ເງິນຢວນ, ເງິນບາທ ຍັງເປັນສະກຸນເງິນ ທີ່ໃຊ້ຊື້-ຂາຍຫຼາຍ ໃນສາມຫຼ່ຽມຄຳ

ເຂດເສຖກິຈພິເສດ ສາມຫຼ່ຽມຄຳ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ເດືອນມົກກະຣາ ປີ 2023.
ເຂດເສຖກິຈພິເສດ ສາມຫຼ່ຽມຄຳ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ເດືອນມົກກະຣາ ປີ 2023. (RFA)

0:00 / 0:00

ໃນກອງປະຊຸມຣັຖບານເປີດກວ້າງ ຄັ້ງທີ 2 ປີ 2023 ເມື່ອບໍ່ດົນມານີ້, ທ່ານ ບົວຄົງ ນາມມະວົງ ເຈົ້າແຂວງ ແຂວງບໍ່ແກ້ວ ໄດ້ໃຫ້ສັມພາດຕໍ່ສື່ມວນຊົນລາວ ວ່າ ປັດຈຸບັນ ການສົ່ງເສີມຊຸກຍູ້ໃຫ້ໃຊ້ເງິນກີບ ພາຍໃນເຂດເສຖກິຈພິເສດສາມຫຼ່ຽມຄໍາ ຖືວ່າດີຂຶ້ນກວ່າເກົ່າ ທັງໄດ້ໃຫ້ຜູ້ປະກອບການຕ່າງໆ ພາຍໃນເຂດເຂດດັ່ງກ່າວ ມີການຕິດປ້າຍລາຄາສິນຄ້າ ແລະຊໍາລະສະສາງເປັນເງິນກີບ ອີກທັງ ຍັງໃຫ້ບັນດາບໍຣິສັດຕ່າງໆ ມີການຈ່າຍເງິນໃຫ້ພະນັກງານ ເປັນອັດຕຣາເງິນກີບ ພ້ອມທັງມີການຂຍາຍ ທະນາຄານ ສາຂາຕ່າງໆ ພາຍໃນເຂດດັ່ງກ່າວນີ້, ອີງຕາມການຣາຍງານ ຂອງວິທຍຸຊາວໜຸ່ມລາວ ເມື່ອວັນທີ 7 ມົກກະຣາ ທີ່ຜ່ານມາ.

ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ຢູ່ເຂດເສຖກິຈພິເສດສາມຫຼ່ຽມຄໍາ ທ່ານນຶ່ງ ກໍໄດ້ຢືນຢັນວ່າ ປັດຈຸບັນ ທາງຄະນະບໍຣິຫານ ແລະຄຸ້ມຄອງເຂດເສຖກິຈພິເສດສາມຫຼ່ຽມຄໍາ ໄດ້ເອົາໃຈໃສ່ຢ່າງໜັກ ໃນການສົ່ງເສີມການໃຊ້ເງິນກີບ ໂດຍບໍ່ໃຫ້ຜູ້ປະກອບການຕ່າງໆ ຕັ້ງລາຄາສິນຄ້າເປັນເງິນຕ່າງປະເທດ ແລະຄັນຜູ້ປະກອບການໃດຝ່າຝືນ ແລະປະຕິເສດການຮັບເງິນກີບ ກໍຈະມີການປະຕິບັດມາຕການຕາມກົດໝາຍ.

ດັ່ງທ່ານ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 8 ມົກກະຣາ ນີ້ວ່າ:

“ໃຊ້ທັງ 3-4 ສະກຸນ ຢູ່ໃນເຂດນີ້ແຫຼະ ມີກີບແດ່, ມີບາທແດ່, ມີຢວນແດ່ ຖ້າຮ້ານໃດບໍ່ເອົາ ແມ່ນແຈ້ງທາງຄະນະຄຸ້ມຄອງເຂດເຮົາໂລດ ພວກເຮົາຈະປະສານກັບ ໜ່ວຍງານຮັບຜິດຊອບເຂົາເຈົ້າ ໄປເຄື່ອນໄຫວ.”

ຂະນະທີ່ ຄົນລາວທີ່ເຮັດວຽກ ໃນເຂດເສຖກິຈພິເສດສາມຫຼ່ຽມຄໍາ ຍັງເຫັນວ່າ ຢູ່ໃນເຂດນີ້ ຍັງມີການໃຊ້ເງິນຢວນ ແລະເງິນບາທໄທຍ ຫຼາຍກວ່າການໃຊ້ເງິນກີບ ແລະ ຮ້ານຄ້າຫຼາຍແຫ່ງ ມັກຕັ້ງລາຄາສິນຄ້າເປັນອັດຕຣາເງິນຢວນ ແທນທີ່ຈະຕັ້ງລາຄາສິນຄ້າ ເປັນອັດຕຣາເງິນກີບ.

ດັ່ງຊາວລາວທ່ານນຶ່ງ ກ່າວວ່າ:

“ສ່ວນຫຼາຍເຂົາເຈົ້າບໍ່ໃຊ້ນ່າ ໃຊ້ແຕ່ເງິນຢວນ. ໂອ ສ່ວນຫຼາຍເຂົາເຈົ້າໃຊ້ເງິນຢວນ ຢູ່ໃນເຂດສາມຫຼ່ຽມ ໃຊ້ເງິນຢວນ ກັບບາທ ຢູ່ໃນໂຕກາສິໂນ ຢູ່ໃນໂຕຫັ້ນແລ້ວແມ່ນ ສ່ວນຫຼາຍມີແຕ່ເງິນຢວນ ຢູ່ຕົ້ນເຜິ້ງລະເງິນບາທ.”

ຢ່າງໃດກໍຕາມ ເຖິງແມ່ນວ່າ ມີຮ້ານຄ້າ ແລະຮ້ານອາຫານຈໍານວນນຶ່ງ ໃນເຂດເສຖກິຈພິເສດສາມຫຼ່ຽມຄໍາ ທີ່ຍັງຮັບເອົາເງິນກີບຢູ່ກໍຕາມ ແຕ່ຄັນລູກຄ້າຈ່າຍເປັນເງິນກີບ ກໍມັກຈະຖືກເຈົ້າຂອງຮ້ານ ຄິດໄລ່ລາຄາໃນອັດຕຣາທີ່ສູງກວ່າປົກກະຕິ ເພື່ອເປັນການບີບບັງຄັບ ໃຫ້ຈ່າຍເປັນເງິນຢວນ ຫຼືເງິນບາທໄທຍແທນ.

ດັ່ງຊາວລາວ ອີກນາງນຶ່ງ ກ່າວວ່າ:

“ບໍ່ຮັບເລີຍ ເຂົາແທບຈະບໍ່ເອົາເລີຍ ຖ້າວ່າຮັບກະມີແຕ່ເຂົາໄລ່ເຣທສູງ. ແນະນໍາແລກເງິນກີບ ຖ້າຢູ່ໃນເຂດເຂົາຈະເອົາແຕ່ເງິນຢວນ. ຖ້າວ່າ ຢູ່ເຂດນອກ ເຂົາເຈົ້າຈະເອົາເປັນບາທ 2 ເງິນນີ້ແຫຼະ.”

ສ່ວນຜູ້ປະກອບການ ຮ້ານອາຫານ ຢູ່ໃນເຂດເສຖກິຈພິເສດສາມຫຼ່ຽມຄໍາ ນາງນຶ່ງ ກ່າວວ່າ ສໍາລັບຮ້ານຂອງນາງເອງ ກໍຮັບໝົດ ທັງເງິນກີບ, ເງິນຢວນ ຫຼືເງິນບາທໄທຍ ແລະຄັນລູກຄ້າ ຈະຈ່າຍເປັນເງິນກີບ ກໍສາມາດຈ່າຍໄດ້ ໂດຍບໍ່ມີການຄິດໄລ່ ໃນອັດຕຣາທີ່ສູງກວ່າປົກກະຕິ.

ດັ່ງຍານາງ ກ່າວວ່າ:

“ໂອ...ເງິນກີບກໍໄດ້ໝົດ ເງິນກີບກໍຮັບ ເງິນຫຍັງກໍຮັບນ່າ ເງິນບາທກໍຮັບ ເງິນຢວນກໍຮັບເດີ້.”

ທາງດ້ານຜູ້ທີ່ມີຄວາມຮູ້ ທາງດ້ານເງິນຕຣາ ຢູ່ແຂວງບໍ່ແກ້ວ ນາງນຶ່ງກ່າວວ່າ ເຖິງແມ່ນຢູ່ໃນເຂດດັ່ງກ່າວ ຈະມີການສົ່ງເສີມການໃຊ້ເງິນກີບ ໃຫ້ຫຼາຍຂຶ້ນກໍຕາມ ແຕ່ກໍເຫັນວ່າ ເປັນເຣື່ອງທີ່ຍາກທີ່ສຸດດ ຍ້ອນເງິນກີບສືບຕໍ່ເຟີ້ ແລະອ່ອນຄ່າ ເຮັດໃຫ້ໃຜກໍບໍ່ຢາກຖືຄອງເງິນກີບ ເຊິ່ງສໍາລັບ ຢູ່ແຂວງບໍ່ແກ້ວແລ້ວ ກໍເຫັນວ່າ ມີແຕ່ເມືອງຫ້ວຍຊາຍ ແລະເມືອງອື່ນໆ ທີ່ຍັງໃຊ້ແຕ່ເງິນກີບເປັນຫຼັກ ສ່ວນຢູ່ເມືອງຕົ້ນເຜິ້ງ ແລະເຂດເສຖກິຈພິເສດສາມຫຼ່ຽມຄໍາ ມັກໃຊ້ແຕ່ເງິນຢວນ ແລະເງິນບາທໄທຍ.

ດັ່ງຍານາງ ກ່າວໃນຕອນນຶ່ງວ່າ:

“ເອົາຢູ່ ແຕ່ວ່າ ສ່ວນຫຼາຍເຂົາເຈົ້າຈະໃຊ້ເງິນບາທ ກັບເງິນຢວນຫຼາຍ ເງິນກີບນີ້ແມ່ນ ຈະໃຊ້ແຕ່ຢູ່ຫ້ວຍຊາຍ ແຕ່ຢູ່ຕົ້ນເຜິ້ງນີ້ ຈະໃຊ້ເງິນຢວນ ກັບເງິນບາທ.”

ນອກຈາກນີ້ແລ້ວ ຜູ້ປະກອບການຈໍານວນຫຼາຍ ທີ່ລົງທຶນຢູ່ໃນເຂດເສຖກິຈພິເສດສາມຫຼ່ຽມຄໍາ ເປັນຕົ້ນ ຮ້ານຄ້າ ແລະຮ້ານບໍຣິການຕ່າງໆ ສ່ວນໃຫຍ່ ມັນໂຄສະນາສິນຄ້າ ແລະບໍຣິການ ຜ່ານສື່ສັງຄົມອ໋ອນລາຍນ໌ ພ້ອມທັງ ລະບຸຕັ້ງລາຄາສິນຄ້າ ແລະຄ່າບໍຣິການ ເປັນແຕ່ອັດຕຣາເງິນຢວນ ແລະເງິນບາທໄທຍ ແລະບໍຣິສັດອີກຈໍານວນຫຼາຍ ໃນເຂດເສຖກິຈພິເສດສາມຫຼ່ຽມຄໍາ ທີ່ມັກລົງໂຄສະນາ ຫາພະນັກງານ ຢູ່ໃນສື່ສັງຄົມອ໋ອນລາຍນ໌ ກໍມີການລະບຸອັດຕຣາເງິນເດືອນໃຫ້ແກ່ພະນັກງານ ເປັນອັດຕຣາເງິນຢວນເທົ່ານັ້ນ.

ກ່ອນໜ້ານີ້ ເມື່ອເດືອນພຶສພາ ປີ 2023 ທີ່ຜ່ານມາ ທ່ານ ພົລເອກ ວິໄລ ຫຼ້າຄໍາຟອງ ຮອງນາຍົກຣັຖມົນຕຣີ ແລະຣັຖມົນຕຣີ ກະຊວງປ້ອງກັນຄວາມສງົບ ໄດ້ລົງພື້ນທີ່ ຢູ່ເຂດເສຖກິຈພິເສດສາມຫຼ່ຽມຄໍາ ເພື່ອຊີ້ນໍາ ໃຫ້ຄະນະປະຈໍາເຂດແຫ່ງນີ້ ມີການສົ່ງເສີມການໃຊ້ເງິນກີບ ໃນການຊື້ຂາຍ-ແລກປ່ຽນ ຫຼືຊໍາລະຄ່າບໍຣິການຕ່າງທ, ພ້ອມທັງ ມີທິດທາງຊີ້ນໍາ ໃຫ້ແກ້ໄຂບັນຫາດ້ານອື່ນໆນໍາດ້ວຍ ເປັນຕົ້ນ ການຄ້າມະນຸສ, ໂສເພນີ, ການກໍ່ອາດຊະຍາກັມ ທາງລະບົບໂທລະຄົມ ຫຼື ສະແກມເມີ້, ການຄຸ້ມຄອງພາຫະນະ ແລະອື່ນໆ, ແຕ່ມາຮອດປັດຈຸບັນ ຫຼາຍບັນຫາ ກໍຍັງສືບຕໍ່ເກີດຂຶ້ນຢູ່ເລື້ອຍໆ.