ທາງການລາວບໍ່ລົດລະ ສ້າງເຂື່ອນ
2018.11.19
ໃນວັນທີ 9 ພຶສຈິກາ ສື່ມວລຊົນຂອງທາງການລາວ ໄດ້ຣາຍງານວ່າ ທ່ານ ສົມດີ ດວງດີ ຮອງນາຍົກຣັຖມົນຕຣີ ໄດ້ມອບໃບຍ້ອງຍໍ ແລະ ຫຼຽນກາ ໃຫ້ແກ່ບໍຣິສັດ ເທີນຫີນບູນ ເຈົ້າຂອງໂຄງການເຂື່ອນໄຟຟ້າເທີນຫີນບູນ ທີ່ໄດ້ປະກອບສ່ວນໃຫ້ແກ່ການ ພັທນາເສຖກິດ-ສັງຄົມ.
ທ່ານ ສົມດີ ດວງດີ ຮອງນາຍົກຣັຖມົນຕຣີ ກ່າວວ່າ: ເປັນເວລາ 2 ທົສວັດ ຣັຖບານໄດ້ເຫັນ ບໍຣິສັດເຂື່ອນໄຟຟ້າເທີນຫີນບູນ ໄດ້ດຳເນີນ ວຽກງານທີ່ໃຫຍ່ ໃນການພັທນາພລັງງານ ທີ່ເປັນມິດຕໍ່ສິງແວດລ້ອມ ໂດຍສະເພາະ ໂຄງການຂຍາຍ ເຂື່ອນ ແລະ ຍ້ອນການຊີ້ນຳ ຂອງ ກະຊວງພລັງງານ ແລະບໍ່ແຮ່.
ໃນວັນທີ 10 ກັນຍາ, ທ່ານ ທອງລຸນ ສີສຸລິດ ນາຍົກຣັຖມົນຕຣີ ໄດ້ກ່າວ ໃນເວລາທີ່ປະຊຸມກັບທະນາຄານໂລກ ຕອນນຶ່ງວ່າ: ຂ້າພະເຈົ້າ ຄິດວ່າ ໃນອະນາຄົດ, ຣັຖບານຈະໄດ້ເອີ່ຍເຖິງ ຄວາມສຳເຣັດຂອງເຂື່ອນໄຟຟ້າ ນ້ຳເທີນ 2 ໃນຖານະເປັນຕົວແບບທີ່ດີ, ດຽວນີ້ ຣັຖບານ ກຳລັງກວດກາ ແລະ ປະເມີນໂຄງການເຂື່ອນໄຟຟ້າ ເພື່ອຮັບປະກັນວ່າ ໂຄງການນັ້ນເປັນໄປໃນທາງທີ່ດີ.
ໃນທ້າຍເດືອນຕຸລາ ທີ່ຜ່ານມາ, ທາງການແຂວງອັດຕະປື ໄດ້ປະຊຸມກັບບໍຣິສັດ ເອກກະຊົນ ເພື່ອຜ່ານບົດສຶກສາ ຄວາມເປັນໄປໄດ້ ທາງ ດ້ານເສຖກິດ, ເທັກນິກ ແລະສັງຄົມ ຂອງໂຄງການເຂື່ອນໄຟຟ້າ ນ້ຳຕົກເຊກະໝານ-ແກ້ງໃຫຍ່ ຊຶ່ງໂຄງການເຂື່ອນ ດັ່ງກ່າວ ແມ່ນຕັ້ງຢູ່ ເຂດ ເມືອງໄຊເສດຖາ ແຫ່ງຈາກ ເທສບານແຂວງອັດຕະປື ປະມານ 10 ກິໂລແມັດ ເທົ່ານັ້ນ.
ກ່ຽວກັບເລື້ອງນີ້ ກໍມີຄົນຕີລາໃຫ້ຄຳເຫັນວ່າ ການທີ່ທາງການເວົ້າເລື້ອງຜົນສຳເຣັດ ຂອງໂຄງການເຂື່ອນອື່ນໆ ນັ້ນກໍຍ້ອນ ຢາກເອົາເລື້ອງ ຜົນດີ ຈາກໂຄງການເຂື່ອນມາຖົມເລື້ອງບໍ່ດີ ຂອງການສ້າງເຂື່ອນ ໂດຍສະເພາະ ເຫດການເຂື່ອນ ເຊປຽນ- ເຊນ້ຳນ້ອຍແຕກ.