໍ່ແກ້ວ ແລະໄດ້ແລກປ່ຽນເປັນເງິນຢວນ ຈໍານວນໜຶ່ງ ໃຊ້ຈ່າຍຈົນເຫຼືອ 6,550,000 ກີບ ຈຶ່ງໄດ້ນໍາໄປແລກປ່ຽນ ເອົາເງິນຢວນນໍາ ນາງ ສືບ.
ກ່ຽວກັບເລື່ອງນີ້ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຍັງ ພະແນກປ້ອງກັນເສດຖະກິດ ປກສ ແຂວງຫຼວງນໍ້າທາ ເພື່ອສອບຖາມຂໍ້ມູນເພີ່ມຕື່ມ ແຕ່ເຈົ້າໜ້າທີ່ຕໍາຫຼວດ ຍັງບໍ່ສະດວກໃຫ້ຂໍ້ມູນ ແລະບໍ່ສາມາດຕິດຕໍ່ຫາ ພະແນກປ້ອງກັນເສດຖະກິດ ປກສ ແຂວງບໍ່ແກ້ວໄດ້.
ຢ່າງໃດກໍ່ຕາມ ເຈົ້າໜ້າທີ່ຕໍາຫຼວດ ຢູ່ກອງບັນຊາການ ປກສ ແຂວງຫຼວງນໍ້າທາ ທີ່ຮູ້ກ່ຽວກັບຄະດີນໍາໃຊ້ເງິນປອມ ທ່ານໜຶ່ງ ກ່າວວ່າ ບໍ່ຮູ້ຄັກແນ່ວ່າ ພາກສ່ວນທີ່ຮັບຜິດຊອບ ດໍາເນີນການແນວໃດຕື່ມ ແຕ່ທີ່ຜ່ານມາ ຢູ່ແຂວງຫຼວງນໍ້າທາ ກໍ່ເຄີຍມີຄະດີ ການນໍາໃຊ້ເງິນປອມເກີດຂຶ້ນມາກ່ອນ, ດັ່ງທ່ານກ່າວ ຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 13 ສິງຫາ 2024 ນີ້ວ່າ:
“ຄະດີນີ້ຍັງໄດ້ຍິນແຕ່ຂ່າວ ພາກສ່ວນທີ່ກ່ຽວຂ້ອງ ມີຂໍ້ສະຫຼຸບແນວໃດ ກໍ່ບໍ່ຮູ້ນໍາເຂົາເດີ້ ແມ່ນໆເຂົາມາເຄື່ອນໄຫວ ຢູ່ແຂວງຫຼວງນໍ້າທາ ນີ້ມີ ກໍລະນີນີ້ ຜ່ານມາຫຼາຍປີນີ້ ມີ ແຕ່ວ່າ ໄລຍະໜຶ່ງກໍ່ມິດງຽບ ໄລຍະໜຶ່ງກໍ່ມາອີກ ປີກາຍປີກ່ອນ ກໍ່ມີຄັ້ງໜຶ່ງເດ້.”
ນອກຈາກນີ້ ປກສ ແຂວງຫຼວງນໍ້າທາ ໄດ້ເຕືອນປະຊາຊົນໃນແຂວງ ວ່າ ຖ້າມີຄົນເອົາເງິນກີບ ໃບ 50,000 ກີບ ມາແລກກັບເງິນກີບ ພຽງ 25,000 ກີບ ຫຼື ຮູບການອື່ນ ທີ່ສົງໄສວ່າ ແມ່ນເງິນປອມ ກໍ່ໃຫ້ເອົາເຂົ້າສອບຖາມນໍາທະນາຄານ ຫຼື ແຈ້ງ ປກສ ໄດ້ທັນທີ.
ດ້ານຊາວບ້ານ ຢູ່ເມືອງນາແລ ແຂວງຫຼວງນໍ້າທາ ທ່ານໜຶ່ງ ກ່າວວ່າ ພໍໄດ້ຍິນຂ່າວ ເລື່ອງໃຊ້ເງິນປອມນີ້ຢູ່ ຍ້ອນເຫັນແຈ້ງການຂອງແຂວງບໍ່ແກ້ວ ທີ່ເຕ່ອນໃຫ້ລະມັດລະວັງເງິນກີບປອມ ໂດຍຂໍ້ສັງເກດ ໃນການແຍກເງິນແທ້ ກັບເງິນປອມ ຄື ເງິນກີບປອມ ຈະຂຶ້ນຕົ້ນດ້ວຍ ລະຫັດ AZ021 ຫຼື AZ210 ແລະ ສີ ຂອງເງິນປອມ ຈະຫຼຸດລອກໄດ້ ຍ້ອນເກີດຈາກ ການນໍາເງິນແທ້ ໄປກ໊ອບປີ້ສີ, ດັ່ງທ່ານ ກ່າວວ່າ:
“ກໍ່ພໍໄດ້ຍິນຢູ່ເຈົ້າ ທາງແຂວງບໍ່ແກ້ວເພິ່ນແຈ້ງການ ເງິນປອມລະບາດຢູ່ທາງພຸ້ນ ເຂົາເຈົ້າກໍ່ແຈ້ງມາທາງແຂວງຫຼວງນໍ້າທາ ໃຫ້ລະວັງ ເຂົາເຈົ້າແຈ້ງການມາແລ້ວ ເຂົາເຈົ້າກໍ່ຈັດການ ເພາະວ່າມັນ ເງິນປອມມັນມີປັນຫາ ມັນມີເລກ ໃນໃບກໍາກັບເງິນ ເປັນເລກລະຫັດນ່າເຈົ້າ ມັນມີຂຶ້ນຕົ້ນດ້ວຍ AZ021 ຫຼືວ່າ AZ210 ຂະເຈົ້າບໍ່ຮັບ ເພາະວ່າມັນເປັນເງິນປອມ.”
ຂະນະທີ່ ຜູ້ປະກອບການເຮືອນພັກ ຢູ່ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ທ່ານໜຶ່ງ ກ່າວວ່າ ສ່ວນໂຕແລ້ວ ຍັງບໍ່ເຄີຍເຫັນເງິນກີບປອມເທື່ອ ແຕ່ກໍ່ເຫັນຂ່າວ ການແຈ້ງເຕືອນເງິນກີບປອມ ລະບາດຢູ່ແຂວງບໍ່ແກ້ວ ຕັ້ງແຕ່ເດືອນເມສາ ທີ່ຜ່ານມາແລ້ວ ໂດຍແຈ້ງການ ໃຫ້ລະວັງເງິນກີບປອມ ປະເພດໃບ 50,000 ກີບ ເປັນພິເສດ, ດັ່ງທ່ານກ່າວວ່າ:
“ບໍ່ ບໍ່ເຄີຍຮູ້ຈັກເທື່ອ ກະເຕືອນຢູ່ ກະແຕ່ກະບໍ່ເຫັນ ກະບໍ່ໄດ້ຍິນຂ່າວ ກະມີແຕ່ວ່າ ໃຫ້ລະວັງເງິນປອມ ເງິນຫຍັງລະບາດ ສ່ວນຫຼາຍ ໃບ 50,000 (ກີບ) ຕັ້ງແຕ່ເດືອນແລ້ວ ເດືອນກ່ອນພຸ້ນນ່າ ເດືອນ 4 ເດືອນ 5 ພຸ້ນນ່າ.”
ສ່ວນພະນັກງານທະນະຄານ ທຸລະກິດ ຢູ່ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ນາງໜຶ່ງ ກ່າວວ່າ ປະຊາຊົນ ສາມາດນໍາເງິນຕາມາແລກເປັນເງິນກີບ ທີ່ທະນາຄານໄດ້ຕາມປົກກະຕິ ໂດຍບໍ່ຕ້ອງກັງວົນວ່າ ຈະເປັນເງິນກີບປອມ ຍ້ອນທະນາຄານ ຕ້ອງໄດ້ກວດກາເງິນກ່ອນທຸກເທື່ອ ກ່ອນນໍາເງິນເຂົ້າມາໃນລະບົບ, ດັ່ງນາງກ່າວວ່າ:
“ສາມາດມາປ່ຽນ ໃນທະນາຄານໄດ້ເຈົ້າ ຖ້າຕ້ອງການເປັນເງິນກີບ ແຕ່ວ່າ ທາງເຮົາ ກໍ່ມີເຄື່ອງກວດເຄື່ອງຫຍັງເນາະ ສາມາດກວດເບິ່ງໄດ້ຫັ້ນນ່າ ແຕ່ວ່າ ບໍ່ມີເດີ້ ຖ້າວ່າອອກຈາກທະນາຄານໄປ ສິເປັນເງິນປອມຫັ້ນນ່າເນາະ.”
ກ່ອນໜ້ານີ້ ໃນເດືອນເມສາ ທະນາຄານແຫ່ງ ສປປ ລາວ ໄດ້ອອກແຈ້ງການ ເຕືອນປະຊາຊົນ ກ່ຽວກັບເງິນກີບປອມ ປະເພດໃບ 50,000 ກີບ ລຸ້ນປີ 2004 ຢູ່ແຂວງບໍ່ແກ້ວ ໂດຍເງິນກີບປອມ ມີຮູບແບບ ສີສັນ ລວດລາຍ ຄ້າຍຄືກັບເງິນແທ້ ແຕ່ເມື່ອສໍາຜັດ ຈະຮູ້ສຶກຄ້າຍກັບຈັບເຈັ້ຍເອສີ່ ທໍາມະດາ. ການແຜ່ລະບາດ ຂອງເງິນປອມ ເຮັດໃຫ້ຜູ້ປະກອບການ ຮ້ານຄ້າຈໍານວນໜຶ່ງ ຢູ່ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ໄດ້ຮັບຄວາມເດືອດຮ້ອນ.
ການປອມແປງເງິນ ຫຼື ການໃຊ້ເງິນປອມ ມີຄວາມຜິດຕາມມາດຕາ 129 ຂອງປະມວນກົດໝາຍອາຍາ ແຫ່ງ ສປປ.ລາວ ປີ 2017 ໂດຍ ຜູ້ປອມແປງ ຈະຖືກລົງໂທດ ຕັດອິດສະລະພາບ ແຕ່ 5 ປີ ຫາ 15 ປີ ແລະ ຈະຖືກປັບໃໝ ແຕ່ 50,000,000 ກີບ ຫາ 500,000,000 ກີບ.
ຂະນະທີ່ ຜູ້ນຳໃຊ້ ຈະຖືກລົງໂທດ ຕັດອິດສະລະພາບ ແຕ່ 3 ເດືອນ ຫາ 5 ປີ ແລະ ຈະຖືກປັບໃໝ ແຕ່ 2,000,000 ກີບ ຫາ 5,000,000 ກີບ. ທາງດ້ານ ຜູ້ມີເງິນປອມຢູ່ໃນຄອບຄອງ ແຕ່ບໍ່ໄດ້ແຈ້ງຕໍ່ເຈົ້າໜ້າທີ່ ຈະຖືກລົງໂທດ ຕັດອິດສະລະພາບ ແຕ່ 3 ເດືອນ ຫາ 2 ປີ ແລະ ຈະຖືກປັບໃໝ ແຕ່ 1,000,000 ກີບ ຫາ 5,000,000 ກີບ.