ແຂວງເຊກອງ ມີແຜນກໍ່ສ້າງເຂື່ອນໄຟຟ້າ ອີກ 54 ແຫ່ງ

ຈຳປາທອງ
2024.01.09
ແຂວງເຊກອງ ມີແຜນກໍ່ສ້າງເຂື່ອນໄຟຟ້າ ອີກ 54 ແຫ່ງ ຮູບປະກອບ: ສາຍສົ່ງໄຟຟ້າ ໃນແຂວງພາກໃຕ້.
ນັກຂ່າວ ພົລເມືອງ

ຣັຖບານລາວ ແລະແຂວງເຊກອງ ມີໂຄງການອະນຸຍາດໃຫ້ ບໍຣິສັດຕ່າງໆ ສຶກສາ, ສໍາຣວດ, ອອກແບບ ແລະກໍ່ສ້າງ ເຂື່ອນໄຟຟ້າ ຢູ່ທົ່ວແຂວງ 54 ໂຄງການ ໃນນັ້ນມີໂຄງການ ທີ່ຢູ່ໃນຂັ້ນຕອນ ບົດບັນທຶກຄວາມເຂົ້າໃຈກັນ ຫຼື Memorandum Of Understanding (MOU) 28 ໂຄງການ, ຢູ່ໃນຂັ້ນຕອນສັນຍາ ເພື່ອພັທນາໂຄງການ ຫຼື Project Development Agreement (PDA) 15 ໂຄງການ ແລະ ຢູ່ໃນຂັ້ນຕອນສັນຍາສປະທານ (PA) 11 ໂຄງການ.

ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ພະລັງງານ ແລະບໍ່ແຮ່ແຂວງເຊກອງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 9 ມົກກະຣານີ້ວ່າ:

ເຂດເຊກອງພວກເຮົາກະເຊັນ MOU ແລ້ວກະ PDA ແລ້ວກະມີໄດ໋ PA ກະມີໄດ໋. ໂອ໋ ... ມັນຍາກຈ່າຍເງິນຊົດເຊີຍ ຫລາຍລະເວີ້ຍ ເພາະວ່າບຸກເບີກຖືກສວນຖືກຮົ້ວຫລາຍໆ ໄກ່ເກັ່ຽແດ່ ຍັງບໍ່ທັນໄດ້ໄກ່ເກັ່ຽແດ່ ໃຫ້ເຂົາຮູ້ແນວທາງເຮົາ ເຮົາຢາກເຮັດແນວນັ້ນ ຢາກພັທນາຈັ່ງຊີ້ຫັ້ນນ່າ ໄຟຟ້າ ອັນນີ້ສ່ວນຫລາຍເພິ່ນເອົາໄປທາງວຽດນາມ ພວກໃດຫາໄດ້ທາງວຽດນາມເພິ່ນກະສົ່ງອອກ.

ທ່ານກ່າວຕື່ມວ່າ ໂຄງການທີ່ວ່ານັ້ນ ສ່ວນໃຫຍ່ແມ່ນບໍຣິສັດ ຈາກວຽດນາມ ທີ່ເຂົ້າມາລົງທຶນສ້າງເຂື່ອນ ສົ່ງໄຟຟ້າ ເພື່ອຂາຍໃຫ້ວຽດນາມ ແລະອີກສ່ວນນຶ່ງ ແມ່ນບໍຣິສັດເອກກະຊົນລາວ ເຊັ່ນບໍຣິສັດ ຈະເລີນເຊກອງຈໍາກັດ, ບໍຣິສັດຜລິດ ໄຟຟ້າລາວ ມະຫາຊົນ ເພື່ອຂາຍໄຟຟ້າໃຫ້ຣັຖວິສາຫະກິຈ ໄຟຟ້າລາວ ນໍາໃຊ້ພາຍໃນປະເທດ.

ປັດຈຸບັນ ຢູ່ແຂວງເຊກອງ ມີເຂື່ອນຜລິດໄຟຟ້າແລ້ວ 3 ເຂື່ອນ ລວມກໍາລັງການຜລິດ 353 ເມກະວັດ ໃນນັ້ນມີ ເຂື່ອນຫ້ວຍລໍາພັນໃຫຍ່ 88 ເມກະວັດ, ເຂື່ອນຫ້ວຍລໍາພັນຕອນລຸ່ມ 15 ເມກະວັດ ແລະເຂື່ອນເຊກະໝານສາມ 250 ເມກະວັດ.

ຢູ່ແຂວງນີ້ ປະຊາຊົນ 164 ບ້ານ ມີ 18,633 ຄອບຄົວ ຫລື 83.51% ຂອງຈໍານວນຄອບຄົວ ທັງໝົດພາຍໃນແຂວງ ໄດ້ໃຊ້ໄຟຟ້າ.

ເວົ້າເຖິງຜົລກະທົບ ຈາກຫລາຍເຂື່ອນທີ່ວ່ານັ້ນ ເຈົ້າໜ້າທີ່ຜແນກຊັພຍາກອນ ທັມມະຊາຕ ແລະສິ່ງແວດລ້ອມ ແຂວງເຊກອງ ເວົ້າວ່າ ມີຜົລກະທົບຕໍ່ສິ່ງແວດລ້ອມ ແລະສັງຄົມ ຢ່າງໜັກໜ່ວງ ໂດຍສະເພາະແມ່ນເຂື່ອນໄຟຟ້າ ເຊກະໝານສາມ ຢູ່ເມືອງດາກຈຶງ.

ທ່ານເວົ້າວ່າ ຢາກໃຫ້ພາກສ່ວນທີ່ກ່ຽວຂ້ອງ ລົງພື້ນທີ່ເກັບກໍາຂໍ້ມູນ ແລະເຮັດບົດປະເມີນຜົລກະທົບ ຕໍ່ສິ່ງແວດລ້ອມ ແລະສັງຄົມຢ່າງລະອຽດ ກ່ອນຈະເຮັດສັນຍາສັມປະທານໂຄງການ ແລະໃຫ້ຊາວບ້ານຮູ້ຂໍ້ມູນນັ້ນນໍາ ເພື່ອບໍ່ໃຫ້ເກີດຂໍ້ຂັດແຍ່ງຕາມມາ ໂດຍສະເພາະເຣື່ອງການສູນເສັຍທີ່ດິນ, ການຈັດສັນ,ໂຍກຍ້າຍ ແລະແຜນການຟື້ນຟູຄຸນນະພາບຊີວິດ ຂອງປະຊາຊົນ ທີ່ໄດ້ຮັບຜົລກະທົບ.

ດັ່ງທີ່ທ່ານກ່າວໃນມື້ດຽວກັນນັ້ນວ່າ:

ຄັນເວົ້າເຣື່ອງສິ່ງແວດລ້ອມ ກະແມ່ນອອກໄປຢັ້ງຢືນ ເຂດການນໍາໃຊ້ທີ່ດິນໂດຍສະເພາະລະແມ່ນຜົລກະທົບ ຖາວອນ ແລ້ວກະຜົລກະທົບຊົ່ວຄາວ ກ່ຽວກັບທີ່ດິນແລະປ່າໄມ້ອິຫຍັງຫັ້ນນ່າ. ທີ່ຈະມີການພັທນາເຄື່ອນຫັ້ນແຫລະ ມີການໂຍກຍ້າຍມີການຈັດສັນ ມີການຟື້ນຟູຊີວິດການເປັນຢູ່ຂະເຈົ້າແດ່.

ກ່ຽວກັບແຜນການຂອງທາງການລາວ ທີ່ວ່ານີ້ ປະຊາຊົນຜູ້ນຶ່ງຢູ່ເມືອງດາກຈຶງ ເວົ້າວ່າ ບໍ່ຮູ້ນໍາເພິ່ນ ວ່າຈະມີໂຄງການກໍ່ສ້າງເຂື່ອນໄຟຟ້າ ຢູ່ແຂວງນີ້ຫລາຍປານໃດ, ເພິ່ນຈະສ້າງຫລາຍຊໍ່າໃດ ຊາວບ້ານກໍບໍ່ສາມາດຄັດຄ້ານ ຫລືວ່າຕໍ່ຕ້ານໄດ້. ແລະວ່າ ສິ່ງສໍາຄັນ ທີ່ຊາວບ້ານຢາກໃຫ້ທາງການເອົາໃຈໃສ່ ຄືບໍ່ເຮັດໃຫ້ປະຊາຊົນທົ່ວແຂວງເຊກອງ ເສັຍຜົລປໂຍດ ແລະເອົາປຽບປະຊາຊົນ, ຫາກຊາວບ້ານເສັຍດິນໃຫ້ໂຄງການ ຄວນໄດ້ຮັບເງິນຊົດເຊີຍ ຢ່າງສົມເຫດສົມຜົລ ຫລືຈັດສັນທີ່ດິນໃຫ້ໃໝ່.

ດັ່ງທີ່ທ່ານກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 9 ມົກກະຣານີ້ວ່າ:

ກະຍັງບໍ່ທັນຮູ້ ຄັນວ່າເຂົາປະຕິບັດຕາມນີ້ ກະຈັກສິວ່າແນວໃດ ບາງຄົນກະສົນໃຈຢູ່ ມັນເວົ້າເຣື່ອງດິນຢາກໃຫ້ມາລົມຫັ້ນແຫລະ ທັງ 4 ເມືອງ ແຂວງເຊກອງ ມັນຖືກມາ ຜົລກະທົບ ກະມີບັນຫາຫັ້ນແຫລະ.

ປະຊາຊົນ ຢູ່ເມືອງລະມາມ ກໍເວົ້າວ່າ ທຸກພາກສ່ວນທີ່ກ່ຽວຂ້ອງ ຕ້ອງເບິ່ງແຍງ ເອົາໃຈໃສ່ ກໍາກັບໂຄງການທີ່ວ່ານັ້ນ ບໍ່ໃຫ້ເກີດຜົລກະທົບຕໍ່ສິ່ງແວດ ລ້ອມ ແລະສັງຄົມ ໂດຍສະເພາະ ຕໍ່ຊາວບ້ານ ທີ່ຈະສູນເສັຍດິນ ແລະຖືກໃຫ້ໂຍກຍ້າຍ, ພວກເຂົາເຈົ້າຕ້ອງໄດ້ຮັບຄວາມເປັນທັມ ເພື່ອບໍ່ໃຫ້ເກີດບັນຫາຕ່າງໆຕາມມາ.

ເອີ... ກະເບິ່ງໆນໍາກັນຢູ່ຫັ້ນແຫລະ ກະບໍ່ກຸ້ມກະບໍ່ກຸ້ມ ກະເຮັດຈັ່ງໃດລະ ພາກຣັຖເພິ່ນພັທນາໃຫ້ເຮົາເນາະ ພາກຣັຖກະຊ່ວຍພໍ່-ແມ່ ປະຊາຊົນແດ່ ພໍໄດ້ແກ້ໄຂນໍ້າຈິດນໍ້າໃຈຫັ້ນແຫລະ. ຢາກໃຫ້ເປັນຫ່ວງຊາວບ້ານນີ້ແຫລະ.

ປະຊາຊົນຜູ້ນຶ່ງ ຢູ່ນະຄອນຫລວງວຽງຈັນ ກໍເວົ້າວ່າ ຢາກໃຫ້ຣັຖບານ ທົບທວນຄືນ ເຣື່ອງການສຶກສາ ສໍາຣວດ ໂຄງການສ້າງເຂື່ອນໄຟຟ້າ ເພາະປັດຈຸ ບັນ ເຂື່ອນຢູ່ລາວ ມີຫລາຍແລ້ວ ແຕ່ປະຊາຊົນຫລາຍຄອບຄົວ ຍັງບໍ່ທັນມີໄຟ ຟ້າໃຊ້, ຫລາຍຄອບຄົວເສັຍດິນ ແລະຖືກໃຫ້ໂຍກຍ້າຍ, ຄຸນນະພາບຊີວິດບໍ່ດີຂຶ້ນ.

ຄັນມາເວົ້າເຣື່ອງສິດຜົລປໂຍດ ປະຊາຊົນມັນບໍ່ໄດ້ຫຍັງດອກ ຊິເຮັດເປັນ 100 ເຂື່ອນ ມັນກະຄືຫັ້ນແຫລະ ຕ່າງປະເທດມັນເຮັດ ຕ່າງປະເທດມັນກະເອົາ ເພາະເຂົາເປັນຜູ້ລົງທຶນ ແລ້ວປະຊາຊົນເຮົາຈະໄດ້ຫຍັງ ພັຍທັມຊາດກະມາຄຸກຄາມອີກ ກະບໍ່ໄດ້ຢູ່ສະດວກສະບາຍ ຫາບ່ອນເຮັດບ່ອນສ້າງບ່ອນທໍາມາຫາກິນອິຫຍັງກໍບໍ່ມີ.

ບໍຣິສັດເຊກອງ 4 ພາວເວີ ຈໍາກັດ ຂອງນັກລົງທຶນໄທຍ ແລະການໄຟຟ້າຝ່າຍຜລິດ ແຫ່ງປະເທດໄທຍ ໄດ້ລົງນາມໃນສັນຍາຊື້-ຂາຍໄຟຟ້າ ຈາກເຂື່ອນເຊກອງ 4A ຂນາດ 165 ເມກະວັດ ຢູ່ເມືອງລະມາມ ແລະ 4B ຂນາດ 175 ເມກະວັດ ຢູ່ເມືອງກະລຶມ ແຂວງເຊກອງ ທີ່ນະຄອນຫລວງວຽງຈັນ ໃນມື້ວັນທີ 25 ທັນວາ 2023.

ອີງຕາມຣາຍງານ ຂອງກະຊວງພະລັງງານ ແລະບໍ່ແຮ່ ກ່ຽວກັບສັນຍາຊື້-ຂາຍໄຟຟ້າ ລະຫວ່າງລາວ ແລະປະເທດອ້ອມຂ້າງ ຄືກັບໄທຍ 10,500 ເມກະວັດ, ກັບກັມພູຊາ 6,000 ເມກະວັດ, ກັບວຽດນາມ 5,000 ເມກະວັດ, ກັບມາເລເຊັຽ 300 ເມກະວັດ, ກັບສິງກະໂປ 130 ເມກະວັດ ແລະກັບພະມ້າ 100 ເມກະວັດ.

ພາຍໃນປີ 2030 ຫາກແຫລ່ງພະງານໄຟຟ້າ ຢູ່ລາວ ຖືກສ້າງຂຶ້ນຄົບໂຄງການ, ລາວຈະມີໄຟຟ້າ ເຖິງ 28,000 ເມກະວັດ ຊຶ່ງທາງການລາວ ອ້າງວ່າ ຈະເປັນ ແບັດເຕີຣີ ຂອງອາຊ້ຽນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.