ພະນັກງານ, ທະຫານ, ຕຳຫຼວດໄດ້ຮັບຜົນກະທົບ ຈາກເງິນເຟີ້

ໄຊຍາ
2024.03.29
ພະນັກງານ, ທະຫານ, ຕຳຫຼວດໄດ້ຮັບຜົນກະທົບ ຈາກເງິນເຟີ້ ຮູບປະກອບ: ຕຳຫຼວດ ກຳລັງປະຕິບັດໜ້າທີ່ ຕາມສະຖານີລົດໄຟລາວ-ຈີນ. ເມືອງໄຊ ແຂວງອຸດົມໄຊ. ເດືອນມິຖຸນາ ປີ 2022.
ນັກຂ່າວ ພົລເມືອງ

ໃນໄລຍະສະພາບເສດຖະກິດ-ການເງິນຂອງປະເທດລາວຕົກຕໍ່າ ຈາກບັນຫາເງິນເຟີ້, ເງິນກີບອ່ອນຄ່າ ແລະ ອັດຕາແລກປ່ຽນຈຶ່ງເຮັດໃຫ້ຄ່າຄອງຊີບຢູ່ລາວເພີ່ມສູງຂຶ້ນ ໂດຍສະເພາະລາຄາສິນຄ້າເຄື່ອງອຸປະໂພກ-ບໍລິໂພກ ທີ່ນັບມືຈະແພງຂຶ້ນເລື້ອຍໆ ຈາກບັນຫາດັ່ງກ່າວລັດຖະບານລາວ ຍົກໃຫ້ເປັນບັນຫາເຄັ່ງຮ້ອນທີ່ຈະຕ້ອງໄດ້ຮັບການແກ້ໄຂ ຢ່າງຮີບດ່ວນ ເພາະມັນກະທົບຕໍ່ຊີວິດການເປັນຢູ່ ຂອງພະນັກງານ, ທະຫານ ແລະ ຕຳຫຼວດທົ່ວປະເທດ.

ສູນສະຖິຕິແຫ່ງຊາດ ກະຊວງແຜນການ ແລະການລົງທຶນລາຍງານວ່າ ອັດຕາເງິນເຟີ້ ຢູ່ລາວປະຈຳເດືອນມີນາ 2024 ຢູ່ໃນລະດັບ 24.98% ແລະ ລວມໄຕມາດທຳອິດ ຢູ່ໃນລະດັບ 24.93%.

ດັ່ງພະນັກງານກອງບັນຊາການ ປກສ ແຂວງຫົວພັນ ຍານາງກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 29 ມີນາ ນີ້ວ່າ:

“ດຽວນີ້ກາເງິນເຟີ້ຄືວ່າຫັ້ນແຫຼະເນາະ ກາຕ້ອງໝູນໃຊ້ໃຫ້ມັນພຽງພໍເບາະ ກາບໍ່ຢາກພໍເນາະເງິນເດືອນເຮົາກາໜ້ອຍແລ້ວລາຍຈ່າຍ ເຮົາກາຫຼາຍອັນໃດກາແພງຄືວ່າຫັ້ນແຫຼະ ມັນກາບໍ່ແນ່ນອນເງິນເດືອນຕຳຫຼວດເຮົາ.”

ຍານາງກ່າວອີກວ່າ ພະນັກງານປະຈໍາຫ້ອງການ ແລະຕໍາຫຼວດ ຊັ້ນຜູ້ນ້ອຍຈະໄດ້ຮັບເງິນປະມານ 2-3 ລ້ານກີບເທົ່ານັ້ນຂະນະທີ່ຄ່າໃຊ້ຈ່າຍ ຕໍ່ເດືອນຂອງພະນັກງານ ແຕ່ລະຄົນສະເລັ່ຍກະຕົກຢູ່ປະມານ 4-5 ລ້ານກີບຈຶ່ງເຮັດໃຫ້ພະນັກງານ ສ່ວນຫຼາຍໄດ້ຮັບຜົນກະທົບຢ່າງໜັກໃນໄລຍະນີ້.

ພະນັກງານຫ້ອງການ ປກສ ເມືອງເຊໂປນ ແຂວງສະຫວັນນະເຂດ ກ່າວວ່າ ຫາກເປັນພພະນັກງານ ປກສ ທີ່ເຮັດວຽກປະຈຳຢູ່ຫ້ອງການບໍລິຫານທົ່ວໄປ ຈະໄດ້ຮັບເງິນເດືອນປະມານ 1-3 ລ້ານກີບເຊິ່ງເປັນລາຍໄດ້ຫຼັກກໍຈະໄດ້ຮັບຜົນກະທົບ ຢ່າງໜັກໃນໄລຍະທີ່ອັດຕາເງິນເຟີ້ສູງ ເພາະສິນຄ້າເກືອບທຸກໝວດປັບຂຶ້ນລາຄາແພງຫຼາຍ.

ເພື່ອເຮັດໃຫ້ຊີວິການ ເປັນຢູ່ຂອງພະນັກງານລັດຖະກອນ ດີຂຶ້ນກໍຢາກສະເໜີໃຫ້ລັດຖະບານລາວ ຮີບດ່ວນທີ່ຈະແກ້ໄຂບັນຫາອັດຕາເງິນເຟີ້, ເງິນກີບອ່ອນຄ່າ ແລະ ລາຄາສິນຄ້າໃນລາວໃຫ້ຫຼຸດຜ່ອນລົງ ຫຼືເພີ່ມເງິນອຸດໜູນ ໃຫ້ກັບພະນັກງານລັດຖະກອນຂຶ້ນຕື່ມ.

ດັ່ງພະນັກງານຫ້ອງການ ປກສ ເມືອງເຊໂປນ ແຂວງສະຫວັນນະເຂດ ຍານາງກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ແມ່ນແຫຼະພະນັກງານເຮົາກາສ່ວນຫຼາຍເນາະ ອາໄສເງິນເດືອນກາຄືເວົ້າດຽວນີ້ຄ່າໃຊ້ຈ່າຍ ເຄື່ອງຂອງແມ່ນຫຍັງມັນຢາກແພງແດ່ມີແຕ່ວ່າ ບໍ່ພຽງພໍເຮົາກາໄດ້ຢືມຫຍັງໄປກ່ອນກາດີຫັ້ນແຫຼະ ຄັນມີວີທີທາງຂໍໃຫ້ທາງເພິ່ນຊ່ວຍເນາະ.”

ພະນັກງານພະແນກຍຸຕິທໍາ ແຂວງໄຊຍະບູລີ ກ່າວວ່າເງິນເດືອນພະນັກງານທົ່ວໄປ ຈະໄດ້ປະມານ 1-2 ລ້ານກີບແຕ່ຄ່າຄອງຊີບ ຢູ່ລາວນັບມື້ນັບຈະແພງຂຶ້ນເລື້ອຍໆ ແລະ ໄດ້ກາຍມາເປັນຄວາມລຳບາກ ຕໍ່ໍຊີວິດການເປັນຢູ່ຂອງພະນັກງານລັດຖະກອນ ຢ່າງໜັກໃນປັດຈຸບັນ.

ຖ້າພະນັກງານບໍ່ຖືເຂົ້າອາຫານ ມາກິນເອງເພື່ອປະຢັດຄ່າໃຊ້ຈ່າຍ ກາຕ້ອງອອກໄປກິນເຂົ້າຢູ່ນອກຫ້ອງການ ເຊິ່ງລາຄາແພງຫຼາຍເປັນຕົ້ນເຂົ້າປຽກກໍລາຄາປະມານ 25-30 ພັນກີບຕໍ່ຖ້ວຍ ຈາກເມື່ອກ່ອນລາຄາປະມານ 10-15 ພັນກີບເທົ່ານັ້ນ.

ດັ່ງພະນັກງານພະແນກຍຸຕິທຳ ແຂວງໄຊຍະບູລີຍານາງກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນວ່າ:

“ເພາະວ່າຄ່າຄອງຊີບມັນປະເພດແບບເຄື່ອງບໍລິໂພກ ແມ່ນຫຍັງຈັ່ງຊິເນາະກາແພງຊີ້ ກາແຕ່ວ່າເງິນເດືອນເຮົາກາຢູ່ຄົງທີ່ດຽວນີ້ ຄືເປັນປະເພດເຂົ້າປຽກຈັ່ງຊິກາ 25 ພັນ 30 ພັນກີບຕໍ່ຖ້ວຍ.”

ພະນັກງານຢູ່ແຂວງຫົວພັນ ກ່າວວ່າດຽວນີ້ໄດ້ຮັບເງິນເດືອນປະມານ 4 ລ້ານປາຍກີບແຕ່ດ້ວຍສະພາບເສດຖະກິດໃນປັດຈຸບັນກາບໍ່ພຽງພໍ ເພາະຄ່າໃຊ້ຈ່າຍແຕ່ລະເດືອນສູງກ່ວາລາຍຮັບ ເຊິ່ງພະນັກງານທະຫານແຕ່ລະຄົນກາ ຕ້ອງໄດ້ເພິ່ງຕົນເອັງໂດຍຫັນໄປເຮັດການປູກຝັງຕື່ມ ເປັນຕົ້ນປູກພືດ-ຜັກ ປູກໄມ້ໃຫ້ໝາກແລະລ້ຽງສັດເພື່ອໃຫ້ກຸ້ມຕົນເອັງ. ໂດຍບໍ່ໄດ້ຄາດຫວັງວ່າຈະໄດ້ຮັບເງິນອຸດໜູນຈາກລັດຖະບານເພີ່ມເນື່ອງຈາກງົບປະມານ ທີ່ນຳໃຊ້ທາງການທະຫານກາຫຼາຍສົມຄວນແລ້ວ.

ດັ່ງພະນັກງານແຂວງຫົວພັນ ທ່ານກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນວ່າ:

“ບໍ່ມີໃຜຢາກມີຫັ້ນແລ້ວ ຊ່ວງນີ້ແຮງງານເທດສະການດອງ ສ່ວນຫຼາຍໃຜກາເຮັດຢູ່ເມືອງໂຕເອງ ແລ້ວກາລ້ຽງເພີ່ງພາໂຕເອັງຫັ້ນແຫຼະ ເພາະວ່າທຸກມື້ນີ້ກາໄດ້ໃຊ້ງົບປະມານຫຼາຍເດ້.”

ພະນັກງານທະຫານແຂວງຊຽງຂວາງ ກ່າວວ່າສ່ວນຫຼາຍພະນັກງານທີ່ມີລາຍຮັບ ທາງດຽວ ແລະຍັງເປັນລະດັບທະຫານຊັ້ນຜູ້ນ້ອຍ ກາມີຜົນກະທົບຫຼາຍສົມຄວນ ເພາະເງິນເດືອນຕົກຢູ່ປະມານ 1-3 ລ້ານກີບເທົ່ານັ້ນ, ສ່ວນໂຕທ່ານເອງ ໄດ້ເງິນປະມານ 4-5 ລ້ານກີບກາຍັງບໍ່ພຽງພໍໃຊ້ໃນ ແຕ່ລະເດືອນກາໄດ້ຫັນໄປປູກຜັກ ແລະລ້ຽງສັດເພື່ອປະຢັດຄ່າໃຊ້ຈ່າຍ ແລະຫຼຸດຜ່ອນການຊື້ສິນຄ້າ ຕາມຕະຫຼາດທີ່ນັບມື້ແພງຂຶ້ນ.

ສ່ວນຄ່າໃຊ້ຈ່າຍຕໍ່ເດືອນ ທີ່ຈະຕ້ອງໄດ້ຈ່າຍແພງທີ່ສຸດຄືຄ່ານໍ້າມັນລົດທຽວ ການເນື່ອງຈາກພະນັກງານຫ້ອງການແລະທະຫານ ບາງຄົນບໍ່ໄດ້ປະຈຳຢູ່ຄ້າຍທະຫານ ຍັງຕ້ອງໄດ້ເດີນທາງໄປກັບທຸກມື້ ແລະເສັ້ນທາງການເປັນເສັ້ນທາງ ພູສູງບໍ່ແມ່ນເສັ້ນທາງທົ່ງພຽງ ຈຶ່ງເຮັດໃຫ້ສີ້ນເປືອງນໍ້າມັນຢ່າງໜັກ.

ດັ່ງເຈົ້າໜ້າທີ່ທະຫານແຂວງຊຽງຂວາງ ທ່ານກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນວ່າ:

ໃຫ້ມັນກຸ້ມກາບໍ່ກຸ້ມແລ້ວອາໄສວ່າ ປູກຝັງລ້ຽງສັດຂຶ້ນຕື່ມຫັ້ນແລ້ວອາໄສແຕ່ເງິນເດືອນ ກາບໍ່ພໍຫັ້ນແຫຼະ 4ລ້ານ 5 ລ້ານ ຄັນບໍ່ອາໄສແນວນັ້ນ ມັນກາບໍ່ກຸ້ມກິນແຫຼະ ທຸກມື້ນີ້ລົດໃຫຍ່ທຽວການອາທິດໜຶ່ງ ມັນກາຕົກເປັນ 5-6 ແສນ.

ເມື່ອວັນທີ 26-27 ມີນາ 2024 ກອງປະຊຸມສະໄໝສາມັນ ຂອງລັດຖບານປະຈໍາເດືອນມີນາ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ກໍໄດ້ກ່າວວ່າຈະຮີບດ່ວນແກ້ໄຂວຽກງານດ້ານ ເສດຖະກິດຢ່າງເຄັ່ງຮ້ອນໂດຍສະເພາະ ບັນຫາເງິນເຟີ້, ອັດຕາແລກປ່ຽນ, ຄຸ້ມຄອງລາຄາສິນຄ້າ ເຄື່ອງອຸປະໂພກ-ບໍລິໂພກ ທີ່ມີຜົນກະທົບຕໍ່ຊີວິດການເປັນຢູ່ ຂອງພະນັກງານ, ທະຫານ, ຕຳຫຼວດໂດຍສະເພາະ ໃນໄລຍະເທດສະການປີໃໝ່ລາວ ໃນເດືອນເມສານີ້.

ອີງຕາມການລາຍງານ ຂອງກະຊວງພາຍໃນປີ 2022 ລະບຸວ່າຈໍານວນພະນັກງານລັດຖະກອນ ທົ່ວປະເທດມີປະມານ 175,000 ຄົນໃນນັ້ນເປັນພະນັກງານລັດຖະກອນ ທີ່ຢູ່ໃນລະດັບຂັ້ນ 1 ຈາກທັງໝົດ 5 ຂັ້ນປະມານ 68,000 ຄົນນັ້ນໝາຍເຖິງພະນັກງານລັດຖະກອນເລົ່ານັ້ນ ໄດ້ຮັບເງິນເດືອນພຽງແຕ່ລ້ານປາຍກີບ ແຕ່ບໍ່ເຖິງ 2 ລ້ານ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.